ສິລະປະປັ້ນດິນເຜົາບູຮານຫວຽດນາມໃນ ງານວາງສະແດງ “ຮູບປັ້ນດິນເຜົາບູຮານຫວຽດນາມ“


   (vovworld)-  ຢູ່​ຫວຽດນາມ, ຮູບ​ປັ້ນດິນ​ເຜົາ​ໄດ້​ຖືກ​ຜະລິດ​ກ່ອນ​ນີ້​ນັບ​ພັນ​ປີ. ຮູບ​ປັ້ນດິນ​ເຜົາບໍ່​ພຽງ​ແຕ່​ຕອບ​ສະ​ຫນອງ​ຄວາມ​ຕ້ອງການ​ດ້ານ​ຄວາມ​ງາມ​ໃນ​ການ​ດຳ​ເນີນ​ຊີວິດ​ຂອງ​ຊາວ​ຫວຽດ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ຮັບ​ໃຊ້​ການ​ດຳ​ເນີນ​ພິທີ​ບູຊາ, ຮັບ​ໃຊ້​ການ​ເຫຼື້ອ​ໃສ​ສາສະໜາ​ອີກ​ດ້ວຍ. ງານ​ວາງສະ​ແດງ “ຮູບ​ປັ້ນດິນ​ເຜົາ​ບູຮານຫວຽດນາມ“ ພວມ​ຈັດ​ຂຶ້ນ​ຢູ່​ຫໍພິພິຕະພັນ​ປະຫວັດສາດ​ແຫ່ງ​ຊາດ ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ບັນດາ​ຄຸນຄ່າ​ດ້ານ​ປະຫວັດສາດ, ວັດທະນະທຳ, ສິລະ​ປະ​ຊ້ອນ​ແຝງ​ໃນ​​ເຄື່ອງປັ້ນດິນ​ເຜົາ ​ແລະ ວິວັດ​ການ​ພັດທະນາ​ຂອງ​ສິລະ​ປະປັ້ນດິນ​ເຜົາ​ບູຮານ​ຂອງ​ຊາດ​ຫວຽດນາມ ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ພັດທະນາ​ຂອງ​ປະຫວັດສາດ​ແຫ່ງ​ຊາດ.

   ສິລະປະປັ້ນດິນເຜົາບູຮານຫວຽດນາມໃນ ງານວາງສະແດງ “ຮູບປັ້ນດິນເຜົາບູຮານຫວຽດນາມ“ - ảnh 1

(ພາບ: laodong.com.vn/)

 ວັດຖຸ​ພັນ​ກ່ວາ 70 ຢ່າງ​ໄດ້​ນຳ​ມາ​ວາງສະ​ແດງ​ທີ່​ງານ​ວາງສະ​ແດງ​ຫົວ​ເລື່ອງ​ສະ​ເພາະ “ຮູບ​ປັ້ນດິນ​ເຜົາບູຮານ​ຫວຽດນາມ“ ມີ​ມາ​ແຕ່​ປະມານ 4000 ປີ​ກ່ອນ​ຊື່​ງ​ເຮັດ​ວ້ວຍດິນ​ເຜົາ, ​ເຄື່ອງ​ເຄືອບ​ດິນ​ເຜົາ…​ຊື່​ງ​ໄດ້​ວາງສະ​ແດງ​ຕາມ 3 ຮູບ​ແບບ​ຄື: ຮູບ​ປັ້ນຕົວ​ຈິງ; ຮູບ​ປັ້ນຮັບ​ໃຊ້​ສາສະໜາ, ການ​ເຫຼື້ອມ​ໃສ; ຮູບ​ປັ້ນ​ໃຊ້​ໃນ​ການ​ປະດັບ​ປະດາ, ສະຖາປັດຕະຍາ​ກຳ. ​ໃນສິລະປະປັ້ນດິນເຜົາບູຮານຫວຽດນາມ, ຮູບປັ້ນດິນເຜົາຕົວຈິງນັບມື້ນັບໄດ້ຮັບການເຜີຍແຜ່ທົ່ວໄປຍ້ອນນີ້ແມ່ນບັນດາຜະລິດຕະພັນວິຈິດຕະກຳຮັບໃຊ້ໃຫ້ແກ່ການປະດັບປະດາ, ຊົມໃຊ້ຄວາມງາມໃນຊີວິດ ປະຈຳວັນ ຂອງປະຊາ​ຄົມ. ນີ້​ກໍ່​ແມ່ນງານ​ວາງ​ສະ​ແດງ​ບັນດາ​ວັດຖຸ​ເພື່ອ​ຜະລິດ​ເຄື່ອງປັ້ນດິນ​ເຜົາທີ່​ອຸດົມ​ສົບ​ບູນທີ່​ສຸດ, ປະ​ເພດ​ນຳ​ໃຊ້​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ສີ ​ແລະ ມີ​ຫົວ​ເລື່ອງ​ສະ​ແດງ​ຫຼາຍ​ຢ່າງ​ຄື: ມະນຸດ, ນົກ​ປະ​ເພດ​ຕ່າງໆ, ສັດລ້ຽງ…​ທີ່​ໃກ້ຊິດ​ກັບ​ຊີວິດ​ຂອງ​ມະນຸດ. ​ເມື່ອ​ແນະນຳ​ກ່ຽວ​ກັບ​ຮູບ​ປັ້ນດິນ​ເຜົາ​ຕົວ​ຈິງ, ​ເອື້ອຍ​ດັ້ງທິຮ່ຽນ ຜູ້​ແນະນຳ​ຂອງ​ຫໍພິພິຕະພັນ​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​​​​​​​ນັບ​ແຕ່​ກ່ອນ​ນີ້ 3500 ປີ​ໄດ້​ຄົ້ນພົບ​ຮູບ​ປັ້ນງົວ, ​ຮູບ​ປັ້ນໄກ່. ຫລັງ​ຈາກ​ນັ້ນ, ຮອດ​ສັດຕະວັດ​ທີ 1, ທີ 2 ​ໄດ້​ຄົ້ນພົບ​ບັນດາ​ຮູບ​ປັ້ນໝູ. ​ໃນ​ສັດຕະວັດ​ທີ 11, 13 ສະ​ໄໝ​ລາຊະ​ວົງ​ຫຼີ, ​ເຈິ່ນ​, ເຫັນ​ມີບັນດາ​ເຄື່ອງປັ້ນດິນ​ເຜົາ ​ແລະ ຮອດ​ສັດຕະວັດ​ທີ 16, 17 ​ແມ່ນ​ເຫັນ​ມີເຄື່ອງປັ້ນດິນ​ເຜົາ​ບາດ​ຈ່າງ“.

ສິລະປະປັ້ນດິນເຜົາບູຮານຫວຽດນາມໃນ ງານວາງສະແດງ “ຮູບປັ້ນດິນເຜົາບູຮານຫວຽດນາມ“ - ảnh 2

 (ພາບ: laodong.com.vn/)

   ຮູບ​ປັ້ນດິນ​ເຜົາ​ບູຮານ​ຫວຽດນາມ​ຮັບ​ໃຊ້​ໃຫ້​ແກ່​ສາສະໜາ, ການ​ເຫຼື້ອມ​ໃສ​​ເປັນຕົ້ນ​ແມ່ນ​ຮູບ​ປັ້ນສາສະໜາ ​ແລະ ຮູບ​ປັ້ນບັນດາ​ເທວະ​ດາ​ໃນ​ການ​ເຫຼື້ອມ​ໃສ​ພື້ນ​ເມືອງ. ຮູບ​ປັ້ນສາສະໜາ​ກໍ່​ມີ​ຫຼາຍ​ຮູບ​ແບບ​ແຕ່​ປະກົດ​ເຫັນ​ຫຼາຍ​ກ່ວາ​ໝູ່​ແມ່ນ​ຮູບ​ປັ້ນພະ​ພູດ​ທະ​ເຈົ້າ, ​ເຈົ້າ​ແມ່ກວາ​ນອິນ ​…..​ເຮັດ​ເພື່ອ​ບູຊາ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຜ່ານບັນດາ​ຫົວຮູບ​ປັ້ນສະ​ໄໝ​ລາຊະວ​ົງຫຼີ ​ໃນ​ສັດຕະວັດ​ທີ 11-13. ​ເອື້ອຍ​ດັ້ງທູ​ຮ່ຽນ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

 “​​​ບັນດາ​ຫົວຮູບ​ປັ້ນມີ​ມາ​ແຕ່​ສັດຕະວັດ​ທີ 11-13. ​ບັນດາ​ຮູບ​ປັ້ນ​ໃນ​ສະ​ໄໝ​ນັນສະ​ແດງ​ໃຫ້​ເຫັນ​ວ່າ​ສິລະ​ປະ​ເຮັດ​ເຄື່ອງປັນດິນ​ເຜົາ, ເຄືອບ​ໄລຍະ​ນີ້​ພັດທະນາ​ດີ​ທີ່​ສຸດ“.

   ຮູບ​ປັ້ນ​ເທວະ​ດາກໍ່​ມີ​ຫຼາຍ​ຮູບ​ແບບ, ​ແຕ່ລະ​ຮູບ​ແບບ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ເອກະລັກ​ສະ​ເພາະ, ຕິດ​ພັນ​ກັບ​ບັນດາ​ຄວາມ​ເຊື່ອ​ຖື​​ສາສະໜາ, ຈິດ​ວິນ​ຍານ​ເພື່ອ​ພາວະນາ​ຂໍ​ໃຫ້​ສຸຂະພາບ​​ແຂງ​ແຮງ, ຂໍ​ຄວາມ​ສະຫງົບ​ສຸກ, ​ໂຊກ​ດີ…​ນອກຈາກ​ນັ້ນ, ຍ້ອນ​ບັນດາ​ພິທີ​ບູຊາ​ນັບ​ມື້​ນັບ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ການ​ຜະລິດ​ຮູບ​ປັ້ນວົງມົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເຜີຍ​ແຜ່. ຮູບ​ປັ້ນຮັບ​ໃຊ້​ໃຫ້​ແກ່​ການ​ເຫຼື້ອມ​ໃສ, ສາສະໜາ​ບໍ່​ພຽງ​ແຕ່​ມີ​ລັກສະນະ​ຈິດ​ວິນ​ຍານ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ຕອບ​ສະໜອງ​ທຸກ​ຄວາມ​ຕ້ອງການ​ຂອງ​ຊີວິດ​ມວນ​ມະນຸດ​ອີກ​ດ້ວຍ.

  ນອກຈາກ​ບັນດາ​ຮູບ​ປັ້ນຮັບ​ໃຊ້​ການ​ເຫຼື້ອມ​ໃສ, ສາສະໜາ​ແລ້ວ, ຍັງ​ມີ​ກຸ່ມ​ຮູບ​ປັ້ນປະດັບ​ປະດາ, ສະຖາປັດຕະຍາ​ກຳ, ຮູບ​ປັ້ນດິນ​ເຜົາ​ໃຊ້​ໃນ​ການ​ປະດັບ​ປະດາ, ສະຖາປັດຕະຍາ​ກຳ​ໄດ້​ຜະລິດ​ຕາມ​ຮູບ​ສັດ​ເພື່ອ​ປະດັບ​ປະດາ​ຫຼັງຄາ​ຂອງ​ບັນດາ​ກິດຈະກຳ​ໃນ​ລາຊະ​ວັງ ​ແລະ ກິດຈະກຳ​ສາ​ສະໜາ​ຄື: ວັດ​ວາ​ອາ​ຮາມ, ສາລາ​ບ້ານ, ວິຫານ….​ນອກຈາກ​ນັ້ນ, ສອງ​ເບື້ອງ​ບັນດາ​ກິດຈະກຳ​ສະຖາປັດຕະຍາ​ກຳ​ສາສະໜາ​ເຄີຍ​ຖືກ​ຕິດ​ສິງ​ຄູ່ 1 ຫຼື ​ເງ ຫັນ​ໜ້າ​ໃສ່​ກັນ. ​ເງ​ແມ່ນ 1 ​ໃນ​ບັນດາ​ຫົວ​ເລື່ອງ​ປະດັບ​ປະດາ​ຖືກ​ເຜີຍ​ແຜ່​ຫຼາຍ​ໃນ​ສິລະ​ປະ​ແກ້​ຄວັດ​ສະ​ລັກ, ສະຖາປັດຕະຍາ​ກຳ​ຂອງ​ຊາວ​ຫວຽ​ດນາມ. ​ເງ​ໄດ້​ສະ​ແດງ​ຜ່ານ​ຄວາມ​ນຶກ​ຄິດ, ມີກຳລັງ​ແຮງ​ຂອງ​ເທວະ​ດາ​ທີ່​ສາມາດ​ຂັບ​ໄລ່​ຜີ​ສາງ, ນຳ​ມາ​ເຊິ່ງຄວາມ​ໂຊກ​ດີ ​ແລະ ການ​ກຸສົນ. ເງພ້ອມ​ກັບ​ສັດ​ປະ​ເພດ​ຕ່າງໆ​ຄື: ມັງກອນ, ນົກ​ຫົງ, ສິງ​ໂຕ…​ຖືກ​ປະດັບ​ປະດາ​ໃນ​ບັນດາ​ກິດຈະກຳ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຂອບ​ຂະໜາດ​ຂອງ​ກິດຈະກຳ​ສະ​ຖາ​ປັດຕະຍາ​ກຳ​ສະ​ໄໝ​ນັ້ນ.

   ​ເພື່ອນ​ຮ່ວາງ​ເຟືອງ​ລິງ, ນັກ​ສຶກສາ​ປີ​ທີ 3, ມະຫາ​ວິ​ທະຍາ​ໄລ​ບໍ່​ແຮ່, ທໍລະນີ​ສາດ​ຮ່າ​ໂນ້ຍ, ຜູ້​ມາ​ຊົມ​ງານ​ວາງສະ​ແດງຮູບ​ປັ້ນດິນ​ເຜົາ​ບູຮານຫວຽດນາມ ​ແບ່ງປັນ​ວ່າ:

  “ບັນດາ​ນັກ​ສິລະ​ປະການ​ຫວຽດນາມ ​ໃນ​ເມື່ອ​ກ່ອນ​ມີ​ຄວາມ​ຄ່ອງ​ແຄ້ວ​ທີ່​ສຸດ, ​​ໄດ້ຜະລິດ​ບັນດາ​ເຄື່ອງປັ້ນດິນ​ເຜົາ​ສະ​ແດງ​ໃຫ້​ເຫັນ​ຫົວຄິດ​ປະດິດ​ສ້າງ. ​ເຄື່ອງປັ້ນດິນ​ເຜົາ​ສະ​ແດງ​ໃນ​ງານ​ວາງສະ​ແດງ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ທັງ​ດ້ານ​ຕົວ​ຈິງ ​ແລະ ຈິດ​ວິນ​ຍານ. ນ້ອງ​ເຫັນ​ວ່າ, ​ເຄື່ອງປັ້ນດິນ​ເຜົາ​ງາມ​ທັງ​ນ້ຳ​ເຄືອບ ກໍ່​ຄື​ຮູບ​ຮ່າງ“.

  ງານ​ວາງສະ​ແດງ​ຫົວ​ເລື່ອງ​ສະ​ເພາະ ຮູບ​ປັ້ນດິນ​ເຜົາ​ບູຮານຫວຽດນາມ ​ໄດ້​ສະ​ແດງບັນດາ​ເຄື່ອງປັ້ນດິນ​ເຜົາ​ທັງ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ດ້ານ​ປະ​ເພດ​ນຳ​ໃຊ້ ​ແລະ ຮູບ​ການສະ​ແດງ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໃນ​ຊີວິດ​ຂອງ​ມວນ​ມະນຸດ​​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜະລິດ​ຕະພັນ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ ມີ​ສັນຍາ​ລັກ​ຂອງ​ແຕ່​ລະສະ​ໄໝ​ພັດທະນາ​ຂອງ​ອາຊີບ​ຜະລິດ​ເຄື່ອງປັ້ນດິນ​ເຜົາ​ຫວຽ​ດນາມ ອີກ​ດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ