ແຂວງດ້ຽນບຽນ ມານະພະຍາຍາມ ອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ເປັນວັດຖຸ

(VOVWORLD) -ແຂວງດ້ຽນບຽນຫາກໍມີມໍ­ລະ­ດົກວັດທະນະທໍາບໍ່ເປັນວັດ­ຖຸລະ­ດັບຊາດ ສອງຢ່າງ ນັ້ນແມ່ນບຸນຫົດນໍ້າຂອງພໍ່ແມ່ພີ່­ນ້ອງຊາວເຜົ່າລາວຢູ່ບ້ານນາຮາງ 1, ຕາແສງນົວງາມ ເມືອງດ້ຽນບຽນ ແລະ ສິລະປະສ້າງລວດ­ລາຍໃນຊຸດອາ­ພອນປະຈໍາເຜົ່າຂອງຊາວມົ້ງ ຢູ່ ຕາ­ແສງຊາລົງ ເມືອງເມື່ອງຈ່າ. ນີ້ແມ່ນໝາກ­ຜົນຂອງຄວາມມາ­ນະພະ­ຍາ­ຍາມອະ­ນຸ­ລັກຮັກ­ສາ ແລະ ເສີມຂະ­ຫຍາຍຄຸນ­ຄ່າທາງວັດທະນະທໍາບໍ່ເປັນວັດ­ຖຸ ຂອງອໍານາດການປົກ­ຄອງ ແລະ ວົງຄະ­ນະ­ນາຍາດບັນ­ດາ­ເຜົ່າໃນແຂວງດ້ຽນບຽນ 
ແຂວງດ້ຽນບຽນ ມານະພະຍາຍາມ ອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ເປັນວັດຖຸ - ảnh 1 ພິທີປະກາດ ແລະມອບໃບຢັ້ງຢືນມໍ­ລະ­ດົກວັດທະນະທໍາບໍ່ເປັນວັດ­ຖຸລະ­ດັບຊາດ ສຳລັບບຸນຫົດນໍ້າຂອງຊາວເຜົ່າລາວຢູ່ບ້ານນາຮາງ 1, ຕາແສງນົວງາມ ເມືອງດ້ຽນບຽນ

ໃນຊຸມວັນນີ້ ວົງຄະ­ນະຍາດເຜົ່າລາວຢູ່ບ້ານນາຮາງ 1, ຕາ­ແສງນົວງາມ ເມືອງດ້ຽນບຽນ ມີຄວາມເບີກ­ບານມ່ວນຊື່ທີ່ສຸດ ເມື່ອກະ­ຊວງວັດທະນະທໍາ, ກິ­ລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ມອບໃບ­ຢັ້ງ­ຢືນຮັບ­ຮອງບຸນຫົດນໍ້າແມ່ນມໍ­ລະ­ດົກວັດທະນະທໍາບໍ່ເປັນວັດ­ຖຸລະ­ດັບຊາດ. ເປັນອັນ­ວ່າ ບັນ­ດາຄວາມາ­ນະພະ­ຍາ­ຍາມຂອງພໍ່ແມ່ພີ່­ນ້ອງ ໃນການອານຸລັກຮັກ­ສາວັດທະນະທໍາພິ­ເສດສະ­ເພາະຂອງເຜົ່າຕົນຕໍ່­ໜ້າການເຊື່ອມໂຍງຂອງວັດທະນະທໍາທັນສະ­ໄໝໄດ້ຮັບການຕອບແທນ. ນາງເຫຼືອງຊາວໄມ ເຈົ້າ­ພາບຂັ້ນຕອນຈັດພິ­ທີ­ກຳໃນບຸນຫົດນໍ້າ ບ້ານນາຮາງ 1 ໃຫ້ຮູ້ວ່າ: 

      “ມື້­ນີ້ຊາວ­ບ້ານນາຮາງມີຄວາມເອກ­ອ້າງທະນົງໃຈທີ່ສຸດ ເພາະບຸນຫົດນໍ້າໄດ້ຮັບການຮັບ­ຮອງແມ່ນມໍ­ລະ­ດົກວັດທະນະທໍາບໍ່ເປັນວັດ­ຖຸລະ­ດັບຊາດ. ທັງບ້ານມີຄວາມພາກ­ພູມໃຈທີ່ສຸດ ພາ­ກັນອອກເດີນລະຫຼິ້ນຢ່າງເບີກ­ບານມ່ວນຊື່ນ. ໃນຊີວິດຂອງຂ້າ­ພະ­ເຈົ້າ ມື້­ນີ້ແມ່ນມ່ວນ­ຊື່ນທີ່ສຸດ. ບໍ່ພຽງແຕ່ໃນຊຸມວັນນີ້ເທົ່ານັ້ນ, ພວກຂ້າ­ພະ­ເຈົ້າຈະຕັດ­ສິນໃຈພະ­ຍາ­ຍາມ ເສີມຂະ­ຫຍາຍວັດທະນະທໍາທີ່ເປັນມູນ­ເຊື້ອຂອງບັນ­ດາ­ເຜົ່າ ຖ່າຍທອດໃຫ້ລູກຫຼານລຸ່ນຄົນໃນອະນາຄົດ.”

     ການອະ­ນຸ­ລັກຮັກ­ສາ ເສີມຂະ­ຫຍາຍວັດທະນະທໍາທີ່ເປັນມູນ­ເຊື້ອຂອງບັນ­ດາ­ເຜົ່າໃນປັດ­ຈຸ­ບັນ ບໍ່ແມ່ນຄວາມມຸ່ງຫວັງຂອງ ສະ­ເພາະບັນ­ດາຜູ້ອາ­ຍຸສູງໃນບ້ານເທົ່ານັ້ນ ຫາກຍັງໄດ້ກໍານົດແມ່ນຄວາມຮັບ­ຜິດ­ຊອບລວມຂອງວົງຄະ­ນາຍາດ ອີກດ້ວຍ. ທ່ານນາງ ຟ້າມມິງເຈົາ ຫົວ­ໜ້າຂະ­ແໜງວັດທະນະທໍາ ເມືອງດ້ຽນບຽນໃຫ້ຮູ້ວ່າ:  

      “ພາຍ­ຫຼັງທີ່ໄດ້ຮັບການຮັບ­ຮອງແລ້ວ, ການອະ­ນຸ­ລັກຮັກ­ສາ ກໍຕ້ອງຫຼີກ­ເວັ້ນບັນ­ດາສິ່ງທີ່ແຊກຊຶມ ທີ່ມີຮູບການວັດທະນະທໍາ ບໍ່ແມ່ນວັດທະນະທໍາຂອງຊົນເຜົ່າທ້ອງຖິ່ນ. ນີ້ແມ່ນບັນ­ດາປັດໄຈທີ່ພວກຂ້າ­ພະ­ເຈົ້າສືບ­ຕໍ່ຕ້ອງເອົາ­ໃຈ­ໃສ່ ແລະ ຕ້ອງກໍານົດທິດໃຫ້ແກ່ປະ­ຊາ­ຊົນໃນໄລຍະທີ່່ຈະມາເຖິງ. ເພື່ອສືບ­ຕໍ່ຮັກ­ສາ ແລະ ປະ­ຕິ­ບັດບັນ­ດາທັດ­ສະ­ນະຊີ້ນໍາຢ່າງຖືກ­ຕ້ອງຂອງພັກ ແລະ ລັດ”.

     ມາຮອດປັດຈຸບັດ, ແຂວງດ້ຽນບຽນໄດ້ສໍາຫຼວດກວດ­ຄືນບັນ­ດາມໍ­ລະ­ດົກທີ່ພົ້ນເດັ່ນຂອງ 18 ຊົນ­ເຜົ່າ ຄວນໄດ້ຮັບການອະ­ນຸ­ລັກຮັກ­ສາໂດຍໄວ ແລະ ສະ­ເໜີຮັບ­ຮອງແມ່ນມໍ­ລະ­ດົກວັດທະນະທໍາບໍ່ເປັນວັດ­ຖຸລະ­ດັບຊາດເຊັ່ນ: ພິ­ທີໄຫວ້ບູ­ຊາບັນ­ພະ­ບຸ­ລຸດ, ບຸນດອກໄມ້ຂອງຊົນ­ເຜົ່າກົ໋ງ, ບຸນເຂົ້າໃໝ່ຂອງບັນ­ດາ­ເຜົ່າຮ່າຍີ່, ຊິງມູນ, ຊີລາ, ປາງຟອງ... ທາງແຂວງກໍໄດ້ສໍາເລັດການສົມ­ທົບກັບສະຖາບັນດົນ­ຕີ ຜັນຂະ­ຫຍາຍ ການສ້າງສໍາເນົາເອ­ກະ­ສານ, ສິລະປະຟ້ອນແຊຂອງ ຊາວເຜົ່າພູໄທ ແຂວງດ້ຽນບຽນເພື່ອຍື່ນສະ­ເໜີຕໍ່ UNESCO ຮັບ­ຮອງມໍ­ລະ­ດົກວັດທະນະທໍາບໍ່ເປັນວັດ­ຖຸ ເປັນຕົວແທນຂອງມວນມະນຸດ. ທ່ານ ດ່າວງອກເລື້ອງ ຫົວ­ໜ້າພະແນກວັດທະນະທໍາ ແລະ ກິ­ລາ ແລະ ທ່ອງທ່ຽວແຂວງດ້ຽນບຽນໃຫ້ຮູ້ວ່າ:

    “ພໍ່ແມ່ພີ່­ນ້ອງຫຼາຍຄົນໃນປັດ­ຈຸ­ບັນບໍ່ສາ­ມາດຮັກ­ສາສີ­ສັນຂອງຊົນ­ເຜົ່າໄດ້. ເມື່ອຄົ້ນ­ຄວ້າໃນແຕ່ລະເທື່ອກ່ຽວກັບວັດທະນະທໍາແມ່ນຕ້ອງເສຍເວ­ລາຫຼາຍ ແລະ ຕ້ອງຊອກຫາກ່ຽວກັບວັດ­ຖຸເອ­ກະ­ສານຫຼາຍຢ່າງ ເພື່ອສາ­ມາດສ້າງກົກເຄົ້າໃຫ້ເປັນຮູບປະທໍາ ນັ້ນແມ່ນການຂະ­ຫຍາຍ­ຕົວຜ່ານແຕ່ລະໄລ­ຍະຂອງແຕ່ລະເຜົ່າ.”  

       ເລື່ອງສອງມໍ­ລະ­ດົກ ເມື່ອມໍ່ໆມານີ້ໄດ້ຮັບການຮັບ­ຮອງກໍແມ່ນສັນ­ຍານທີ່ດີໃນເບື້ອງຕົ້ນ ເຊິ່ງໄດ້ຮັບຮູ້ຄວາມພະ­ຍາ­ຍາມຂອງອໍານາດການປົກ­ຄອງ ແລະ ປະ­ຊາ­ຊົນບັນ­ດາ­ເຜົ່າໃນແຂວງດ້ຽນບຽນໃນການອະ­ນຸ­ລັກຮັກ­ສາ ເສີມຂະ­ຫຍາຍສິ່ງຍອດຍິ່ງທາງດ້ານວັດທະນະທໍາຂອງຊົນ­ເຜົ່າ ອັນໄດ້ສ້າງໂສມໜ້າຂອງແຂວງເຂດພູດອຍທາງທິດ­ຕາ­ເວັນ­ຕົກສຽງເໜືອໃຫ້ມີຄວາມອຸ­ດົມ­ສົມ­ບູນໃນຊີ­ວິດວັດທະນະທໍາ.

ຕອບກັບ

ຂ່າວ/ບົດ​ອື່ນ