ແຂວງຝູເຖາະ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ

(VOVWORLD) -ແຂວງ ຝູເຖາະ ເຊິ່ງແມ່ນແຂວງເຂດພູດອຍທາງພາກເໜືອຫວຽດນາມ, ໄດ້ຮັບກຽດແມ່ນທ້ອງຖິ່ນໜຶ່ງດຽວຢູ່ຫວຽດນາມມີສອງມໍລະດົກວັດຖະນະທຳຄື: ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ແລະ ສິລະປະຂັບຊວານ ເຊິ່ງໄດ້ຮັບການຮັບຮອງຈາກອົງການ UNESCO ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ພ້ອມກັບທົ່ວປະເທດ, ແຂວງ ຝູເຖາະ ພວມອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່ານີ້ໃນແຕ່ລະວັນ, ຄືດັ່ງວິທີເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດຂອງຊາດທີ່ໄດ້ປະໄວ້ໃຫ້ຢູ່ດິນແດນແຫ່ງບັນພະບຸລຸດ
ແຂວງຝູເຖາະ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ - ảnh 1ສິລະປະຂັບຊວານ ເຊິ່ງໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ 

ຂັບຊວານແມ່ນປະເພດສິລະປະພື້ນເມືອງ, ບັນດາການເຄື່ອນໄຫວສະແດງຂອງສິລະປະຂັບຊວານແມ່ນຕິດພັນກັບການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ, ນັ້ນແມ່ນການຂັບຮ້ອງເພື່ອບູຊາເຈົ້າຖິ່ນເຈົ້າຖານ, ບູຊາເຈົ້າຊີວິດໃນບັນດາປູຊະນີຍະສະຖານບູຊາເຈົ້າຊີວິດຮຸ່ງ. ໃນປະຫວັດສາດຂອງຕົນ, ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງພ້ອມກັບສິລະປະຂັບຊວານໄດ້ຕິດແໜ້ນນຳກັນ. ສອງມໍລະດົກນີ້ທີ່ໄດ້ຮັບການຮັບຮອງຈາກ UNESCO ນັ້ນ, ໄດ້ເປັນການຢັ້ງຢືນຄວາມມານະພະຍາຍາມໃນວິວັດການປົກປັກຮັກສາມໍລະດົກຂອງປະຊາຊົນໃນແຂວງ ຝູເຖາະ ເວົ້າສະເພາະ, ເວົ້າລວມແມ່ນປະຊາຊົນຢູ່ເຂດມີປູສະນີຍະສະຖານບູຊາເຈົ້າຊີວິດຮຸ່ງໃນທົ່ວປະເທດ. ທ່ານ ຫງວຽນ ດັກ ຖວຸຍ , ຫົວໜ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງຝູເຖາະຢືນຢັນວ່າ:

    “ ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ແລະ ສິລະປະຂັບຊວານມີຄຸນຄ່າທາງດ້ານຈິດໃຈຢ່າງໃຫ່ຍຫຼວງເພື່ອສົ່ງເສີມວົງຄະນະຍາດສືບຕໍ່ອະນຸລັກຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳນີ້, ເສີມຂະຫຍາຍນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ. ພ້ອມກັນນັ້ນ, ກໍ່ເປັນການຊຸກຍູ້ປະຊາຊົນເຂົ້າຮ່ວມໃນບັນດາການເຄື່ອນໄຫວເຫຼື້ອມໃສ ແລະ ອະນຸລັກຮັກສາມໍລະດົກ, ທັງນີ້ກໍເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຜ່ານການພັດທະນາການທ່ອງທ່ຽວ”.

    ໂດຍມີຄວາມເປັນກຽດແມ່ນແຂວງທຳອິດໃນທົ່ວປະເທດມີສອງມໍລະດົກວັດທະນະທຳໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ, ຝູເຖາະໄດ້ ແລະ ພວມຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກແບບຍືນຍົງດ້ວຍຫຼາຍຮູບການທີ່ອຸດົມສົມບູນເຊັ່ນ: ການນຳມໍລະດົກວັດທະນະທຳຂັບຊວານເຂົ້າໃນໂຮງຮຽນ, ດຳເນີນການສອນຂັບຊວານ… ພິເສດ, ການໂຄສະນາ, ສອນຂັບຊວານໃຫ້ແກ່ຄົນລຸ້ນໜຸ່ມໄດ້ຮັບບຸລິມາສິດແຖວໜ້າ. ນັກສິລະປະການ ເລຊວັນຫງູ ສັງກັດກອງສິລະປະກອນຂັບຊວານ ຟູ່ດຶກ, ຕາແສງ ກີມດຶກ, ແຂວງ ຝູເຖາະ ໃຫ້ຮູ້ວ່າ: 

     “ຂ້າພະເຈົ້າມີຄວາມໂຊກດີທີ່ໄດ້ກຳເນີດຂື້ນໃນຄອບຄົວທີ່ມີພໍ່ແມ່ນສິລະປິນຂັບຊວານທີ່ມີຊື່ສຽງ, ຄາວມີອາຍຸ 8-9 ປີ, ຂ້າພະເຈົ້າໄດ້ຮຽນຂັບຊວານນຳພໍ່. ໃນທຸກວັນນີ້, ຂ້າພະເຈົ້າໄດ້ສອນຂັບຊວານໃຫ້ພວກລູກຫຼານລຸ້ນສືບທອດເພືຶ່ອອະນຸລັກຮັກສາມໍລະດົກຂັບຊວານນີ້. ຍ້ອນຢູ່ຊົນນະບົດ, ດັ່ງນັ້ນພວກຂ້າພະເຈົ້າຕ້ອງຍາດແຍ່ງເວລາໃນສາມເດືອນພັກແລ້ງເພື່ອມີເວລາສອນຂັບຊວານໃກ້ແກ່ພວກຫຼານ”.

    ໃນທ່າມກາງການດຳລົງຊີວິດດ້ວຍຄວາມຂ້ອງຄາກັບວຽກງານຫຼາຍຢ່າງໃນ   ແຕ່ລະວັນ, ຫ້ອງຮຽນຂັບຊວານຂອງບັນດານັກສິລະປິນທີ່ເປັນຊາວກະສິກອນໄດ້ຊ່ວຍຍົກສູງບັນດາຄຸນຄ່າທາງດ້ານວັດທະນະທຳທີ່ມີມາແຕ່ດົນນານ. ຫໍບູຊາ ລ້າຍແລນ ເຊິ່ງເປັນແຫ່ງກຳເນີດ ແລະ ອະນຸລັກຮັກສາສິລະປະຂັບຊວານ, ແລະ ເປັນສະຖານທີ່ສອນຂັບຊວານໃນແຕ່ລະວັນ. ທ່ານນາງ ຫງວຽນທິເຕິມ , ປະທານຄະນະກຳມະການປະຊາຊົນ ຕາແສງ ກີມດຶກ, ນະຄອນຫວຽດຈີ, ແຂວງ ຝູເຖາະໃຫ້ຮູ້ວ່າ: 

    “ ນັບແຕ່ເມື່ອໄດ້ລົງທຶນຟື້ນຟູມໍລະດົກມາຮອດປະຈຸບັນ, ຫໍບູຊາ ລ້າຍແລນ ໄດ້ຮັບຖືວ່າແມ່ນຫໍພິພິທະພັນມີຊີວິດ, ນີ້ກໍ່ແມ່ນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳຈິດວິນຍານຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ຫໍບູຊາ ລ້າຍແລນ ເຂັ້ມຂົ້ນໄປດ້ວຍສີສັນຂອງສອງມໍລະດົກ, ພິເສດໃນແຕ່ລະປີ, ພິທີໄຫ້ວບູຊາເຈົ້າຊີວິດຮຸ່ງ, ງານບຸນວິຫານຮຸ່ງ, ຢູ່ແຫ່ງນີ້ແມ່ນສະຖານທີ່ທ່ອງທ່ຽວຂອງແຂກມາຈາກສາລະທິດ, ທັງແມ່ນສະຖານທີ່ຈັດຕັ້ງລາຍການສະແດງສິລະປະຂັບຊວານຂອງໝູ່ບ້ານເກົ່າເພື່ອຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ, ທັງມາໄຫ້ວບູຊາອາໄລຫາເຖິງບັນດາເຈົ້າຊີິວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ”.

     ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ແລະ ສິລະປະຂັບຊວານໄດ້ຮັບການເຊີດຊູຈາກ UNESCO ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ໂດຍແມ່ນປະເທດສະມາຊິກ, ຫວຽດນາມມີຄວາມຮັບຜິດຊອບໃນການອະນຸລັກຮັກສາມໍລະດົກນີ້ຕາມຄຳໝັ້ນສັນຍາຂອງລັດຖະບານໃນສົນທິສັນຍາສາກົນປີ 2003 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ. ດ້ວຍບັນດາໂຄງການເຄື່ອນໄຫວລະອຽດ, ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງບັນດາມໍລະດົກນີ້ໃນບໍລິເວນ ແຂວງ ຝູເຖາະ ພວມນຳມາເຊິ່ງປະສິດທິຜົນທີ່ແທ້ຈິງ, ກາຍເປັນສັນຍາລັກທາງດ້ານວັດທະນະທຳຈິດວິນຍານ, ເສີມຂະຫຍາຍນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ

ຕອບກັບ

ຂ່າວ/ບົດ​ອື່ນ