ເວທີສະແດງສິລະປະພື້ນເມືອງ

(VOVWORLD) -ໃນຈຸດເວລາທີ່ບັນດາພື້ນຖານວັດທະນະທຳໃນໂລກພວມແຊກຊຶມເຂົ້າ ຫວຽດນາມ ດ້ວຍຫຼາຍຮູບການ,  ພ້ອມກັນນັ້ນກໍ່ແມ່ນການປ່ຽນແປງກ່ຽວກັບຄວາມນິຍົມຮັບຊົມສິລະປະ, ໄວໜຸ່ມໄດ້ມີການເລືອກເຟັ້ນຫຼາຍກວ່າໃນການຊົມບັນດາຮູບແບບສະແດງສິລະປະ, ບັນດາປະເພດສິລະປະພື້ນເມືອງຄື ຂັບຕວງ, ຂັບແຈວ, ຂັບກາຍເລືອງ, ຂັບກາຈູ ເບິ່ງຄືວ່າບໍ່ໄດ້ຮັບຄວາມສົນໃຈຫຼາຍຈາກໄວໝຸ່ມ. ແຕ່ໃນປັດຈຸບັນ, ຍ້ອນຄວາມມານະພະຍາຍາມຂອງບັນດານັກສິລະປິນ ແລະ ວົງຄະນາຍາດສິລະປະ, ບັນດາເພື່ອນໜຸ່ມ ໄດ້ຄ່ອຍໆມີການປ່ຽນແປງ ເມື່ອມີຄວາມເປັນເຈົ້າການຊອກຮູ້, ຊອກຄວາມເຂົ້າໃຈ ແລະ ຮັກສາສິລະປະພື້ນເມືອງ. ປັດຈຸບັນຜູ້ຄົນທັງຫຼາຍກໍ່ເຄີຍພົບເຫັນພວກໄວໜຸ່ມ ນິຍົມຮັບຊົມການສະແດງສິລະປະຂັບແຈວ ຢູ່ຕາມເດີ່ນສາລາ, ລາຍການສະແດງສິລະປະພື້ນເມືອງຂັບກວນເຫາະ, ຂັບກາຍເລືອງ, ຂັບກາຈູ…
ເວທີສະແດງສິລະປະພື້ນເມືອງ - ảnh 1ລາຍການສະແດງລະຄອນແຈ່ວ 

ໃນບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນດ້ວຍລະບົບແສງສີທີ່ງາມຕາ, ຜູ້ຊົມພວມຮັບຊົມລາຍການສະແດງຂັບກາຈູ ເຊິ່ງແມ່ນປະເພດສິລະປະພື້ນເມືອງຂອງ ຫວຽດນາມ. ໂຮງລະຄອນ ກີມບິກ ແຕ່ດົນນານມາແລ້ວໄດ້ກາຍເປັນສະຖານທີ່ ເຊິ່ງກອງສິລະປະ ກີມດຶກ ເຄີຍມາຝຶກແອບ ທັງແມ່ນບ່ອນເພື່ອພົບປະແລກປ່ຽນຂອງບັນດາຜູ້ນິຍົມສິລະປະຂັບກາຈູ. ແຕ່ປີ 2017, ກອງສິລະປະຕາແສງ ກີມດຶກ ເຄີຍຈັດຕັ້ງບັນດາລາຍການສະແດງສິລະປະຢ່າງສະເໝີເດືອນລະ 2 ເທື່ອ. ມີບາງເດືອນໂຮງລະຄອນກໍ່ຕ້ອງຈັດລາຍການສະແດງຕື່ມອີກ ຍ້ອນວ່າຈຳນວນແຂກມາຊົມປະເພດສິລະປະພື້ນເມືອງນີ້ ແມ່ນຫຼາຍທີ່ສຸດ ພິເສດແມ່ນຜູ້ຊົມໄວໜຸ່ມ. ໃນລາຍການສະແດງສິລະປະເນື່ອງໃນໂອກາດລະດູບານໃໝ່ເມື່ອບໍ່ດົນມານີ້, ມວນຊົນນະຄອນຫຼວງຮ່າໂນ້ຍ ກໍ່ໄດ້ມີໂອກາດໄດ້ຮັບຊົມສຽງຂັບຮ້ອງຂອງນັກສິລະປິນ ກີມດຶກ ທີ່ມີຊື່ສຽງເປັນໄລຍະໜຶ່ງ ແລະ ກໍ່ແມ່ນນັກສິລະປິນຄົນສຸດທ້າຍຂອງກອງສິລະປະຕາແສງ ເຄິມທຽນ ຮ່າໂນ້ຍ ເມື່ອກ່ອນນີ້.ທ້າວ ຫງວຽນງອກຮຸຍ ຜູ້ຊົມໄວໜຸ່ມຢູ້ ຮ່າໂນ້ຍ ເວົ້າວ່າ:

    “ຂ້າພະເຈົ້າໄດ້ມານີ້ຟັງຂັບກາຈູຫຼາຍຄັ້ງແລ້ວ ເພື່ອເປັນການຊອກຮູ້ຄຸນຄ່າຂອງສິລະປະພື້ນເມືອງ. ມື້ນີ້ຂ້າພະເຈົ້າມີຄວາມຕື້ມຕັນໃຈທີ່ສຸດ, ພິເສດ ເມື່ອໄດ້ຮັບຟັງນັກສິລະປິນ ກີມດຶກ ຂັບຮ້ອງ. ໂດຍແມ່ນຜູ້ຊົມຄົນໜຶ່ງ, ຂ້າພະເຈົ້າເຫັນວ່ານີ້ແມ່ນວິທີອັນແທດຈິງ ເພື່ອໃຫ້ບັນດານັກສິລະປິນປະກອບສ່ວນເຂົ້າໃນການ ອະນຸລັກຮັກສາວັດທະນະທຳພື້ນເມືອງ”.

   ໃນລາຍການສະແດງສິລະປະຂອງໂຮງລະຄອນແຈວ ຮ່າໂນ້ຍ ໃນມື້ໜຶ່ງຢູ່ເດີ່ນສາລາຕາແສງ ຕືລຽນ ເມືອງ ເຕິຍໂຮ່ ຮ່າໂນ້ຍ, ບັນດາຜູ້ຊົມໃນທຸກເພດທຸກໄວພ້ອມກັນນັ່ງເຕົ້າໂຮມຢູ່ຕາມສາດ ເພື່ອຮັບຊົມການສະແດງຂັບແຈວດ້ວຍຮູບການຄືເມື່ອກ່ອນນີ້.       

    ສຽງກອງ, ສຽງຊໍປະສານກັບສຽງຂັບຮ້ອງພ້ອມກັບຈັງຫວະຟ້ອນທີ່ອ່ອນຊ້ອຍຂອງບັນດານັກສິລະປະປິນທີ່ມາຈາກໂຮງລະຄອນແຈວ ຮ່າໂນ້ຍ ໄດ້ເຮັດໃຫ້ມວນຊົນມີຄວາມຕື້ນຕັນໃຈຫຼາຍ. ບັນດາຜູ້ເຖົ້າຜູແກ່ຕ່າງກໍ່ຮູ້ສຶກຄືໄດ້ກັບຄືນສູ່ການດຳລົງຊີວິດເມື່ອກ່ອນນີ້ ສ່ວນພວກໄວໜຸ່ມກໍ່ມີຄວາມຮູ້ສຶກຄືໄດ້ເຊື່ອມຕົວເຂົ້າກັບບັນຍາກາດງານບຸນ. ການມີໜ້າຂອງເພື່ອນໜຸ່ມ ຢູ່ຕາມເວທີສະແດງຂັບແຈວໃນເດີ່ນສາລາກໍ່ເປັນການຢັ້ງຢືນ ໃຫ້ແກາການຄົງຕົວຂອງປະເພດສິລະປະນີ້. ເພື່ອນ ຫງວຽນງອກຮ່າ ນັກສຶກສາ ສັງກັດມະຫາວິທະຍາໄລການຄ້າຕ່າງປະເທດ ແບ່ງປັນວ່າ:

  “ນ້ອງຮູ້ສຶກວ່າປະເພດສິລະປະພື້ນເມືອງນີ້ ມີຄວາມດູດດື່ມທີ່ສຸດ. ເມື່ອໄດ້ສວມບົດຕົວລະຄອນໃດໜຶ່ງໃນລະຄອນແຈວກໍ່ແມ່ນວິທີທີ່ດີທີ່ມ່ວນ ເພື່ອໃຫ້ໄວໜຸ່ມຮູ້ສຶກມີຄວາມຊົມຊອບກັບປະເພດສິລະປະຂັບແຈວ. ມີສິ່ງໜຶ່ງທີ່ນ້ອງຮູ້ສຶກວ່າຕ້ອງການທີ່ສຸດ ແມ່ນພວກເຮົາຄວນຫຍັບເຂົ້າໃກ້ກັບເວທີສະແດງ ເພື່ອຮັບຊົມບັນດານັກສິລະປິນ ນັກສະແດງສະເໜີໂດຍກົງ ຈຶ່ງສາມາດເຫັນໄດ້ໝົດສິ່ງທີ່ດີ ທີ່ງາມ, ຄວາມເປັນເອກະລັກສະເພາະຂອງສິລະປະຂັບແຈວ”.

  ໃນໄລຍະຜ່ານມາບໍ່ພຽງແຕ່ປ່ຽນແປງວິທີສຳພັດກັບຜູ້ຊົມ ເຊິ່ງສິລະປະພື້ນເມືອງໄດ້ມີການຫັນປ່ຽນຫຼາຍພໍສົມຄວນ ກ່ຽວກັບຮູບການ ແລະ ເນື້ອໃນ ເພື່ອຫຍັບເຂົ້າໃກ້ກັບຜູ້ຊົມໄວໜຸ່ມຫຼາຍກວ່າ ແລະ ນຳພະລັງຊີວິດໃໝ່ມາໃຫ້ບັນດາປະເພດສິລະປະນີ້. ເພື່ອນ ຫງວຽນເຟືອງຍີ ນັກສຶກສາສັງກັດສະຖາບັນດົນຕີແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

 “ກະໂຕນ້ອງເອງກໍ່ແມ່ນຜູ້ໜຶ່ງພວມຮຽນວິຊາດົນຕີ, ເພາະສະນັ້ນ ເມື່ອເຂົ້າຮ່ວມບັນດາລາຍການສະແດງສິລະປະເຊັ່ນນີ້ ກໍ່ຊ່ວຍໃຫ້ນ້ອງຊອກຮູ້ຕື່ມອີກກ່ຽວກັບຕົ້ນກຳເນີດຂອງວັດທະນະທຳຂອງ ຊາດ, ພ້ອມກັນນັ້ນ ນ້ອງກໍ່ໄດ້ຮັບຊົມລາຍການສະແດງໃນຕົວຈິງທີ່ແຕກຕ່າງກັນ. ເມື່ອໄດ້ພົບປະກັບບັນດານັກສິລະປິນ ນັກສະແດງ, ນ້ອງກໍ່ໄດ້ຮຽນຮູ້ຕື່ມໄດ້ຫຼາຍສິ່ງຫຼາຍຢ່າງທີ່ເປັນໜ້າຈັບໃຈ”.

  ເລື່ອງບັນດາເພື່ອນໜຸ່ມພວມຊອກຫາບັນດາເວທີສະແດງພື້ນເມືອງ ແມ່ນບໍ່ມີຫຍັງນອກເໜືອຈາກການຢາກເສີມສ້າງ ແລະ ພ້ອມກັນສະແດງຄວາມ ຮັກຕໍ່ບັນດາຄຸນຄ່າພື້ນເມືອງຂອງສິລະປະທີ່ເປັນເອກະລັກສະເພາະຂອງຊາດ ຫວຽດນາມ. ດ້ວຍບັນດາຄວາມມານະພະຍາຍາມປ່ຽນແປງໃໝ່ມີຫົວຄິດປະດິດສ້າງຂອງບັນດານັກສິລະປິນ ພ້ອມກັບບັນດານັກຄຸ້ມຄອງ, ເຊື່ອແນ່ວ່າຈະມີເພື່ອນໜຸ່ມມາຊອກຮູ້ ຮັບຊົມການສະແດງສິລະປະພື້ນເມືອງນັບມື້ນັບຫຼາຍຂຶ້ນ, ຈາກນັ້ນກໍ່ເປັນການສືບຕໍ່ຮັກສາ ແລະ ອະນຸລັກບັນດາຄຸນຄ່າວັດທະນະທຳທີ່ປະເສີດເລີດລ້ຳຂອງຊາດ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ