ວິໄສທັດໃນອະນາຄົດກ່ຽວກັບການອະນຸລັກຮັກສາ ມໍລະດົກວັດທະນະທຳຢູ່ຫວຽດນາມ

(VOVWORLD) -ເມື່ອບໍ່ດົນມານີ້ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ໃຫ້ເຫັນບັນດາຄວາມຮຽກຮ້ອງຕ້ອງການໃໝ່ ກ່ຽວກັບການປົກປັກຮັກສາ ແລະ ເສີມຂະຫຍາຍ ບັນດາມໍລະດົກວັດທະນະທຳ ຢູ່ຫວຽດນາມ. ຕາມນັ້ນແລ້ວ, ບັນດາຂະແໜງການ, ຂັ້ນຕ່າງໆຢູ່ຫວຽດນາມ ຕ້ອງສ້າງກອບນິຕິກຳ ໃຫ້ສົມບູນແບບໂດຍໄວ; ເພີ່ມທະວີການຕິດຕາມກວດກາ ປົກປັກຮັກສາ ບັນດາມໍລະດົກວັດທະນະທຳ ຢ່າງປອດໄພ; ຈັດແບ່ງຂັ້ນຄຸ້ມຄອງ ແລະ ກຳນົດແຈ້ງຄວາມຮັບຜິດຊອບ ໃນການຄຸ້ມຄອງມໍລະດົກ; ຫັນແຫຼ່ງກຳລັງເປັນວຽກງານຂອງສັງຄົມຢ່າງມີປະສິດທິຜົນເພື່ອຮັກສາ ແລະ ເສີມຂະຫຍາຍຄຸ່ນຄ່າມໍລະດົກວັດທະນະທຳ ຢູ່ຫວຽດນາມ
ວິໄສທັດໃນອະນາຄົດກ່ຽວກັບການອະນຸລັກຮັກສາ  ມໍລະດົກວັດທະນະທຳຢູ່ຫວຽດນາມ - ảnh 1 ພະລາດຊະວັງເຫ້ວ

ສາງມໍລະດົກວັດທະນະທຳ ຂອງບັນດາເຜົ່າຫວຽດນາມແມ່ນອຸດົມສົມບູນ ແລະ ມີຫຼາຍຮູບຫຼາຍສີ. ທົ່ວປະເທດມີ 10.000 ມໍລະດົກລະດັບແຂວງ, ນະຄອນ; ເກືອບ 3.500 ມໍລະດົກລະດັບຊາດ; 95 ມໍລະດົກລະດັບຊາດພິເສດ ແລະ 61.700 ມໍລະດົກວັດທະນະທຳບໍ່ເປັນວັດຖຸ. ມາຮອດປັດຈຸບັນ, ອົງການ UNESCO ໄດ້ຮັບຮອງ 8 ມໍລະດົກຂອງຫວຽດນາມ ແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ. ທາງອົງການ UNESCO ກໍ່ໄດ້ຈັດ 12 ມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ 7 ມໍລະດົກວັດຖຸເອກະສານ ຂອງຫວຽດນາມເຂົ້າໃນບັນຊີລາຍຊື່ ມໍລະດົກໂລກ. ດ້ວຍຈຳນວນມໍລະດົກ ວັດທະນະທຳ ຢ່າງຫຼວງຫຼາຍເຊັ່ນນັ້ນ ວຽກງານອະນຸລັກຮັກສາ, ຂຸດຄົ້ນ ແລະ ເສີມຂະຫຍາຍຄຸນຄ່າບັນດາມໍລະດົກ ຍາມໃດກໍ່ຖືກບັນດາຂະແໜງການຂັ້ນຕ່າງໆ ຜັນຂະຫຍາຍຢ່າງຕັ້ງໜ້າ, ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ເສດຖະກິດທ່ອງທ່ຽວ, ວັດທະນະທຳ ສັງຄົມຢູ່ບັນດາທ້ອງຖິ່ນ. ປີ 2017, ສະເພາະ 8 ມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ ຢູ່ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 16 ລ້ານເທື່ອຄົນມາຢ້ຽມຊົມ ທັດສະນະສຶກສາ. ລາຍຮັບຈາກການຂາຍປີ້ ບໍລິການບັນລຸ 2.500  ຕື້ດົ່ງ. ແລະ ໃນມໍ່ໆມານີ້ ກະຊວງວັດທະນະທຳ ກິລາ ແລະ ທ່ອງທຽວຫວຽດນາມ ກໍ່ໄດ້ຈັດກອງປະຊຸມ “ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳ ຫວຽດນາມ ເພື່ອການພັດທະນາແບບຍືນຍົງ” ແນໃສ່ວາງບັນດາວິທີການແກ້ໄຂ ບັນດາຈຸດອ່ອນທີ່ຍັງບໍ່ທັນຕອບສະໜອງ ຄວາມດຸ່ນດ່ຽງໃນຍຸດທະສາດ ແລະ ການປະຕິບັດອະນຸລັກ ແລະ ຂະຫຍາຍມໍລະດົກ.  ທີ່ກອງປະຊຸມ ທ່ານນາຍົກລັດທະມົນຕີ ຫວຽນຊວນຟຸກ ໄດ້ຍົກອອກສານທີ່ສຳຄັນ ກ່ຽວກັບການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງ ບັນດາມໍລະດົກວັດທະນະທຳຂອງຫວຽດນາມ. ທ່ານກ່າວວ່າ: 

      “ມໍລະດົກວັດທະນະທຳ ແມ່ນຊັບສິ່ງຂອງທີ່ປະເສີດເລີດລ້ຳ ໂດຍທຳມະຊາດດົນບັນດານໃຫ້ ຫຼື ການເຕົ້າໂຮມສິ່ງຍອດຍິ່ງ ຈາກການອອກແຮງງານ ຢ່າງມີຫົວຄິດປະດິດສ້າງ ໂດຍປູ່ຍ່າຕາຍາຍຂອງພວກເຮົາ ໄດ້ກໍ່ສ້າງຂຶ້ນຈາກ ເສັ່ນຄົນນີ້ຫາເສັ່ນຄົນອື່ນ. ແລະ ພວກເຮົາທຸກໆຄົນ ຕ້ອງຊາບຊຶມຈິດໃຈທີ່ວ່າ “ສິ່ງໃດກໍ່ລ້ວນແຕ່ສາມາດເຮັດໄດ້, ຜະລິດໄດ້, ປະດິດຄິດສ້າງໄດ້ ແຕ່ມໍລະດົກແມ່ນບໍ່ສາມາດສ້າງຂຶ້ນໄດ້”.     ເພາະສະນັ້ນ ບໍ່ໄດ້ທຳລາຍເຮັດໃຫ້ມໍລະດົກຖືກເປ່ເພ ຢ່າງເດັດຂາດ. ຖ້າຫາກວ່າ ເຮົາປະປ່ອຍໃຫ້ມໍລະດົກຖືກສູນເສຍ ເຖິງວ່າສ່ວນໜຶ່ງກໍ່ຕາມ, ກໍ່ແມ່ນວ່າ ເຮົາໄດ້ທຳລາຍອະດີດຕະການ, ເຮັດໃຫ້ສີສັນຊາດຖືກສູນເສຍໄປ”

    ໂດຍຖືວ່າມໍລະດົກວັດທະນະທຳ, ທາງດ້ານທາດແທ້ ແມ່ນຂອງອະດີດຕະການ ແລະ ອາດຈະຖືກຫຼົງລືມໄດ້ງ່າຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີບັນດາຂະແໜງການ, ຂັ້ນຕ່າງຂອງຫວຽດນາມ ຍາມໃດກໍ່ມີຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນ ເພື່ອໃຫ້ມໍລະດົກມີຄຸນຄ່າ ໃນຊີວິດຂອງລຸ້ນຄົນປັດຈຸບັນ. ທ່ານກ່າວວ່າ: 

     “ພວກເຮົາຕ້ອງສຶກສາອົບຮົມ ກ່ຽວກັບຄຸນຄ່າຂອງມໍລະດົກ ເພື່ອສ້າງແຫຼ່ງອາລົມ, ເພື່ອແນໃສ່ລ້ຽງດູ, ເຊີດຊູຄວາມເອກອ້າງທະນົງໃຈ ແລະ  ເຊີດຊູຊາດຂອງຕົນເອງ. ຫຼືວ່າ ຕ້ອງຊອກຫາບັນດາມາດຕະການແກ້ໄຂ ທີ່ແທດເໝາະຄື ອັບເດດນະໂຍບາຍ, ກົດໝາຍ, ຈັດແບ່ງຂັ້ນຄຸ້ມຄອງ, ບຳລຸງກໍ່ສ້າງພະນັກງານ, ຖືເປັນສຳຄັນ ຜູ້ຊ່ຽວຊານເພື່ອເສີມຂະຫຍາຍ ຄຸນຄ່າມໍລະດົກ ສ້າງເຄື່ອງໝາຍທ່ອງທ່ຽວແຫ່ງຊາດ, ປະກອບສ່ວນລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ. ຊ້ຳບໍ່ໜຳມີ ຊຸມຊົນພາກສ່ວນໜຶ່ງສາມາດ ສ້າງຄວາມຮັ່ງມີຈາກມໍລະດົກ ກໍ່ແມ່ນສິ່ງທີ່ຈຳເປັນ”.

       ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກແລ້ວ ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າຂອງບັນດາມໍລະດົກ ໃຫ້ເປັນຢ່າງດີນັ້ນ, ຄວນແກ້ໄຂຢ່າງກົມກຽວທາງດ້ານຜົນປະໂຫຍດ ລະຫວ່າງການອະນຸລັກຮັກສາ ແລະ ພັດທະນາ, ຮັກສາມໍລະດົກ ແລະ ພັດທະນາການທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີຍັງຖືວ່າ ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກ ບໍ່ພຽງແຕ່ແມ່ນ ຄວາມຮັບຜິດຊອບຂອງລັດເທົ່ານັ້ນ, ຫາກຍັງແມ່ນພາລະກິດ ຂອງມະຫາຊົນອີກດ້ວຍ. ດ້ວຍຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນບາງວິທີການແກ້ໄຂລະອຽດ ເຊິ່ງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຕ້ອງປະຕິບັດ, ໃນນັ້ນມີການສ້າງກອບນິຕິກຳໃຫ້ສົມບູນແບບ; ເພີ່ມທະວີການຕິດຕາມກວດກາ ປົກປັກຮັກສາ ບັນດາມໍລະດົກທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ ເຊິ່ງໄດ້ຮັບການເຊີດຊູຈາກອົງການ UNESCO; ຈັດແບ່ງຂັ້ນຄຸ້ມຄອງ ແລະ ກຳນົດແຈ້ງ ຄວາມຮັບຜິດຊອບໃນການຄຸ້ມຄອງມໍລະດົກ; ຫັນແຫຼ່ງກຳລັງມາເປັນວຽກງານ ຂອງສັງຄົມຢ່າງມີປະສິດທິຜົນ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳ ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ