ຫໍສະໝຸດບໍ່ເກັບຄ່າຢູ່ເຂດບ້ານນາ - ແຫ່ງສ້າງພູມປັນຍາ

(VOVWORLD) -ໃນ 2-3 ປີມໍ່ໆມານີ້, ຮູບແບບຫໍສະໝຸດຂອງບັນດາວົງຕະກູນ, ຄອບຄົວຫຼືຫໍສະໝຸດບໍ່ເກັບຄ່າໂດຍສ່ວນບຸກຄົນສ້າງຕັ້ງເອງໄດ້ປະກົດຢ່າງຫຼວງຫຼາຍຢູ່ບັນດາໝູ່ບ້ານເຂດບ້ານນາຫວຽດນາມ

ສິ່ງນີ້ໄດ້ສະແດງໃຫ້ເຫັນຄວາມຕ້ອງການອ່ານປຶ້ມ ຫຼືໄດ້ສຳພັດກັບພູມປັນຍາ ແລະ ວັດທະນະທຳການອ່ານຢູ່ເຂດຊົນນະບົດ ພວມນັບມື້ນັບຂະຫຍາຍຕົວ, ຍ້ອນເຫດນັ້ນ, ຊີວິດທາງດ້ານຈິດໃຈຂອງປະຊາຊົນນັບມື້ນັບອຸດົມສົມບູນ, ຊາວກະສີກອນໄດ້ຮູ້ຈັກເຖິງເຕັກນິກຜະລິດກະສີກຳໃໝ່, ເດັກນ້ອຍໄດ້ຮັບຄວາມຮູ້ທີ່ມີປະໂຫຍດຫຼາຍຢ່າງຈາກປຶ້ມອ່ານໃນຫໍສະໝຸດໃນໝູ່ບ້ານ.

 ຫໍສະໝຸດບໍ່ເກັບຄ່າຢູ່ເຂດບ້ານນາ - ແຫ່ງສ້າງພູມປັນຍາ  - ảnh 1ຮູບແບບຫໍສະໝຸດບໍ່ເກັບຄ່າໂດຍສ່ວນບຸກຄົນສ້າງຕັ້ງເອງໄດ້ປະກົດຢ່າງຫຼວງຫຼາຍຢູ່ບັນດາໝູ່ບ້ານເຂດບ້ານນາຫວຽດນາມ 

     ຫໍສະໝຸດບ້ານ ເຢືອງລ້ຽວ ຊຶ່ງແມ່ນຫໍສະໝຸດນ້ອຍໂດຍບໍ່ເກັບຄ່າຢູ່ຕາແສງ ເຢືອງລ້ຽວ, ເມືອງຮວ່າຍດຶກ, ຮ່າໂນ້ຍ ໄດ້ກາຍເປັນທີ່ຮູ້ຈັກກັນດີຂອງເດັກໃນຕາແສງ ພາຍຫຼັງຊົ່ວໂມງຮຽນໃນຫ້ອງ. ຫໍສະໝຸດແຫ່ງນີ້ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍການແຜ່ບໍລິຈາກເງິນຂອງໄວໜຸ່ມໃນຕາແສງ. ຜູ້ບໍລິຫານການເຄື່ອນໄຫວຂອງຫໍສະໝຸດ ແມ່ນຜູ້ອາສາສະໝັກກວ່າ 20 ຄົນທີ່ພັດປ່ຽນກັນເຮັດໃນແຕ່ລະວັນ. ປະຈຸບັນ, ທາງຫໍສະໝຸດມີປຶ້ມອ່ານປະມານ 2000 ຫົວກ່ຽວກັບຂົງເຂດວັນນະຄະດີ, ພາສາຕ່າງປະເທດ, ປຶ້ມແບບຮຽນ, ປຶ້ມເລື່ອງພາບ….ທີ່ແທດເໝາະກັບຜູ້ອ່ານໃນເກັ່ນອາຍຸຕ່າງໆ. ເດັກປະມານ ກ່ວາ 700 ຄົນຢູ່ຕາແສງ ສາມາດມາອ່ານປຶ້ມ ແລະ ຢືມປຶ້ມໄປອ່ານເປັນປະຈຳຢູ່ຫໍສະໝຸດ. ອ້າຍ ຟຸ່ງບ້າຮຶງ, ຜູ້ອາສາສະໝັກເຮັດວຽກຢູ່ຫໍສະໝຸດໃຫ້ຮູ້ວ່າ : 

    “ ມີເດັກຢູ່ໝູ່ບ້ານອື່ນໆກໍມາອ່ານປຶ້ມຢູ່ນີ້. ພວກນ້ອງມັກອ່ານປຶ້ມເລື່ອງ ແຕ່ບໍ່ມີບ່ອນອ່ານ. ເມື່ອຫໍສະໝຸດໄດ້ເປີດຮັບໃຊ້ເດັກ, ພວກນ້ອງຕອບສະໜອງຢ່າງສຸດໃຈ ”

    ຢູ່ຫໍສະໝຸດ, ໃນຕອຍບ່າຍແຕ່ລະວັນ, ບັນດາຜູ້ອ່ານໄວເດັກ ຍັງໄດ້ຮັບການແນະນຳກ່ຽວກັບທັກສະທີມີປະໂຫຍດໃນການດຳລົງຊີວິດຈາກຜູ້ອາສາສະໝັກເຮັດວຽກຢູ່ຫໍສະໝຸດ ຫຼືໄດ້ຮັບການແນະນຳເຮັດເຄື່ອງຫຼິ້ນທີ່ເປັນມູນເຊື້ອອີກດ້ວຍ. ນາງ ຟີທິສົດ ຢູ່ຕາແສງເຢືອງລ້ຽວ ແບ່ງປັນວ່າ : 

    “ ພວກຂ້າພະເຈົ້າມີຄວາມອຸ່ນອຽນໃຈເມື່ອລູກຫຼານຂອງຕົນມາອ່ານປຶ້ມຢູ່ ຫໍສະໝຸດແຫ່ງນີ້ ແລະ ບໍ່ຕ້ອງເປັນຫ່ວງນຳພວກຫຼານ ຈະໄປທ່ຽວຫຼິ້ນຢູ່ໃສ ຢ້ານຖືກຮັບຜົນກະທົບຈາກສິ່ງທີ່ບໍ່ດີ. ຂ້າພະເຈົ້າເຫັນວ່າ ພວກຫຼານບໍ່ຂີ້ດຶ້ອີກເມື່ອມາ ຫໍສະໝຸດ ແລະ ເດັກຄົນໃດ ກໍດຸໝັ້ນຮ່ຳຮຽນ ”

     ສ່ວນຢູ່ແຂວງຮຶງອຽນ, ຫໍສະໝຸດບໍ່ເກັບຄ່າຂອງລຸງ ບຸຍດິງທັງ, ນັກຮົບເກົ່າຢູ່ຕາແສງດວານດາວ, ເມືອງຟູ່ກື ໄດ້ກາຍເປັນທີ່ຮູ້ຈັກກັນດີຂອງຫຼາຍຄົນໃນແຂວງ. ຫໍສະໝຸດຂອງລຸງທັງ ໄດ້ເປີດຢູ່ເຮືອນຂອງລຸງນັບແຕ່ປີ 1990 ຊຶ່ງເລີ່ມມາຈາກຄວາມເມົາມົວມັກອ່ານປຶ້ມຂອງລຸງເອງ ກໍຄືຄວາມຫວັງຂອງລຸງຢາກປະກອບສ່ວນດ້ວຍສິງທີ່ມີຄວາມໝາຍໃຫ້ແກ້ບ້ານເກີດເມືອງນອນ. ລຸງ ບຸຍດິງທັງ ໃຫ້ຮູ້ວ່າ : 

    “ ເປີດຫໍສະໝຸດບໍ່ເກັບຄ່າແມ່ນເພື່ອນຳສຽງເວົ້າຂອງພັກເຖິງປະຊາຊົນໃນໝູ້ບ້ານຂ້າພະເຈົ້າ. ທີ່ 2 ເປັນຂົວເຊື່ອມຕໍ່ນຳພູມປັນຍາມຂອງມວນມະນຸດມາສູ່ທຸກໆຄົນ. ຖ້າຫາກປະຊາຊົນໄດ້ອ່ານລານປຶ້ມຫຼາຍນັ້ນ, ລະດັບຄວາມຮູ້ຂອງເຂົາເຈົ້າຈະເພີ່ມຂຶ້ນ ”

   ມາຮອດປະຈຸບັນ, ຫໍສະໝຸດຂອງລຸງທັງ ໄດ້ມີປຶ້ມ 8000 ກ່ວາຫົວ. ພວກນ້ອງນັກຮຽນມາອ່ານປຶ້ມ ກໍສາມາດຊອກເຫັນຄວາມຮູ້ທີ່ເພີ່ມເຕີມໃຫ້ແກ່ຫຼັກສູດການຮຽນ, ຊາວກະສີກອນສາມາດຊອກເຫັນຄວາມຮູ້ທາງດ້ານວິທະຍາສາດເພື່ອໝູນໃຊ້ເຂົ້າໃນການປູກຝັງ ລ້ຽງສັດ, ຜູ້ອາຍຸສູງສາມາດຊອກເຫັນຄວາມຮູ້ເບິ່ງແຍງສຸຂະພາບໃຫ້ແກ່ຕົນເອງ ແລະ ຄອບຄົວ…ນາງ ເລທິຮ່າ ຜູ້ເຄີຍມາອ່ານປຶ້ມຢູ່ຫໍສະໝຸດຂອງລຸງທັງ ໃຫ້ຮູ້ວ່າ : 

    “ ຢູ່ນີ້ມີຫໍສະໝຸດ, ດັ່ງນັ້ນ ພວກຂ້າພະເຈົ້າເຄີຍມາຢືມປຶ້ມແນະນຳເຕັກນິກການປູກສາລີປະສົມພັນເມືອອ່ານ. ເມື່ອອ່ານປຶ້ມນີ້ແລ້ວ, ຂ້າພະເຈົ້າກໍໝູນໃຊ້ເຂົ້າໃນການປູກສາລີ, ດັ່ງນັ້ນ ການປູກສາລີກໍໃຫ້ສະມັດນະພາບສູງ ”

    ປຶ້ມອ່ານແມ່ນຊັບສົມບັດອັນລ້ຳຄາ, ເພາະສະນັ້ນ, ປຶ້ມອ່ານຕ່າງໆໃນຫໍສະໝຸດບໍ່ເກັບຄ່ານີ້ ໄດ້ຮັບການຮັກສາໄວ້ຈາກລຸງທັງ ແລະ ທຸກໆຄົນເປັນຢ່າງດີ. ນ້ອງ ດາວເຟືອງຖາວ ຢູ່ບ້ານ ດວານດາວ ໃຫ້ຮູ້ວ່າ : 

     “ ເມື່ອມາອ່ານປຶ້ມຢູ່ືຫໍສະໝຸດ, ພວກນ້ອງຕ່າງກໍຮັກສາຄວາມເປັນລະບຽບຮຽບຮ້ອຍ, ບໍ່ກໍ່ສຽງເນື່ອງນັ້ນ, ມີສະຕິຮັກສາປຶ້ມອ່ານ. ຫໍສະໝຸດຂອງລຸງທັງ ແມ່ນຫໍສະໝຸດບໍ່ເກັບຄ່າ ແລະ ມີປຶ້ມອ່ານຫຼາຍຫົວທີ່ນຳມາເຊິ່ງຄຸນປະໂຫຍດຫຼາຍຢ່າງ. ນ້ອງມັກອ່ານປຶ້ມຢູ່ ຫໍສະໝຸດແຫ່ງນີ້ທີ່ສຸດ”

     ບໍ່ພຽງແຕ່ມີຫໍສະໝຸດຂອງລຸງທັງ, ຫໍສະໝຸດບ້ານເຢືອງລ້ຽວເທົ່ານັ້ນ, ບັນດາຮູບແບບຫໍສະໝຸດບໍ່ເກັບຄ່າ ຍັງພວມນັບມື້ນັບຂະຫຍາຍຕົວຢູ່ທຸກແຫ່ງໃນປະເທດຫວຽດນາມ. ຍ້ອນມີບັນດາຜູ້ມັກອ່ານປຶ້ມ, ມີຄວາມຄາດຫວັງຊ່ວຍປະຊາຊົນໄດ້ອ່ານປຶ້ມ, ໄດ້ເພີ່ມຄວາມຮູ້, ພູມປັນຍາ ຊຶ່ງວັດທະນະທຳການອ່ານໄດ້ແຜ່ລາມອອກກ້ວາງສູ່ບັນດາໝູ່ບ້ານເຂດບ້ານນາຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ