ວັນກາບກອນຫວຽດນາມ - ເຫດການທີ່ພົ້ນເດັ່ນຂອງ ວັດທະນະທຳຫວຽດນາມ

(vovworld)- ວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 15 ປີ 2017 ໂດຍ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ ຈັດ​ຂຶ້​ນ ໃນ​ວັນ​ທີ 11/2 (ກົງ​ກັບວັນ​ທີ 15 ເດືອນ​ຈຽງ​ປີ​ລະ​ກາ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ) ຢູ່​ວັນ​ມຽວ ກວກ​ຕ​ື​ຢາ​ມ (ຮ່າ​ໂນ້ຍ). ດ້ວຍ​ຫົວ​ຂໍ້​ວ່າ “ຮ່ວມ​ເດີນ​ທາງ ແລະ ປະ​ດິດ​ຄິ​ດ​ສ້າງ​ພ້ອມ​ກັບ​ປະ​ເທດ​ຊາດ”, ເຂົ້າ​ຮ່ວມວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 15 ນີ້ມີ​ບັນ​ດາ​ນັກ​ກະ​ວີ ຫວຽດ​ນາມ ​ທີ່ພວມ​ດຳ​ລົງ​ຊີ​ວິ​ດ​ຢູ່​ພາຍ​ໃນ​ປະ​ເທດ ແລະ ຢູ່​ຕ່າງ​ປະ​ເທດ ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ວັນກາບກອນຫວຽດນາມ - ເຫດການທີ່ພົ້ນເດັ່ນຂອງ  ວັດທະນະທຳຫວຽດນາມ - ảnh 1
ຜູ້​ນິ​ຍົມ​ກາບກອນ​ມາ​ເຂົ້າ​ຮ່ວມ​ວັນ​ກາບກອນ​ຫວຽດ​ນາມ


        ວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 15 ມີ​ການ​ປ່ຽນ​ໃຫມ່​ຫລາຍ​ຢ່າງ​ກ່ຽວ​ກັບ​ເນື້ອ​ໃນ ແລະ ຮູບ​ການ. ບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງວັນ​ກາບກອນ​ລວມ​ມີ: ການ​ແຂ່ງ​ຂັນ​ແຕ່ງ​ບົດ​ກາບກອນ, ອ່ານ​ກາບກອນ,… ມອບ​ບ​ົດກາບກອນ, ມອບ​ຕົວ​ຫນັງ​ສື, ຄຳ​ພະ​ຫຍາ… ​ດ້ວຍ​ເນື້ອ​ໃນ​ແມ່ນຍ້ອງ​ຍໍ​ສັນ​ລະ​ເສີນບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ຍ້ອງ​ຍໍ​ພັກ, ປະ​ທານ​ໂຮ່​ຈິ​ມີນ, ຈິດ​ໃຈ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຄວາມ​ສາ​ມັກ​ຄີ, ຄວາມ​ປ່ອງດອງ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ຮັ່ງ​ມີ​ສວຍ​ງາມ. ປີນີ້ ສະ​ຖານ​ທີ່​ດຳ​ເນີນວັນ​ກາບກອນ​ແມ່ນ​ຢູ່ ວັນ​ມຽວກວາ​ຕື​ຢາ​ມ ​ຊື່ງຈັດ​ເປັນ 2 ເຂດຄື: ເດີນ​ຫນ້າ ແລະ ເດີນ​ຫລັງ. ນັກ​ກະ​ວີ ຫງວຽນ​ກວາງ​ທ່ຽວ, ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຫວຽດ​ນາມ​ໃຫ້​ຮູ້​ວ່າ: ຄະ​ນະ​ຈັດ​ຕັ້ງ​ບໍ່​ມີ​ແຜນ​ນະ​ໂຍ​ບາຍ​​ຈັດແບ່ງ​​ເວ​ທີ​ສະ​ແດງ​ຂັບ​ກາບກອນ​ສະ​ຫງວນ​ໃຫ້​ນັກ​ກະ​ວີ​ຫນຸ່ມ ແລະ ​ເວ​ທີ​ສະ​ແດງຂັບ ກາບກອນສະ​ຫງວນ​ໃຫ້​ນັກ​ກະ​ວີ​ລຸ້ນກ​ອ່ນ ດ້ວຍ​ຄວາມ​ປາດ​ຖະ​ຫນາ​ຢາກ​ບັນ​ດາ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫນຸ່ມ ແລະ ບັນ​ດາ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ລຸ້ນ​ກ່ອນ ເຄື່ອນ​ໄຫວນຳ​​ກັນ​ໃນ​ເວ​ທີ​ສະ​ແດງດຽວ. ເວ​ທີ​ສະ​ແດງ​ແມ່ນ​ເຂດ​ທີ່​ກ້​ວາງ​ໃຫຍ່ ຊື່ງ​ຢູ່​ທີ່ນີ້​​ນັກ​ກະ​ວີ​ລຸ້ນ​ຕ່າງໆ​ພ້ອມ​ກັນ​ສືບ​ຕໍ່​ກ້າວ​ເດີນ​ບົນ​ເສັ້ນ​ທາງ​​ປະ​ດິດ​ແຕ່ງ​ກາບກອນ​ຫວຽດ​ນາມ.

        “ປີນີ້ ພວກ​ຂ້າ​ພະ​ເຈົ້າ​ຢາກ​ວາດ​ພາບ​ເຖິງເສັ້ນ​ທາງ​ປະ​ຫວັດ​ສາດ​ໂດຍ​ສັງ​ເຂບຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ​ໃນ 60 ປີ ​ຜ່ານ​ມາ. ຢູ່​​​ເວ​ທີ​ສະ​ແດງ​​ຂັບກາບກອນ, ບັນ​ດາ​ນັກ​ກະ​ວີ​ລຸ້ນ​ຕ່າງໆ​ພ້ອມ​ກັນສ້າງ​ພາບ​ພົດ​ກາບກອນ​ຂອງ​ຫວຽດ​ນາມ. ຄຽງ​ຂ້າງນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຢາກ​ເຊີດ​ຊູ​ບັນ​ດາ​ນັກ​ກະ​ວີ​​ທີ່ຍາ​ດ​ໄດ້​ລາງວັນ​ໃຫຍ່​ຫລື​ນ້ອຍໃນ​ປີ​ກ່ອນ.”

ວັນກາບກອນຫວຽດນາມ - ເຫດການທີ່ພົ້ນເດັ່ນຂອງ  ວັດທະນະທຳຫວຽດນາມ - ảnh 2
ເວ​ທີ​ສະ​ແດງ​ຂັບ​ກາບກອນ​ຫວຽດ​ນາມ2017
ພາບ:VTC

        ຕາມ​ນັກ​ກະ​ວີ ຫືວ​ຫວຽດແລ້ວ, ປີ​ໃດ ມະ​ຫາ​ຊົນນິ​ຍົມບົດ​ກາບກອນ​ກໍ່ລໍ​ຄອຍ​​ສິ່ງ​ທີ່​ໃຫມ່​ອ່ຽມ, ການ​ປ່ຽນ​ໃຫມ່, ບາດ​ກ້າວ​ກະ​ໂດດ​ຂັ້ນກໍ​ຄື​ບັນ​ດາ​ນັກ​ກະ​ວີ​ຫນຸ່ມ​ຈະ​ປະ​ກົດ​ອອກ​ໃນ​ເວ​ທີ​ສະ​ແດງ​ຂັບ​ກາບກອນ. ເພາະ​ສະ​ນັ້ນ, ເວ​ທີ​ສະ​ແດງ​ຂັບກາບກອນ​​ສະ​ຫງວນ​ໃຫ້​ແກ່ນ​ັກ​ກະ​ວີ​ຫນຸ່ມ​ຍາມ​ໃດ​ກໍ​ຖືກ​ກຳ​ລັງ​ດັນ​ຈາກ​ເລື່ອງ​ຊອກ​ຫາ​ນັກ​ກະ​ວີ​ໃຫມ່, ພ້ອມ​ທັງ​ຊອກ​ບັນ​ດາ​ວິ​ທີ​ຈັດ​ຕັ້ງ​ໃຫມ່. ສະ​ນັ້ນ ເວ​ທີ​ສະ​ແດງ​ບົດ​​ກາບກອນ​ສະ​ຫງວນ​ໃຫ້​ແກ່​ນັກ​ກະ​ວີ​ຫນຸ່ມບໍ່​ຖືກ​ສູນ​ເສຍໄປ ຫາກ​ໃນ​ຫລາຍ​ປີ, ເວ​ທີ​ສະ​ແດງ​ບົດ​​ກາບກອນ​​ສະ​ຫງວນ​ໃຫ້​ແກ່​ນັກ​ກະ​ວີ​ຫນຸ່ມ​ໄດ້​ມອບ​ເວ​ທີ​ສະ​ແດງຂອງ​ຕົນ​ເພື່ອ​ຮ​ັບ​ໃຊ້​ຫົວ​ເລື່ອງ​ລວມ​ຂອງວັນ​ກາບກອນ​ຫວຽດ​ນາມ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປ​ີ​ໃດ​ກໍ​ເຊັນ​ດຽວ​ກັນ ບັນ​ດາ​ນັກ​ກະ​ວີ​ຫນຸ່ມ​ກໍ​ສະ​ແດງ​ບັນ​ດາ​ບົດ​ກາບກອນ​ໃຫມ່​ຂອງ​ຕົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ ເວ​ທີ​ສະ​ແດງ​ຂັບ​ກາບກອນ​ສະ​ຫງວນ​ໃຫ້​ແກ່​ນັກ​ກະ​ວີ​ຫນຸ່ມ ແລະ ເວ​ທີ​ສະ​ແດງ​ຂັບ​​ກາບກອນ​ສະ​ຫງວນ​ໃຫ້​ແກ່​ນັກ​ກະ​ວີ​ລຸ້ນ​ກ່ອນເປັນ​ການ​ເຊີດ​ຊູ, ຕີ​ລາ​ຄາ​​ສູງຄຸນ​ນະ​ພາບ​ຂອງ​ກາບກອນ​ກໍ​ຄື​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ເພື່ອນ​ຫນຸ່ມ​ເພື່ອ​ສ້າງ​ຄວາມ​ສ​ະ​ເຫມີ​ພາບ​ກັບ​ນັກ​ກະ​ວີ​ລຸ້ນ​ກ່ອນ.

        ເວ​ທີ​ສະ​ແດງ​ຂັບ​ກາບກອນ​​ສະ​ຫງວນ​ໃຫ້​ແກ່ນັກ​ກະ​ວີ​ຫນຸ່ມ​ປີນີ້​ມີ​​ແມ່ນມີລັກ​ສະ​ນະ​ເປີດກວ້າງ. ນີ້​ແມ່ນ​ ເວ​ທີ​ສະ​ແດງ​​ຂັບກາບກອນ​ເພື່ອ​ເຊີດ​ຊູ​ບັນ​ດາ​ນັກ​ກະ​ວີ​ຫາ​ກໍ​ໄດ້​ຮັບ​ລາງວັນ​ໂດຍ​​ວາ​ລະ​ສານວັນ​ນະ​ສີນກອງ​ທັບຊື່ງ​ແມ່ນ​ວາ​ລະ​ສານມ​ີ​ອິດ​ທີ​ພົນ​ຊື່​ສຽງ​ມອບ​ໃຫ້​ບັນ​ດາ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ, ນັກ​ກະ​ວີ​ຂອງ​ຫວຽດ​ນາມ​ນັບ​ແຕ່ກ​ອ່ນ​ມາ​ຮອ​ດ​ປະ​ຈຸ​ບັນ. ທີ​ສອງ ເປັນ​ການ​ເຊີດ​ຊູ​ບັນ​ດາ​ນັກ​ກະ​ວີ​ທີ່​ຍາດ​ໄດ້​ລາງວັນ​ຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ. ປີນີ້ ຜູ້​​ທີ່ໄດ້​ຮັບ​ລາງວັນ​ກ່ຽວ​ກັບ​ກາບກອນ​ຈະ​ປະ​ກົດ​​ຕົວຕໍ່​ຫນ້າ​​​ມະ​ຫາຊົນ, ​ຂັບບັນ​ດາ​ບົດ​ກາບກອນ​ໃຫມ່​ຂອງ​ຕົນ ແລະ ພົບ​ປະແລກ​ປ່ຽນ, ໂອ້​ລົມ​ກັບ​​ມະ​ຫາ​ຊົນ. ທີ 3 ເປັນ​ການ​ເຊີດ​ຊູ​ບັນ​ດາ​ນັກ​ກະ​ວີ ຊື່ງ​ແມ່ນ​ສະ​ມາ​ຊິກ​ໃຫມ່​ຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ.”

        ​ກໍ​ຄ້າຍ​ຄື​ກັນ​ກັບເວ​ທີ​ສະ​ແດງ​​ຂັບ​ກາບກອນ​ສຳ​ລັບ​ນັກ​ກະ​ວີ​ຫນຸ່ມ, ປີນີ້ ບົດ​ກາບກອນ​ສຳ​ລັບ​ອະ​ນຸ​ຊົນ​ບໍ່​ປະ​ກົດ​ອອກ, ແຕ່​ມີ​ເຂດ​ພິ​ເສດ​ເພື່ອ​ສະ​ຫງວນ​ໃຫ້​ບັນ​ດາ​ສະ​ໂມ​ສອນ​ກາບກອນ​ອະ​ນຸ​ຊົນ. ການ​ແຂ່ງ​ຂັນ​ປະ​ດິດ​ແຕ່ງ​ຂັບ​ກາບກອນ, ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ກາບກອບ​ຂອງ​ພວກ​ນ້ອງ​ອະ​ນຸ​ຊົນ​ຈະ​ໄດ້​ເຕົ້າ​ໂຮມ​ທີ່ “ເຂດ​ກາບກອນ​ອະ​ນຸ​ຊົນ​ຫວຽດ​ນາມ”.

ຈຸດ​ພົ້ນ​ເດັ່ນ​ຂອງວັນ​ກາບກອນ​ປີນີ້ ແມ່ນ​ເຂດ​ວາງ​ສະ​ແດງ​ບົດ​ກາບກອນ​ທີ່​​ໄດ້​ຮັບ​ການ​ແກະຄວັດ​ສະ​ຫລັກ​ໃນ​ເຄື່ອງ​ປັ້ນ​ດິນ​ເຜົາ​ຂອງ​ຈິດ​ຕະ​ກອນ ເລ​ທຽດ​ເກືອງ. ນອກນັ້ນ, ເປັນ​ຄັ້ງ​ທຳ​ອິດ ວັນ​ກາບກອນ​ຫວຽດ​ນາມ ຈັດ​ຕັ້ງ​ເສັ້ນ​ທາງ​​ການ​ເຄື່ອນ​ໄຫວ​ຂອງ​ນັກ​ກະ​ວີ ເພື່ອ​ແນະ​ນຳ​ຮູບ​ພາບ, ບົດ​ກາບກອນ​ຂອງ​ບັນ​ດາ​ນັກ​ກະ​ວີ​ດີ​ເດັ່ນ​ຂອງ​ຫວຽດ​ນາມ. ນັກ​ກະ​ວີ ຫງວຽນ​ກວາງ​ທ່ຽວ ໃຫ້​ຮູ້​ຕື່ມ​ອີກວ່າ:

        “ປີນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ຈິ​ດ​ຕະ​ກອນ ເລ​ທຽດ​ເກືອງ. ທ່ານ​ໄດ້​ແນະ​ນຳ​ປື້ມ​ນັບ​ສີບໆ​ຫົວ ຊື່ງ​​ບົດ​ກາບກອນ​ໃນ​ຫນ້າ​ປົກ​ໂດຍ​ແມ່ນທ່ານ​ແຕ່ງ​ເອງ. ທ່ານ​ກໍ​ໄດ້​ເລືອກ​ເຟັ້ນ​ບັນ​ດາ​ກາບກອນ​ມ່ວນ​ເພື່ອ​ແກ​ະ​ຄວັດ​ສະ​ຫລັກ​ໃນ​ເຄື່ອງ​ປັ້ນ​ດິນ​ເຜົາ​ໂດຍ​ທ່ານ​ອອກ​ແບບ. ຄຽງ​ຄູ່​ກັນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ເສັ້ນ​ທາງ​ກາບກອນ​ເພື່ອ​ໃຫ້​ຜູ້​ອ່ານ​ສາ​ມາດ​ຮູ້​ສຶກ​ກ່ຽວ​ກັບ​ເສັ້ນ​ທາງ​ຂອງ​ບັນ​ດາ​ນັກ​ກະ​ວີ. “

        ໃນ​ຂອບ​ເຂດ​ວັນ​ກາບກອນ​ຫວຽດ​ນາມ​ຄັ້ງ​ທີ 15, ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ. ນີ້​ແມ່ນ​ງານ​ວາງ​ສະ​ແດງ​ກ່າງ​ແຈ້ງ​ແນະ​ນຳບັນ​ດາ​ຮູບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ, ໃນ​ນັ້ນ ມີ​ພາບ​ຫລາຍ​ແຜ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະ​ກາດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ, ວິ​ວັດ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ສະ​ມາ​ຄົມນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ “ເວ​ທີ​ສະ​ແດງ​​ຂັບ​ກາບກອນ​ຂອງ​​​ແຖບ​ຖິ່ນຮ້ອຍ​ແຫ່ງ” ຈະ​ແມ່ນ​ສະ​ຖານ​ທີ່​ເພື່ອ​ໃຫ້​ນັກ​ສິ​ລະ​ປິນ​ບັນ​ດາ​ແຂວງ, ນະ​ຄອນ ແລະ ສະ​ໂມ​ສອນ​ກາບກອນ​ພົບ​ປະ​ແລກ​ປ່ຽນ, ສະ​ແດງ​ບັນ​ດາ​ບົດ​ກາບກອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ.

        ວັນ​ກາບກອນ​ຫວຽດ​ນາມ ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ ທີ​່​ສະ​ຫງວນ​ໃຫ້​ມະ​ຫາ​ຊົນ​ນິ​ຍົມ​ກາບກອນ. ວັນ​ກາບກອນ​ໄດ້​ຮັບ​ການ​ຕອບ​ສະ​ຫນອງ​ຈາກ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ມີ​ທ້ອງ​ຖິ່ນ​ຫລາຍ​ແຫ່ງ​ກໍ​ໄດ້​ຈັດ​ຕັ້ງ​ວັນ​ກາບກອນ​ຂອງ​ຕົນ, ຄ່ອຍໆ​ກາຍ​ເປັນ​ງານ​ບຸນ​ວັດ​ທະ​ນະ​ທຳ​ສະ​ຫງ​ວນ​ໃຫ້​ແກ່​ມະ​ຫາ​ຊົນ​ນິ​ຍົມ​ກາບກອນ. 


ຕອບກັບ

ຂ່າວ/ບົດ​ອື່ນ