“ລາຍການສະແດງດົນຕີພື້ນເມືອງຢູ່ຄຸ້ມຖະຫນົນເກົ່າ”- ເພື່ອການຮັກສານ້ຳສຽງຈາກອະດີດຕະການ


(vovworld)- ມີບໍ່​ເທົ່າ​ໃດ​ຄົນ​ທີ່​ຮູ້​​ວ່າ ຢູ່ ຖະ​ຫນົນ​ ດາວ​ຢູຍ​ຕື ຕັ້ງ​ຢູ່​ໃຈ​ກາງ​ຄຸ້ມ​ຖະ​ຫນົນ​ເກົ່າ ຮ່າ​ໂນ້ຍ ເຄີຍ​ແມ່ນ​ຖະ​ຫນົນ​ທີ່​ຄັບ​ຄາ​ຫນາ​ແຫນ້ນ ດ້ວຍ​ການ​ເຄື່ອ​ນ​ໄຫວ​ລະ​ຫລິ້ນ​ບັນ​ເທິງ​ສະ​ຫງວນ​ໃຫ້​ແກ່​ໄວ​ຫນຸ່ມ​ໃນ​ຍາມ​ຄ່ຳ​ຄືນນັ້ນ ແຕ່​ຍັງແມ່ນສະ​ຖານ​ທີ່​ສະ​ແດ​ງ​ລາຍ​ການ​ດົນ​ຕີ​ພື້ນ​ເມືອງ​ທີ່​ດູດ​​ດື່ມ ດ້ວຍ​ການ​ຂັບ​ກາ​ຈູ, ຂັບ​ເສີມ, ຂັບ​ແຈ່ວ, ຂັບ​ຕ່ວງ.. ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ເດືອນ 5/2015, ລາຍ​ການ​ສະ​ແດງດົ​ນ​ຕີ​ພື້ນ​ເມືອງຢູ່​ຄຸ້​ມ​ຖະ​ຫນົນ​ເກົ່າ ຮ່າ​ໂນ້ຍ ​ຖືກຈັດ​ຂຶ້ນ ເດືອນ​ລະ​ເທື່ອ ດ້ວຍ​ຈຸດ​ປະ​ສົງ​​ຢາກ​ແນະ​ນຳ​​​ ໂດຍ​ສັງ​ເຂບ​ໃຫ້​ຜູ້​ຊົມກ່ຽວ​ກັບ​ດົນ​ຕີ​ພື້ນ​ເມືອງ​ໃນ​ເມື່ອ​ກ່ອນ​ຂອງ​ເຂດ​ດິນ​ທັງ​ລອງ - ຮ່າ​ໂນ້ຍ ກໍ​ຄື​ປະ​ກອບ​ສ່ວນ​​ເຂົ້າໃນ​ການຮັກ​ສາ ແລະ ໂຄ​ສະ​ນາ​ຄຸນ​ຄ່າ​ຂອງ​ດົນ​ຕີ​ພື້ນ​ເມືອງ​ຫວຽດ​ນາມ.

“ລາຍການສະແດງດົນຕີພື້ນເມືອງຢູ່ຄຸ້ມຖະຫນົນເກົ່າ”- ເພື່ອການຮັກສານ້ຳສຽງຈາກອະດີດຕະການ - ảnh 1
ບັນ​ດາ​ນັກ​ສິ​ລະ​ປິນ​ສະ​ແດງ​ສິ​ລະ​ປະ​ພື້ນ​ເມືອງ
ພາບ:vov

        ​ແຕ່ 20 ໂມງ 30 ນາ​ທີ ຂອງ​ວັນ​ເສົາປະ​ຈຳ​ອາ​ທິດ, ​ບັນ​ຍາ​ກາດຢູ່ສູນ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຄຸ້ມ​ຖະ​ຫນົນ​ເກົ່າ​ທີ່​ເຮືອນ​ເລກ​ທີ 50 ​ຖະ​ໜົນດາວ​ຢູຍ​ຕ​ື, ຮ່າ​ໂນ້ຍ  ​ແມ່ນ​ຟົດ​ຟື້ນ​ທີ່​ສຸດ ດ້ວຍສຽງກອງ, ສຽງ​ຄ້ອງ​ດັ່ງ​ກ້ອງ​ກັງ​ວານ​ໄປ ໄດ້ເຮັດ​ໃຫ້​ຜູ້​ຊົມ​​ຫລົງ​ລືມ​ຄວາມ​​ອຶ​ກ​ກະ​ທຶກ​ຄຶກ​ໂຄມ​​ໃນບັນ​ດາ​ຖະ​ຫນົນ​ຍ່າງ. ໃນ​ຫ້ອງ​ຫນຶ່ງ​ເຮັດ​ດ້ວຍ​ໄມ້ ມີ​ເນື້ອ​ທີ່​ປະ​ມານ 80 ຕາ​ແມັດ ຢູ່​ຊັ້ນ 3, ມ​ີ​ແຂກເຂົ້າ​ມາ​ຊົມກວ່າ 100 ຄົນ​ພວມ​ເຈືອ​ຈານ​ເຂົ້າ​ກັບ​ບັນ​ຍາ​ກາດ​ໃຫມ່. ​ເວ​ທີ​ສະ​ແດງບໍ່​ໃຫຍ່​​ ແລະ​ ບໍ່ທັນ​ສະ​ໄຫມ​ຄື​ດັ່ງ​ຢູ່​ໂຮງ​ລະ​ຄອນອື່​ນ​ທີ່​ປະ​ດັບ​ປະ​ດາ​ດ້ວຍ​ໄຟ​ແສງ​ສີ​ຢ່າງ​ຫລວງ​ຫລາຍ. ຢູ່​ທີ່ເວ​ທີ​ສະ​ແດງ​ນີ້ພຽງແຕ່ປູ​ສາດ​ສອງ​ສາມ​ຜືນ ແລະ​ໄຟ​ແສງ​ສີ​​ປະ​ດັບ​ປະ​ດາກໍ່​ບໍ່​ທັນ​ສະ​ໄຫມ​ປານ​ໃດ. ອ້າຍ John Diamond, ນັກ​ທຸ​ລະ​ກິດ ມາ​ຈາກສະ​ວິດ ພວມ​ເຮັດ​ວຽກ​ຢູ່ ຮ່າ​ໂນ້ຍ ແມ່ນ​ຜູ້​ນິ​ຍົມ​ດົນ​ຕີ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ ພວ​ມ​ຕັ້ງ​ໃຈ​ຊົມ​ລາຍ​ການ​ສິ​ລະ​ປະ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເຖິງ​ລາຍ​ການນີ້​ຜ່ານ​ການ​ແນະ​ນຳ​ຂອງ​ເພື່ອນ​ຜູ້​ຫນຶ່ງ. ນີ້​ເປັນ​ຄັ້ງ​ທີ 3 ​ທີ່ຂ້າ​ພະ​ເຈົ້າ​ມານີ້. ຂ້າ​ພະ​ເຈົ້າ​ນິ​ຍົມ​ຊົມ​ຊອບ​ລາຍ​ການສິ​ລະ​ປະນີ້​ທີ່​ສຸດ ຍ້ອນ​ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງນີ້​ແມ່ນເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ. ເຖິງວ່າ ຂ້າ​ພະ​ເຈົ້າ​ບໍ່​ເຂົ້າ​ໃຈ​ເນື້ອ​ໃນ​ຂອງເພງ​ກໍ​ຕາມ ແຕ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ດາ​ເຄື່ອງ​ດົນ​ຕີ ແລະ ທຳ​ນອງ​ເພງ”

               ​ເຖິງວ່າບໍ່​ມີ micro, ເຄື່ອງ​ດົນ​ຕີ​ກໍ່​ບໍ່ທັນ​ສະ​ໄຫມ​ຄື​ຢູ່​ເວ​ທີ​ສະ​ແດງ​​ໃນ​ໂຮ​ງ​ລະ​ຄອນອື່ນ​ກໍ​ຕາມ, ​ແຕ່ນັກ​ສິ​ລະ​ປິນ​ດີ​ເດັ່ນ ດ​ວານ​ແທງ​ບີງ ​ພວມນັ່ງ​ເທິງ​ສາດ ​ພວມ​ຂັບ​ກາ​ຈູ​ດ້ວຍ​ສຽງ​ທີ່​ອ່ອນ​ຫວານນີ້ມນວນ ປະ​ສານ​​ພ້ອມ​ກັບສຽງ​ດົນ​ຕີ​ພື້ນ​ເມືອງ​ຫລາຍ​ປະ​ເພດ ​ອັນ ໄດ້​ເຮັດ​ໃຫ້​ຜູ້​ຊົມ​ຄື​ດັ່ງ​ໄດ້​ກັບ​ຄືນ​ຮັບ​ຟັງ​​ສຽງ​ດົນ​ຕີ​ພື້ນ​ເມືອງ​ກ່ອນນີ້​ນັບ​ຮ້ອຍ​ປີ.

        “ເວ​ທີ​ສະ​ແດງນີ້​ແມ່ນ​ດີ​ທີ່​ສຸດ​ສຳ​ລັບ​ຜູ້​ເສບ​ດົນ​ຕີ​ພື້ນ​ເມືອງ​ຄື​ພວກ​ຂ້າ​ພະ​ເຈົ້າ ແລະ ເໝາະ​ສົມ​ກັບ​ລາຍ​ການ​ສິ​ລະ​ປະ​ຂັບ​ກາ​ຈູ, ຂັບ​ຕວ່າງ, ຂັບ​ເຈົາ​ວັນ, ຂັບ​ເສີມ. ບໍ່​ຈັບ micoro, ພວກ​ຂ້າ​ພະ​ເຈົ້າ​ຮ້ອງ​ເພງ​ໂດຍ​ກົງ ດ້ວຍນ້ຳ​ສຽງ​ຂອງ​ຕົນ ບໍ່​ຕ້ອງ​ນຳ​ໃຊ້​ອຸ​ປະ​ກອນ​ໃດ.”

“ລາຍການສະແດງດົນຕີພື້ນເມືອງຢູ່ຄຸ້ມຖະຫນົນເກົ່າ”- ເພື່ອການຮັກສານ້ຳສຽງຈາກອະດີດຕະການ - ảnh 2
​ລາຍ​ການຂັບ​ເຈົາ​ວັນ

ບໍ່​ພຽງ​ແຕ່ແມ​່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ​ບັນ​ດາ​ນັກ​ສິ​ລະ​ປິນ​ດີ​ເດັ່ນ​ເທົ່າ​ນັ້ນ, “ລາຍ​ການສ​ະ​ແດງ​ດົນ​ຕີ​​ພື້ນ​ເມືອງຢູ່​ຄຸ້ມ​ຖະ​ຫນົນ​ເກົ່າ” ຍັງ​ແມ່ນ​​ສະ​ຖານ​ທີ່ເພື່ອ​ໃຫ້​ລຸ້ນ​ຫນຸ່ມ​ຄື​ນັກ​ສິ​ລະ​ປິນ​ດີ​ເດັ່ນ ບີກ​ລຽນ ມີ​ຄວາມ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ​ກັບ​ສາ​ທາ​ລະ​ນະ​ຊົນ​ກວ່າ. ລາຍ​ການ​ຂັບ​ເຈົາ​ວັນ​ໂດຍ​ນັກ​ສິ​ລ​ະ​ປິນ ບີກ​ລຽນ​ ສະ​ແດງ ເຮັດ​ໃຫ້​ບັນ​ຍາ​ກາດ​ຢູ່​ທີ່ນີ້ຟົດ​ຟື້ນ​ມ່ວນ​ຊື່ນຫຼາຍ​ຂຶ້ນ. ຜູ້​ຊົມ​ນັບ​ທັງ​ຜູ້​ເຖົ້າ​ຜູ້ແກ່ ໄວ​ຫນຸ່ມ ​ລ້ວນ​ແຕ່ຕົບ​ມື​ຊົມ​ເຊີຍ​ຕາມ​ຈັງ​ຫວະ​ສຽງ​ດົນ​ຕີ.

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ໂຊກ​ດີ​ເມື່ອ​ໄດ້​ເຂົ້າ​ຮ່ວມ​​ລາຍ​ການ​ ສະ​ແດງສິ​ລ​ະ​ປະ​ກັບ​ນັກ​ສິ​ລະ​ປິນ​ລຸ້ນກ​ອ່ນ. ເມື່ອມານີ້ ຂ້າ​ພະ​ເຈົ້າ​ໄດ້​ຮ່ຳ​ຮຽນ​ຕື່ມ​ອີກ​ກ່ຽວ​ກັບ​ວິ​ທ​ີ​ການ​ສະ​ແດງ, ​ເຕັກ​ນິກການ​ຂັບ​ແຈ່ວ, ຂັບ​ເສີມ. ພິ​ເສດ​ໄດ້​ຮັບ​ການ​ຊົມ​ເຊີຍ​ ລະ​ດົມ​ກຳ​ລັງ​ໃຈຈາກ​ຜູ້​ຊົມ, ຂ້າ​ພະ​ເຈົ້າ​ເຫັນ​ວ່າຕົນ​ເອງ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຫລາຍກວ່າ​ອີກ.”

        ໃນ​ເວ​ລາກວ່າ​ຫນຶ່ງ​ຊົ່ວ​ໂມງ, ​ດ້ວຍ​ສຽງ​ດົນ​ຕີ​ ສຽງ​ຂັບ​ຮ້ອງມ່ວນ​ອ່ອນ​ຊອນ​ຂອງ​ບັນ​ດານັກ​ສິ​ລະ​ປິນດ​​ີເດັ່ນ​​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ຮູ້​ສຶກ​ທີ່ແຕກ​ຕ່າງກ​ັນ.

ໂດຍ​ແມ່ນ​ຜູ້​ຊົມ​ຫນຸ່ມ​ ແລະ​ ແມ່ນ​ຜູ້ມາ​ຊົມ​ລາຍ​ການ​​ສະ​ແດງ​ດົນ​ຕີ​ພື້ນ​ເມືອງເປັນ​ຄັ້ງ​ທຳ​ອິດ, ແຕ່ ເພື່ອນ​ມີງ​ລອງ ມີ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ. ມີງ​ລອງ​ໃຫ້​ຮູ້​ວ່າ:

        “ມື້ນີ້ ນ້ອງ​ມາ​ຊົມ​ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ເປັນ​ຄັ້ງ​ທຳ​ອິດ ແລະ ເຫັນ​ວ່າ ບັນ​ດາ​ລາຍ​ການ​ດົນ​ຕີ​ພື້ນ​ເມືອງນີ້ ມ່ວນ​ທີ່​ສຸດ. ​ລາຍການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ຄື​ແນວນີ້​​ເປັນການ​ສະ​ແດງ​ໃຫ້​ເຫັນ​ສິ່ງຍອດ​ຍິ່ງ​ທາງດ້ານ​ວັດ​ທະ​ນະ​ທຳ​ຮ່າ​ໂນ້ຍ ຊື່ງ​ຜູ້​ຫນຸ່ມ​ຄື​ຂ້າ​ພະ​ເຈົ້າ​​ມີ​ຄວາມໂຊກ​ດີ​ໄດ້​ຮັບ​ຊົມ.”

        ເຮັດ​ແນວ​ໃດ​ເພື່ອ​ໃຫ້​ນັບ​ມື້​ນັບ​ມີ​ເພື່ອນ​ຫນຸ່ມ​ຫລາຍ​ຄົນ​ຄື ມີງ​ລອງ ເຖິງວ່າ​ ​ມາ​ຮັບ​ຊົມ​ເປັນ​ຄັ້ງ​ທຳ​ອິດ​ກໍ​ຕາມ ແຕ່ມີ​ຄວາມຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ​​ຍ້ອນ​ຄຸນ​ຄ່າ​ຂອງ​ບັນ​ດາລາຍ​ການດົນ​ຕີ​ພື້ນ​ເມືອງ​. ນັ້ນ​ແມ່ນ​ຈຸດ​ປະ​ສົງ​ຂອງ​ນັກ​ດົນ​ຕີ ຫວູ​ເຍີດ​ເຕີນ, ຜູ້​ກຳ​ກັບ​ການ​ສະ​ແດງ​ລາຍ​ການ​ສິ​ລະ​ປະນີ້.

        “ພາ​ຍ​ຫລັງ​ຈັດ​ຕັ້ງ​ລາຍ​ການ​ມາ​ເປັນ​ເວ​ລາກວ່າ 1 ປີ, ມາ​ຮອດ​ປ​ະ​ຈຸ​ບັນ ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງມີ​ຄວາມ​ກົມ​ກ​່ຽວດ້ານ​ວິ​ຊາ​ສະ​ເພາະ. ​ເຖິງວ່າຍັງ​​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ຂໍ້​ຄົງ​ຄ້າງ​ຈຳ​ນວນ​ຫນຶ່ງ​ກ່ຽວ​ກັບ​ດ້ານ​ການ​ເງິນ ແລະ ການ​ໂຄ​ສະ​ນາກໍ​ຕາມ ແຕ່ ພວກ​ຂ້າ​ພະ​ເຈົ້າ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ດ້ວຍ​ຄວາມ​ປາດ​ຖະ​ຫນາ​ຢາກ​ຮັກ​ສາ​ຈຸດ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອ​ງ​ຫວຽດ​ນາມ ແລະ ແຜ່​ຂະ​ຫຍາຍ​ໃຫ້​ລຸ້ນ​ຫນຸ່ມ ແລະ ຄົນ​ລຸ້ນ​ຫລັງ.”

        ເມື່ອ​ຮອດ 10 ໂມງ​ຄ່ຳ​, ລາຍ​ການ​ສະ​ແດງ​ດົນ​ຕ​ີ​ໄດ້​ອັດ​ລົງ ແຕ່​ມັນ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ຫລາ​ຍ​ຢ່າງ​ໃຫ້​ແກ່​ຜູ້​ຊົມ. ຢູ່​ນະ​ຄອນ​ຫລວງ​ແຫ່ງ​ຫນຶ່ງ​ທີ່​ນັບ​ມື້​ນັບ​ທັນ​ສະ​ໄຫມ, “ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ຢູ່​ຄຸ້ມ​ຖະ​ຫນົນ​ເກົ່າ​ຮ່າ​ໂນ້ຍ” ເປັນ​ການ​​ຕິດ​ພັນ​ລະ​ຫວ່າງ​ອະ​ດີດ​ຕະ​ການ ແລະ ທັນ​ສະ​ໄຫມ, ນຳ​ມາ​ໃຫ້​ລຸ້ນ​ຄົນ​ອະ​ນາ​ຄົດ​ກໍ​ຄື​ເພື່ອນ​ມິດ​ສາ​ກົນ ມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ເຂດ​ດິ​ນ​ ທັງ​ລອງ ແຫ່ງອ​ະ​ລິ​ຍະ​ທຳ​ນັບ​ພັນ​ປີ.

“ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ຢູ່​ຄຸ້ມ​ຖະ​ຫນົນ​ເກົ່າ​ຮ່າ​ໂນ້ຍ” ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໃນ​ເວ​ລາ 20 ໂມງ 30 ນາ​ທີ​ຂອງວັນ​ສຸກ​ປະ​ຈຳອາ​ທິດ​ໃນ​ສັບ​ປະ​ດາ​ທີ​ສອງ​​ຂອງ​ທຸກເດືອນ​. ຖ້າ​ຫາກ​ທ່ານ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໃນ​ໂອ​ກາດນີ້, ທ່ານ​ຢ່າ​ລືມ​ແວ່​ຢາມ​ສູນ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຄຸ້ມ​ເມືອງ​ເກົ່າ ຢູ່ເຮືອນ​ເລກ​ທີ 50 ຖະ​ຫນົນ​ດາວ​ຢູຍ​ຕື, ຮ່​ວານ​ກຽມ ເພື່ອ​ເຫັນ​ໄດ້​ເຖິງ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ດົນ​ຕີ​ພື້ນ​ເມືອງ​ທີ່​ມາ​ແຕ່​ດົນ​ນານ​ຂອງ​ຫວຽດ​ນາມ.

ກາ​ຈູ “ຈາງ​ອານ​ຮ່​ວາຍ​ໂກ໋”

ບົດ​ເພງ ກາ​ຈູ “ຈາງ​ອານ​ຮ່​ວາຍ​ໂກ໋” ໂດຍ​ນັກ​ສິ​ລະ​ປິນ​ດີ​ເດັ່ນ ດ​ວານ​ແທງບີງ ແລະ ນັກ​ສີ​ລະ​ປີນ​ປະ​ຊາ​ຊົນ ແມ້ງ​ຮ​ວັກ ສະ​ແດງ . ກາ​ຈູ ແມ່ນ​ປະ​ເພດ​ສິ​ລະ​ປະ​ຂັບ​ເພງ​ພື້ນ​ເມືອງ​ທີ່​ໄດ້​ຮັບ​​ຄວາມນິ​ຍົມ​ຢູ່​ພາກ​ເຫນືອ ແລະ ເຂດ​ທາງທິດ​ເຫນື​ອ​ພາ​ກ​ກາງ ຫວຽດ​ນາມ ນັບແຕ່​ສັດ​ຕະ​ວັດ​ທີ 15 ແລະ ກໍ​ແມ່ນ​ປະ​ເພດ​ສິ​ລະ​ປະ​ໄດ້​ຮັບ​ການ​ສ​ະ​ແດງ​ໃນ​ພະ​ລາດ​ຊະ​ວັງ  ແລະ ກໍໄດ້​ຮັບ​ກາ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ຮຽນ​ຮູ້​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ກາ​ຈູ ແມ່ນ​ການ​ປະ​ສົມ​​ປະ​ສານ​ລະ​ຫວ່າງ ບົດ​ກາບກອນ ແລະ ດົນ​ຕີ. ​ສຽງ​ດົນ​ຕີ​ທີ່​ນຳ​ໃຊ້​ໃນບົດ​ເພງ ກາ​ຈູ “ຈາງ​ອານ​ຮ່​ວາຍ​ໂກ໋” ແມ່ນ​ເສບ​ຕາມ​ບົດ​ກາບກອນ “ຈາງ​ອານ​ຮ່​ວາຍ​ໂກ” ຂອງ​ນັກ​ກະ​ວີ ຫງວຽນ​ກົງ​ຈື, ຊື່ງ​ແມ່ນ​​ເຈົ້າ​ອາ​ມາດ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ຫງວຽນ. ມີ​ຫລາຍ​ຄຳ​ເຫັນ​ຖື​ວ່າ ຈາງ​ອານ​ໃນ​ບົດ​ເພງນີ້​ແມ່ນ ເມືອງ​ຫລວງ​​ເກົ່າ ຮ​ວາ​ລື ຢູ່ ແຂວງ ນີງ​ບີງ. ເມື່ອ ເຈົ້າ​ຊີ​ວິດ ລີ​ທາຍ​ໂຕ ຍ້າຍ​ພະ​ລາດ​ຊະ​ວັງ​ຈາກ​ຮ​ວາ​ລື ແຂວ​ນິງບີ້ງ​ມາ​ຕັ້ງ​ຢູ່ ທັງ​ລອງ ແລະ​ ປ່ຽນ​ຊື່​ ຮ​ວາ​ລື ເປັນ​ຈາງ​ອານ. ໃນ​ບົດ​ກາບກອນ​ຂອງ​ຕົນ, ຫງວຽນ​ກົງ​ຈື ຄິດ​ເຖິງ​ເຂດ​ດິນ​ກ່ຽວ​ກັບ​ເມືອງ​ຫລວງ​ເກົ່າດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມແລະ ສະ​ງົບ​ສຸກ.”

       

 ຂັບເຈົາ​ວັນ “ໂກ​ໂດຍ​ເທື້ອງ​ງ່ານ”

        ບົດ​ເຈົາ​ວັນ “ໂກ​ໂດຍ​ເທື້ອງ​ງ່ານ” ຜ່ານ​ການ​ສະ​ແດງ​ຂອງ​ກຸ່ມ​ນັກ​ສິ​ລະ​ປິ​ນ ພ້ອມ​ກັບ​ວາດ​ຟ້ອນ​ພື້ນ​ເມືອງ ສະ​ແດງ​ຕາມ​ສຽງ​ຂັບ​ຮ້ອງ​ຂອງ​ນັກ​ສິ​ລ​ະ​ປິ​ນ ບີກ​ລຽນ. ຂັບ​ເຈົາ​ວັນ ແມ່ນ​ປະ​ເພດ​ສິ​ລ​ະ​ປະ​​ເພງ​ພື້ນ​ເມືອງ​ທີ່ຕິດ​ພັນ​ກັບ​ພິ​ທີ​ເຂົ້າ​ຊົງ, ຊື່ງ​ແມ່ນ​ການ​ເຫລື້ອມ​ໃສ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ. “ໂກ​ໂດຍ​ເທື້ອງ​ງ່ານ” ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ບົດ​ເຈົາ​ວັນ​ທີ່​ມີ​ຊື່​ສຽງ​ຢູ່​ຫວຽດ​ນາມ. ໂກ​ໂດຍ​ເທື້ອງ​ງ່ານ ເຄີຍ​ເປັນເຊີນ​ຕິງ​ກົງ​ຈົວ, ຊື່ງ​ແມ່ນ​ນາງ​ເທວະ​ດາ​ໃນ​ເລື່ອງ​ລາວ​ທີ່​ສືບ​ມາ​ແຕ່​ບູ​ຮານ​ນະ​ການ​ກ່ຽວ​ກັບ​ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ ຢູ່​ຫວຽດ​ນາມ​ໄດ້​ຮຽນຫລັກ​ທຳ​ມະເພື່ອ​ມາ​ຊ່ວຍ​ປະ​ຊາ​ຊົນ”


ຕອບກັບ

ຂ່າວ/ບົດ​ອື່ນ