ຟານຈາກແກ໋ງ - ຜູ້ເກັບຮັກສາປື້ມເກົ່າ


(vovworld)- ຕໍ່​ຫນ້າ​ບັນ​ດາ​ປະ​ເພດພາ​ຫະ​ນະ​ສື່ມວນ​ຊົນ​​ພວມພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ​ຄື​ປະ​ຈຸ​ບັນ, ແຕ່​ມີ​ບາງ​ຄົນ​​ຍັງ​ຄົງ​​ສຸດ​ຈິດ​ສຸດ​ໃຈກັບ​ການ​ເກັບ​ຮັກ​ສາ​ຫນັງ​ສື​ພິມ, ປື້ມ​ເກົ່າ. ສຳ​ລັບ​ເຂົາ​ເຈົ້າ​ແລ້ວ ວຽກ​ງານນີ້ ບໍ່​ພຽງ​ແຕ່​​​ແມ່ນຄວາມ​ເມົາ​ມົວ​​ເທົ່າ​ນັ້ນ ຫາກຍັງຢາກ​ຮັກ​ສາ​ບັນ​ດາ​ສິ່ງຍອດ​ຢ້ຽມ​ພູມ​ປັນ​ຍາ​ຂອງ​ຊາດ​​ໄວ້ອີກ​ດ້ວຍ ແລະ ທ່ານ ຟານ​ຈາກ​ແກ໋ງ ຊາວ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ​ກໍແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຜູ້​ເກັບ​ຮັກ​ສາ​ປື້ມ​ເກົ່າ​ດັ່ງ​ກ່າວ.

ຟານຈາກແກ໋ງ - ຜູ້ເກັບຮັກສາປື້ມເກົ່າ - ảnh 1
ທ່ານ ຟານ​ຈາກ​ແກ໋ງຜູ້ເກັບຮັກສາປື້ມເກົ່າ
ພາບ:internet

        ​ກົງ​ກັນ​ຂ້າມ​ກັບ​ບັນ​ຍາ​ກາດ​ການ​​ຊື້​ຂາຍອຶກ​ກະ​ທຶກ​ຄຶກ​ໂຄມ​ໃນ​ຖະ​ຫນົນ​ຫລາຍ​ສາຍຢູ່​ຮ່າ​ໂນ້ຍ, ເຮືອນ​ເລກ​ 5 ຖະ​ຫນົນ ບາດ​ດານ ໂດຍ​ທ່ານ ຟານ​ຈາກ​ແກ໋ງ ​ໄດ້ນຳ​ໃຊ້​​ເພື່ອເປັນ​ບ່ອນ​ເກັບ​ຮັກ​ສາ​ປື້ມ. ​​ເມື່ອເຂົ້າ​ໄປ​ໃນເຮືອນ, ທ່ານ​ຈະ​​ພົບ​ເຫັນ​ປື້ມ​​ໄດ້​ລຽນ​ກອງ​ກັນ​ຂຶ້ນ​ສູງກວ່າ​ຄົນ​.  ປື້​ມ​ເກົ່າ​ທີ່​ທ່ານ ແກ໋ງ ເກັບ​ຮັກ​ສາ​ແມ່ນ​ມີ​ຫລາຍ​ປະ​ເພດ, ບໍ່​ສາ​ມາດ​ນັບ​ ໄດ້ ພຽງ​ແຕ່​ໄລ່​ຕາມ​ນ້ຳ​ຫນັກ. ພາຍ​ຫລັງ​ກວ່າ 30 ປີ​ທີ່ສະ​ຫນິດ​ຕິດ​ພັນ​ກັບ​ວຽກ​ງານ​ເກັບ​ຮັກ​ສາ​ປື້ມ, ທ່ານ ແກ໋ງ​ສາ​ມາດ​​ຈື່​ລາຍ​ລະ​ອຽດ​ບັນ​ດາ​ປື້ມ​ທີ່​ມີ​ຄຸນ​ຄ່າ​ຜ່ານ​ແຕ່​ລະ​ໄລ​ຍະ. ພິ​ເສດ ໃນ​ສາງ​ປື້ມ​ທີ່​ລ້ຳ​ຄ່າ​ຂອງ​ຕົນ, ທ່ານ ແກ໋ງ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຊຸດ​ປື້ມກ່ຽວ​ກັບ ພູມ​ສາດ, ປະ​ຫວັດ​ສາດ ຫວຽດ​ນາມ ຈາກ​ແຂວງ ຮ່າ​ຢາງ ຕະ​ຫລອດ​ຮອດ ແຫລມ​ກາ​ເມົາ; ຊຸດ​ປື້ມ ກ່ຽວ​ກັບ 54 ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ຫວຽດ​ນາມ ແລະ ລາຍ​ງານສະ​ຖິ​ຕິປະ​ຈຳ​ປີ ຫວຽດ​ນາມ ແຕ່​ປີ 1953 ຮອດ​ປີ 2014.  ບໍ່​ພຽງ​ແຕ່​ເກັບ​ຮັກ​ສາ​ປື້ມ​ເທົ່າ​ນັ້ນ, ທ່ານ ແກ໋ງ ຍັງ​ເກັບ​ຮັກ​ສາ​ຫນັງ​ສື​ພິມ, ວາ​ລະ​ສານ ຫວຽດ​ນາມ​ຫລາຍ​ປະ​ເພດ​ອີກ​ດ້ວຍ. ​ສຳ​ລັບ​ທ່ານ​ແກ໋ງ​ແລ້ວ, ການ​ເກັບ​ຮັກ​ສາ​ປື້ມ​ເກົ່າ​ແມ່ນ​ຄວາມ​ເມົາ​ມົວ​ມາ​ແຕ່​ດົນ​ນານ​ແລ້ວ.

          “ເມື່ອ​ຂ້າ​ພະ​ເຈົ້າ​​ໄປ​ຊອກ​ຫາ​ປື້ມ​ເກົ່າຍາມ​ໃດ​ກໍ​ຄິດ​ຢູ່​ສະ​ເຫມີ​ວ່າ​ປື້ມ​ມີ​​ວິນ​ຍານ.  ​​ຕົນ​ເອງ​ມີຊຸດ​ປື້ມ​ມີ 3 ເຫລັ້ມ, ​ແຕ່​ຂາດ​ເຫລັ້ມ​ຫນຶ່ງ ​ຕ້ອງ​ໄປ​ຊອກ​ຊື້​ຢູ່​ຮ້ານ​ຂາຍ​ປື້ມ​ຕ່າງໆ​ຫລື​ຊອກ​ຊື້​ຈາກ​ຜູ້​ອ່ານ, ຜູ້​ທີ່ບໍ່ຕ້ອງ​ການ​ປື້ມນັ້ນ​ແລ້ວ ເຂົາ​ເຈົ້າ​ພັດ​ເອົາ​ມາ​ຂາຍ​ໃຫ້ ຂ້າ​ພະ​ເຈົ້າ. ແຕ່​ລະ​ມື້ ຂ້າ​ພະ​ເຈົ້າ​ຍາດ​ເວ​ລາ​ສ່ວນ​ຫລາຍ​ໃຫ້​ວຽກ​ງານ​ເກັບ​ຮັກ​ສາ​ປື້ມ​ເກົ່າ.”

        ໂດ​ຍ​ແມ່​ນ​ພາ​ລະ​ກອນ​ຂອງ​ຫໍ​ສະ​ໝຸດ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ, ທ່ານ​ຟານ​ຈາກ​ແກ໋ງ ມີ​ເວ​ລາ​ຫລາຍ​ເພື່ອ​ສຳ​ຜັດ​ກັບ​ປື້ມ ແລະ ມີ​ເງື່ອນ​ໄຂ​ເກັບ​ຮັກ​ສາ​ປື້ມ​ເກົ່າ​ແຕ່​ລະ​ຫົວ ຊື່ງ​ຜູ້​ອ່ານ​ບາງ​ເທື່ອບໍ່​ມີ​ຄວາມ​ຕ້ອງ​ການ​ອີກ ຫລື​ຊື້​ຈາກ​ຜູ້​ເກັບ​ອຸ​ປະ​ກອນ​ເສດ​ເຫລືອ. ກ່ອນນີ້ ຊື້​ປື້ມ​ເກົ່າບໍ່​ສຍ​ເງິນ​ຫລາຍ ແຕ່ວ່າ​ຕ້ອງ​ເສຍ​ເວ​ລາ​ໃນ​ການ​ຄັດ​ເລືອກ, ຊອກ​ໃຫ້​ຕົນ​ເ​ອງ​ປື້ມ​ທີ່​ມີ​ຄຸນ​ຄ່າ. ບັນ​ດາ​ຊຸດ​ປື້ມ​ຄື: ວາ​ລະ​ສານ​ນາມ​ຟອງ, ວາ​ລະ​ສານ ອິນ​ດູ​ຈີນ ທ່ານລ້ວນ​ແຕ່ຊື້​ດ້ວຍ​ລາ​ຄາ​ເໝາ​ະ​ສົມ. ທ່ານ​ນາງ ດາວ​ທິ​ໝາວ, ເມຍ​ຂອງ​ທ່ານ​ແກ໋ງ ເລົ່າ​ສູ່​ຟັງ​ວ່າ: ໄລ​ຍະ​ເກື້ອ​ກູນ, ການ​ກິນ​ການ​ຢູ່​ຍັງ​ຫຍຸ້ງ​ຍາກ​ລຳ​ບາກ​ຫລາຍ, ແຕ່​ທ່ານ​ນາງ ຍາມ​ໃດ​ກໍ​ສະ​ຫນັບ​ສະ​ຫນູນ​ຄວາມ​ເມົາ​ມົວ​ຂອງ​ຜົວ.

        “ຄອບ​ຄົວ​ຂ້າ​ພະ​ເຈົ້າ​ມີ​ລູກ​ຫລາຍ​ຄົນ, ຕົນ​ເອງຕ້ອງ​ເຮັດ​ອາ​ຊີບ​ເສີມ​ເພື່ອ​ຫາ​ເງິນ​ລ້​ຽງ​ລູກ​. ສ່ວນ​ທ່ານ​ແກ໋ງ​ ສຸມ​ໃສ່​ຄົ້ນ​ຄ້​ວາ, ເກັບ​ຮັກ​ສາ​ປື້ມ ​ສະ​ນັ້ນ ກໍ່​ບໍ່​ມີ​ເວ​ລາຊ່ວຍ​ເຫລືອ​ໃຫ້​ຄອບ​ຄົວ​ໄດ້​ປານ​ໃດ. ເງິນ​ເດືອນ​ຂອງ​ທ່ານ​ແກ໋ງ​ສ່ວນ​ຫລາຍ​ໄດ້​ນຳ​ໃຊ້​ເພື່ອ​ຊື້​ປື້ມ.”

        ທ່ານ​ແກ໋ງ ເວົ້າ​ວ່າ: ຊີ​ວິດ​ຂອງ​ທ່ານ​ໄດ້ແບ່ງ​ເປັນ 2 ​ໄລ​ຍະ, ​​ໄລ​ຍະ​ຫນຶ່ງ​ແມ່ນ​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​​ຮັບ​ໃຊ້​ລັດ, ​ສັງ​ຄົມ. ​ໄລ​ຍະ​2 ແມ່ນ​ເວ​ລາ​ອ​ອ​ກ​ກິນ​ເບ້ຍ​ບຳ​ນານ ທ່ານ​ສືບ​ຕໍ່​​ວຽກ​ງານ​ເກັບ​ຮັກ​ສາ​ປື້ມ​ເກົ່າ ດ້ວຍ​ຄວາມ​ປາດ​ຖະ​ຫນາ​ຢາກ​ຊ່ວຍ​ເຫລືອ​ນັກ​ສຶກ​ສາ ແລະ ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ມີ​ບ່ອນ​ຊອກ​ຫາ​ເອ​ກະ​ສານ. ທ່ານ​ແກ໋ງ ກໍ​​ມີ​ຄວາມພຶງ​ພໍ​ໃຈ​ເພື່ອ​ຕັ້ງ​​ຮ້ານ​​ຂາຍປື້ມ ດ້ວຍ​ລະ​ບົບ​ເອ​ກະ​ສານ​ລະ​ດັບ​ສາ​ກົນ. ມີ​ນັກ​ຄົ້ນ​ຄ້​ວາ​ມາ​ຈາກ​ຕ່າງ​ປະ​ເທດ​ຫລາຍ​ຄົນ​ໄດ້​ຊອກ​ຫາ​ຮ້ານ​ຂາຍ​ປື້ມ​ຂອງ​ທ່ານ​ແກ໋ງ ​ເພື່ອ​ຊອກ​ຫາ​ເອ​ກະ​ສານ​ກ່ຽວ​ກັບ​ນະ​ຄ​ອນ​ຫລວງ ຮ່າ​ໂນ້ຍ, ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ. ມີ​ຜູ້​ອ່ານ​ຄົນ​ຫນຶ່ງ​ໄດ້​ຂຽນ​ຈົດ​ໝາຍ​ຝາກ​ມາ​ໃຫ້​ທ່ານແກ໋ງ ໂດຍ​ເອີ້ນ​ທ່ານ​ວ່າ: “ຜູ້​ຈົ່​ງ​ຮັກ​ພັກ​ດີ​ຂອງ​ອະ​ດີດ​ຕະ​ການ, ຂອງ​ຍຸກ​ປະ​ຈຸ​ບັນ ແລະ ອະ​ນາ​ຄົດ”. ມີ​ນັກ​ໂທດ​ຜູ້​ຫ​ນຶ່ງ​ໄດ້​ສົ່ງ​ຈົດ​ໝາຍ​ ຢາກ​ຂໍ​ປື້ມ​ຈາກ​ທ່ານ ເພື່ອ​ຝືກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ​ກາຍ​ເປັນ​ຄົນ​ດີ ແລະ ຢາກ​ເຮັດ​ສິ່ງ​ໃດ​ຫນຶ່ງ​ທີ່​ມີ​ປະ​ໂຫຍດ​ຕໍ່​ຕົນ​ເອງ ແລະ ໝູ່​ເພື່ອນ​ພວມ​ປະ​ຕິ​ບັດ​ໂທດ. ສອງ​ຜົວ​ເມຍ​ທ່ານ​ໄດ້​​ຊອກ​ບັນ​ດາ​ປື້ມ​ມີ​ຫົວ​ຂໍ້​ວ່າ: “ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ”, “ເຈດ​ຈຳ​ນົງ​ໃນ​ຊີ​ວິດ”, … ເພ​ື່ອ​ສົ່ງ​ໃຫ້​ຊາວ​ຫນຸ່ມ​ຜູ້​ທີ່​​​ພວມ​ຢູ່​ໃນ​ຄ້າຍ​ຄຸ້ມ​ຂັງ ດ້ວຍ​ຄວາມ​ຫວັງ​ວ່າ ນັກ​ໂທດ​ຜູ້​ນີ້​ຈະ​ຊອກ​ໄດ້​ຄວາມ​ໝາຍ​ໃຫ້​ແກ່​ຊີ​ວິດ. ສ່ວນ ທ່ານ ເລ​ສີ​ຕື, ຜູ້​ທີ່​ເຄີຍ​​ມາ​ຮ້ານ​​ຂາຍປື້ມນີ້ໃຫ້​ຮູ້​ວ່າ:  ຈາກ​​ຮ້ານ​ປື້ມນີ້, ທ່ານ​ມີ​ຄວາມ​ເມົາ​ມົວ​ກັບ​ວັນ​ນະ​ຄະ​ດີ ແລະ ກາຍ​ເປັນ​ອາ​ຈານ​ສອນ​ວັນ​ນະ​ຄະ​ດີ.

        “ໄລ​ຍະ​ພວກ​ຂ້າ​ພະ​ເຈົ້າ​ໄປ​ໂຮງ​ຮຽນ ປື້ມບໍ່​ມີ​ຫລາຍ, ຢາກ​ຊອກ​ປື້ມ​ຫົວ​ຫນຶ່ງ​ຕ້ອງ​ເຂົ້າ​ຫໍ​ສະ​ໝຸດ ແລະ ຕ້ອງ​ເຮັດ​ລະ​ບຽບ​​ການ. ໃນ​ຄາວນັ້ນ ຮ່າ​ໂນ້ຍ ມີ​ຮ້ານ​ຂາຍປື້ຶ້ມ​​ຫນຶ່ງດຽວ ນັ້​ນ​ແມ່ນ ຮ້ານ​​ຂາຍປື້ມ ຮ່າ​ໂນ້ຍ -ໄຊ​ງ່ອນ​ຢູ່​ຖະ​ຫນົນ ຈ່າງ​ທີ. ຢາກ​ມາ​ຊື້​ຢູ່​ຮ້ານນີ້​ຕ້ອງ​ມີ​ເງິນ. ສະ​ນັ້ນ ຂ້າ​ພະ​ເຈົ້າ​ຊອກ​ມາ​ຮ້ານ​​ຂາຍປື້ມ​ຂອງ​ທ່ານ​ແກ໋ງ​ເພື່ອ​ອ່ານ, ຊ້ຳ​ບໍ່​ໜຳ​​ຍັງໄດ້​ຢືມ​ເມືອ​ເຮືອນ​ໂດຍບໍ່​ຕ້ອງ​ເສຍ​ເງິນ. ທ່ານ​ແກ໋ງ ຮູ້​ວ່າ ແມ່ນ​ນັກ​ສຶກ​ສາ, ນັກ​ຮຽນ​ທຸກ​ຍາກ ສະ​ນັ້ນ ​ຈຶ່ງບໍ່​ເກັບ​ເງິນ.”

        ສາດ​ສະ​ດາ​ຈານ Takao ຊາວ​ຍີ່​ປຸ່ນ, ຜູ້​ເຄີຍ​ມາ​ຊອກ​ປື້ມ​ຢູ່​ຮ້ານຂາຍ​ປື້ມ​ຂອງ​ທ່ານ ແກ໋ງ ໄດ້​ກາຍ​ເປັນ​ເພື່ອນ​ສະ​ຫນິດ​ສະ​ຫນົມ​ຂອງ​ທ່ານ ຟານ​ຈາກ​ແກ໋ງ ທ່ານ Takao ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈວ່າ: “ທ່ານ ບໍ່​ມີ​ສິດ​ອອກ​ກິນ​ເບ້ຍ​ບຳ​ນານ ເພາະ​ພວກ​ຂ້າ​ພະ​ເຈົ້າ​​ຍັງຕ້ອງ​ການ​ທ່ານ​ທີ່​ສຸດ”. ນັ້ນ​ແມ່ນ​ສາຍ​ເຫດ​ພາ​ໃຫ້​ຜູ້​ມີ​ອາ​ຍຸ​​ສູງ​ຄື​ທ່ານແກ໋ງ​ຍັງ​ຄົງ​ສຸດ​ຈິດ​ສຸດ​ໃຈ, ເມົາ​ມົວ​ກັບ​ການ​ເກັບ​ຮັກ​ສາ​ປື້ມ​ເກົ່າ, ຮຽບ​ຮຽງ​ເປັນ​ຊຸດ​ປື້ມ​ຕາມ​ແຕ່​ລະ​ຫົວ​ເລື່ອງ ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ວ່າ: ປື້ມ​ຍາມ​ໃດ​ກໍ​ມີ​ປະ​ໂຫຍດ​ຕໍ່​ຊີ​ວິດ.



ຕອບກັບ

ຂ່າວ/ບົດ​ອື່ນ