ຫໍພິພິທະພັນຫວຽດນາມປ່ຽນແປງໃໝ່ວິທີຮັບໃຊ້ມວນຊົນ

(VOVWORLD) -ໃນວັນນີ້, ຄວາມສຳນຶກກ່ຽວກັບຫໍພິພິທະພັນແມ່ນບໍ່ພຽງແຕ່ຈຳກັດຢູ່ໃນວຽກງານວາງສະແດງວັດຖຸພັນຂອງອະດີດຕະການເທົ່ານັ້ນ, ຫາກຍັງແມ່ນການເຊື່ອມຕໍ່ລະຫວ່ງອະດີດ ແລະ ປັດຈຸບັນ, ການກະທົບຕໍ່ກັນລະຫວ່າງວັດຖຸພັນ ແລະ ແຂກມາຢ້ຽມຊົມອີກດ້ວຍ. ຍ້ອນເຫດນີ້ເອງ, ຫໍພິພິທະພັນຫຼາຍແຫ່ງຢູ່ຫວຽດນາມບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງມວນຊົນເທົ່ານັ້ນ, ຫາກຍັງໄດ້ເຂົ້າຮ່ວມໃນການແຂ່ງຂັນດ້ວຍບັນດາຮູບການບັນເທີງ ໃນສັງຄົມ ເພື່ອດຶງດູດມວນຊົນດ້ວຍການເຄື່ອນໄຫວທີ່ແຕກຕ່າງກັນອີກດ້ວຍ
ຫໍພິພິທະພັນຫວຽດນາມປ່ຽນແປງໃໝ່ວິທີຮັບໃຊ້ມວນຊົນ - ảnh 1 ບັນດາວັດຖຸພັນທີ່ວາງສະແດງຢູ່ຫໍພິພິທະພັນ ດັກລັກ

ນັກສິລະປະການ ອີມິບ ອາຢຸນ ຊາວເຜົ່າເອເດຢູ່ບ້ານບ້ານ ໂກຊຽກ ນະຄອນ ບວນມາທວດ, ແຂວງດັກລັກ, ແມ່ນຜູ້ຜະລິດ ແລະ ສະແດງເສບເຄື່ອງດົນຕີຕ່າງໆໃນບໍລິເວນຫໍພິພິທະພັນດັກລັກ ແລະ ບາງຄັ້ງຄາວ, ມີແຂກທ່ອງທ່ຽວຢາກມາຊອກຮູ້ ດ້ວຍການທົດລອງຕົວຈິງນັ້ນ, ລາວກໍ່ມີຄວາມກະຕືລືລົ້ນຊີ້ບອກກ່ຽວກັບວິທີຜະລິດ ແລະ ວິທີເປົ່າຂຸ່ຍ. ນາງ ເຮີດຸຍ ເອບານ, ຊາວເຜົ່າເອເດ ຊຶ່ງແມ່ນນັກສິລະປະການຕ່ຳແຜ່ນແພພື້ນເມືອງ, ທັງແມ່ນພະນັກງານນຳທ່ຽວຊົມໃນຫໍພິພິທະພັນດັກລັກ, ມີຄວາມເອກອ້າງທະນົງໃຈ ເມື່ອໄດ້ແນະນຳໃຫ້ແຂກທ່ອງທ່ຽວຮູ້ ກ່ຽວກັບຄຸນຄ່າບັນດາວັດທະນະທຳຂອງເຜົ່າຕົນ. ນາງໃຫ້ຮູ້ວ່າ:

     “ດ້ວຍອາຊີບຕ່ຳແຜ່ນແພພື້ນເມືອງນີ້, ມັນຈະແມ່ນໂອກາດເພື່ອໂຄສະນາກ່ຽວກັບປະເພນີຂອງເຜົ່າຕົນ, ອີກອັນໜຶ່ງແມ່ນເຮົາຈະມີໂອກາດເພື່ອອະນຸລັກຮັກສາສີສັນວັດທະນະທຳຂອງຊົນເຜົ່າ. ຜ່ານນັ້ນເພື່ອໃຫ້ແຂກທ່ອງທ່ຽວເມື່ອມາຢ້ຽມຊົມຫໍພິພິທະພັນດັກລັກ ມີໂອກາດຊອກຮູ້ຕົວຈິງ, ທັງສາມາດຮຽນວິທີຕ່ຳແຜ່ນ, ເຮັດແນວໃດເພື່ອຕ່ຳບັນດາລວດລາຍ, ແຜ່ນແພທີ່ສວຍງາມ”.

ໂດຍຜ່ານບັນດາໂອກາດໄດ້ສະແດງເຊັ່ນນັ້ນ, ບັນດານັກສິລະປະການໄດ້ກາຍເປັນຂົວເຊື່ອມຕໍ່ລະຫວ່າງວັດທະນະທຳພື້ນເມືອງ ແລະ ທັນສະໄໝ, ລະຫວ່າງວົງຄະນາຍາດວັດທະນະທຳຂອງຕົນກັບມວນຊົນ, ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍ, ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກແຂກທ່ອງທ່ຽວ.

ໃນຂະນະນັ້ນ, ກວ່າໜື່ງປີມານີ້, ຫໍພິພິທະພັນ ຫາຍຟ່ອງ, ໄດ້ຈັດລາຍການ “ນ້ອງແມ່ນຜູ້ນຳທ່ຽວ ແລະ ພາກລາຍການຢູ່ຫໍພິພິທະພັນ” ດ້ວຍເປົ້າໝາຍຊ່ວຍໃຫ້ບັນດາເພື່ອນໜຸ່ມຈົດຈຳບັນດາຄວາມຮູ້ປະຫວັດສາດດ້ວຍວິທີເຫັນປະຈັກຕາຢ່າງມີຊີວິດຊີວາ. ນີ້ກໍ່ແມ່ນວິທີສຳພັດໃໝ່ກັບມວນຊົນໂດຍຜ່ານການເຄື່ອນໄຫວສຶກສາ. ທ່ານນາງ ບຸ່ຍທິຫງວຽດງາ, ຮອງຜູ້ອຳນວຍການຫໍພິພິທະພັນ ຫາຍຟ່ອງ ເປີດເຜີຍວ່າ: 

 “ນັບແຕ່ເດືອນ ມິຖຸນາ ປີ 2017 ມາຮອດປັດຈຸບັນ, ໂດຍປະຕິບັດຕາມການຊີ້ນຳຂອງນະຄອນ ເພື່ອໃຫ້ພວກຫຼານນ້ອຍມີຍາມພັກແລ້ງທີ່ມີປະໂຫຍດ, ທັງໄດ້ຮ່ຳຮຽນ, ທັງໄດ້ລະຫຼີ້ນມ່ວນຊື່ນ, ດັ່ງນັ້ນຫໍພິພິທະພັນ ຫາຍຟ່ອງ ໄດ້ປະຕິບັດທົດລອງລາຍການສຶກສານີ້. ໃນແຜນການຕໍ່ໆໄປ, ຫໍພິພິທະພັນຫາຍຟ່ອງ ກໍ່ມີຄວາມຫວັງຢາກທະວີຄູນລາຍການນີ້ອອກສູ່ໂຮງຮຽນທຸກໆແຫ່ງ”.

ເພື່ອໃຫ້ຫໍພິພິທະພັນປະຕິບັດພາລະໜ້າທີ່ສຶກສາ, ຍົກສູງພູມປັນຍາໃຫ້ເປັນຢ່າງດີ, ທັງແມ່ນສະຖານທີ່ບັນເທີງຂອງປະຊາຊົນ, ນະຄອນໂຮ່ຈີມິນໄດ້ຍົກລະດັບຫໍພິພິທະພັນຂັ້ນນະຄອນ 5 ແຫ່ງ, ນັ້ນແມ່ນ: ຫໍພິພິທະພັນ ໂຕນດຶກຖັງ, ຫໍພິພິທະພັນວິຈິດສິນ, ຫໍພິພິທະພັນປະຫວັດສາດນະຄອນໂຮ່ຈີມິນ, ຫໍພິພິທະພັນແມ່ຍິງພາກໃຕ້ ແລະ ຫໍພິພິທະພັນນະຄອນໂຮ່ຈີມິນ. ທ່ານ ເຈິ່ນວິ້ງຕ້ວຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: 

“ຢູ່ແຫ່ງນີ້, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ມາຢ້ຽມຊົມ, ທັດສະນະສຶກສາຢູ່ຫໍພິພິທະພັນ, ບັນດາເຂດປູຊະນີຍະສະຖານ, ງ ານວາງສະແດງດ້ວຍຮູບແບບພື້ນເມືອງເທົ່ານັ້ນ, ເຂົາເຈົ້າຍັງໄດ້ນຳໃຊ້ເຕັກໂນໂລຢີໃໝ່, ສາມາດເປີດຊອກຮູ້ດ້ວຍໂທລະສັບມືຖື-ສະມາດໂຟນ ເພື່ອຊອກຮູ້ຂໍ້ມູນຂ່າວສານທີ່ເຂົາເຈົ້າຍັງບໍ່ທັນໄດ້ເຫັນຢູ່ຫໍພິພິທະພັນຕື່ມອີກດ້ວຍ”

 ໃນປີ 2018, ຫໍພິພິທະພັນປະຫວັດສາດແຫ່ງຊາດໄດ້ຈັດງານວາງສະແດງທີ່ມີຂອບຂະໜາດໃຫ່ຍຫຼາຍຄັ້ງ, ໃນນັ້ນມີງານວາງສະແດງ 6 ຄັ້ງຈັດຂຶ້ນຢູ່ຕ່າງປະເທດ. ທ່ານປະລິນຍາເອກ ຫງວຽນວັນເກື່ອງ, ຜູ້ອຳນວຍການຫໍພິພິທະພັນປະຫວັດສາດແຫ່ງຊາດ ໃຫ້ຮູ້ວ່າ: 

“ໃນຕົວຈິງກໍ່ມີຫຼາຍໜ້າທີ່ທີ່ສຸດ, ພວກຂ້າພະເຈົ້າກໍ່ໄດ້ສຸມໃສ່ໜ້າທີ່ໃຫ່ຍ, ນັ້ນແມ່ນຍົກສູງກຳລັງຄວາມສາມາດຮັບໃຊ້ແຂກທ່ອງທ່ຽວ; ໂຄສະນາດ້ວຍຫຼາຍວິທີແຕກຕ່າງກັນ, ເພີ່ມທະວີການໂຄສະນາອອກສູ່ຕ່າງປະເທດ ໂດຍຜ່ານການເຊື່ອມຕໍ່ກັບຫໍພິພິທະພັນແຫ່ງຊາດ, ບັນດາສະຖາບັນຄົ້ນຄວ້າ      ເພື່ອໂຄສະນາກ່ຽວກັບຫວຽດນາມ, ຮູບແບບນີ້ແມ່ນປະສົບຜົນສຳເລັດດີທີ່ສຸດ”.

ການນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳເວົ້າລວມ, ເວົ້າສະເພາະແມ່ນບັນດາວັດຖຸພັນ, ການປ່ຽນແປງໃໝ່ການເຄື່ອນໄຫວຮັບໃຊ້ແຂກທ່ອງທ່ຽວດ້ວຍຫຼາຍວິທີທີ່ແຕກຕ່າງກັນ ພວມສ້າງໂອກາດ ເພື່ອໃຫ້ຫໍພິພິທະພັນຢູ່ຫວຽດນາມສາມາດດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ