ປຶ້ມອ່ານເກົ່າ-ສາງພູມປັນຍາຂອງມວນມະນຸດ

(VOVWORLD) -ຊາວຮ່າໂນ້ຍມີຄວາມເອກອ້າງທະນົງໃຈແມ່ນປະຊາຊົນຢູ່ໜຶ່ງໃນບັນດານະຄອນທີ່ມັກອ່ານປຶ້ມຫຼາຍກວ່າໝູ່ໃນທົ່ວປະເທດ, ບັນດາຮ້ານຂາຍປຶ້ມໃໝ່ກໍ່ປະກົດຕົວຫຼາຍ, ບັນດາຮ້ານຂາຍປຶ້ມເກົ່າກໍ່ມີເປັນຈຳນວນບໍ່ໜ້ອຍ, ຍ້ອນຄວາມຕ້ອງການຊອກຫາບັນດາປຶ້ມເກົ່າເພື່ອເກັບກຳ,  ຊອກຮູ້ບັນດາສິ່ງເກົ່າແກ່, ທັງຮັກສາບັນດາຈຸດວັດທະນະທຳເມື່ອກ່ອນນີ້
ປຶ້ມອ່ານເກົ່າ-ສາງພູມປັນຍາຂອງມວນມະນຸດ - ảnh 1 ປຶ້ມອ່ານເກົ່າ-ສາງພູມປັນຍາຂອງມວນມະນຸດ

ປຶ້ມອ່ານຍິ່ງເກົ່າກໍ່ຍິ່ງມີຄວາມໝາຍເຊັ່ນດຽວກັນກັບການພິມຈຳໜ່າຍກໍ່ຍິ່ງມາແຕ່ດົນນານ, ມັນປຽບເໝືອນພະຍານຫຼັກຖານປະຫວັດສາດ, ເປັນຂີດໝາຍແຕ່ລະໄລຍະພັດທະນາຂອງພື້ນຖານພິມຈຳໜ່າຍຂອງຫວຽດນາມ. ກໍ່ຍ້ອນເຫດນີ້ເອງ, ສຳລັບຜູ້ມັກເກັບກຳ, ສະສົມປຶ້ມເກົ່າ,  ບັນດາປຶ້ມອ່ານເກົ່າກໍ່ຍິ່ງມີຄຸນຄ່າທີ່ສຸດ. ເພື່ອເປັນເຄື່ອງວັດໃຫ້ແກ່ຄຸນຄ່ານັ້ນ, ອາດຈະເວົ້າເຖິງບັນດານັກແປທີ່ມີຊື່ສຽງ, ບັນດາປຶ້ມອ່ານທີ່ມີຄ່າຫາຍາກ ແລະ ອາດຈະແມ່ນບັນດາປຶ້ມອ່ານຖືກພິມຈຳໜ່າຍຄັ້ງທຳອິດ. ເຫດຜົນທັງໝົດເຫຼົ່ານັ້ນໄດ້ສ້າງເປັນກຳລັງດຶງດູດ, ສ້າງເປັນຈຸດຢືນຕ່າງຫາກໃຫ້ແກ່ປຶ້ມອ່ານເກົ່າ. ໃນປຶ້ມອ່ານເກົ່ານັ້ນຜູ້ມີອາຍຸສູງສາມາດຊອກເຫັນໃນຄາວເຍົາໄວຂອງຕົນ ດ້ວຍໜ້າກະດາດພິມແບບລຽບງ່າຍ... ສຳລັບໄວໜຸ່ມ,  ບັນດາປຶ້ມອ່ານເກົ່າບໍ່ພຽງແຕ່ຊ່ວຍເຂົາເຈົ້າມີຂໍ້ມູນຂ່າວສານຕື່ມອີກເທົ່ານັ້ນ, ຫາກຍັງມີຄວາມໝາຍກວ່ານັ້ນແມ່ນສາງຄວາມຮູ້ຊຶ່ງບັນດາຜູ້ຂຽນເມື່ອກ່ອນນີ້ໄດ້ປະໄວ້ໃຫ້. ນ້ອງບຸ່ຍມິງຫ່ຽນແບ່ງປັນວ່າ: 

     “ນ້ອງຄິດວ່າ ເມື່ອນ້ອງອ່ານຂ່າວຜ່ານເຄືອຂ່າຍອິນເຕີເນັດ, ເຖິງແມ່ນວ່າກໍ່ຍັງຄົງແມ່ນປຶ້ມອ່ານຫົວນັ້ນ, ເນື້ອໃນເຊັ່ນນັ້ນ, ແຕ່ນ້ອງຮູ້ສຶກວ່າ ມັນບໍ່ຄືກັບເຮົາພວມຈັບປຶ້ມອ່ານໃນມືເພື່ອອ່ານ. ຄວາມຮູ້ສຶກນັ້ນໄດ້ພາໃຫ້ນ້ອງມີຄວາມຈັບໃຈຫຼາຍ. ເມື່ອຈັບປຶ້ມອ່ານໃນມືຂອງຕົນກໍ່ປຽບເໝືອນເຮົາມີຄວາມເຄົາລົບຕໍ່ຜູ້ຂຽນ, ເຄົາລົບຕໍ່ລິຂະສິດ, ຍ້ອນເຫດນີ້ເອງ, ນ້ອງຍິ່ງຖະນຸຖະໝອມປຶ້ມອ່ານກວ່າເກົ່າ”.

    ໂດຍແມ່ນຜູ້ເກັບກຳ,ສະສົມປຶ້ມເກົ່າມາເປັນເວລາຫຼາຍປີຢູ່ຮ່າໂນ້ຍ, ລຸງຟານ ຈັກແກ໋ງ ໄດ້ສຸມຈິດສຸມໃຈ ແລະ ປະກອບກຳລັງເຫື່ອແຮງຂອງຕົນໃນຊຸມເດືອນປີພັກກິນເບ້ຍບຳນານເພື່ອສະສົມປຶ້ມອ່ານເກົ່າ. ຫໍສະໝຸດ “ປຶ້ມອ່ານເກົ່າ” ທີ່ເຮືອນເລກທີ 5 ຢູ່ຖະໜົນອາດດ່ານຂອງລຸງກໍ່ພວມເກັບຮັກສາປຶ້ມອ່ານ, ໜັງສືພິມວາລະສານນັບແສນສະບັບໃນທຸກໆຂົງເຂດສັງຄົມທັງຢູ່ພາຍໃນ ແລະ ຕ່າງປະເທດ. ປຶ້ມອ່ານເກົ່າຈຳນວນເຫຼົ່ານັ້ນຂອງລຸງ  ສາມາດສະໜອງຂໍ້ມູນ, ເອກະສານໃຫ້ແກ່ບົດນິພົນວິທະຍາປ້ອງກັນປະລິນຍາເອກ, ບົດຄົ້ນຄ້ວາກ່ຽວກັບຫວຽດນາມວິທະຍາທັງຢູ່ພາຍໃນ ແລະ ຕ່າງປະເທດນັບຮ້ອຍບົດ. ລຸງຟານຈັກແກ໋ງເປີດເຜີຍວ່າ: 

    “ພາຍຫຼັງ 12 ຫາ 15 ປີ, ຮອງສາດສະດາຈານ ຢາວ ໂຕກາໂອ ສັງກັດມະຫາວິທະຍາໄລ ຮີໂລຊີມາ ໄດ້ແຕ່ງສຳເລັດປຶ້ມອ່ານຫົວໜຶ່ງທີ່ພິມຈຳໜ່າຍຢູ່ຍີ່ປຸ່ນ, ສາດສະດາຈານໄດ້ມີໂອກາດມາຢ້ຽມຢາມຫວຽດນາມ ແລະ ມອບປຶ້ມອ່ານຫົວນີ້ໃຫ້ຂ້າພະເຈົ້າເປັນຂອງຂວັນ, ສາດສະດາຈານໄດ້ເວົ້າວ່າ, ທ່ານບໍ່ໄດ້ອອກພັກກິນເບ້ຍບຳນານ, ຂ້າພະເຈົ້າຄິດວ່າວຽກງານຂອງຕົນແມ່ນຈະຕ້ອງສືບຕໍ່ປະຕິບັດຈົນຮອດຍາມໃດບໍ່ສາມາດເຮັດວຽກໄດ້ອີກ”

     ບັນດາຜູ້ເມົາມົວກັບການເກັບຮັກສາສະສົມປຶ້ມອ່ານເກົ່າຄືລຸງແກ໋ງ ບໍ່ພຽງແຕ່ເກັບຮັກສາ, ສະສົມປຶ້ມອ່ານເພື່ອຄວາມມ່ວນຊື່ນຂອງຕົນເອງເທົ່ານັ້ນ ຫາກຍັງເພື່ອແບ່ງປັນໃຫ້ແກ່ຊຸມຊົນ, ປະກອບສ່ວນຮັກສາ, ສືບທອດພູມປັນຍາອັນດີງາມຂອງຊາດໃຫ້ຄົນລຸ້ນຫຼັງ. ຜູ້ມີຄວາມເມົາມົວກັບປຶ້ມອ່ານເກົ່າບໍ່ພຽງແຕ່ເຄົາລົບຄວາມຮູ້ໃນປຶ້ມອ່ານເທົ່ານັ້, ຫາກຍັງຖະຫນຸຖະໜອມຄຸນຄ່າທີ່ໄດ້ເດີນຕາມການເວລາ. ໃນຍຸກສະໄໝວັດທະນະທຳບັນເທິງພວມຂະຫຍາຍຕົວຢ່າງແຂງແຮງ ແລະ ໄດ້ນຳເຂົ້າຈາກຕ່າງປະເທດຄືໃນປັດຈຸບັນ, ບັນດາປຶ້ມອ່ານເກົ່າຍັງຄົງເຄື່ອນໄຫວ ແລະ ໄດ້ຮັບການເປີດກວ້າງແມ່ນສິ່ງທີ່ເປັນໜ້າພາກພູມໃຈ. ການເກັບຮັກສາ, ສະສົມ, ແລກປ່ຽນ, ຊື້ຂ່າຍປຶ້ມອ່ານເກົ່າ ບໍ່ພຽງແຕ່ປະກອບສ່ວນຍົກລະດັບວັດທະນະທຳການອ່ານເທົ່ານັ້ນ, ຫາກຍັງມີຄຸນຄ່າອະນຸລັກຮັກສາຄວາມງາມດ້ານວັດທະນະທຳ ທີ່ເຄີຍໄດ້ຊຶມເລິກເຂົ້າໃນຈິດສຳນຶກຂອງປະຊາຊົນລຸ້ນ ຕ່າງໆ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ