ຫໍພິພິທະພັນ ດັກລັກ ຮັກສາອາຊີບທີ່ເປັນມູນເຊື້ອຜ່ານການເຄື່ອນໄຫວຕົວຈິງ

(VOVWORLD) -ໂດຍແມ່ນແຫ່ງທີ່ຮັກສາບັນດາຄຸນຄ່າປະຫວັດສາດ, ຊີວະພາບ, ວັດທະນະທຳຂອງ ດັກລັກເວົ້າສະເພາະ, ແລະ ເຂດ ໄຕງວຽນ ເວົ້າລວມ. ແຕ່ລະປີ, ຫໍພິພິທະພັນ ດັກລັກ ໄດ້ດຶງດູດແຂກມາຢ້ຽມຊົມ 3 ແສນກວ່າເທື່ອຄົນ. ຢູ່ຫໍພິພິທະພັນ, ບັນດານັກສິລະປະການຊົນເຜົ່າສ່ວນໜ້ອຍຍັງແນະນຳອາຊີບຫັດຖະກຳ, ບັນດາຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນອີກ. ບັນດາການເຄື່ອນໄຫວດັ່ງກ່າວໄດ້ສ້າງກຳລັງດຶງດູດໃຫ້ຫໍພິພິທະຫັນ, ທັງປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າສ່ວນໜ້ອຍຢູ່ ດັກລັກເວົ້າສະເພາະ ແລະ ຢູ່ເຂດ ໄຕງວຽນ ເວົ້າລວມຢ່າງມີປະສິດທິຜົນ.
ຫໍພິພິທະພັນ ດັກລັກ ຮັກສາອາຊີບທີ່ເປັນມູນເຊື້ອຜ່ານການເຄື່ອນໄຫວຕົວຈິງ - ảnh 1ນັກສິລະປະການ Y Mip Ayun ແນະນຳກ່ຽວກັບວິທີເຮັດຂຸ່ຍ ແລະ ວິທີເປົ່າຂຸ່ຍ

ເຖິງວ່າໄດ້ມີອາຍຸ 75 ປີແລ້ວກໍ່ຕາມ, ແຕ່ນັກສິລະປະການ Y Mip Ayun, ຊາວເຜົ່າ ເອເດ ຢູ່ບ້ານ Kô Siêr, ນະຄອນ ບວນມາທວດ, ແຂວງ ດັກລັກ ຍັງມີຄວາມຂະຫຍັນຄ່ອງແຄ້ວທີ່ສຸດເມື່ອປະດິດ ແລະ ເສບດົນຕີຢູ່ຫໍພິພິທະພັນ ດັກລັກ ຢູ່. ທ່ານທັງຕັດ, ເຫຼົາລຳໄມ້ໄຜ່, ລຳຫວາຍເພື່ອຜະລິດຂຸ່ຍ, ທັງເປົ່າຂຸ່ຍເປັນສຽງທີ່ອອນຊອນຈັບໃຈ. ບາງເທື່ອກໍ່ມີແຂກຢາກເຮັດທົດລອງ, ທ່ານກໍ່ແນະນຳວິທີເຮັດກໍ່ຄືວິທີເປົ່າຂຸ່ຍຢ່າງລະອຽດ, ສຸດຈິດສຸດໃຈ. ທ່ານເວົ້າວ່າເມື່ອເຫັນທຸກຄົນມີຄວາມສົນໃຈຄືແນວນັ້ນກໍ່ດີໃຈຫຼາຍ, ເພາະວ່າຢູ່ໝູ່ບ້ານຊົນເຜົ່າໃນປັດຈຸບັນບໍ່ມີໂອກາດຫຼາຍເພື່ອແນະນຳບັນດາເຄື່ອງດົນຕີໄດ້ຄືແນວນີ້ອີກ. ນັກສິລະປະການ Y Mip Ayun ແບ່ງປັນວ່າ:

          “ຕາມຂ້າພະເຈົ້າແລ້ວ, ປັດຈຸບັນຍັງມີຜູ້ສົນໃຈເຖິງເຄື່ອງດົນຕີພື້ນເມືອງຄືແນວນີ້ແມ່ນດີທີ່ສຸດ. ຂ້າພະເຈົ້າຄິດຮອດບັນດາເພື່ອນຂອງຕົນໃນເມື່ອກ່ອນຫຼາຍ, ແຕ່ມີບາງຄົນໄດ້ລ່ວງລັບໄປແລ້ວ. ເມື່ອຄິດຮອດເຂົາເຈົ້າ, ຂ້າພະເຈົ້າກໍ່ນຳເອົາຂຸ່ຍມາເປົ່າ, ສ້າງເປັນທຳນອງດົນຕີຄືດັ່ງປະດິດແຕ່ງບົດເພງແທ້“.

ຫໍພິພິທະພັນ ດັກລັກ ຮັກສາອາຊີບທີ່ເປັນມູນເຊື້ອຜ່ານການເຄື່ອນໄຫວຕົວຈິງ - ảnh 2 (ພາບແນະນຳອາຊີບຫັດຖະກຳທີ່ເປັນມູນເຊື້ອ)

          ໂດຍແມ່ນນັກສິລະປະການຕຳ່ແພໄໝພື້ນເມືອງ, ເອື້ອຍ H Djuih Êban, ຊາວເຜົ່າ ເອເດ ຮູ້ສຶກເອກອ້າງທະນົງໃຈເມື່ອໄດ້ແນະນຳໃຫ້ແຂກມາຢາມບັນດາຄຸນຄ່າວັດທະນະທຳຂອງຊົນເຜົ່າຕົນ. ໃນບັນດາລາຍການແນຳນຳກ່ຽວກັບອາຊີບຫັດຖະກຳທີ່ເປັນມູນເຊື້ອ, ເອື້ອຍ H Djuih Êban ບໍ່ພຽງແຕ່ແນະນຳວິທີຕຳ່ແພໄໝເທົ່ານັ້ນ, ຫາກຍັງຕອບບັນດາຄຳຖາມຂ້ອງໃຈຂອງນັກທ່ອງທ່ຽວທີ່ກ່ຽວຂ້ອງເຖິງອາຊີບອີກດ້ວຍຄື: ວັດຖຸເພື່ອຜະລິດແພໄໝໃນປັດຈຸບັນແມ່ນຫຍັງ; ວິທີຕຳ່ລວດລາຍ, ເພື່ອຕຳ່ແພໄໝແຜ່ນໜຶ່ງທີ່ສາມາດຕັດອາພອນປະຈຳເຜົ່າໄດ້ຊຸດໜຶ່ງແມ່ນຕ້ອງເສຍເວລາຈັກວັນ, ຫຼືຄວາມໝາຍຂອງອາຊີບຕຳ່ແພໄໝໃນການດຳລົງຊີວິດຂອງຊາວເຜົ່າ ເອເດ ແມ່ນຄືແນວໃດ. ນັກສິລະປະການ H Djuih Êban, ໃຫ້ຮູ້ວ່າ:

          “ອາຊີບຕຳ່ແພໄໝແມ່ນໂອກາດເພື່ອໂຄສະນາກ່ຽວກັບຮີດຄອງປະເພນີຂອງຊົນເຜົ່າຕົນໃຫ້ນັກທ່ອງທ່ຽວມາຢາມ, ທັງແມ່ນໂອກາດເພື່ອຮັກສາສີສັນວັດທະນະທຳຂອງຊົນເຜົ່າໄວ້. ຜ່ານນັ້ນ, ນັກທ່ອງທ່ຽວສາມາດເຮັດທົດລອງ ແລະ ຮຽນວິທີຕຳ່ບັນດາລວດລາຍທີ່ສວຍງາມໃນແຜ່ນແພອີກດ້ວຍ“.

ຫໍພິພິທະພັນ ດັກລັກ ຮັກສາອາຊີບທີ່ເປັນມູນເຊື້ອຜ່ານການເຄື່ອນໄຫວຕົວຈິງ - ảnh 3  ບັນດາຜະລິດຕະພັນຫັດຖະກຳ

          ຜ່ານການປະດິດ, ແນະນຳຂອງບັນດານັກສິລະປະການ, ນັກທ່ອງທ່ຽວຈະມີຄວາມເຂົ້າໃຈເລິກກວ່າກ່ຽວກັບທຳມະຊາດ ແລະ ປະຊາຊົນແຫ່ງນີ້, ພ້ອມທັງແນະນຳ, ໂຄສະນາຫໍພິພິທະພັນ ດັກລັກ ເຖິງປະຊາຊົນ ແລະ ນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ. ຍິ່ງກວ່ານັ້ນ, ເລື່ອງເຊີນບັນດານັກສິລະປະການຈາກໝູ່ບ້ານຕ່າງໆໃນແຂວງມາແນະນຳໃຫ້ນັກທ່ອງທ່ຽວນັ້ນກໍ່ເປັນການເສີມຂະຫຍາຍ ແລະ ຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ປຸກລຸກຄວາມຮັກອາຊີບ ແລະ ຄວາມເອກອ້າງທະນົງໃຈຕໍ່ບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຊຸມຊົນໃນແຂວງອີກດ້ວຍ. ຜ່ານການເຄື່ອນໄຫວແນະນຳ, ບັນດານັກສິລະປະການໄດ້ກາຍເປັນ “ຂົວຕໍ່“ລະຫວ່າງມູນເຊື້ອ ແລະ ທັນສະໄໝ, ລະຫວ່າງປະຊາຄົມວັດທະນະທຳຂອງຕົນກັບສາທາລະນະຊົນ. ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍ ແລະ ພວມໄດ້ຮັບການສະໜັບສະໜູນ, ການກະທົບຢ່າງຕັ້ງໜ້າຈາກນັກທ່ອງທ່ຽວມາຢ້ຽມຢາມຫໍພິພິທະພັນ. ທ່ານ ຮວີ່ນວັນທົງ, ນັກທ່ອງທ່ຽວມາຈາກເມືອງ ເຈົາແທ່ງ, ແຂວງ ດົ່ງທາບ, ໃຫ້ຂໍ້ສັງເກດວ່າ:

          “ຂ້າພະເຈົ້າເຫັນວ່ານີ້ແມ່ນໝູ່ບ້ານວັດທະນະທຳທີ່ຕິດພັນກັບຊາວຊົນເຜົ່າມາແຕ່ດົນນານ. ບັນດາຜະລິດຕະພັນນີ້ຄວນໄດ້ຮັບການໂຄສະນາ ແລະ ມີການ ປ່ຽນແປງໃໝ່ບາງຈຸດເພື່ອໃຫ້ມັນມີຄວາມໃກ້ຊິດຕິດແທດກວ່າ, ເຮັດໃຫ້ຮູບພາບຂອງຊາວຊົນເຜົ່າຢູ່ ບວນມາທວດ ຈະແຈ້ງກວ່າ“.

ຫໍພິພິທະພັນ ດັກລັກ ຮັກສາອາຊີບທີ່ເປັນມູນເຊື້ອຜ່ານການເຄື່ອນໄຫວຕົວຈິງ - ảnh 4ເດັກນ້ອຍກຳລັງຟັງແນະນຳວິທີເຮັດເຄື່ອງເຄືອບ

          ເພື່ອຮັກສາບັນດາການເຄື່ອນໄຫວແນະນຳອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງເຂດ ໄຕງວຽນເປັນປະຈຳ ໃນເງື່ອນໄຂບັນດານັກສິລະປະການຢູ່ໝູ່ບ້ານຊົນເຜົ່ານັບມື້ນັບໜ້ອຍລົງ, ແລະ ລາຍຮັບຍັງຖືກຈຳກັດນັ້ນ, ຫໍພິພິທະພັນໄດ້ເປັນເຈົ້າການຮຽກຮ້ອງຫັນເປັນສັງຄົມ, ສ້າງຕາຕະລາງເຊີນນັກສິລະປະການມາແນະນຳຕາມແຕ່ລະເດືອນ, ແຕ່ລະງວດ. ພິເສດແມ່ນໃນໂອກາດວັນບຸນ. ຫໍພິພິທະພັນກໍ່ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ ເພື່ອສ້າງເງື່ອນໄຂໃຫ້ນັກທ່ອງທ່ຽວມີໂອກາດໄດ້ເຮັດທົດລອງບັນດາຄຸນຄ່າວັດທະນະທຳ, ປະຫວັດສາດຂອງ ຫວຽດນາມ. ປັດຈຸບັນ, ປະຊາຊົນ ແລະ ນັກທ່ອງທ່ຽວພວມຮູ້ຈັກເຖິງຫໍພິພິພທະພັນ ດັກລັກ ຄືດັ່ງສະຖານທີ່ວັດທະນະທຳທີ່ເປັນເອກະລັສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ