ປຶ້ມເລື່ອງ “ຈີ່ນາຍຊັດເຊພະເນຈອນ” ສືບຕໍ່ການເດີນທາງພິຊິດຜູ້ອ່ານສາກົນ

(VOVWORLD) -ນັບແຕ່ປີ 1941 ມາຮອດປັດຈຸບັນປຶ້ມເລື່ອງ “ຈີນາຍຊັດເຊພະເນຈອນ” ຂອງນັກປະພັນ ໂຕຮວ່າຍ ຢາມໃດກໍ່ເປັນເພື່ອນທີ່ສະໜິດຕິພັນກັບເດັກ ຫວຽດນາມ ຫຼາຍລຸ້ນຄົນ ແລະ ຂອງປະເທດຕ່າງໃນໂລກ. ປຶ້ມເລື່ອງດັ່ງກ່າວບໍ່ພຽງແຕ່ໜູນອ້ອມຢູ່ທົ່ງຫຍ້າແຄມແມ້ນ້ຳ ໂຕລິກ ເທົ່ານັ້ນ, ຫາກຍັງໄດ້ຂະຫຍາຍເກີນຂອບເຂດຊາຍແດນຂອງປະເທດຊາດ ເພື່ອເປັນເພື່ອນກັບເດັກຂອງເກືອບ 40 ປະເທດໃນໂລກ, ແລະ ໄດ້ສ້າງສະຖີຕິບົດປະພັນວັນນະຄະດີ ຫວຽດນາມ ຖືກແປເປັນຫຼາຍພາສາ. ຢູ່ປະເທດຈີນ, ເລື່ອງລາວກ່ຽວຈີ່ນາຍ ແລະ ບັນດາຜູ້ເປັນເພື່ອນໄດ້ພິຊິດບັນດາຜູ້ອ່ານ ດ້ວຍບັນດາເນື້ອໃນທີ່ມີລັກສະນະສຶກສາອົບຮົມ ແລະ ຄຸນຄ່າວັດທະນະທຳມະນຸດ
ປຶ້ມເລື່ອງ “ຈີ່ນາຍຊັດເຊພະເນຈອນ” ສືບຕໍ່ການເດີນທາງພິຊິດຜູ້ອ່ານສາກົນ - ảnh 1ປຶ້ມເລື່ອງ “ຈີ່ນາຍຊັດເຊພະເນຈອນ” ຂອງນັກປະພັນ ໂຕຮວ່າຍ 

ປຶ້ມເລື່ອງ “ຈີ່ນາຍຊັດເຊພະເນຈອນ” ໂດຍນັກປະພັນ ໂຕຮວ່າຍ ໄດ້ນຳໃຊ້ເລື່ອງລາວຂອງແມງໄມ້ ເພື່ອເວົ້າເຖິງມະນຸດ, ນຳບົດຮຽນແຫ່ງຊີວິດຂອງຈີ່ນາຍມາໃຫ້ຜູ້ອ່ານ ນັ້ນວິທີການປະພຶດກັບທຸກໆຄົນ, ກັບໝູ່ເພື່ອນເພື່ອເຮັດແນວໃດຕ້ອງມີຄວາມຮັບຜິດຊອບ. ຈາກນັ້ນນັກປະພັນ ໂຕຮວ່າຍ ໄດ້ມຸ່ງໄປສູ່ແນວຄິດສາມັກຄີ, ແບ່ງປັນ ແລະ ມີຄວາມຫ້າວຫັນອອກແຮງງານ. ບົດປະພັນນີ້ໄດ້ຖືກພິມຈຳໜ່າຍຄືນໃໝ່ຫຼາຍຄັ້ງ ແລະ ຖືກແປເປັນ 20 ພາສາໃນໂລກຄື ພາສາອັງກິດ, ຝະລັ່ງ, ຈີນ, ລັດເຊຍ, ເຢຍລະມັນ, ສ ເກົາຫຼີ, ໄທ… ແລະ ຍາມໃດກໍ່ໄດ້ດຶງດດູໃຈຜູ້ອ່ານໄວເດັກຢ່າງຫຼວງຫຼາຍ. ປຶ້ມເລື່ອງ “ຈີ່ນາຍຊັດເຊພະເນຈອນ” ເຊິ່ງແມ່ນບົດປະພັນວັນນະຄະດີ ໄດ້ຮັບຄວາມຊົມຊອບຈາກຜູ້ອ່ານ ທຸກເພດທຸກໄວ ແລະ ໄດ້ຖືກສະເໜີຕໍ່ຜູ້ອ່ານຊາວຈີນ ນັບແຕ່ເດືອນ ມັງກອນ ປີ 2018. ນີ້ແມ່ນໝາກຜົນຂອງການຮ່ວມມືລະຫວ່າງສຳນັກພິມ ສາມັກຄີ ຂອງຈີນ ແລະ ສຳນັກພິມ ກີມດົ່ງ ຂອງຫວຽດນາມ. ພາຍຫຼັງກວ່າໜຶ່ງປີ, ປຶ້ມເລື່ອງດັ່ງກ່າວໄດ້ຖືກພິມຈຳໜ່າຍຄືນເປັນຄັ້ງທີ 3 ພາຍຫຼັງທີ່ໄດ້ຮັບການສ່ອງແສງຢ່າງຕັ້ງໜ້າຈາກຜູ້ອ່ານຊາວ ຈີນ. ບົດປະພັນນີ້ໄດ້ຮັບການຕີລາຄາຈາກຜູ້ອ່ານຊາວ ຈີນ ວ່າແມ່ນໜຶ່ງໃນຈຳນວນໜ້ອຍບັນດາບົດປະພັນວັນນະຄະດີ ຂອງເດັກທີ່ດີເດັ່ນ ເຊິ່ງເຂົາເຈົ້າອ່ານໃນສອງສາມປີມໍ່ໆມານີ້. ທ່ານ ສຽວເວະ ຫົວໜ້າສູນບັນນາທິການ ວັດທະນະທຳ ຈີນ ສັງກັດສຳນັກພິມຈຳໜ່າຍສາມັກຄີຂອງ ຈີນ, ຜູ້ຂຶ້ນແຜນພິມຈຳໜ່າຍປຶ້ມເລື່ອງດັ່ງກ່າວ ໃຫ້ຮູ້ວ່າ:

    “ພາຍຫຼັງທີ່ໄດ້ພິມຈຳໜ່າຍ, ປຶ້ມອ່ານໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກຜູ້ອ່ານທາງອິນເຕີເນັດ, ພວກຂ້າພະເຈົ້າຍັງແນະນຳກັບເພື່ອນມິດຫຼາຍຄົນ ກ່ຽວກັບບົດປະພັນນີ້. ທີ່ຈິງແລ້ວ ປຶ້ມເລື່ອງດັ່ງກ່າວຍັງໄດ້ຮັບຄວາມນິຍົມຊົມຊອບ. ເມື່ອພິມຈຳໜ່າຍບົດປະພັນວັນນະຄະດີບົດໜຶ່ງ,  ເປັນຕົ້ນແມ່ນປຶ້ມວັນນະຄະດີອະນຸຊົນ, ພວກຂ້າພະເຈົ້າຖືວ່າສິ່ງສຳຄັນທີ່ສຸດ ແມ່ນມັນໄດ້ນຳບັນດາຄຸນຄ່າໃດໜຶ່ງມາໃຫ້ຜູ້ອ່ານ. ຜ່ານປຶ້ມເລື່ອງ “ຈິ່ນາຍຊັດເຊພະເນຈອນ” ກໍ່ຈະຊ່ວຍໃຫ້ຊາວໜຸ່ມ ເຍົາວະຊົນ ອະນຸຊົນຫຼາຍຄົນຈະມີຈິດໃຈເມດຕາປານີ ແລະ ມີຄວາມຄາດຫວັງມຸ່ງໄປສູ່ສັນຕິພາບ”.

ມີບາງຄົນຍັງເອີ້ນວ່າ ນີ້ແມ່ນປື້ມກ່ຽວກັບວິທະຍາສາດແມງໄມ້, ເຊິ່ງໄດ້ເຈາະຈີ້ມການສະຫຼອກກອກຂອງເດັກທີ່ມັກຄົ້ນຫາທຳມະຊາດ. ມີບາງຄົນພັດຖືວ່າເລື່ອງລາວນີ້ປຽບເໝືອນຮູບເງົາເລື່ອງໜຶ່ງ ເຊິ່ງບໍ່ພຽງແຕ່ສ່ອງແສງເຖິງຄຸນສົມບັດ ຈັນຍາທຳອັນດີງາມຂອງມວນມະນຸດເທົ່ານັ້ນ, ຫາກຍັງມີລົມຫາຍໃຈຂອງລັດທິວິລະຊົນ. ກໍ່ຍັງມີຜູ້ອ່ານຫຼາຍຄົນໃຫ້ຂໍ້ສັງເກດວ່າ ບົດປະພັນນີ້ແມ່ນເພື່ອໃຫ້ແຕ່ລະຄົນຕ້ອງອ່ານລະອຽດ ເພື່ອຄົ້ນຄິດຢ່າງເລິກເຊິ່ງ, ເພາະມັນນຳຄວາມມ່ວນຊື່ນໃນຊີວິດມາໃຫ້ເຂົາເຈົ້າ,  ພ້ອມກັນນັ້ນກໍ່ແນະນຳກ່ຽວກັບຊີວິດມະນຸດອີກດ້ວຍ. ນ້ອງ ເຈິ່ນຕວ໋ນຫຼົງ ຜູ້ອ່ານໄວ 12 ປີຢູ່ ບັກກິງ ໃຫ້ຮູ້ວ່າ:

“ຕົວລະຄອນເອກຈີ່ນາຍ ໃນປຶ້ມເລື່ອງ “ຈີ່ນາຍຊັດເຊພະເນຈອນ” ນັ້ນ, ກໍ່ເຮັດໃຫ້ນ້ອງມີຄວາມຮູ້ສຶກຫຼົງໄຫຼເຂົ້າໃນເລື່ອງລາວ ແລະ ນ້ອງກໍ່ມັກອ່ານປຶ້ມນີ້ທີ່ສຸດ. ເລື່ອງລາວກ່ຽວກັບຈີີ່ນາຍ ນັບແຕ່ເວລາພຽງແຕ່ມັກຂົ່ມເຫັງບັນດາເພື່ອນທີ່ອ່ອນເພຍກວ່າ ຈົນເຖິງເວລາກາຍເປັນຕົວລະຄອນ ມີຄວາມຮັກຫອມສັນຕິພາບ, ກ້າຍອມຮັບຕໍ່ຄວາມທົດສອບ. ນ້ອງເຫັນວ່າ ເຮົາຄວນອ່ານ ແລະ ຮຽນຢູ່ໃນຕົວລະຄອນຈີ່ນາຍ ກ່ຽວກັບຄຸນສົມບັດຄວາມກ້າຫານ, ບໍ່ອາດຍ້ອນຄວາມຫຍຸ້ງຍາກບາງຢ່າງ ໃນການດຳລົງຊີວິດ ທີ່ພາໃຫ້ທໍ້ຖອຍໃຈ. ນ້ອງຊົມຊອບທີ່ສຸດເມື່ອຈີ່ນາຍ ຮຽກຮ້ອງໃຫ້ໂລກມີສັນຕິພາບ. ຄຳເວົ້າດັ່ງກ່າວບໍ່ພຽງແຕ່ເພື່ອໃຫ້ໂຕມົດ ຫຼື ສັດສາວາສິ່ງອື່ນໆນັ້ນ ຫາກຍັງເພື່ອໃຫ້ມະນຸດກໍ່ຕ້ອງເຂົ້າໃຈວ່າ ສັນຕິພາບແມ່ນສິ່ງທີ່ປະເສີດເລີດລ້ຳ”.

ຜົນສຳເລັດຂອງປຶ້ມເລື່ອງ “ຈີ່ນາຍຊັດເຊພະເນຈອນ” ໄດ້ກາຍເປັນປະຖົມປັດໃຈໃຫ້ແກ່ບັນດາແຜນການຕໍ່ໄປ ລະຫວ່າງສອງຄູ່ຮ່ວມມືສຳນັກພິມຂອງສອງປະເທດ. ທ່ານ ສຽວເວະ ໃຫ້ຮູ້ຕື່ມອີກວ່າ:

 “ສຳລັບເລື່ອງພິມຈຳໜ່າຍປຶ້ມເລື່ອງ “ຈີ່ນາຍຊັດເຊພະເນຈອນ”, ພວກຂ້າພະເຈົ້າກໍ່ເຫັນໄດ້ເຖິງຜົນປະໂຫຍດຂອງການພົວພັນ ທາງດ້ານວັດທະນະທຳ ສຳລັບໄວໜຸ່ມເຍົາວະຊົນຂອງສອງປະເທດ. ພວກຂ້າພະເຈົ້າຫວັງວ່າຜ່ານການພົວພັນແລກປ່ຽນກັບຝ່າຍ ຫວຽດນາມ, ພວກເຮົາອາດຈະແນະນຳປຶ້ມຫຼາຍຫົວ ກ່ຽວກັບເດັກທີ່ດີທີ່ມ່ວນຂອງຈີນ ໃຫ້ແກ່ຜູ້ອ່ານຫວຽດນາມ ແລະ ຍັງອາດຈະນຳມາໃຫ້ເພື່ອນຜູ້ອ່ານຈີນ ຮູ້ເຖິງບັນດາບົດປະພັນທີ່ໂດດເດັ່ນຂອງ ຫວຽດນາມ ອີກດ້ວຍ”.

 ເກືອບ 80ປີ ທີ່ໄດ້ຜ່ານພົ້ນໄປ, ແຕ່ບັນດາບົດປະພັນວັນນະຄະດີທີ່ໂດດເດັ່ນ ທີ່ສະຫງວນໃຫ້ແກ່ອະນຸຊົນຂອງ ຫວຽດນາມ, ໃນນັ້ນມີ ປຶ້ມເລື່ອງ “ຈີ່ນາຍຊັດເຊພະເນຈອນ” ຍັງຄົງຢັ້ງຢືນພະລັງຊີວິດອັນແຮງກ້າຂອງຕົນ. ບໍ່ພຽງແຕ່ສາມາດພິຊິດຜູ້ອ່ານຈີນຢ່າງສຳເລັດຜົນເທົ່ານັ້ນ ມັນຍັງເປີດອອກສູ່ທິດທາງການຮ່ວມມື ແລະ ພົວພັນແລກປ່ຽນທາງດ້ານວັດທະນະທຳ ລະຫວ່າງສອງປະເທດຫວຽດນາມ ແລະ ຈີນອີກດ້ວຍ. ຖັດຈາກປຶ້ມເລື່ອງ “ ຈີ່ນາຍຊັດເຊ ພະເນຈອນ”, ສອງບົດປະພັນອື່ນຂອງ ໂຕຮວ່າຍ ຄື “ນັກມວຍແມງມ້າ” ແລະ “ງານດອງຂອງໜູ” ກໍ່ຈະແນະນຳຕໍ່ຜູ້ອ່ານໃນເວລາທີ່ຈະມາເຖິງນີ້

ຕອບກັບ

ຂ່າວ/ບົດ​ອື່ນ