ລາຍການ “ວິນຍານເຂດບ້ານນາຫວຽດນາມ” ນຳເອົາດົນຕີພື້ນເມືອງຫວຽດນາມມາໃຫ້ຜູ້ຊົມ

(VOVWORLD) -ຫວ່າງແລ້ວນີ້, ຢູ່ໂຮງລະຄອນ ຮົ່ງຮ່າ, ຮ່າໂນ້ຍ, ສູນຄົ້ນຄ້ວາຫໍພິພິທະພັນ ແລະ ເສີມຂະຫຍາຍ ດົນຕີຊົນຊາດໄດ້ຈັດລາຍການສະແດງສິລະປະ “ວິນຍານເຂດບ້ານນາ ຫວຽດນາມ“. 

  ລາຍການນີ້ເພື່ອແນໃສ່ຮັບໃຊ້ນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາຢ້ຽມຢາມນະຄອນຫຼວງ. ບົດຂຽນ  “ລາຍການ “ວີນຍານເຂດບ້ານນາຫວຽດນາມ“ ນຳເອົາດົນຕີພື້ນເມືອງຫວຽດນາມມາໃຫ້ຜູ້ຊົມ“ ຂອງ ບູ່ຍຮັ່ງນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.

ລາຍການ “ວິນຍານເຂດບ້ານນາຫວຽດນາມ” ນຳເອົາດົນຕີພື້ນເມືອງຫວຽດນາມມາໃຫ້ຜູ້ຊົມ - ảnh 1 ອະລຸນໃໝ່

ທ່ີທ່ານຫາກໍ່ຮັບຟັງຜ່ານໄປແລ້ວນັ້ນແມ່ນບັນດານ້ຳສຽງໃນລາຍການ “ວິນຍານເຂດບ້ານນາ ຫວຽດນາມ“, ເຊິ່ງແມ່ນລາຍການສະແດງດົນຕີພື້ນເມືອງ, ແຫ່ງທີ່ຜູ້ຊົມມີໂອກາດໄດ້ພົບປະກັບບັນດານັກສິລະປະ, ສິລະປະກອນທີ່ມີຄວາມເກັ່ງກ້າສາມາດຂອງ ຫວຽດນາມ, ເຂົາເຈົ້າເຄີຍໄດ້ໄປສະແດງຢູ່ festival ດົນຕີສາກົນຫຼາຍຄັ້ງແລ້ວ. ເຄື່ອງດົນຕີພື້ນເມືອງທີ່ເຂົາເຈົ້າເຄີຍໃຊ້ມີຫຼາຍປະເພດເຊັ່ນ: ພິນສາຍດຽວ, ສີຊໍ, ພິນ 16 ສາຍ, ພິນ 36 ສາຍ, ປີ່, ຂຸ່ຍ, ກອງ ແລະ ເຄື່ອງດົນຕີທີ່ເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ, ໄມ້ທີ່ເປັນເອກະລັກສະເພາະເກືອບ 20 ປະເພດ. ພິເສດແມ່ນບັນດາເຄື່ອງໃຊ້ໃນຊີວິດປະຈຳຄື: ໝໍ້,  ຟອຍກວາດກໍ່ປະກົດໃນ “ວິນຍານເຂດບ້ານນາ ຫວຽດນາມ“ ຄືດັ່ງເຄື່ອງດົນຕີປະເພດໜຶ່ງ. ນັກປະພັນດົນຕີ ມາຍຕວຽດຮວາ, ຜູ້ອຳນວຍການສູນຄົ້ນຄ້ວາອະນຸລັກຮັກສາ ແລະ ເສີມຂະຫຍາຍດົນຕີພື້ນເມືອງ ໃຫ້ຮູ້ວ່າ

 “ພວກຂ້າພະເຈົ້າປະຕິບັດລາຍການນີ້ດ້ວຍຄວາມປາຖະໜາຢາກນຳເອົາຄຸນຄ່າທີ່ເປັນມູນເຊື້ອຂອງດົນຕີ ຫວຽດນາມເຖິງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ໃນລາຍການດົນຕີ ພື້ນເມືອງ “ວິນຍານເຂດບ້ານນາ ຫວຽດນາມ“, ພວກຂ້າພະເຈົ້າໄດ້ສ້າງບັນຍາກາດເຂດບ້ານນາທາງພາກເໜືອ ດ້ວຍບັນດາເຄື່ອງດົນຕີ, ການອອກແບບ, ການຈັດວາງເວທີສະແດງ, ສຽງປະກອບ ແລະ ແສງສີ“.

ລາຍການ “ວິນຍານເຂດບ້ານນາຫວຽດນາມ” ນຳເອົາດົນຕີພື້ນເມືອງຫວຽດນາມມາໃຫ້ຜູ້ຊົມ - ảnh 2ງານບຸນໝູ່ບ້ານ 

“ວິນຍານເຂດບ້ານນາ ຫວຽດນາມ“ ແມ່ນເລື່ອງລາວດົນຕີທີ່ສົມບູນ ເຊິ່ງໄດ້ຮັບການເຊື່ອມຕໍ່ກັນຜ່ານ 7 ພາກ: ອະລຸນໃໝ່, ຕະຫຼາດເຂດບ້ານນາ, ຍາມເກັບກ່ຽວ, ຍາມສວາຍ, ອາຊີບຫັດຖະກຳ, ນາງສາວສະຜົມ, ງານບຸນໝູ່ບ້ານ. ລາຍການສະແດງໃຫ້ເຫັນຊີວິດການເປັນຢູ່, ການອອກແຮງງານ, ການດຳເນີນຊີວິດທາງດ້ານວັດທະນະທຳ, ການເຫຼື້ອມໄສເຊື່ອຖືຂອງປະຊາຊົນຢູ່ເຂດທົ່ງພຽງທາງພາກເໜືອ ຫວຽດນາມໃນຕະຫຼອດວັນ ນັບແຕ່ຍາມຮຸ່ງເຊົ້າຕະຫຼອດຮອດຍາມກາງຄືນ. ນັກປະພັນດົນຕີ ມາຍຕວຽດຮວາ ໃຫ້ຮູ້ຕື່ມອີກວ່າ:

  ຜ່ານ 7 ພາກນັ້ນ, ຜູ້ຊົມຈະເຫັນໄດ້ສິ່ງທຳມະດາລຽບງ່າຍທີ່ສຸດຂອງປະຊາຊົນເຂດບ້ານນາທາງພາກເໜືອ ຫວຽດນາມ. ໃນໂຮງລະຄອນ ຮົ່ງຮ່າ, ດ້ວຍເວລາສະແດງພຽງ 50 ນາທີເທົ່ານັ້ນ, ແຕ່ພວກຂ້າພະເຈົ້າພັດຢາກແນະນຳຜະລິດຕະພັນດ້ານວັດທະນະທຳເຖິງນັກທ່ອງທ່ຽວເມື່ອເຂົາເຈົ້າມາຢ້ຽມຢາມ ຮ່າໂນ້ຍ“.

ລາຍການ “ວິນຍານເຂດບ້ານນາຫວຽດນາມ” ນຳເອົາດົນຕີພື້ນເມືອງຫວຽດນາມມາໃຫ້ຜູ້ຊົມ - ảnh 3 ຍາມເກັບກ່ຽວ

ລາຍການໄດ້ນຳໃຊ້ທັງ 4 ຮູບການດົນຕີພື້ນເມືອງຢ່າງຄ່ອງແຄ້ວຄື: ຂັບເຈົ່າວັນບູຊາເຈົ້າແມ່ ແລະ ຂັບກວານຫໍ້. ຜ່ານສິລະປະດົນຕີ, ສົມທົບກັບການສະແດງເວທີ ດ້ວຍກິລິຍາທ່າທາງຊື່ຕົງ, ໃກ້ຊິດຕິດແທດກັບທຳມະຊາດ, ລາຍການສະແດງໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ. ນັກປະພັນດົນຕີ ມາຍຕວຽດຮວາ, ແບ່ງປັນວ່າ

          “ວິນຍານເຂດບ້ານນາ ຫວຽດນາມ“ ແມ່ນລາຍການສັງລວມ, ບໍ່ພຽງແຕ່ມີການສະແດງດົນຕີທຳມະດາເທົ່ານັ້ນ, ຫາກຍັງມີບັນດາເຄື່ອງດົນຕີສຳຮອງຄືແສງສີ, ຜ້າກັ້ງ…ພວກຂ້າພະເຈົ້າຕ້ອງອອກແບບ, ແຕ້ມຜ້າກັ້ງດ້ວຍມືເພື່ອສ້າງຄວາມປ່ຽນໃໝ່ໃນການສຳຜັດດ້ວຍຕາໃຫ້ແກ່ຜູ້ຊົມ; ຊຳ້ບໍ່ໜຳພວກຂ້າພະເຈົ້າຍັງມີສຽງປະກອບທີ່ເຄີຍມີຢູ່ເຂດຊົນນະບົດຄື: ສຽງແມງໄມ້, ສຽງນົກຮ້ອງ, ສຽງນ້ຳໄຫຼ… ນັ້ນແມ່ນຈຸດທີ່ເປັນເອກະລັກສະເພາະເຊິ່ງໄດ້ພາໃຫ້ຜູ້ຊົມຮູ້ສຶກຄືວ່າຕົນເອງພວມກັບຄືນໄລຍະຍັງເປັນເດັກນ້ອຍ.ພິເສດແມ່ນບັນດາຜູ້ທີ່ໄດ້ຍ້າຍໄປຈາກບ້ານເກີດເມືອງນອນ“.

ລາຍການ “ວິນຍານເຂດບ້ານນາຫວຽດນາມ” ນຳເອົາດົນຕີພື້ນເມືອງຫວຽດນາມມາໃຫ້ຜູ້ຊົມ - ảnh 4 ຍາມສວາຍ

            “ວິນຍານເຂດບ້ານນາ ຫວຽດນາມ“ ແມ່ນໝາກຜົນແຫ່ງການອອກແຮງງານດ້ານສິລະປະຂອງບັນດານັກສິລະປິນ,  ນັກສິລະປະກອນ, ນັກຄົ້ນຄ້ວາດົນຕີພື້ນເມືອງ ຫວຽດນາມ, ດ້ວຍຄວາມຫວັງຢາກນຳເອົາສິ່ງທີ່ມ່ວນ ແລະ ດີງາມຂອງວັດທະນະທຳພື້ນເມືອງມາໃຫ້ຜູ້ຊົມ. ນັກສິລະປະຕີກອງ ຟ້າມດິ່ງຢຸງ, ຢູ່ໂຮງລະຄອນຕຸກກະຕາ ທັງລອງ, ໃຫ້ຮູ້ວ່າ:

       “ແນວຄວາມຄິດຂອງກຸ່ມແມ່ນຈັດລາຍການດົນຕີພື້ນເມືອງເພື່ອໂຄສະນາເຖິງນັກທ່ອງທ່ຽວກໍ່ຄືຜູ້ຊົມພາຍໃນປະເທດ ກ່ຽວກັບດົນຕີໃນເຂດທົ່ງພຽງ. ນັບແຕ່ນີ້, ລາຍການຈະເພີ່ມທັງດ້ານເນື້ອໃນ, ພາຫະນະອຸປະກອນເພື່ອຮັບໃຊ້ຜູ້ຊົມໃຫ້ດີກວ່າອີກ“.

            ເຂົ້າຮ່ວມລາຍການ, ນັກສິລະປະພິນສາຍດຽວ ຟ້າມຈາງ, ຢູ່ໂຮງຮຽນເວທີສະແດງຮູບເງົາ, ແບ່ງປັນວ່າ:

           “ວິນຍານເຂດບ້ານນາແມ່ນລາຍການດົນຕີພື້ນເມືອງຂອງ ຫວຽດນາມ. ສຳລັບຂ້າພະເຈົ້າແລ້ວ, ນີ້ແມ່ນລາຍການທີ່ອຸດົມສົມບຸນເຊິ່ງຂ້າພະເຈົ້າມີຄວາມນິຍົມຊົມຊອບທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ເມື່ອເຂົ້າຮ່ວມລາຍການ, ຂ້າພະເຈົ້າກໍ່ສາມາດຮຳ່ຮຽນເອົາບັນດາບົດຮຽນອັນລ້ຳຄ່າກ່ຽວກັບການສະແດງດົນຕີພື້ນເມືອງຈາກພວກອ້າຍເອື້ອຍນ້ອງສິນລະປິນ“.

ລາຍການ “ວິນຍານເຂດບ້ານນາຫວຽດນາມ“ ໃນວັນທີ 15/9 ຜ່ານມາໄດ້ຮັບຄວາມຍ້ອງຍໍຈາກຜູ້ຊົມ. ພິເສດ, ຜູ້ຕາງໜ້າບັນດາບໍລິສັດທ່ອງທ່ຽວມີຄວາມນິຍົມທີ່ສຸດ ເພາະວ່ານີ້ແມ່ນລາຍການດົນຕີທີ່ເຂັ້ນຂຸ້ນໄປດ້ວຍສີສັນພື້ນເມືອງ ຫວຽດນາມ ເພື່ອສາມາດແນະນຳເຖິງນັກທ່ອງທ່ຽວທີ່ມາຈາກປະເທດຕ່າງໆໃນໂລກ. ເອື້ອຍ ຮ່ວາງທິມາຍເຮືອງ, ບໍລິສັດທ່ອງທ່ຽວ 365 Travel, ໃຫ້ຮູ້ວ່າ:

 “ຂ້າພະເຈົ້າໄດ້ຊົມລາຍການສະແດງ “ວິນຍານເຂດບ້ານນາ ຫວຽດນາມ“ ແລະເຫັນວ່ານີ້ແມ່ນລາຍການສະແດງທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບນັກທ່ອງທ່ຽວ. ແມ່ນຜະລິດຕະພັນດົນຕີພື້ນເມືອງທີ່ບັນດານັກສິລະປິນໄດ້ສຸມຈິດສຸມໃຈທີ່ສຸດ. ດ້ວຍບັນດາເຄື່ອງດົນຕີທີ່ຜະລິດຈາກໄມ້ໄຜ່ໄມ້ເຮ້ຍນັ້ນ, ແຕ່ມັນໄດ້ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ຜູ້ຊົມ. ນີ້ແມ່ນລາຍການທີ່ນັກທ່ອງທ່ຽວຈະເລືອກເຟັ້ນເມື່ອມາຢ້ຽມຢາມ ຮ່າໂນ້ຍ“

ລາຍການ “ວິນຍານເຂດບ້ານນາຫວຽດນາມ“ ສະແດງໃນເວລາ 50 ນາທີ ແລະ ຖືກຈັດຕັ້ງໃນວັນອັງຄານ, ວັນສຸກ ແລະ ວັນເສົາ, ເວລາ 18 ໂມງ 15 ນາທີ, ເລີ່ມແຕ່ເດືອນຕຸລາ 2017 ຢູ່ໂຮງລະຄອນ ຮົ່ງຮາ, ຮ່າໂນ້ຍ. ເມື່ອຊົມລາຍການ “ວິນຍານເຂດບ້ານນາຫວຽດນາມ“, ນັກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າບັນຍາກາດສິລະປະ, ຮັບຮູ້ໄດ້ຄວາມງາມດ້ານວິນຍານ, ອາລົມຈິດຂອງຊາວ ຫວຽດນາມ ໃນເຂດທົ່ງພຽງພາກເໜືອຂອງ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ