ສະເຫນີຕົວ“ບົດບັນທຶກສົງຄາມ 1-2-3-4.75”: ສະບັບພາສາອັງກິດ

(vovworld)- ສຳ​ນັກ​ພິມ​ຈຳ​ຫ​ນ່າຍ​ການ​ເມືອງ​ແຫ່ງ​ຊາດ - ຄວາມ​ຈິງ ຫາກໍ່​ສະ​ເຫ​ນີ​ຕົວ​ປື້ມ​ເອ​ກະ​ສານ​ປະ​ຫວັດ​ສາດ “ບົດ​ບັນ​ທຶກ​ສົງ​ຄາມ” 1-2-3-4.75 - ສະ​ບັບ​ພາ​ສາ ອັງ​ກິດ ຂອງ​ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງ.

 ສະເຫນີຕົວ“ບົດບັນທຶກສົງຄາມ 1-2-3-4.75”: ສະບັບພາສາອັງກິດ - ảnh 1

ປື້ມ​​ “ບົດ​ບັນ​ທຶກ​ສົງ​ຄາມ” 1-2-3-4.75 - ສະ​ບັບ​ພາ​ສາ ອັງ​ກິດ ລວມ​ມີ 520 ຫ​ນ້າ, 19 ພາກ.

ປື້ມ “ບົດ​ບັນ​ທຶກ​​​ສົງ​ຄາມ” ທັງ​ມີ​ຄຸນ​ຄ່າ​ດ້ານ​ວັນ​ນະ​ຄະ​ດີ, ທັງ​ມີ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ ແລະ ສື່ມວນ​ຊົນ, ບັນ​ດາ​ເອ​ກະ​ສານ​ສະ​ບັບ​ຕົ້ນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປິດ​ລັບ​ຢ່າງ​ເດັດ​ຂາດ​ໃນ​ເວ​ລານັ້ນ​ຂອງ​ຝ່າຍກົງ​ກັນ​ຂ້າມ ພ້ອມ​ກັບ​ບັນ​ດາ​ເອ​ກະ​ສານ​ໂດຍ​ນັກ​ປະ​ພັນ​ແນະ​ນຳ​ໃນ​ປື້ມ​ຫົວ​ນີ້​ແມ່ນ​ຕິດ​ພັນ​ກັບ​ເຫດ​ການ​ປ​ະ​ຫວັດ​ສາດ​​ສຳ​ຄັນຍິ່ງ​ຂອງ​ປະ​ເທດ​ຊາດ ດ້ວຍ​ຄວາມ​ຊັດ​ເຈນ ແລະ ຄວາມ​ເຊື່ອ​ໃຈ​ຢ່າງ​ສູງ.

ປື້ມ “ບົດ​ບັນ​ທຶກ​ສົງ​ຄາມ” ໄດ້​ວາດ​ພາບ ແລະ ສ່ອງ​ແສງ​​ຄວາມ​ຈິງ​ການ​ລົ້ມ​ລະ​ລາຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ ໄຊ​ງ່ອນ​ໂດຍ ຫງວຽນ​ວັນ​ທ້ຽວ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ເວ​ລາ 4 ເດືອນ​ສຸດ​ທ້າຍ​ຂອງ​ສົງ​ຄາມ, ແຕ່​ເດືອນ 1 ເຖິງ​ໝົດ​ເດືອນ 4/1975.

 ສະເຫນີຕົວ“ບົດບັນທຶກສົງຄາມ 1-2-3-4.75”: ສະບັບພາສາອັງກິດ - ảnh 2
ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງ

        ວິ​ທີ​ແນະ​ນຳ, ຕົວ​ອັກ​ສອນ​ຫ​ຍໍ້, ບັນ​ດາ​ປະ​ໂຫຍກ​ພາ​ສາ​ອັງ​ກິດ​ໃນ​ເອ​ກະ​ສານ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ຄື​ເອ​ກະ​ສານ​ສະ​ບັບ​ຕົ້ນ.

“ບົດ​ບັນ​ທຶກ​​​ສົງ​ຄາມ 1-2-3-4.75 ໄດ້​ຮັບ​ການກວດ​ກາຢັ້ງ​ຢືນ, ພິມ​ຈຳ​ຫ​ນ່າຍ​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ເດືອນ 4/2014. ໃນໄລ​ຍະ 2 ປີ​ທຳ​ອິດ, ປື້ມ​ຫົວ​ນີ້ ຍາດ​ໄດ້​​ບັນ​ດາລາງວັນ​ທີ່​ມີ​ຊື່​ສຽງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ​ພາກ​ພື້ນ ​ຄື: “ລາງວັນ​ວັນ​ນະ​ຄະ​ດີ​ປີ 2014” ຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ”, “ລາງວັນ​ວັນ​ນະ​ຄະ​ດີ​ປີ 2015 ຂອງ​ບັນ​ດາ​ປະ​ເທດ ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ).ໃນ​ໄລ​ຍະ 2 ປີ, ປື້ມ     “ບົດ​ບັນ​ທຶກ​​​ສົງ​ຄາມ” ໄດ້​ຮັບ​ການ​ພິມ​ຈຳ​ຫ​ນ່າຍ​ເຖິງ 3 ຄັ້ງ ແລະ ພິມ​ເປັນ​ຈຳ​ນວນ​ຫລາຍຫົວ.

        ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ໄດ້​ຕົກ​ລົງ ແປ​ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4.75 ເປັນ​​ພາ​ສາ​ອັງ​ກິດ “ເພື່ອ​ແນະ​ນຳ, ໂຄ​ສະ​ນາ​ບັນ​ດາ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ຂຽນ​ກ່ຽວ​ກັບ​ພາ​ລະ​ກິດ​ແຫ່ງ​ການປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ປົດ​ປ່ອຍ​ຊາດ ແລະ​ຄວາມ​ມຸ່ງ​ຫວັງ​ສັນ​ຕິ​ພາບ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ເຖິງ​ເພື່ອນ​ຜູ້​ອ່ານ​ໂລກ.”

“ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4.75 ສະ​ບັບ​ພາ​ສາ​ອັງ​ກິດ ຂອງ​ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມ​າຍ​ແຫ້ງ, ຜູ້​ແປ ແມ່ນ​ແມ້ງ​ເກື່ອງ ໂດຍ​ສຳ​ນັກ​ພິມ​ຈຳ​ຫ​ນ່າຍ​ການ​ເມືອງ​ແຫ່ງ​ຊາດ ຄວາມ​ຈິງ ພິມ​ຈຳ​ຫ​ນ່າຍ ແມ່ນ​ບົດ​ປະ​ພັນ​ໄດ້​ຮັບ​ລາງວັນ​ວັນ​ນະ​ຄະ​ດີ ທຳ​ອິດ​ຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ ໄດ້​ຮັບ​ການ​ຈັດ​ຕັ້ງ​ແປງ​ເປັນ​ພາ​ສາ​ອັງ​ກິດ ແລະ ພິມ​ຈຳ​ຫ​ນ່າຍ​ຢູ່​ພາຍ​ໃນ​ປະ​ເທດ ເພື່ອ​ແນະ​ນຳ​ເຖິງ​ທ່ານ​ຜູ້​ອ່ານ​ໃນ​ໂລກ. ປື້ມ​ຫົວ​ນີ້​ໄດ້​ຮັບ​ການກວດ​ແກ້​ຈາກ ບໍ​ລິ​ສັດ​ແປ​ພາ​ສາ Metro Writers ລວມ​ມີ​ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ພາ​ສາ​ມີ​ປະ​ສົບ​ການ ຂອງ​ຫວຽດ​ນາມ ແລະ ຕ່າງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ