ເຄື່ອງດົນຕີດ້ວຍໄມ້ໄຜ່ໄມ້ເຮ້ຍທີ່ເປັນເອກະລັກສະເພາະຢູ່ຫວຽດນາມ

(vovworld) - ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ສາງ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ທີ່​ອຸດົມສົມ​ບຸນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ, ດ້ວຍ​ເຄື່ອງ​ດົນຕີ​ທີ່​ແຕກ​ຕ່າງ​ກັນນັບ​ຮ້ອຍ​ປະ​ເພດ. ​ໃນ​​ເຄື່ອງ​ດົນຕີ​ພື້ນ​ເມືອງປະ​ເພດ​ຕ່າງໆ, ​ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​ໄມ້​ເຮ້ຍ ​ແມ່ນ​ປະ​ເພດ​ທີ່​ໄດ້​ປະກົດ​ມີກ່ອນໝູ່​ໃນ​ປະຫວັດ​ແຫ່ງ​ດົນຕີຂອງ ຫວຽດນາມ. ບົດ​ຂຽນ “ເຄື່ອງ​ດົນຕີ​ດ້ວຍ​ໄມ້​ໄຜ່​​ໄມ້​ເຮ້ຍທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ຫວຽດນາມ“ ຂອງ​ນັກ​ຂ່າວ ງອກ​ແອ​ງ.

ເຄື່ອງດົນຕີດ້ວຍໄມ້ໄຜ່ໄມ້ເຮ້ຍທີ່ເປັນເອກະລັກສະເພາະຢູ່ຫວຽດນາມ - ảnh 1
ໄມ້​ໄຜ່​ໄມ້​ເຮ້ຍ​ໃຊ້​ເພື່ອ​ເຮັດ​ຂຸ່ຍປີ່
(ພາບ​ອິນ​ເຕີ​ແນັດ)

ຕົ້ນ​ໄມ້ໄຜ່​ຍາມ​ໃດ​ກໍ່​​ເປັນສັນຍາ​ລັກ​​ແຫ່ງ​​ຄວາມ​ໃກ້ຊິດຕິດ​ແທດ​ໃນ​ຊີວິດ​ການ​ເປັນ​ຢູ່ ​ແລະ ຈິດ​ວີນຍານ​ຂອງ​ຊາວ ຫວຽດນາມ. ຈາກ​ຕົ້ນ​ໄມ້​ໄຜ່ທຳ​ມະດາ​ງ່າຍດາຍນັ້ນ, ບັນດາ​ນັກ​ສິລະ​ປະການ​ທີ່​ມີ​ຄວາມ​ປີ​ຊາ​ສາ​ສາດ ​​ໄດ້ປະດິດສ້າງ​ເປັນ​ເຄື່ອງ​ດົນຕີ​ຫຼາຍ​ປະ​ເພດ ​ເພື່ອ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ຊີວິດ​ທາງ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ​ຂອງ​ຊາດ​ຕື່ມ​ອີກ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ເຄື່ອງ​ດົນຕີ​ດ້ວຍ​ໄມ້​ໄຜ່​​ໄມ້​ເຮ້ຍໄດ້​ມີ​ບົດບາດ​ສຳຄັນ​ໃນ​ຊີວິດ​ທາງ​ຈິດ​ໃຈ​ຂອງ​ຊາວ ຫວຽດນາມ, ມັນ​ຕິດ​ພັນ​ກັບ​ຊີວິດ​ປະຈຳ​ວັນ, ຕິດ​ພັນ​ກັບ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ຮີດຄອງ​ປະ​​ເພນີ, ງານ​ບຸນ​ຂອງ​ແຕ່ລະ​ເຂດ, ພາກ. ນັບ​ແຕ່​ປະກົດ​ມີມາ, ​ເຄື່ອງ​ດົນຕີ​ດ້ວຍ​ໄມ້ ​ໄດ້​ເປັນ​ເຄື່ອງ​ດົນຕີ​ສົມບູນ​ແບບ​ພໍ​ສົມຄວນ, ມີ​ຄວາມ​ອຸດົມສົມ​ບຸນ​ດ້ານ​ຈຳນວນ, ​ຄວາມ​ເປັນ​ເອກະລັກ​ສະ​ເພາະກ່ຽວ​ກັບ​ນ້ຳ​ສຽງ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ​ດ້ານ​ໂຄງ​ປະກອບ. ​ເຄື່ອງ​ດົນຕີ​ປະ​ເພດ​ນີ້ ​ໄດ້​ສ້າງ​ຄວາມ​ເປັນ​ເອກະລັກ​ສະ​ເພາະ​ໃຫ້​ພື້ນຖານ​ດົນຕີ​ພື້ນ​ເມືອງ​ຂອງ ຫວຽດນາມ. ທ່ານ​ນາງ ປະລິຍາ​ເອກ, ນັກ​ສິນລະປິນ​ດີ​ເດັ່ນ ຫງວຽນ​ທິຮວາ​ດົງ, ຮອງ​ຫົວໜ້າ​ພະ​ແນ​ກ​ເຄື່ອງ​ດົນຕີ​ພື້ນ​ເມືອງ, ສະ​ຖາ​ບັນ​ດົນຕີ​ແຫ່ງ​ຊາດ ຫວຽດນາມ, ​ໃຫ້​ຮູ້​ວ່າ:

ຢູ່ ຫວຽດນາມ​ ຍ້ອນ​ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ຕົ້ນ​ໄມ້​ໄຜ່​ໄມ້​ເຮ້ຍ​ພັດທະນາ. ຕົ້ນ​ໄມ້​ໄຜ່​ຍາວ​ພໍ​ສົມຄວນ, ມີ​ຕາ​ຍາວ, ​ເໝາະ​ສົມ​​ເພື່ອ​​ເຮັດ​ເຄື່ອງ​ດົນຕີ. ​ເຖິງ​ວ່າ​ຈະ​ແມ່ນ​ໄມ້​ໄຜ່​ເຊັ່ນ​ກັນ, ​ແຕ່​ຢູ່ ຟີ​ລິບ​ປິນ ຫຼື​ຢູ່ ຈີນ​ ພັດ​ມີ​ຕາ​ສັ້ນ, ​ແລະ ໜາອີກ, ດັ່ງ​ນັ້ນ​ຈະ​ອອກ​ເປັນສຽງ​​ແຫ້ງ, ສຽງ​ຕຳ່​ບໍ່​ມ່ວນ.​ແຕ່​ໄມ້​ໄຜ່​ຂອງ ຫວຽດນາມ ຈະ​ອອກເປັນ​ສຽງມ່ວນ, ສົດ​ໃສ ​ແລະ ດັງ​ກ້ອງ​ກັງວານ​ກວ່າ. ອາດ​ເວົ້າ​ໄດ້​ວ່າ, ​ເຄື່ອງ​ດົນຕີ​ດ້ວຍ​ໄມ້ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ ຫວຽດນາມ “.

ເຄື່ອງດົນຕີດ້ວຍໄມ້ໄຜ່ໄມ້ເຮ້ຍທີ່ເປັນເອກະລັກສະເພາະຢູ່ຫວຽດນາມ - ảnh 2
(ພາບ​ອິນ​ເຕີ​ແນັດ)

​ໂດຍ​ອີງ​ໃສ່​ນ້ຳ​ສຽງ​ຂອງ​ເຄື່ອງ​ດົນຕີ, ​ເຂົາ​ເຈົ້າ​ຈຶ່ງ​ແບ່ງ​ເຄື່ອງ​ດົນຕີ​ດ້ວຍ​ໄມ້​ໄຜ່​ໄມ້​ເຮ້ຍອອກ​ເປັນ 3 ປະ​ເພດ​ຄື: ​ເຄື່ອງ​ດົນຕີ​ມີ​ສາຍ, ​ເຄື່ອງ​ດົນຕີ​​ໃຊ້​ລົມ​ຫາຍ​ໃຈ ​ແລະ ​ເຄື່ອງ​ດົນຕີ​ສາມາດ​ດັງ​ອອກສຽງ​ເອງ​ໄດ້. ກ່ຽວ​ກັບ​ຄວາມ​ອຸດົມສົມ​ບຸນ​ຂອງ​ເຄື່ອງ​ດົນຕີ​ເຮັດ​ດ້ວຍ​ໄມ້​ໄຜ່​ໄມ້​ເຮ້ຍນັ້ນ, ນັກ​ດົນຕີ ທາວ​ຢາງ, ຜູ້ອຳນວຍການ​ສູນ​ພັດທະນາ​ດົນຕີ ຫວຽດນາມ, ​ໃຫ້​ຮູ້​ວ່າ:

“​ໄມ້​ໄຜ່​ໄມ້​ເຮ້ຍ​ໃຊ້​ເພື່ອ​ເຮັດ​ຂຸ່ຍປີ່, ​ແຄນ, ຊ້ຳ​ບໍ່​ໜຳ​ໃບ​ໄມ້​ໄຜ່ກໍ່​ສາມາດ​​ເປົ່າ​ໄດ້. ສ່ວນ​ກົກ​ໄມ້​ໄຜ່​ກໍ່​ໃຊ້​ເພື່ອ​ເຮັດ​ກະ​ລໍ, ​ໄມ້ຕີ​ກອງ…​ຢູ່ ໄຕ​ງວຽນ​ ມີ​ພິນຕຣິງ, ຈິງ, ​ເກີ​ນີ໋, ດິງຕຸ​ດ, ພິນ, ກະ​ຈັບ​ປີ, ກອງ... ກໍ່​ເຮັດ​ດ້ວຍ​ໄມ້​ໄຜ່, ​ໄມ້​ເຮ້ຍ. ​​ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​ຂອງແຕ່​ລະ​ຊົນ​ເຜົ່າກໍ່​ມີ​ນຳ້​ສຽງ​ສະ​ເພາະ. ກຳລັງ​ປະດິດ​ສ້າງ​ຂອງ​ປະຊາຊົນ​ແມ່ນ​ອຸດົມສົມ​ບຸນ​ທີ່​ສຸດ .“

ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​​ໄມ້​ເຮ້ຍ​ມີ​ລັກສະນະ​ທົ່ວ​​ໄປ, ຍ້ອນ​ມັນ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​ວັດຖຸ​ທີ່​​ມີ​ຢູ່​ແລ້ວ​ໃນ​ສວນ, ​ໃນ​ໝູ່​ບ້ານ ຫຼື​ໃນ​ປ່າ. ນີ້​ກໍ່​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ຂອງ​ເຄື່ອງ​ດົນຕີ​ປະ​ເພດ​ນີ້. ​ເຖິງ​ວ່າ​ໄດ້​ເຮັດ​ດ້ວຍ​ໄມ້​ໄຜ່​ໄມ້​ເຮ້ຍ​ ​ແລະ ໄດ້​ຮັບ​ການ​ປະກອບ​ຢ່າງ​ງ່າຍດາຍຕໍ່​ຕາມ, ​ແຕ່​ມັນ​ພັດ​ສ້າງ​ຄວາມ​ດູດ​ດຶງ​ໃຫ້​ແກ່​ຜູ້​ຟັງ. ຍ້ອນ​ເຫດ​ນັ້ນ, ​ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​ໄມ້​ເຮ້ຍ​ຈຶ່ງ​ກວມ​ອັດຕາ​ສູງ​ໃນ​ລະບົບ​ເຄື່ອງ​ດົນຕີ​ພື້ນ​ເມືອງ ຫວຽດນາມ. ປອ, ນັກ​ສິນລະປິນ​ທີ່​ດີ​ເດັ່ນ ຫງວຽນ​ທິຮວາ​ດັງ, ຮອງ​ຫົວໜ້າ​ພະ​ແນ​ກດົນຕີ​ພື້ນ​ເມືອງ, ສະ​ຖາ​ບັນ​ດົນຕີ​ແຫ່ງ​ຊາດ ຫວຽດນາມ, ​ໃຫ້​ຮູ້​ວ່າ:

ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​​ໄມ້​ເຮ້ຍ​​ແມ່ນ​ມີ​ຫຼາຍ​ໃນ​ຊົນ​ເຜົ່າ​ຕ່າງໆ​ຢູ່ ຫວຽດນາມ​ຄື: ຊົນ​ເຜົ່າກິ​ງ, ຊົນ​ເຜົ່າມົ້ງ, ຊົນ​ເຜົ່າ​ຜູ່​ໄທ, ຊົນ​ເຜົ່າ​ໄຕ່, ຊົນ​ເຜົ່າ​ນຸ່ງ, ຊົນ​ເຜົ່າ​ຢາຣາຍ, ​ເອ​ເດ… ​ເກືອບ​ຄື​ວ່າ​ຊົນ​ເຜົ່າ​ໃດ​ກໍ່​ມີ​ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​​ໄມ້​ເຮ້ຍ​​. ເຄື່ອງ​ດົນຕີ​ດ້ວຍ​ໄມ້​ໄຜ່​​ໄມ້​ເຮ້ຍຂອງ ຫວຽດນາມ ທີ່​​​ໂລກ​ມີ​ຄວາມຮູ້ຈັກ​ທີ່​ສຸດ, ນັ້ນ ​ແມ່ນ​ພິນ​ຕຣືງ, ພິນ​ສາຍ​ດຽວ, ​ເຊິ່ງ​ແມ່ນ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ​ຂອງ ຫວຽດນາມ. ສ່ວນ​ບັນດາ​ເຄື່ອງ​ດົນຕີ​ອື່ນໆ​ເຊັ່ນ: ກຣົງປຸດ, ດິງປ໋າ, ​ເກີ​ນີ໋, ​ແມ່ນ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ​ໄຕ​ງວຽນ“.

ເຄື່ອງດົນຕີດ້ວຍໄມ້ໄຜ່ໄມ້ເຮ້ຍທີ່ເປັນເອກະລັກສະເພາະຢູ່ຫວຽດນາມ - ảnh 3
(ພາບ​ອິນ​ເຕີ​ແນັດ)

ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​​ໄມ້​ເຮ້ຍ​​ ຖືກ​ນຳ​ໃຊ້​ໃນ​ບັນດາ​ຮູບ​ການ​ດົນຕີ​ພື້ນ​ເມືອງ​ຂອງ ຫວຽດນາມ, ​ໃນ​ນັ້ນ​ມີ​ຂັບ​ຊວານ​ຟູ໋ທໍ້, ຂັບ​ກາ​ຈູ່, ຂັບ​ກວານ​ຫໍ້, ດົນຕີ​ໃນ​ພະລາດ​ຊະ​ວັງ ​ເຫວ໋, ຂັບ​​ເດີ່ນ​ກາ​ຕ່າ​ຍຕືພາກ​ໃຕ້, ​ເຊິ່ງ​ແມ່ນ​ບັນດາ​ຮູບ​ການ​ດົນຕີ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ ອົງການ​ວິທະຍາສາດ, ການ​ສຶກສາ ​ແລະ ວັດທະນະທຳ ສະຫະ​ປະຊາ​ຊາດ (UNESCO) ວ່າ ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ.

ເຄື່ອງ​ດົນຕີ​ພື້ນ​ເມືອງ ຫວຽດນາມ ​ໄດ້​ຮັບ​ການສ້າງ​ຂຶ້ນ​ໃນ​ຕະຫຼອດ​ວິວັດ​ແຫ່ງ​ການ​ດຳລົງ​ຊີວິດ ​ແລະ ປະຫວັດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຜ່ານ​ການ​ຜັນ​ແປຂອງ​ປະຫວັດສາດ, ບັນດາເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​​ໄມ້​ເຮ້ຍ​​ຍັງ​ຄົງ​ດັງ​ກ້ອງ​ກັງວານ​ໄປ​ທົ່ວ, ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່ນ, ​ຄວາມໂສກ​ເສົ້າ, ຄວາມ​ໄຝ່ຝັນ, ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ຊາວ ຫວຽດນາມ. ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​​ໄມ້​ເຮ້ຍ​​ ​ແມ່ນ​ຂົວ​ຕໍ່​ລະຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ, ລະຫວ່າງ​ຊົນ​ເຜົ່າ​ນີ້​ກັບ​ຊົນ​ເຜົ່າ​ອື່ນ​ໃນ​ປະ​ຊາ​ຄົມ 54 ຊົນ​ເຜົ່າ, ລະຫວ່າງ​ບັນດາ​ປະ​ເທດ​ອື່ນໆ​ໃນ​ໂລກ. ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​​ໄມ້​ເຮ້ຍ​​ ​ແມ່ນ​ຮູບ​ການ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ສາງ​ເຄື່ອງ​ດົນຕີ​ພື້ນ​ເມືອງ, ​ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ພື້ນຖານ​ວັດທະນະທຳ ຫວຽດນາມ ມີ​ຄວາມ​ອຸ​ສົມ​ສົ​ມບຸນ ​ແລະ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ