ຫາຍຟ່ອງ, ຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ຂັບກາ

(VOVWORLD) -ບັນດານັກສິລະປິນໄວເດັກ ທີ່ຫາກໍ່ມີອາຍຸ 10 ປີ ມີຄວາມໝັ້ນໃຈທຳການສະແດງ ຂັບກາຈູ ບົນເວທີສະແດງ. ບັນດາອ້າຍເອື້ອຍຄູ, ທ່ານໝໍ, ນັກສິລະປິນ ທີ່ເຕີບໃຫ່ຍຈາກກອງສິລະປະ ຂັບກາຈູ ຫາຍຟ່ອງ ໄດ້ຮັບບັນດານາມມະຍົດອັນສູງສົ່ງລະດັບລັດ. ນີ້ແມ່ນໝາກຜົນ ຂອງການເຄື່ອນໄຫວຂອງສິລະປະ ເປັນເວລາ 25 ປີ ຂອງສະໂມສອນຂັບການຈູ ຫາຍຟ່ອງ.
ຫາຍຟ່ອງ, ຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ຂັບກາ - ảnh 1ກອງສິລະປະຂັບກາຈູ ຫາຍຟ່ອງ 

ມີນັກສິລະປິນໄວເດັກກວ່າ 10 ຄົນ ປີນີ້ມີອາຍຸ 10 ປີເຕັມ, ເຖິງວ່າຍັງອ່ອນນ້ອຍກໍ່ຕາມ, ແຕ່ພວກນ້ອງນ້ອຍກໍ່ສາມາດສະແດງ ບັນດາບົດຂັບກາຈູ ທີ່ເປັນໜ້າດຶງດູດໃຈ. ພວກນ້ອງແມ່ນນັກຮຽນຊຸດທີ 4 ຂອງສະໂມສອນຂັບກາຈູ ໂຮງຮຽນປະຖົມ ຫງວຽນກົງຈື໋ ເຊິ່ງໄດ້ເລີ່ມເຄື່ອນໄຫວນັບແຕ່ເດືອນ ພຶດສະພາ ປີ 2018 ມາຮອດປັດຈຸບັນ, ໂດຍພາຍໃຕ້ການແນະນຳ ແລະ ຖ່າຍທອດຂອງບັນດານັກສິລະປະການ ໃນກອງສິລະປະຂັບກາຈູ ຫາຍຟ່ອງ. ສຳລັບພວກນ້ອງແລ້ວ, ສະໂມສອນຂັບກາຈູ ແມ່ນສະຖານທີ່ນັດພົບທີ່ດີ ຂອງພວກນ້ອງໃນຍາມພັກແຫຼ້ງນີ້.

    “ຫຼານມີຄວາມຫວັງຢ່າງຍິ່ງວ່າ ຮອດວັນອັງຄານ ແລະ ວັນສຸກປະຈຳອາທິດ ເພື່ອຈະໄດ້ໄປພົບກັບພວກປ້າລຸງທີ່ເປັນນັກສິລະປະການສອນຂັບຮ້ອງ, ພ້ອມທັງໄດ້ພົບກັບພວກເພື່ອນ. ຫຼານຊົມຊອບສິລະປະຂັບກາຈູທີ່ສຸດ”.

    “ຫຼານດີໃຈທີ່ສຸດ ແລະ ມີຄວາມເອກອ້າງທະນົງໃຈ ເມື່ອໄດ້ຂັບກາຈູ, ຂັບກາຈູໃຫ້ທຸກໆຄົນຟັງ ແລະ ແນະນຳໃຫ້ທຸກໆຄົນ”.

     ສະໂມສອນຂັບກາຈູ ໂຮງຮຽນປະຖົມ ຫງວຽນກົງຈື໋ ແມ່ນໜຶ່ງໃນ 5 ສະໂມສອນຂັບກາຈູ ໂດຍກອງສິລະປະຂັບກາຈູ ຫາຍຟ່ອງສ້າງຕັ້ງ ແລະ ສິດສອນຖ່າຍທອດໂດຍກົງ. ນັບແຕ່ປີ 2015 ມາຮອດປັດຈຸບັນ, ທາງສະໂມສອນ ໄດ້ບຳລຸງສ້າງນັກຮຽນໄດ້ 4 ຊຸດ. ທ່ານ ບຸ່ຍດິ້ງຖາວ ນັກສິລະປະການສັງກັດກອງ ສິລະປະຂັບກາຈູ ຫາຍຟ່ອງ ໃຫ້ຮູ້ວ່າ: 

    “ປັດຈຸບັນມີພວກຫຼານນ້ອຍຈຳນວນໜຶ່ງ ມັກຮຽນຂັບກາຈູທີ່ສຸດ. ຍ້ອນຄວາມເອກອ້າງທະນົງໃຈ ແມ່ນສິລະປະພື້ນເມືອງຂອງຊາດ ແລະ ໄດ້ຮັບການຮັບຮອງຈາກອົງການ UNESCO, ດັ່ງນັ້ນພວກຫຼານນ້ອຍກໍ່ຊົມຊອບທີ່ສຸດ ແລະ ມີຄວາມຫ້າວຫັນກັບການຮຽນ ຂັບກາຈູ. ຫາກໍ່ສອນໄດ້ 1 ປີເທົ່ານັ້ນ, ແຕ່ພວກຫຼານສາມາດສະແດງສິລະປະ ຂັບກາຈູ ໄດ້ຕາມຄວາມຮຽກຮ້ອງຕ້ອງການ”.

     ກອງສິລະປະຂັບກາຈູ ຫາຍຟ່ອງ ໄດ້ຮັບການສ້າງຕັ້ງ ໃນເດືອນ ເມສາ ປີ 1993, ຄາວນັ້ນຍັງແມ່ນໜ່ວຍຂັບກາຈູ ສັງກັດສະໂມສອນຂັບກາບກອນ ຂອງສູນວັດທະນະທຳ ນະຄອນຫາຍຟ່ອງ. ພາຍຫຼັງເຄື່ອນໄຫວມາເປັນໄລຍະໜຶ່ງ, ສິລະປະຂັບກາຈູໄດ້ກັບຄືນສູ່ມວນຊົນເທື່ອລະກ້າວ. ກອງສິລະປະກອນ ມີນັກສິລະປະການພື້ນເມືອງ 7 ຄົນ, ສິລະປິນດີເດັ່ນ 1 ຄົນ. ສິລະປະການດີເດັ່ນ 1 ຄົນ. ຜ່ານ 25 ປີແຫ່ງການເຄ່ືອນໄຫວ ທາງດ້ານສິລະປະ ຂອງບັນດານັກສິລະປະການຂັບກາຈູ ຫາຍຟ່ອງ, ຜົນງານໄດ້ຮັບແມ່ນມີກວ່າ 10 ຫຼຽນຄຳ ພ້ອມກັບໃບຍ້ອງຍໍຫຼາຍໃບ ທີ່ບັນດາງານມະໂຫລານ ຂັບກາຈູທົ່ວປະເທດ. ແຕ່ສຳລັບບັນດານັກສິລະປະການແລ້ວ, ຄວາມເບີກບານມ່ວນຊື່ນທີ່ສຸດ ແມ່ນໄດ້ມີຖັນແຖວສິລະປິນສືບທອດ ເພື່ອຮັກສາມໍລະດົກວັດທະນະທຳ ຂອງປູ່ຍ່າຕາຍາຍປະໄວ້ໃຫ້. ສິລະປິນດີເດັ່ນ ໂດກວຽນ, ຫົວໜ້າກອງສິລະປະຂັບກາຈູ ຫາຍຟ່ອງ ໃຫ້ຮູ້ວ່າ: 

       “ຂ້າພະເຈົ້າແມ່ນຜູ້ຮຽນນຳພວກພໍ່ຕູ້ແມ່ຕູ້ ນັກສິລະປະການໂດຍກົງ. ຖັດຈາກເຮົາແລ້ວ ແມ່ນມີນັກຮຽນຂອງເຮົາຈຳນວນໜຶ່ງ ກໍ່ໄດ້ຮັບການບອກສອນ ຖ່າຍທອດຈາກເຮົາ. ຈຳນວນນັກຮຽນຂອງຕົນໃນປັດຈຸບັນ ກໍ່ໄດ້ຖ່າຍທອດ ໃຫ້ແກ່ນັກຮຽນອີກລຸ້ນໜຶ່ງ. ການສືບທອດກັນເຊັ່ນນັ້ນ, ກໍ່ແມ່ນເພື່ອເປັນການອະນຸລັກຮັກສາ ສິລະປະຂັບກາຈູໄວ້ໄດ້”

        ກຳລັງເຫື່ອແຮງຂອງນັກສິລະປະການລຸ້ນຕ່າງໆ ກໍ່ໄດ້ຮັບການຕອບແທນດ້ວຍ ເລື່ອງມີຖັນແຖວນັກສິລະປິນ ສືບທອດທີ່ມີຄວາມເມົາມົວ, ມີຄວາມດຸໝັ້ນຮ່ຳຮຽນ ແລະ ສາມາດທຳການສະແດງຂັບກາຈູຢູ່ເວທີນະຄອນຫາຍຟ່ອງ. ເພື່ອເສີມຂະຫຍາຍໝາກຜົນນີ້, ເພື່ອໃຫ້ມໍລະດົກຂັບກາຈູ ສາມາດຫຼຸດພົ້ນອອກຈາກບັນຊີລາຍຊື່  “ຄວນປົກປັກຮັກສາຢ່າງຮີບດ່ວນ”  ຂອງ UNESCO ໂດຍໄວນັ້ນ, ການສິດສອນ ແລະ ຖ່າຍທອດສິລະປະຂັບກາຈູ ແມ່ນຍັງບໍ່ທັນພຽງພໍເທື່ອ, ຕ້ອງເປີດກວ້າງເປົ້າໝາຍຜູ້ຊົມ, ເປີດກວ້າງຜົນສະທ້ອນຂອງມໍລະດົກນີ້ ເພື່ອໃຫ້ຜູ້ຄົນທັງຫຼາຍ, ເປັນຕົ້ນແມ່ນໄວໜຸ່ມ ສາມາດຫຍັບມໍ່ເຂົ້າກັບສິລະປະຂັບກາຈູ, ສືບຕໍ່ຮັກສາຄວາມງາມ ອັນປະເສີດເລີດລ້ຳຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ