ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຢ້າວ

(VOVWORLD)-ວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດລະດັບຊາດຄັ້ງທຳອິດຫາ ກໍ່ ໄດ້ຮັບການຈັດຕັ້ງຢູ່ແຂວງ ຕວຽນກວາງໃນລະຫວ່າງວັນທີ 29 – 30 ກັນຍາ 2017. ດ້ວຍຫົວຂໍ້ວ່າ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳ ຊົນເຜົ່າ ຢ້າວໃນໄລຍະປ່ຽນໃໝ່ - ເຊື່ອມໂຍງ ແລະ ພັດທະນາປະເທດ ແບບຍືນຍົງ“.

ວັນບຸນປະກອບສ່ວນເຊີດຊູຄຸນຄ່າວັດທະນະທຳມູນເຊື້ອທີ່ເປັນ ເອກະລັກສະເພາະຂອງຊົນເຜົ່າຢ້າວໃນພື້ນຖານວັດທະນະທຳທີ່ເປັນເອກະພາບ, ຫຼາຍຮູບຫຼາຍແບບຂອງປະຊາຄົມ 54 ຊົນເຜົ່າ ຫວຽດນາມ.

ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຢ້າວ - ảnh 1ການວາງສະແດງຊຸດອາພອນຂອງຊົນເຜົ່າຢ້າວຢູ່ຫໍພິພິທະພັນຊົນເຜົ່າວິທະຍາ

        ຕວຽນກວາງແມ່ນແຫ່ງທີ່ມີ 23 ຊົນເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນ. ວັດບຸນວັດທະນະທຳຊົນເຜົ່າຢ້າວລະດັບຊາດຖືກຈັດຕັ້ງເປັນຄັ້ງທຳອິດຢູ່ທີ່ນີ້ ແມ່ນແຜນນະໂຍບາຍຂອງກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ເພື່ອໃຫ້ບັນດາຊົນເຜົ່າທີ່ມີສຽງເວົ້າສະເພາະເຈືອຈານພ້ອມກັບສຽງເວົ້າລວມຂອງຊົນເຜົ່າອື່ນໆໃນແຂວງຕວຽນກວາງເວົ້າສະເພາະ ແລະ ໃນທົ່ວປະເທດ ຫວຽດນາມເວົ້າລວມ. ທ່ານ ຫງວຽນຫວູຟານ, ຜູ້ຮັກສາການຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ້ອງທ່ຽວແຂວງ ຕວຍນກວາງ, ຮອງຫົວໜ້າຄະນະຈັດຕັ້ງວັນບຸນ, ໃຫ້ຮູ້ວ່າ:

 “ຂ້າພະເຈົ້າຄິດວ່າຊາວເຜົ່າຢ້າວຢູ່ແຂວງ ຕວຽນກວາງ ເວົ້າສະເພາະ ຫຼືໃນທົ່ວປະເທດເວົ້າລວມ ລ້ວນແຕ່ແມ່ນປະຊາຄົມທີ່ມີພົນລະເມືອງຫຼາຍພໍສົມຄວນ. ເຂົາເຈົ້າຮັກສາຫຼາຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະ, ແລະຂ້າພະເຈົ້າຄິດວ່າຕ້ອງແນະນຳ, ໂຄສະນາບັນດາຄຸນຄ່າວັດທະນະທຳນັ້ນ. ມີຫຼາຍຄຸນຄ່າແມ່ນເໝາະສົມກັບມາດຖານເພື່ອກໍ່ສ້າງແບບແຜນດຳລົງຊີວິດສີວິໄລໃນປັດຈຸບັນ“.

ດ້ວຍຈຸດປະສົງຄືດັ່ງກ່າວ, ວັນບຸນວັດທະນະທຳຊົນເຜົ່າຢ້າວຈຶ່ງມີການເຄື່ອນໄຫວວັດທະນະທຳ ສິລະປະທີ່ເປັນເອກະລັກສະເພາະຫຼາຍຢ່າງຄື: ສະແດງຊຸດອາພອນປະຈຳເຜົ່າ, ຄັດສະເໜີງານບຸນ, ແບບແຜນດຳລົງຊີວິດວັດທະນະທຳທີ່ເປັນມູນເຊື້ອຕ່າງໆຂອງຊາວເຜົ່າຢ້າວ. ເລື່ອງແນະນຳງານບຸນຢືນຢັນເຖິງການເຕີບໃຫຍ່ຂອງຜູ້ຊາຍຊົນເຜົ່າຢ້າວແມ່ນຈຸດທີ່ໂດດເດັ່ນຂອງວັນບຸນ. ທ່ານ ຫງວຽນຫວູຟານ ໃຫ້ຮູ້ຕື່ມອີກວ່າ:

“ພວກຂ້າພະເຈົ້າເລືອກເຟັ້ນແນະນຳພິທີຢືນຢັນການເຕີຍໃຫຍ່ຂອງຜູ້ຊາຍ, ແມ່ນຍ້ອນວ່າຜູ້ຊາຍຊົນເຜົ່າຢ້າວທຸກຄົນເມື່ອເຕີບໃຫຍ່ລ້ວນແຕ່ຕ້ອງຜ່ານພິທີນີ້. ຜ່ານນັ້ນເຂົາເຈົ້າຈະໄດ້ຮັບເອົາບັນດາຄຳສັ່ງສອນຂອງບັນພະບຸລຸດ. ເຂົ້າຮ່ວມພິທີເຂົາເຈົ້າຈະເຫັນໄດ້ຄຸນຄ່າອັນດີງາມຂອງງານບຸນແມ່ນຄືແນວໃດ, ເພື່ອສຸຊົນໃຫ້ສົມເປັນພົນລະເມືອງຂອງປະຊາຄົມຊົນເຜົ່າຢ້າວ, ເຊິ່ງແມ່ນປະຊາຄົມສາມັກຄີ, ສະໜິດຕິດພັນກັບທຳມະຊາດ ແລະ ສັງຄົມ. ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າປາຖະໜາວ່າລຸ້ນໜຸ່ມຊາວເຜົ່າຢ້າວຈະຮັບເອົາ ແລະ ສືບທອດຈາກບັນພະບຸລຸດ“.

ເລື່ອງຈັດຕັ້ງວັນບຸນວັດທະນະທຳຊົນເຜົ່າຢ້າວມີຄວາມໝາຍສຳຄັນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາວເຜົ່າຢ້າວເວົ້າສະເພາະ ແລະ ບັນດາຊົນເຜົ່າສ່ວນໜ້ອຍ ຫວຽດນາມ ເວົ້າລວມ. ທ່ານ ຫງວຽນຫວູຟານ, ຢືນຢັນວ່າ:

ຄວາມໝາຍຂອງພິທີງານບຸນນັ້ນແມ່ນພວກເຮົາເອົາໃຈໃສ່ເຖິງຊີວິດຂອງຊາວເຜົ່າສ່ວນໜ້ອຍຢູ່ເຂດຫ່າງໄກສອກຫຼີກ. ເຮັດແນວໃດເພື່ອແນະນຳບັນດາຄຸນຄ່າວັດທະນະທຳຂອງເຂົາເຈົ້າອອກສູ່ປະຊາຄົມ. ຈາກນັ້ນເຂົາເຈົ້າຈຶ່ງມີສະຕິຄວາມຮູ້ກ່ຽວກັບຄຸນຄ່າວັດທະນະທຳນັ້ນ ເພື່ອຮັກສາ, ເສີມຂະຫຍາຍໃນຊີວິດປະຈຳວັນຕົນ… ພວກຂ້າພະເຈົ້າຖືວ່າວິທີອະນຸລັກຮັກສາຄືດັ່ງກ່າວແມ່ນໝັ້ນຄົງທີ່ສຸດ, ຫາກບໍ່ແມ່ນການຖ່າຍທຳຮູບເງົາ, ຖ່າຍຮູບ, ພິມຈຳໜ່າຍປື້ມ… ວິທີດີທີ່ສຸດແມ່ນຕ້ອງເຮັດແນວໃດເພື່ອໃຫ້ມໍລະດົກວັດທະນະທຳນັ້ນຍືນຍົງຄົງຕົວໃນຊີວິດປະຈຳວັນຂອງຊາວເຜົ່າ“.

ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຢ້າວ - ảnh 2 ການສະແດງທີ່ງານບຸນ

ເຂົ້າຮ່ວມງານບຸນວັດທະນະທຳຊົນເຜົ່າຢ້າວຢູ່ແຂວງ ຕວຽນກວາງມີນັກສິລະປະການ, ນັກສະແດງ 1.000 ກວ່າຄົນ, ທີ່ມາຈາກ 12 ແຂວງ, ນະຄອນມີຊາວເຜົ່າຢ້າວດຳລົງຊີວິດຄື: ຕວຽນກວາງ, ຮ່າຢາງ, ກາວບັ່ງ, ບັກກ້ານ, ທ໋າຍງວຽນ, ເຊີນລາ, ລາຍເຈົາ, ຟູ໋ທໍ້, ວິງຟຸກ, ຮ່າໂນ້ຍ, ກວາງນິງ ແລະ ແທງຮ໋ວາ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກສິລະປະການ, ນັກສະແດງ, ນັກກິລາມະຫາຊົນພົບປະກັນ, ແລກປ່ຽນບົດຮຽນ, ຍົກສູູງຄວາມຮູ້ໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຢ້າວໃນໄລຍະປ່ຽນແປງໃໝ່ຂອງປະເທດຊາດ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ