ເພື່ອໃຫ້ຫໍພິພິທະພັນເສີມຂະຫຍາຍຄຸນຄ່າວັດທະນະທຳ, ປະຫວັດສາດ

(vovworld) - ຫໍພິພິທະ​ພັນ​ແມ່ນ​ບ່ອນ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ມໍລະດົກ​ວັດທະນະທຳ, ປະຫວັດສາດ​ທີ່​ຍອດ​ຍິ່ງ​ຂອງ​ແຕ່ລະ​ປະ​ເທດ. ​ໃນ​ຊຸມ​ປີຜ່ານມາ, ວຽກ​ງານ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ບັນດາ​ຫໍພິພິທະ​ພັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ລັດ ​ແລະ ທົ່ວ​ສັງຄົມ, ປະກອບສ່ວນ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ປະຊາຊົນ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມເປັນ​ຈຳນວນ​ຫຼວງ​ຫຼາຍ. 
ເພື່ອໃຫ້ຫໍພິພິທະພັນເສີມຂະຫຍາຍຄຸນຄ່າວັດທະນະທຳ, ປະຫວັດສາດ - ảnh 1
ທ່ານປະລິຍາ​ເອກ ຫງວຽນ​ເທ໋ຮຸ່ງ, ຫົວໜ້າ​ກົມ​ມໍລະດົກ,
ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ ຫວຽດນາມ

ຫໍພິພິທະ​ພັນ​ແມ່ນ​ບັນຍັດ​ວັດທະນະທຳ​ທີ່​ສຳຄັນ. ປະຈຸ​ບັນ, ລະບົບຫໍພິພິທະ​ພັນຂອງ ຫວຽດນາມ​ ພວມ​ພັດທະນາ​ຢ່າງ​ແຮງ​ດ້ວຍຫໍພິພິທະ​ພັນລະດັບ​ຊາດ, ແຂວງ, ນະຄອນ 134 ​ແຫ່ງ ​ແລະ ຫໍພິພິທະ​ພັນ​ເອກະ​ຊົນ 31 ​ແຫ່ງ. ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ອະນຸລັກ​ຮັກສາຫໍພິພິທະ​ພັນ, ສາ​ສະ​ດາ​ຈານ, ປະລິຍາ​ເອກ ລື​ວ​ເຈິ່ນຕຽວ, ປະທານ​ສະພາ​ມໍລະດົກ​ວັດທະນະທຳ​ແຫ່ງ​ຊາດ, ປະທານ​ສະພາ​ມໍລະດົກ​ວັດທະນະທຳ ຫວຽດນາມ, ​ໃຫ້​ຮູ້​ວ່າ:

ຫໍພິພິທະ​ພັນ​ໄດ້​ມີ​ການ​ປ່ຽນ​ໃໝ່​ວຽກ​ງານ​ວາງສະ​ແດງ, ໝູນ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ຫັນ​​ແຫຼ່ງ​ເອກະສານ, ວັດ​ຖຸພັນ​​ໃນ​ຫໍພິພິທະ​ພັນເປັນດີ​ຈີ​ຕອນ ​ຢ່າງ​ແຮງ. ຫັນ​ຫໍພິພິທະ​ພັນ​ເປັນ​ສູນ​ສຶກສານ​ອກ​ໂຮງຮຽນ, ​ເພີ່ມ​ຄວາມ​ຮູ້​ຕື່ມອີກ​ໃຫ້​ທຸກ​ເປົ້າ​ໝາຍ​ມາ​ຢ້ຽມ​ຊົມ​ຫໍພິພິທະ​ພັນ. ສ້າງ ​ແລະ ຜັນ​ຂະຫຍາຍ​ຍຸດ​ທະ​ສາດ marketing ​ຫໍພິພິທະ​ພັນ​ຢ່າງ​ແຮງ, ​ເພີ່ມ​ທະວີ​ບັນດາ​ຮູບ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ, ຢ້ຽມຊົມ​ທັງ​ຢູ່​ພາຍໃນ ​ແລະ ນອກ​ຫໍພິພິທະ​ພັນ, ​ເຊື່ອມ​ຕໍ່​ຫໍພິພິທະ​ພັນ​ກັບ​ການທ່ອງທ່ຽວ“.

ວຽກ​ງານ​ອະນຸລັກ​ຮັກສາ​ຫໍພິພິທະ​ພັນ​ຍິ່ງ​ດີ​ເທົ່າ​​ໃດ​, ກໍ່ຍິ່ງ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ເຂົ້າ​ໃຈ, ນິຍົມ​ຊົມ​ຊອບ​ກັບ​ບັນດາ​ວັດຖຸ​ພັນ​ທີ່​ວາງສະ​ແດງ​ຢູ່​​ທີ່​ນີ້, ຜ່ານ​ນັ້ນ​ໂຄສະນາ​ວັດທະນະທຳ, ຮູບ​ພາບ​ປະ​ເທດ​ຊາດ, ຊາວ ຫວຽດນາມ ຢ່າງ​ເລິກ​ເຊິ່ງກວ້າງຂວາງ. ຕາມ​ທ່ານປະລິຍາ​ເອກ ຫງວຽນ​ເທ໋ຮຸ່ງ, ຫົວໜ້າ​ກົມ​ມໍລະດົກ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ ຫວຽດນາມ ​ແລ້ວ, ບົດຮຽນ​ສຳຄັນ​ທີ່​ສຸດ​ໃນ​ວຽກ​ງານ ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ, ​ໃນ​ນັ້ນ​ມີ​ຫໍພິພິທະ​ພັນ​ ນັ້ນແມ່ນການ​ຮັບປະກັນ​ຄວາມ​ກົມກຽວ​ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ລັດ ​ແລະ ປະຊາ​ຄົມ.

ລັດ​ປັບປຸງ​ລະບົບກົດໝາຍ, ສືບ​ຕໍ່​ປະກາດ​ໃຊ້ ​ແລະ ປະຕິບັດ​ນະ​ໂຍບາຍ​ເກື້ອກູນສຳລັບ​ນັກ​ສິລະ​ປະການ. ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ບຳລຸງ​ສ້າງ, ຄຸ້ມ​ຄອງ​ວັດທະນະທຳ. ການ​ອະນຸລັກ​ຮັກສາ​ບໍ່​ໝາຍ​ຄວາມ​ວ່າ​ພຽງ​ແຕ່ຮັກສາ​ຮູບເດີມ​ໄວ້​ຄື​ເກົ່າ​ເທົ່າ​ນັ້ນ, ຫາກ​ຍັງຕ້ອງ​ມີ​ການຕິດ​ພັນ​ກັບ​ບັນດາ​ປັດ​ໃຈ​ຍຸກ​ປັດຈຸບັນອີກ​ດ້ວຍ. ພວກ​ເຮົາ​ສາມາດ​ນຳ​ເອົາ​ບັນດາ​ປັດ​ໃຈຍຸກ​ປັດຈຸບັນ​ເຂົ້າ​ໃນ​ການ​ອະນຸລັກ​ຮັກສາ ບົນ​ພື້ນຖານ​ຕ້ອງໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງ​ລະອຽດ“.

ຄຽງ​ຂ້າງ​ການ​ເປີດ​ກວ້າງ​ຮູບ​ແບບ​ຫັນ​ເປັນ​ສັງຄົມ, ລະດົມ​ທຸກ​ແຫຼ່ງກຳລັງ​ຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ເຂົ້າ​ຮ່ວມ​ວຽກ​ງານ​ອະນຸລັກ​ຮັກສາ​ຫໍພິພິທະ​ພັນ​ແລ້ວ, ​ເຕັກນິກ​ການ​ອະນຸລັກ​ຮັກສາກໍ່​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສຸດ. ມີ​ການ​ສົມທົບ​​ກັນຢ່າງ​ກົມກຽວ, ​ເໝາະ​ສົມລະຫວ່າງ​ເຕັກນິກ​​ອະນຸລັກ​ຮັກສາ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ, ຕາມ​ຫຼັກການ​ບໍ່​ຖື​ເປັນ​ສຳຄັນເຕັກນິກ​ທີ່ທັນ​ສະ​ໄໝ​​ເກີນ​ໄປ​.

ທັງ​ປະຊາ​ຄົມ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ຮ່ວມ​ການ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ພ້ອມ​ກັນ​ຊົມ​ໃຊ້​ຄຸນ​ຄ່າ​ວັດທະນະທຳ, ​ເຊິ່ງຫໍພິພິທະ​ພັນ​ໄດ້​ນຳ​ມາ​ໃຫ້. ປະຊາຊົນ​ສາມາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ຫໍພິພິທະ​ພັນ​ຄື: ຊອກ​ຫາ, ຮຽບຮຽງ, ສະ​ແດງ​ຮີດຄອງ​ປະ​ເພນີ​ທ້ອງ​ຖີ່​ນ, ພິທີ​ງານ​ບຸນ… ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ຫໍພິພິທະ​ພັນ​ມີ​ຊີວິດ​ຊີວາ​ກວ່າ​. ຮອງ​ສາ​ສະ​ດາ​ຈານ, ປະລິຍາ​ເອກ ຫວໍ​ກວາງ​ຈ້ອງ, ຜູ້ອຳນວຍການ​ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ຖື​ວ່າ:

​ເລື່ອງ​ອະນຸລັກ​ຮັກສາຫໍພິພິທະ​ພັນ​ມີ​ການ​ກະທົບ​ຢ່າງ​ຕັ້ງໜ້າ​ເຖິງປະຊາ​ຄົມ. ຫໍພິພິທະ​ພັນ​ບໍ່​ພຽງ​ແຕ່​ແມ່ນ​ແຫ່ງ​ອະນຸລັກ​ຮັກສາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງສອນ ​ແລະ ​ສືບ​ທອດ​ອາຊີບອີກ​ດ້ວຍ. ການ​ສອນ, ສືບ​ທອດອາຊີບ​ຢູ່​ຫໍພິພິທະ​ພັນ​ກໍ່​ເປັນ​ການ​ອະນຸລັກ​ຮັກສາ​ຫໍພິພິທະ​ພັນ, ຈາກ​ນັ້ນ​ມັນ​ຈະ​ມີ​ການ​ກະທົບ​ຄືນ​ເຖິງ​ປະຊາ​ຄົມ“.

ປະຈຸ​ບັນ, ​ໃນ​ລະບົບ​ຫໍພິພິທະ​ພັນ​ເອກະ​ຊົນ, ມີ​ຫໍພິພິທະ​ພັນ 3 ​ແຫ່ງ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ. ນັ້ນ​ແມ່ນ​ຫໍພິພິທະ​ພັນ ດົ່ງ​ເກ​ວ (ທົ່ງ​ນາ) ຢູ່ ນາມ​ດິ້ງ, ຫໍພິພິທະ​ພັນ ​ໂກ້ຍ​ງ່ວນ (ກົກ​ເຄົ້າ) ​ຢູ່ຟູ໋ກວົກ ແລະ ຫໍພິພິທະ​ພັນວັດຖຸບູຮານ ຮ່ວາງ​ລອງ ຢູ່ ​ແທງ​ຮ໋ວາ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຫໍພິພິທະ​ພັນ​ເອກະ​ຊົນສ່ວນ​ຫຼາຍຍັງ​ຖືກຈຳກັດ​ກ່ຽວ​ກັບ​ລະດັບ​ວິຊາ​ສະ​ເພາະ, ວິຊາ​ການ​ຂອງ​ພະນັກງານ, ຜູ້​ແນະນຳ​. ດັ່ງ​ນັ້ນ​ຈຳ​ເປັນ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ປະຊາ​ຄົມ, ​ເປັນ​ຕົ້ນ​ແມ່ນ​ຍູ້​ແຮງການ​ຫັນ​ເປັນ​ສັງຄົມ. ປະລິຍາ​ເອກ ຟ້າ​ມກວົກກວນ, ອະດີດ​ຜູ້ອຳນວຍການ​ຫໍພິພິທະ​ພັນ ປະຫວັດສາດ​ແຫ່ງ​ຊາດ, ຖື​ວ່າ:

ການ​ຫັນ​ເປັນ​ສັງຄົມຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ອົງການ​ຄຸ້ມ​ຄອງ​ວັດທະນະທຳ, ບັນດາ​ອົງການ​ຈັດ​ຕັ້ງ, ສະມາຄົມ​ອາຊີບ. ​ເມື່ອ​ໄດ້​ຮັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກ​ທົ່ວສັງຄົມ, ຫໍພິພິທະ​ພັນ​ເອກະ​ຊົນ​ຈຶ່ງ​ພັດທະນາ​​ໄດ້ຢ່າງ​ໝັ້ນຄົງ​“.

ປະຈຸ​ບັນ​ມີ​ເອກະສານ, ວັດຖຸ​ພັນ​ນັບ​ພັນ​ຢ່າງ​ທີ່ພວມ​​ຮັກສາ​ໄວ້​ໃນ​ຫໍພິພິທະ​ພັນ​ຕ່າງໆ. ນັ້ນ​ແມ່ນ​ແຫຼ່ງຊັບພະຍາກອນ​ອັນ​ລຳ້​ຄ່າ​ຂອງ​ປະ​ເທດ​ຊາດ. ຫໍພິພິທະ​ພັນຈະ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຢ່າງ​ໝັ້ນຄົງ​ເມື່ອ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກ​ລັດ ​ແລະ ປະຊາຊົນ. ວຽກ​ງານ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຫໍພິພິທະ​ພັນ​ເປັນ​ການ​ຢືນຢັນ​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ມໍລະດົກວັດທະນະທຳ ຫວຽດນາມ ​ໃນ​ການ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ເມື່ອ ຫວຽດນາມ ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ເຂົ້າ​ກັບ​ສາກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ