ສະໂມສອນ ໝູ່ບ້ານມໍລະດົກ ຫວຽດນາມ, ສະຖານທີ່ສະຫນິດຕິດພັນບັນດາຜູ້ມີຄວາມຮັກຕໍ່ວັດທະນະທຳທີ່ເປັນມູນເຊື້ອ

(vovworld)- ​ທ່​າມ​ກາງ​ການ​ດຳ​ລົງ​ຊີ​ວິດທີ່​ອຶກ​ກະ​ທຶກ​ຄຶກ​ໂຄມນັ້ນ, ແຕ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ໂມ​ສອນ
ມ​ໍ​ລະ​ດົກ​​ຫວຽດ​ນາມ ຍາ​ມ​ໃດກໍຊອກ​ໃຫ້​ຕົນ​ເອງ​ບັນຍາ​ກາດ​ສະ​ຫງົບ​ງຽບ​ເພື່ອ​​ຊົມ ແລະ ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ມູນ​ເຊື້ອ​ດ້ວຍ​ຫລາຍ​ວິ​ທີ​ຄື: ແຕ້ມ, ບັນ​ທຶກ, ຄົ້ນ​ຄ້​ວາ. ແຕ່​ລະ​ຄົນ​ມີ​ວິ​ທີ​ແຕກ​ຕ່າງ​ກັນ ດ້ວຍ​ຈຸດ​ປະ​ສົງ​ແມ່​ນ​ຮັກສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຊື່ງ​ຄົນ​ລຸ້ນ​ກ່ອນ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ

ສະໂມສອນ ໝູ່ບ້ານມໍລະດົກ ຫວຽດນາມ, ສະຖານທີ່ສະຫນິດຕິດພັນບັນດາຜູ້ມີຄວາມຮັກຕໍ່ວັດທະນະທຳທີ່ເປັນມູນເຊື້ອ - ảnh 1
ບັນ​ດາ​ສະ​ມາ​ຊິກ​ໃນສະ​ໂມ​ສອນ​ມໍ​ລະ​ດົກ​ໝູ່​ບ້ານ​ຫວຽດ​ນາມ
​ພາບ:kienviet.net

        ພາຍ​ຫລັງແຕ່​ລະ​ມື້​ທີ່ໄປ​ຢ້ຽມ​ຢາມ​ໝູ່​ບ້ານ​ບູ​ຮານ, ສະ​ໂມ​ສອນໝູ່​ບ້ານ​ມໍ​ລະ​ດົກ​​ຫວຽດ​ນາມ ໄດ້​ຈັດການ​ສະ​ຫລຸບຜ່ານ​ການ​ເສັງ​ແຕ້ມ​ພາບ. ພາບ​ແຕ້ມ​ກ່ຽວ​ກັບ​ສາ​ລາ​ບ້ານ, ວັດ, ແມ່​ນ້ຳ ຫລື​ເຮືອນ​ຫລັງ​ຕ່າງໆຢູ່​ໝູ່​ບ້ານ ບູ​ຮານ ໂດຍ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ໂມ​ສອນ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ຮູ້​ມໍ​ລະ​ດົກ ແລະ ຄວາມ​ຮັກ​ຕໍ່​ໝູ່​ບ້ານ​ຫວຽດ​ນາມ. ພາບ​ແຕ້ມ​ແຕ່​ລະ​ແຜ່ນ​ແມ່ນ​ເລື່ອງ​ລາວເລື່ອງ​ຫນຶ່ງ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ຊື່ງ​ບັນ​ດາ​ສະ​ມ​າ​ຊິກ​ໃນ​ສະ​ໂມ​ສອນ​ຢາກ​ສະ​ແດງ​ໃຫ້​ເຫັນຜ່ານ​​ນ້ຳສີ​, ລວດ​ລາຍ​ໃນ​​ພາບ​ແຕ້ມ. ໂດຍ​ແມ່ນ​ຜ​ູ້​ໄດ້​ຮັບ​ລາງວັນ​ທີ 1 ໃນ​ລາຍ​ການ​ຢ້ຽມ​ຢາມໝູ່​ບ້ານບູ​ຮານ ແຮ່ງ​ທ້ຽນ ແຂວງ ນາມດີ້ງ ຫວ່າງ​ແລ້ວນີ້, ເພື່ອນ ເລ​ວັນ​ຕຸງ, ນັກ​ສຶກ​ສາ​ປີ​ສຸດ​ທ້າຍ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ກໍ່​ສ້າງ ໄດ້​ແບ່ງ​ປັນ​ວ່າ:

        “ນ້ອງ​ໄດ້​ແຕ້ມ​ຮູບ​ກ່ຽວ​ກັບ​ວັດ ແຮ່ງ​ທ້ຽນ. ກ່ອນນີ້ ນ້ອງ​ກໍ​ໄດ້​ແຕ້ມ​ວັດ, ກິດ​ຈະ​ກຳ​ບູ​ຮານ​ຫລາຍ​ແຫ່ງ​ຢູ່ ຮ່າ​ໂນ້ຍ. ວັດ ແຮ່ງ​ທຽນ ມີ​ຈຸດ​ພິ​ເສດ ນັ້ນ​ແມ່ນ ປະ​ຕູ​ໂຂງ​ຂອງວັດ​ແຫ່ງນີ້​ທັງມີ​ຈຸດ​ທີ່​ເປັນ​ມູນ​ເຊື້ອ​ແຕ່​ຍັງ​ມີຈຸດ​ສ​ະ​ເພາະ. ສິ່ງ​ທີ​ສອງ ນັ້ນ​ແມ່ນ ສ່ວນ​ລວດ​ລາຍ​ໄດ້​ຮັບ​ການ​​​ປະ​ຕິ​ບັດ ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ ອາ​ຊີ​ຕ​າ​ເວ​ັນ​ອອກ, ​ມີ​ຄວາມໃກ້​ຊິດ​ສະ​ຫນິດ​ສະ​ຫນົມ ແລະ ຕາມ​ຮູບ​ແບບ​ໝູ່​ບ້ານຢູ່​ເຂດ​ຊົນ​ນະ​ບົດ​.”

        ບັນ​ດາ​ການ​ສຳ​ຫລວດ​ຕົວ​ຈິງ​ບັນ​ດາ​ໝູ​່​ບ້ານ ບູ​ຮານ ຢູ່ ຮ່າ​ໂນ້ຍ ຫລື ເຂດ​ທົ່ງ​ພຽງ​ພາກ​ເຫນືອ, ໄດ້​ຊ່ວຍ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນໝູ່​ບ້ານ​ມໍ​ລະ​ດົກ​​ຫວຽດ​ນາມ ຍິ່ງ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ມໍ​ລະ​ດົກ, ການ​ວາງ​ແຜນ​ຜັງ, ​ການ​ອອກ​ແບບໝູ່​ບ້ານ, ​ການ​ອອກ​ແບບ​ເຮືອນ​ຢູ່.. ຮອງ​ສາດ​ສະ​ດາ​ຈານ, ປອ ຟ້າມ​ຮຸ່ງ​ເກືອງ, ຫົວ​ຫນ້າ​ສະ​ໂມ​ສອນ​​ດັ່ງ​ກ່າວໃຫ້​ຮູ້​ວ່າ:

        “ສຳ​ລັບ​ນັກ​ສະ​ຖາ​ປາ​ນິກ ຖ້າ​ໄດ້​ແຕ້ມ​ຮ​ູບ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຕົນ​ເອງ​ມີ​ຄວາມຮູ້​ ຄວາມ​ສຳ​ນຶກ​ກ່ຽ​ວ​ກັບ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມຢ່າງ​ເລິກ​ເຊິ່ງກວ່າ. ຄວາມ​ຈິງ​ແລ້ວ ເມື່ອ​ມີ​ຄວາມ​ຮັກ​ຕໍ່​ສາ​ລາ​ບ້ານ, ວັດ​ວາ​ອາ​ຮາມ, ທັດ​ສະ​ນີ​ຍະ​ພາບ, ແມ່​ນ້ຳ​ລຳ​ເຊ ແຕ້ມ​ຮູບຈຶ່ງ​ງາມກວ່າ. ບັນ​ດາ​ການ​ເສັງ​ຄື​ແນວນີ້ ແມ່ນ​ສົ່ງ​ຄວາມ​ຮູ້​ສຶກ​ຕໍ່​ເຂົາ​ເຈົ້າ. ບັນ​ດາ​ເພື່ອນ​ຫນຸ່ມ​ມີ​ໂອ​ກາດ​ໄດ້ຊົມບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງກວ່າ.”

ສະໂມສອນ ໝູ່ບ້ານມໍລະດົກ ຫວຽດນາມ, ສະຖານທີ່ສະຫນິດຕິດພັນບັນດາຜູ້ມີຄວາມຮັກຕໍ່ວັດທະນະທຳທີ່ເປັນມູນເຊື້ອ - ảnh 2
ໝູ່​ບ້ານ​ບູ​ຮານ​ ແຮ່ງ​ທຽນ
ພາບ:disanlangviet

       
ສະ​ໂມ​ສອນ​ມໍ​ລະ​ດົກ​ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 2007, ເບື້ອງ​ຕົ້ນ​ພຽງ​ແມ່ນ​ກຸ່ມ​ຄົ້ນ​ຄ້​ວາ​ ໂດຍ​ຮອງ​ສາດ​ສະ​ດາ​ຈານ, ປອ ຟ້າມ​ຮຸ່ງ​ເກື່ອງ, ຫົວ​ຫນ້າ​ພະ​ແນກ​ສະ​ຖາ​ປັດ​ຕະ​ຍະ​ກຳ ແລ​ະ​ແຜ​ນ​ຜັງ ມະ​ຫາ​ວິ​ທະ​ຍາ​ໄລ​ກໍ່​ສ້າງ​ແນ​ະ​ນຳ. ທ່ານ​ໃຫ້​ຮູ້​ວ່າ: ເບື້ອງ​ຕົ້ນ ສະ​ໂມ​ສອນ​ດຶງ​ດູດ​ບັນ​ດາ​ນັກ​ສຶກ​ສາ​ຮຽນ​ສະ​ເພາະຂະ​ແຫນງ​ສະ​ຖາ​ປັດ​ຕະ​ຍະ​ກຳຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ກໍ່​ສ້າງ, ຫລັງ​ຈາກນັ້ນ ບັນ​ດາ​ເພື່ອນ​ຫນຸ່ມ​ນອກ​ຈາກ​ຂະ​ແຫນງກໍ​​ໄດ້​ເຂົ້າ​ຮ່ວມ​ຫລາຍກວ່າ.

        “ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ສະ​ໂມ​ສອນ​ເປີດ, ມ​ີ​ນັບ​ທັງ​ນັກ​ສຶກ​ສາ, ນັກ​ສະ​ຖາ​ປາ​ນິກ ແລະ ຜູ້​ຢູ່ນອກ​ຂະ​ແຫນງ ແຕ່​ເຂົາ​ເຈົ້າ​ມີ​ຄວາມ​ຮັກ​ຕໍ່ມໍ​ລະ​ດົກ​ໝູ່​ບ້ານ​ບູ​ຮ​ານ ແລະ ຢາກ​ໄປ​ຢ້ຽມ​ຢາມ​ໝູ່​ບ້ານບູ​ຮານນັ້ນ. ພວກ​ຂ້າ​ພ​ະ​ເຈົ້າ​ປາດ​ຖະ​ຫນາ​ຢາກ​ມີ​ຫລາຍ​ຄົນ​ໄປ​ຢ້ຽມ​ຢາມ​ບັນ​ດາ​ໝູ່​ບ້ານ. ​ແລະ ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວນີ້ ເຈົ້າ​ຂອງ​ບັນ​ດາ​ມໍ​ລະ​ດົກ​ຈະ​ເຫັນ​ໄດ້​ຄຸນ​ຄ່າ​ຂອງ​ບັນ​ດາ​ໝູ່​ບ້ານຊື່ງ​ແມ່ນ​ບ່ອນ​ທີ່​ຕົນ​ເອງ​ພວມ​ດຳ​ລົງ​ຊີ​ວິດ ແລະ ຍິ່ງ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ເຫັນ​ໄດ້​ຄວາມ​ຮັບ​ຜິດ​ຊອບ, ວິ​ທີ​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ.”

       ໂດຍ ຮູ້​ຈັກ​ເຖິງ​ສະ​ໂມ​ສອນ​ຜ່ານ​ໝູ່​ເພື່ອນ​ສະ​ຫນິດ​ສະ​ຫນົມ, ດ​ວານ​ວັນ​ເທື່ອງ ແລະ ຫງວຽນ​ທິ​ຢຽບ, ນັກ​ສຶກ​ສາ​ປີ​ທີ 2 ມະ​ຫາ​ວິ​ທະ​ຍາ​ໄລ​ກໍ່​ສ້າງ​ແບ່ງ​ປັນ​ວ່າ ແຕ່​ຄາວ​ຍັງ​ນ້ອຍ​ພວກ​ນ້ອງ​ມັກ​ໄປ​ຢ້ຽມ​ຢາມ​ບັນ​ດາ​ສາ​ລາ​ບ້ານ, ວັດ​ວາ​ອາ​ຮາມ​ແລ້ວ.

        “ເມື່ອໄດ້​ຊົມບັນ​ດາ​ກິດ​ຈະ​ກຳ​ໂດຍ​ຄົນ​ລຸ້ນກ​ອ່ນກໍ່​ສ້າງ ແລະ ສົ່​ງ​ໃຫ້​ຄົນ​ລຸ້ນ​ຫລັງຊື່ງ​ປະ​ຈຸ​ບັນ​ຍັງ​ມີ​ຄຸນ​ຄ່າ​ດັ້ງ​ເດີມ. ນັ້ນ​ແມ່ນ​ສິ່ງ​ພິ​ເສດ. ນ້ອງ​ຢາກ​ເຂົ້າ​ຮ່ວມ ແລະ ຊອກ​ຮູ້​ບັນ​ດາ​ກິດ​ຈະ​ກຳ​ຂອງ​ຄົນ​ລຸ້ນ​ກ່ອນ ເປັນ​ຫຍັງ​ຍັງ​ຄົງ​ຮັກ​ສາ​ຄຸນ​ຄ່າດັ້ງ​ເດີມ ແລະ ມີ​ຄຸນ​ຄ່າ​ຄື​ແນວນັ້ນ.”

        “ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບເຂດບ້ານນາຢູ່ ​ຫວຽດ​ນາມ ກວ່າ ແລະ ຮູ້​ຈັກ​ເຖິງ​ມໍ​ລະ​ດົກ​, ສະ​ຖາ​ປັດ​ຕະ​ຍະ​ກຳ​​ໝູ່​ບ້ານບູ​ຮານ, ຮີດ​ຄອງ​ປະ​ເພ​ນີ ກໍ​ຄື​ການ​ດຳ​ເນີນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້ຫລາຍ​ແຫ່ງກວ່າ.  ຜ່ານນັ້ນ​ຈະ​ເກີດແນວ​ຄວາມ​ຄິດ​​ໃນ​ການບູ​ລະ​ນະ ແລະ ​ອະ​ນຸ​ລັກ​ຮັກ​ສາໝູ່​ບ້ານ.”

        ດ້ວຍ​ຄວາມ​ປາດ​ຖະ​ຫນາ​ຢາກ​ສ້າງ​ສຳ​ເນົາ​ເອ​ກະ​ສານ​ກ່ຽວ​ກັບ​ຄຸນ​ຄ່າ​ມໍ​ລະ​ດົກ​ໃຫ້​ແກ່​ໝູ່​ບ້ານ​ບູ​ຮານ 50 ແຫ່ງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ, ສະ​ໂມ​ສອນ​​​ດັ່ງ​ກ່າວເຄີຍ​ຈັດ​ຕັ້ງການ​ໄປ​ສຳ​ຫລວດ​ຫລາຍ​ຄັ້ງ​ຢູ່​ບັນ​ດາ​ໝູ່​ບ້ານ​ບູ​ຮານ​ອ້ອມ​ຂ້າງ ຮ່າ​ໂນ້ຍ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຫລາຍ​ຄັ້ງ, ຂົນ​ຂວາຍ​ນັກ​ສຶກ​ສາ​ຫລາຍ​ຄົນ​ເຂົ້າ​ຮ່ວມ​ການ​ຂຽນ, ແຕ້ມ​ກ່ຽວ​ກັບ​ໝູ່​ບ້ານ​ບູ​ຮານ, ຈັດ​ຕັ້ງ​ການ​ລາຍ “ໄປຢ້ຽມ​ຢາມ​ ​ມໍ​ລະ​ດົກ​ໝູ່​ບ້ານ​ຫວຽດ​ນາມ”. ຮອງ​ສາດ​ສະ​ດາ​ຈານ, ປອ ຟ້າມ​ຮຸ່ງ​ເກືອງ ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ ພວກ​ເຮົາ​ມີ​ພຽງ​ແຕ່​ໝູ່​ບ້ານ​ບູ​ຮານ 2 ແຫ່ງ​ໄດ້​ຮັບ​ການ​ຮັບ​ຮ​ອງ​ເປັນ​ມໍ​ລະ​ດົກ ນັ້ນ​ແມ່ນ ໝູ່​ບ້ານ​ບູ​ຮານ ເດືອງ​ເລີມຢູ່ ຮ່າ​ໂນ້ຍ  ແລະ ເຟືອກ​ຕິກ ຢູ່ ເຫ້ວ ສະ​ນັ້ນ​ເພື່ອ​ສ້າງ​ລະ​ບົບ​ມໍ​ລະ​ດົກ​ຕ້ອງ​ມີ​ໝູ່​ບ້ານ​ບູ​ຮານຫລາຍ​ແຫ່ງກວ່າ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ຜ່ານ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຈະ​ມີ​ໝູ່​ບ້ານ​ບູ​ຮານ​ຫລາຍ​ແຫ່ງ​ໄດ້​ຮັບ​ຮ​ອງ​ເປັນ​ໝູ່​ບ້ານ​ມໍ​ລະ​ດົກ. ພວກ​ເຮົາ​ກໍ​ປາດ​ຖະ​ຫນາ​ວ່າ ບັນ​ດາ​ເພື່ອນ​ຫນຸ່ມ​ສະ​ຫນັບ​ສະ​ຫນູນ​ວິ​ທີນີ້. ເພາະ​ວ່ານີ້​ແມ່ນ​ວິ​ທີ​ສຳ​ຜັດ ຖື​ປະ​ຊາ​ຄົມ​ເປັນ​ຫລັກ​ແຫລ່ງ​ແກ່ນ​ສານ​ຈຶ່ງ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້.”

        ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ​ດັ່ງ​ກ່າວ​ແມ່ນ​ຢູ່​ທ​ຸກ​ແຖບ​ຖິ່ນ​ທີ່​ແຕກ​ຕ່າງ​ກັນ ແຕ່​ມີ​ຄວາມ​ສະ​ຫນິດ​ຕິດ​ພັນ​ນຳ​ກັນ​ ຍ້ອນ​ມີ​ຄວາມ​ເມົາ​ມົວ, ຄວາມ​ຮັກ​ຕໍ່​ມໍ​ລະ​ດົກ, ໝູ່​ບ້ານ​ບູ​ຮານ​ຂອ​ງ ຊາວ​ຫວຽດ​ນາມ. ບັນ​ດາ​ວຽກ​ງານ​ດັ່ງ​ກ່າວ​ເຖິງວ່າບໍ່​ໃຫຍ່​ກໍ​ຕາມ ແຕ່​ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ​ມີ​ຄວາມປາດ​ຖະ​ຫນາວ່າ​ນັບ​ມ​ື້​ນັບ​ມື​ຫລາຍ​ຄົນ​ເຫັນ​ໄດ້​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ໝູ່​ບ້ານ​ບູ​ຮານ. 


ຕອບກັບ

ຂ່າວ/ບົດ​ອື່ນ