ປະເພດພາບພື້ນເມືອງ ກີມຮ່ວາງ

(vovworld)- ພາບ​ແຕ້ມກີມ​ຮ່​ວາງ ແມ່ນ​ຊື່​ເອີ​້ນ​ຂອງ​ພາບ​ພື້ນ​ເມືອງ​ປະ​ເພດ​ຫນຶ່ງ​​ທີ່​ມີ​ການພັດ​ທະ​ນາ​ຢ່າງ​ແຮງ​ແຕ​່​ສັດ​ຕະ​ວັດ​ທີ 18 -19 ຂອງ​ໝູ່​ບ້ານ ກີມ​ຮ​ວ່າງ ຕາ​ແສງ ເວີນ​ແກງ ເມືອງ ຮ​ວ່າຍ​ດືກ ແຂວງ ຮ່າ​ໄຕ ເກົ່າ ປະ​ຈຸ​ບັນ ແມ່​ນ​ຮ່າ​ໂນ້ຍ. ຫົວ​ເລື່ອງ​ຕ່າງໆ​ໃນ​ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ແມ່ນ​ເລີ່ມ​ມາ​ຈາກ​ຊີ​ວິດ​ປະ​ຈຳ​ວັນ​​ທີ່​ລຽບ​ງ່າຍ, ຄວາມ​ຊີນ​ເຄີຍ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ທົ່ງ​ພຽງ​ພາກ​ເຫນືອ ສະ​ນັ້ນ​ພາບ​ປະ​ເພດນີ້​ໄດ້​ສ້າງ​ຄວາມ​ດູດ​ດື່ມ​ທີ່​ສຸດ​. ຮູບ​ພາບ​ໃນ​ ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ແຕ່​ລະ​ແຜ່ນນັ້ນ​ແມ່ນ: ໂຕ​ຄວາຍ, ໂຕ​ງົວ, ໝູ, ໄກ່, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນເຂດ​ບ້ານ​ນາ, ຮູບ​ພາບ​ຂອງ​ມື້​ບຸນ​ເຕັດ ແລະ​ອື່ນໆ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.
ປະເພດພາບພື້ນເມືອງ ກີມຮ່ວາງ - ảnh 1

        ພ້ອມ​ກັບ​ພາບ ດົງ​ໂຮ່ ​ຢູ່ ບັກ​ນີງ, ພາບ ຮ່າງ​ຈົງ ​ຢູ່ ຮ່າ​ໂນ້ຍ, ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ແມ່ນ​ປະ​ເພດ​ພາບ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ທົ່ງ​ພຽງ​ພາກ​ເຫນືອ​ໃນ​ຫວຽດ​ນາມ ເມື່ອ​ກ່ອນ. ກ່ອນນີ້ ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ຖືກ​ເອີ້ນ​ວ່າ ພາບ​ແດງ ຍ້ອນ​ວ່າ ເຄີຍ​ພິມ​ໃນ​ເຈ້ຍສາ​ສີ​ແດງ​ ຕ່າງ​ກັບ​ພາບ​ຮ່າງ​ຈົງ ຫລື ພາບ​ດົງ​ໂຮ່ ແມ່ນ​ພິມ​ໃນ​ເຈ້ຍ​ສາສີ​ຂາວ. ພາບ​ປະ​ເພດນີ້ ນອກ​ຈາກ​​​ໃຊ້ສີ​ແດງເປັນ​ພື້ນ​​ຂອງ​ພາບແລ້ວ ຍັງ​ມີ​ສີ​ດຳ​ເມື່ອ​ພິມ​ຈາກ​ແມ່​ພິມ​ເຮັດ​ດ້ວຍ​ໄມ້ ແລະ ສີ​ຂາວ, ສີ​ດຳ, ສີ​ບົວ…..​ທີ່ໄດ້ແຕ້ມ​ເພີ່ມ​ເຕີມ​ພາຍ​ຫລັງ​ພິມ​ສຳ​ເລັດ. ອ້າຍ ເລ​ບີກ, ຊື່ງ​ແມ່ນ​ຜູ້​ນິ​ຍົມ​ພາບ​ພື້ນ​ເມືອງ​ປະ​ເພດນີ້​ໃຫ້​ຮູ້​ວ່າ: ຍ້ອນ​ເມົາ​ມົບ​ກັບ​ບັນ​ດາ​ປະ​ເພດ​ພາບ​ພື້ນ​ເມືອງ ສະ​ນັ້ນ ອ້າຍ​ໄດ້​ຍາດ​ເວ​ລາ​ເພື່ອ​ຊອກ​ຮູ້ ແລະ ມີ​ຄວາມ​ປະ​ທັບ​ໃຈ​ພິ​ເສດ​ຕໍ່ ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ.

        “ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ເຄີ​ຍເອີ້ນ​ວ່າ​ພາບ​ແດງ ແມ່ນ​ພາບ​ພື້ນ​ເມືອງ​ປະ​ເພດ​ຫນຶ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ນິ​ຍົມ​ພາບ​ແຕ້ມ​ຮູບ​ໂຕ​ໝູ ແລະ ຮູບ​ໂຕ​ໄກ່. ນັ້ນ​ແມ່ນ​ບັນ​ດາ​ຮູບ​ພາບ​​ແຕ້ມ​ດ້ວຍ​ລວດ​ລາຍທີ່​ລຽບ​ງ່າຍ​​ບົນ​ພື້ນສີ​ແດງ ດ້ວຍ​ຮູບ​ໝູ​ທີ່​ມີ​ຄວາມ​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ​ຫວຽດ​ນາມ. ມາ​ຮອດ​ປະ​ຈຸ​ບັນ ມັນ​ຍັງ​ສວຍ​ງາມ​ຢູ່.”

        ກ່ອນນີ້ ເພື່ອ​​​ຜະ​ລິດພາບ​ແຕ້ມ​​ດ້ວຍ​ພື້ນ​ສີ​ແດງທີ່​​ງາມ​ຕານັ້ນ, ຜູ້​ຜະ​ລິດ ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ​ເຄີຍນຳ​ໃຊ້​ແມ່​ພິມ​ເຮັດ​ດ້ວຍ​ໄມ້​​ຕົ້ນ​ຈັນຫລືຕົ້ນ​​ມີ້ ແລະຖືກ​ຄວັດ​ແກະ​ສະ​ຫລັກ​​ຢ່າງລະ​ອຽດ​ລະ​ອໍ ແລະ ​ມີເຕັກ​ນິກ​ສູງ​ໃນ​ການ​ພິມ​. ປະ​ຊາ​ຊົນ​ໃນ​ບ້ານ​ເລົ່າ​ຄືນ​ສູ່​ຟັງ​ວ່າ ຊຸມ​ປີ​ຕົ້ນ​ສັດ​ຕະ​ວັດ​ທີ 20, ພາຍ​ຫລັງ​ລະ​ດູ​ການເກັບ​ກ່ຽວ​ໃນ​ເດືອນ 10 ສຳ​ເລັດ​ຜົນ​, ອາ​ກາດ​ຫນາວ​ເຢັນ ກໍ​ແມ່ນ​ຈຸດ​ເວ​ລາ​​ທີ່ປະ​ຊາ​ຊົນ​ບ້ານ​ກີມ​ຮ່​ວາງ ພ້ອມ​ກັນ​​ທຳ​ການ​ຜະ​ລິດ ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ. ເຈ້​ຍ​ສາ​ແດງ​ເພື່ອ​ແຕ້ມ​ພາບ​ແມ່ນ​ຊື້​ມາ​ຈາກ​ຖະ​ຫນົນ ຮ່າງ​ໝ໋າ. ພາຍ​ຫລັງ​ນຳ​ໃຊ້​ແມ່​ພິມ​ເຮັດ​ດ້ວຍ​ໄມ້​ທີ່​ມີ​ຢູ່​ແລ້ວ, ນັກ​ສິ​ລະ​ປະ​ການ​ໄດ້​ທາ​ນ້ຳ​ສີ​ໃສ່, ວາງ​ເຈ້ຍ​ ແລະ ດັດໃຫ້​ຮາບ​ພຽງ ​​ແລ້ວໃຊ້​ໄຍ​ໝາກບວບ​ທາ​ຄ່ອຍໆເພື່ອ​ໃຫ້​ລວດ​ລາຍ​ແຈ້ງ​ລະ​ອຽດ, ແລ້ວ​ນຳ​ເອົາ​ໄປ​ຕາກ​ແດດ. ​ເມື່ອ​ພາບ​ແຫ້ງ​ແລ້ວ ຜູ້​ແຕ້ມ​ພາບ​​ຈະຈ້ຳ​ສີ​ ແລະ ແຕ້ມ​ລວດ​ລາຍ​ໃສ່​ຕື່ມ​ເພື່ອ​ໃຫ້​ພາບ​ແຕ້ມ​ມີ​ຊີ​ວິດ​ຊີ​ວ່າກວ່າ. ຟອຍ​ທາ​ສີ​ທີ່​ໄດ້​ນຳ​ໃຊ້​ເພື່ອ​ແຕ້ມພາບ​ປະ​ເພດນີ້​ແມ່ນ​ເຮັດ​ດ້ວຍ​ເຟືອງ​ເຂົ້າ​​ຫນຽວ, ເພື່ອສ້າງ​ຄວາມ​ນຸ່ມ ແລະ ເວ​ລາ​ແຕ້ມ​ແມ່ນ​ງ່າຍກວ່າ. ສະ​ນັ້ນ ລວດ​ລາຍ​​ທີ່​ໄດ້ແຕ້ມ​ໃນພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ​ເຫັນ​ວ່າ​ແມ່ນ​ລຽບ​ງ່າຍ ແລະ ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ. ທ່ານ​ນາງ ຫງວຽນ​ທິ​ທູ​ຮ່​ວາ, ຜູ້​​ເກັບ​ຮັກ​ສາ​ພາບ​ພື້ນ​ເມືອງ​ໃຫ້​ຮູ້​ວ່າ:

        “ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ຢູ່​ໝູ່​ບ້ານ​ຊົນ​ນະ​ບົດ ຊານ​ນະ​ຄອນ​ຮ່າ​ໂນ້ຍ ພຽງ​ແຕ່​ຮັບ​ໃຊ້​ໃຫ້​ປະ​ຊາ​ຊົນ​ຊາວ​ຜູ້​ອອກ​ແຮງ​ງານ ສະ​ນັ້ນ ມີ​ຄວາມ​ຜົ​ນ​ສະ​ທ້ອນ​ກ່ຽວ​ກັບ​ສີ​ສັນ​ໃນ​ພາບ, ລວດ​ລາຍ​ກໍ​ລຽບ​ງ່າຍ. ສຳ​ລັບ​ຊາວ​ຜູ້​ອອກ​ແຮງ​ງານ ເມື່ອ​ບຸນ​ເຕັດ​ວຽນ​ມາ ເຂົາ​ເຈົ້າ​ເຄີຍ​ຊື້​ຄຳ​ພະ​ຫຍາ, ພາບ​ພື້ນ​ເມືອງ​​ແດງມາ​ປະ​ດັບ​ປະ​ດາ​ໃນ​ເຮືອນ ເພື່ອ​ປາດ​ຖະ​ຫນາ​ວ່າ ທຸກ​ຄົນ​ໃນ​ຄອບ​ຄົວຈະ​ໄດ້​ຮັບ​ຄວາມ​ໂຊກ​ດີ​. ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ມີ​ສີ​ສັນ​ແບບ​ທຳ​ມະ​ຊາດ.”

ປະເພດພາບພື້ນເມືອງ ກີມຮ່ວາງ - ảnh 2
ທ່ານ​ນາງ ຫງວຽນ​ທິ​ທູ​ຮ່​ວາ ພ້ອມ​ກັບ​ນັກ​ສິ​ລະ​ປະ​ການ​ຜູ້​ອາ​ຍຸ​ສູງ​ໃນ
ບ້ານ​ຜະ​ລິດ​ພາບ​ພື້ນ​ເມືອງ​ກີມ​ຮ່​ວາງ
ພາບ:internet

        ຢູ່​ໃນ​ ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ແຕ່​ລະ​ແຜ່ນນັ້ນ ບໍ່​ພຽງ​ແຕ່​ມີ​ຮູບ​ພາບ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄຳ​ພະ​ຫຍາ​ດ້ວຍການ​ຂຽນ​ຕົວ​ຫນັງ​ສື​ຈີນ​​ຢູ່​ເບື້ອງ​ຊ້າຍ​ຂອງ​ພາບ​ອີກ​ດ້ວຍ. ເພື່ອ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ ນັກ​ສິ​ລະ​ປະ​ການ​ຜະ​ລິດ​ພາບ​ແຕ້ມ​ປະ​ເພດ​ນີ້ ບໍ່​ພຽງ​ແຕ່​ຮູ້​ພາ​ສາ​ຈີນ​ເປັນ​ຢ່າງ​ດີ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ຮູ້​ໃດ​ຫນຶ່ງ​ເພື່ອ​ສະ​ແດງ​ຄວາມ​ເກັ່ງ​ກ້າ​ຂອງ​ຕົນ​ຜ່ານ​ພາບ​ແຕ້ມ ແລະ ນີ້​ແມ່ນ​ຈຸດ​ແຕກ​ຕ່າງ​​ຂອງ​ປະ​ເພດ ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ.

ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ງາມ​ຄື​ແນວນັ້ນ ແຕ່​ມາ​ຮອດ​ໄລ​ຍະ​ປະ​ຈຸ​ບັນ, ​ ມີ​ບໍ່ເທົ່າ​ໃດ​ຄອບ​ຄົວ​ ​ຮັກ​ສາ​ແມ່​ພິມ​ເຮັດ​ດ້ວຍ​ໄມ້​ໄວ້ ແລະ ຜູ້​ຜະ​ລິດ​ພາບ​ພື້ນ​ເມືອງ​ປະ​ເພດນີ້​ມີ​ຈຳ​ນວນ​ຫນ​ອ້ຍ. ທ່ານ​ນາງ ຫງວຽນ​ທິ​ທູ​ຮ່​ວາ, ຜູ້​​ເກັບ​ຮັກ​ສາ​ພາບ​ພື້ນ​ເມືອງ​ໃຫ້​ຮູ້​ວ່າ: ປີ 1915, ໄພ​ນ້ຳ​ຖ້ວມ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ, ຄັນ​ຄູ ລຽນ​ມາກ ຖືກ​ແຕກ ໄດ້​ເຮັດ​ໃຫ້​ແມ່​ພິມ​ເຮັດ​ດ້ວຍ​ໄມ້​ຫລາຍ​ແຜ່ນ​​ຂອງ​ໝູ່​ບ້ານ ກີມ​ຮ່​ວາງ ຖືກ​ພັງ​ທະ​ລາຍ​. ຫລັງ​ຈາກນັ້ນ ລະ​ດູ​ເກັບ​ກ່ຽວບໍ່​ໄດ້​ຮັບ​ຜົນ, ໄພ​ອຶດ​ຫິວ​ເກີດ​ຂຶ້ນ ພ້ອມ​ກັບ​ຖືກສົງ​ຄາມ, ສະ​ນັ້ນ ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງຖືກ​ສູນ​ຫາຍ​ໄປ. ປະ​ຈຸ​ບັນ ທ່ານ​ນາງ ຫງວຽນ​ທິ​ທູ​ຮ່​ວາ ​ເກັບ​ຮັກ​ສາພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ກວ່າ 60 ແຜ່ນ ແລະ  ​ຟື້ນ​ຟູ​ຄືນໄດ້ 20 ແຜ່ນ.

        ເພື່ອ​ຟື້ນ​ຟູ​ອາ​ຊີບ​ຜະ​ລິດ​ ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ຊື່ງ​ແມ່ນ​ອາ​ຊີບ​ທີ່​ມີ​ຊື່​ສຽງ​ຮຽງ​ນາມ​ໃນ​ໄລ​ຍະ​ຫນຶ່ງ​ຢູ່​ເຂດ​ບ້ານ​ນາ ນັ້ນ​ແມ່ນ​​ຄວາມ​ປາດ​ຖະ​ຫນາດ​ຂອງ​ຜູ້​ນິ​ຍົມ​ພາບ​ພື້ນ​ເມືອງ​ກີມ​ຮ​ວ່າງ ຫລາຍ​ຄົນ. ເພາະ​ມີ​ໄລ​ຍະ​ຫນຶ່ງ, ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ແມ່ນ​ອາ​ຫານ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເຂດ​ດ່​ວາຍ ແລະ ເຂດ​ທົ່ງ​ພຽງ​ພາກ​ເຫນືອ. ພິ​ເສດ ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ແຕ່​ລະ​ປີ, ປ​ະ​ຊາ​ຊົນ​ເຄີຍ​ຊື້​ພາບ​ມາ​ປະ​ດັບ​ປະ​ດາ​ໃນ​ເຮືອນ. ກ່ອນນີ້ ຄອບ​ຄົວ​ໃດ​ມີ​ ພາບ​ພຶ້ື້ນ​ເມືອງ ກີມ​ຮ່​ວາງ ລ້ວນ​ແຕ່​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ເຂົາ​ເຈົ້າ​ເຄີຍ​ອວຍ​ພອນ​ປີ​ໃຫມ່​ດ້ວຍ​ພາບ​ພື້ນ​ເມືອງ.

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ