ສິລະປິນໂງຮົ່ງກວາງ-ຜູ້ນຳດົນຕີພື້ນເມືອງ ເຈືອຈານເຂົ້າກັບດົນຕີຍຸກປັດຈຸບັນ

(VOVWORLD) -        ສິລະປິນ ໂງຮົ່ງກວາງ ຫາກໍ່ໃຫ້ສະເໜີຕົວຕໍ່ຜູ້ຊົມ album ໃໝ່ “ນາມຍີ”  ໃນລາຍການສະແດງຢູ່ສູນວັດທະນະທຳ ຝະລັງ ໃນມື້ທ້າຍຂອງເດືອນ ມິຖຸນາ ປີ 2018. ເປັນຄັ້ງທຳອິດທີ່ ໂງຮົ່ງກວາງ ໄດ້ປະສານສົມທົບລະຫວ່າງດົນຕີພື້ນເມືອງ ແລະ ສິລະປະດົນຕີ beatbox ໃນຜະລິດຕະພັນດົນຕີຂອງຕົນ. “ນາມຍີ” ກໍ່ແມ່ນ  album ໃໝ່ສຸດຂອງສິລະປິນ ໂງຮົ່ງກວາງ, ຖັດຈາກ “Hanoi Duo”, ຊຶ່ງໂງຮົ່ງກວາງ ໄດ້ສົມທົບພ້ອມກັນສິລະປິນດົນຕີ Jazz ຊາວຝະລັງ ເຊື້ອຊາດຫວຽດ ຫງວຽນເລ ຜະລິດ ແລະ ໄດ້ສະເໜີຕົວຕໍ່ຜູ້ຊົມ ເມື່ອປີ 2017
ສິລະປິນໂງຮົ່ງກວາງ-ຜູ້ນຳດົນຕີພື້ນເມືອງ ເຈືອຈານເຂົ້າກັບດົນຕີຍຸກປັດຈຸບັນ  - ảnh 1ສິລະປິນ ໂງຮົ່ງກວາງ  

ຄ່ຳຄືນສະແດງ “ນາມຍີ” ໄດ້ເລີ່ມຂຶ້ນດ້ວຍລາຍການສະແດງ ເສບພິນຕິ້ງທີ່ມີຊື່ວ່າ ຄວາມຮັກດົນຕີຂອງສິລະປິນ ໂງຮົ່ງກວາງ. ດ້ວຍສິລະປະການເສບເຄື່ອງດົນຕີທີ່ຍອດຢ້ຽມ, ນັບແຕ່ເວລາເປີດສາກ, ໂງຮົ່ງກວາງ ໄດ້ເຮັດໃຫ້ຜູ້ຊົມທັງ ຫຼາຍຫຼົງໄຫຼເຂົ້າກັບຈັ່ງຫວະສຽງດົນຕີຂອງຕົນ. ເວລາ ກວາງສະແດງໄດ້ເຄິ່ງໜຶ່ງຂອງບົດດົນຕີ, ສິລະປິນ beatbox ຈຸງບາວ ໄດ້ປະກົດຕົວ ແລະ ໄດ້ປະສານສຽງດົນຕີຂອງຕົນກັບສຽງພິນຕິ້ງ, ລາຍການສະແດງຂອງສິລະປິນສອງຄົນນີ້, ໃນທັນທີໄດ້ດຶງດູດຜູ້ຊົມທັງຫຼາຍ. ພາກທີ່ໜຶ່ງຂອງຄ່ຳຄືນສະແດງ “ນາມຍີ” ແມ່ນຟົດຟື້ນທີ່ສຸດ ດ້ວຍບົດດົນຕີ: ຄວາມຮັກດົນຕີ; ໄປຊອກຫາ; ກັບຄືນສູ່ໂນນພູ. ພາກທີ່ສອງຂອງຄ່ຳຄືນສະແດງ, ໂງຮົ່ງກວາງ ໄດ້ເລືອກເອົາບົດດົນຕີ: ນັ່ງຂີ່ເຮືອ, ຂຶ້ນແດນສະຫວັນ, ຄືນວານນີ້, ຄິດຮອດໝູ່, ຄິດຮອດຄິດເຖິງຫຼາຍໃນ album “ນາມຍີ” ເພື່ອທຳການສະແດງຕໍ່ຜູ້ຊົມຊາວ ຮ່າໂນ້ຍ.

         ໃນ album “ນາມຍີ”, ໂງຮົ່ງກວາງ ມີຄວາມເກັ່ງກ້າສາມາດ ຂະນະທີ່ຍັງຄົງຮັກສາສີສັນຂອງ ຂັບກວານເຮາະ, ຂັບສຳ, ຂັບລຳເຜົ່າມົ້ງ, ແຕ່ດ້ານອື່ນຍັງໄດ້ດັດສ້າງດົນຕີພື້ນເມືອງ ດ້ວຍວິທີຊອກຫາຊ່ອງຫວ່າງຂອງດົນຕີພື້ນເມືອງເພື່ອນຳເອົາດົນຕີ beatbox ປະສານເຂົ້ານຳກັນ. ການປະສົມປະສານລະຫວ່າງ ປະເພດດົນຕີນີ້ໄດ້ສ້າງເປັນດົນຕີປະເພດໜຶ່ງທີ່ແປກປະລາດ. ກ່ຽວກັບການປະສົມປະສານລະຫວ່າງດົນຕີ beatbox ກັບຂັບກວານເຮາະ.      ໂງຮົ່ງກວາງ ໃຫ້ຮູ້ວ່າ:  

       “ຂ້າພະເຈົ້າໄດ້ຟັງຂັບກວານເຮາະມາແຕ່ນ້ອຍ. ສຳລັບຂ້າພະເຈົ້າແລ້ວ,  ລະຫວ່າງຂັບກວານເຮາະ, ຂັບແຈ່ວ, ຂັບສຳ,… ຂັບກວານເຮາະແມ່ນສາມາດຂັບໄດ້ງ່າຍ ແລະ ຟັງມ່ວນ. ຂ້າພະເຈົ້າເລືອກເອົາຂັບກວານເຮາະ ເພາະວ່າຢາກນຳເອົາສິລະປະຂັບລຳໃນຍຸກປັດຈຸບັນ ປະສານເຂົ້າກັບບັນດາບົດດົນຕີທີ່ຟັງມ່ວນ ເພື່ອໃຫ້ທຸກໆຄົນໄດ້ຮັບຟັງໃນບັນຍາກາດອື່ນ”.    

        ສິລະປິນ ໂງຮົ່ງກວາງ ໄດ້ຮຽນຈົບພະແນກເຄື່ອງດົນຕີພື້ນເມືອງ, ສະຖາບັນດົນຕີແຫ່ງຊາດຫວຽດນາມ, ລາວສາມາດເສບເຄື່ອງດົນຕີພື້ນເມືອງໄດ້ຫຼາຍປະເພດ. ເດືອນ ມິຖຸນາ ປີ 2016 ກວາງ ໄດ້ຮັບໃບປະກາດສະນິຍະບັດ ປະລິນຍາໂທຈາກສະຖານບັນດົນຕີແຫ່ງຊາດ ໂຮນລັງ, ລົງເລິກຂະແໜງປະພັນດົນຕີຍຸກປັດຈຸບັນ. ການສຶກສາຮ່ຳຮຽນ ຢູ່ຕ່າງປະເທດໄດ້ຊ່ວຍໃຫ້ກວາງ ມີໂອກາດ ກາຍເປັນນັກສິລະປິນສາກົນ. ໂງຮົ່ງກວາງ ໄດ້ແບ່ງປັນຄວາມຫວັງ ຢາກເຮັດໃຫ້ດົນຕີພື້ນເມືອງ ມີຄວາມໃໝ່ອ່ຽມຜ່ານວິທີການສະແດງແບບທັນສະໄໝ: 

        “ນັບແຕ່ຄາວຍັງນ້ອຍ, ຂ້າພະເຈົ້າກໍ່ໄດ້ຮຽນດົນຕີພື້ນເມືອງ, ແຕ່ຂ້າພະເຈົ້າບໍ່ຢາກຢຸດຢູ່ພຽງເທົ່ານັ້ນ, ຫາກຍັງຕ້ອງກ້າວເດີນໄປໄກກ່ວາອີກ ດ້ວຍການອອກໄປສຶກສາຮ່ຳຮຽນຢູ່ຕ່າງປະເທດ ເພື່ອຮຽນຮູ້ເອົາບັນສິ່ງທີ່ໃໝ່ອ່ຽມ, ບັນດາຈິນຕະນາການກ່ຽວກັບດົນຕີຍຸກປັດຈຸບັນ ແລະ ຂ້າພະເຈົ້າກໍ່ໄດ້ສະແດງຢູ່ຫຼາຍແຫ່ງໃນໂລກ. ເພາະເຮົາມີພື້ນຖານດົນຕີພື້ນເມືອງ, ຊ້ຳພັດມີຄວາມເຂົ້າໃຈກ່ຽວກັບຈິນຕະນາການດົນຕີທັນສະໄໝ,  ດັ່ງນັ້ນ ໄດ້ປະສານສົມທົບດົນຕີສອງປະເພດນີ້ເຂົ້ານຳກັນ, ອັນໄດ້ສ້າງເປັນການພັດທະນາແບບທຳມະຊາດສຳລັບດົນຕີພື້ນເມືອງ”.     

              ໃນລາຍການສະແດງຂອງ ໂງຮົ່ງກວາງ ໃນຄ່ຳຄືນ “ນາມຍີ” ກໍ່ຄືໃນບັນດາ album ຂອງລາວ, ສຽງຂັບຮ້ອງຂອງ ໂງຮົ່ງກວາງ ກໍ່ໄດ້ຮັບຖືວ່າແມ່ນສຽງເຄື່ອງດົນຕີປະເພດໜຶ່ງ. ເມື່ອໄດ້ຮັບຊົມ ໂງຮົ່ງກວາງ ສະແດງໃນແຕ່ລະເທື່ອ, ຜູ້ຊົມທັງຫຼາຍບໍ່ມີທາງເລືອກອື່ນອີກ ນອກເໜືອຈາກການນັ່ງມິດງຽບຮັບຊົມ ແລະ ຮັບຟັງບັນດາສຽງດົນຕີທີ່ແປກປະຫຼາດ ແລະ ໄດ້ພ້ອມກັນຕົບມືຊົມເຊີຍຢ່າງບໍ່ຂາດສາຍ.

ຕອບກັບ

ຂ່າວ/ບົດ​ອື່ນ