ໂຄງການ “ປື້ມມ່ວນ“ ແຜ່ຜາຍພູມປັນຍາເຖິງວົງຄະນາຍາດ

(vovworld) - ​​ໂດຍ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ແຕ່​ປີ 2007, ພາຍຫຼັງ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ​ໂຄງການ “ປື້​ມມ່ວນ“​ໄດ້ເລືອກ​ເຟັ້ນ​ບັນດາ​ປື້​ມທີ່​ມ່ວນ, ມີ​ເນື້ອ​ໃນ​ອຸດົມສົມ​ບູນ​ດ້ວຍ​ຫຼາຍ​ປະ​ເພດ​ເພື່ອ​ແນະນຳ​ເຖິງ​​ເພື່ອນຜູ້​ອ່ານ. ​ໂຄງການ​ນີ້​ບໍ່​ພຽງ​ແຕ່​ສົ່ງ​ເສີມວົງ​ຄະນາ​ຍາດ​ອ່ານ​ປື້​ມ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ສາງ​ພູມ​ປັນຍາ ​ແລະ ​ເພີ່ມຄວາມ​ເຂົ້າ​ໃຈ​ໃຫ້​ຜູ້​ອ່ານ​ຕື່ມ​ອີກ. ​ໃນ​ລາຍ​ການ​ວັດທະນະທຳ ຫວຽດນາມ ມື້​ນີ້, ພວກ​ເຮົາ​ຂໍ​ແນະນຳ​ບົດຂຽນ: ​ໂຄງການ “ປື້​ມມ່ວນ“ ​​ແຜ່ຜາຍ​ພູມ​ປັນຍາ​ເຖິງ​ວົງ​ຄະນາ​ຍາດ ຂອງ​ນັກ​ຂ່າວ ຖູ່​ຍຢຸງ.

ໂຄງການ “ປື້ມມ່ວນ“ ແຜ່ຜາຍພູມປັນຍາເຖິງວົງຄະນາຍາດ - ảnh 1
(ພາບປະກອບ)

        ໂຄງການ “ປື້​ມມ່ວນ“ ​​​ແມ່ນ​ໂຄງການ​ວັດທະນະທຳ, ສຶກສາ​ທີ່ປອດ​ກຳ​ໄລ​ໂດຍ​ບັນດາ​ຜູ້​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ ​ແລະ ​ໂຮງຮຽນ​ນັກທຸລະກິດ PACE ກໍ່​ຕັ້ງ ​ແລະ ສະ​ຖາ​ບັນ​ຄົ້ນ​ຄ້ວາ​ພັດທະນາ​ການ​ສຶກສາ IRED ບໍລິຫານ. ທ່ານ ຢານຕືຈູງ, ຜູ້ອຳນວຍການ​ໂຮງຮຽນ​ນັກທຸລະກິດ PACE, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະມາຊິກ​ກໍ່​ຕັ້ງ​ໂຄງການ​ປື້​ມມ່ວນ, ​ໃຫ້​ຮູ້​ວ່າ:

        “ມີ​ສອງ​ມາດຕະຖານ​ເພື່ອ​ກຳນົດປື້​ມຫົວ​ມ່ວນ. ທີ​ໜຶ່ງ​ແມ່ນ​ຕ້ອງ​ມີ​ຄຸນຄ່າ​ທັງ​ກາ​ລະ ​ແລະ ​ເທສະ, ທີ​ສອງ​ແມ່ນ​ອ່ານ​ງ່າຍ​ສຳລັບ​ມະຫາຊົນ. ຖ້າ​ຫາກ​ຂາດໜຶ່ງ​ໃນ​ສອງ​ມາດຕະຖານ​ດັ່ງກ່າວ​ຈະ​ບໍ່​ແມ່ນ​ປື້​ມມ່ວນ“.

        ພາຍຫລັງ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ​ປະຈຸ​ບັນ, ໂຄງການ​ປື້​ມມ່ວນ​ໄດ້​ກາຍ​ເປັນ​ໂຄງການ​ອ່ານ​ປື້​ມຢ່າງ​ມີ​ປະສິດທິ​ຜົນ​ໃນ​ວົງ​ຄະນາ​ຍາດ​. ​ໂຄງການ​ໄດ້​ແນະນຳ​ເຖິງ​ຜູ້​ອ່ານ​ປື້​ມທີ່​ມີ​ຄຸນຄ່າ​ໃຫຍ່​ນັບ​ຮ້ອຍ​ຫົວ ​ແລະ ສ້າງ​ວົງ​ຄະນາ​ຍາດ​ແລກປ່ຽນປື້​ມດ້ວຍ​ສະມາຊິກ​ເຂົ້າ​ຮ່ວມ​ປະມານ 30.000 ຄົນ​. ​ແຕ່ລະ​ປີ, ຄາດ​ວ່າມີ​ປື້​ມກວ່າ 15.000 ຫົວ​ໄດ້​ຮັບ​ການ​ພິມ​ຈຳໜ່າຍ. ບັນດາ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ເປັນ​ປະຈຳ​ໃນ​ຂອບ​ເຂດ​ໂຄງການ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຈາກ​ມະຫາຊົນ. ​ແລະ ​ດຶງ​ດູດ​ຜູ້​ອ່ານ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຕົວຢ່າງ​ຄືການສຳ​ມະ​ນາ​ປື້​ມ​ມ່ວນ, ບຸນ​ເຕັດ​ອ່ານ​ປື້​ມ, ວັນ​ອ່ານ​ປື້​ມ, ຕູ້​ປື້​ມ​ເຍົາວະ​ຊົນ, ປື້​ມມ່ວນ​ສຳລັບ​ເຂດ​ປະສົບ​ຄວາມ​ຫຍຸ້ງຍາກ, ​ເປີດ blog: ປື້​ມມ່ວນ.org. ພິ​ເສດ, ລາງວັນ​ປື້​ມມ່ວນ​ທີ່​ຈັດ​ຕັ້ງ​ໃນ​ທຸກ​ປີ​​​ໄດ້ເລືອກ​ເຟັ້ນບັນດາບົດ​ປະພັນ​​ໃໝ່ ​ແລະ ມ່ວນ​ຂອງ​ຜູ້​ຂຽນ​ໃນ​ທົ່ວ​ປະ​ເທດ​ເພື່ອ​ແນະນຳ​ເຖິງຜູ້​ອ່ານ. ນີ້​ແມ່ນ​ລາງວັນ​ກ່ຽວ​ກັບ​ປື້​ມທີ່​ມີ​ຂະໜາດ​ໃຫຍ່​ສຸດ​ໃນ​ປະຈຸ​ບັນ ​ໂດຍ​ນັກຮຽນ​ຮູ້ ​ແລະ ຜູ້​ອ່ານ​​ເລືອກ​ເຟັ້ນ, ດ້ວຍ 7 ປະ​ເພດ​ຄື: ປື້​ມຄົ້ນ​ຄົ້ວາ, ປື້​ມສຶກສາ, ປື້​ມ​ເສດຖະກິດ, ປື້​ມບໍລິຫານ, ປື້​ມວັນນະຄະດີ, ປື້​ມສຳລັບ​ເຍົາວະ​ຊົນ ​ແລະ ລະບົບ​ປື້​ມທີ່​ຫາ​ກໍ່​ພິມ​ຈຳໜ່າຍ. ທ່ານ ຢານຕືຈູງ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ລາງວັນ​ປື້​ມມ່ວນ ​ໂດຍ​ຄະນະ​ຈັດ​ຕັ້ງເລືອກ​​ເຟັ້ນ​ແມ່ນ​ຕ້ອງຜ່ານ​ສາມ​ຮອບ, ກໍ່​ຄື​ການ​ແຕ່ງ​ຕັ້ງຈາກ​ຜູ້​ອ່ານ. ​ເປັນ​ອັນວ່າ​ລາງວັນ​ນີ້​ມີ​ການ​ສົມທົບ​ລະຫວ່າງ​ສອງ​ປັດ​ໃຈ, ນັ້ນ​ແມ່ນ​ຜູ້​ອ່ານ​ມະຫາຊົນ ​ແລະ ນັກ​ຊ່ຽວຊານ“.

ໂຄງການ “ປື້ມມ່ວນ“ ແຜ່ຜາຍພູມປັນຍາເຖິງວົງຄະນາຍາດ - ảnh 2
(ພາບປະກອບ)

        ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ, ​ໂຄງການ ປື້​ມມ່ວນ​​ໄດ້​ມີ​ມາດຕະຖານ​ຢ່າງ​ຈະ​ແຈ້ງ​ນັ້ນ​ແມ່ນ​ເລືອກ​ເຟ້ນ, ​ໂຄສະ​ນາ​ບັນດາ​ປື້​ມມ່ວນ, ປື້​ມທີ່​ລ້ຳ​ຄ່າ​ຫາ​ຍາກ​ເຖິງ​ທຸກ​ຄົນ, ທະວີຄູນ​ວັດທະນະທຳ​ອ່ານ. ​ໂຄງການ​ດັ່ງກ່າວ​ໄດ້​ເລືອກ​ເຟັ້ນປື້​ມມ່ວນ, ມີ​ຄຸນ​ຄ່າ, ​ແຜ່ຜາຍ​ພູມ​ປັນຍາ​ເຖິງ​ມະຫາຊົນ​ນັບ​ມື້​ນັບ​ຫຼາຍ​ກວ່າ. ​ເອື້ອ​ຍ ດັ້ງ​ບິ​ກ​ເວີນ, ຜູ້​ອ່ານ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ຜູ້​ທີ່​ໄດ້​ສະໜິດຕິດ​ພັນກັບ​ປື້​ມມ່ວນ​ມາຫຼາຍ​ປີ​​ ​ແບ່ງປັນ​ຄວາມ​ຮັບ​ຮູ້​ຂອງ​ຕົນ​ວ່າ:

        “ປື້​ມປຽບ​ເໝືອນ​ເພື່ອນ​ຜູ້​ໜຶ່ງທີ່​ໄດ້​ຊ່ວຍ​ຂ້າພະ​ເຈົ້າສ້າງຄວາມ​ດຸ່ນ​ດ່ຽງ​ໃນ​ຊີວິດ​ການ​ເປັນ​ຢູ່. ປີ​ກາຍ​ນີ້, ພາຍຫຼັງ​ໄດ້​ຮັບ​ການ​ແນະນຳ​ຈາກ​ເພື່ອນ​ຜູ້​ໜຶ່ງ, ຂ້າພະ​ເຈົ້າ​ເຄີຍ​ຊອກ​ຫາ​ບັນດາ​ປື້​ມທີ່​ມີ​ຄຸນຄ່າ​ຜ່ານ​ເວັບ​ໄຊ sachhay.org.ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ບັນດາ​ຂໍ້​ມູນ​ທີ່​ແບ່ງປັນ​ໃນ​ໜ້າ​ເວັບ​ນີ້. ນັ້ນ​ແມ່ນ​ຫໍສະໝຸດ​ທີ່​ໃຫຍ່​ໂຕສຳລັບ​​ປື້​ມທີ່​ມີ​ປະ​ໂຫຍ​ດ ​ແລະ ມີ​ຄວາມ​ດຶງດູດ​“.

        ​ໂຄງການ​ປື້​ມມ່ວນ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ທຸກ​ຄົນ​ຍົກ​ສູງ​ລະດັບ, ຄວາມ​ຮູ້, ຊອກ​ຮູ້​ແຫຼ່ງພູມ​ປັນຍາ​ຂອງ​ມວນ​ມະນຸດ, ປະກອບສ່ວນ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ຊີວິດ​ການ​ເປັນ​ຢູ່. ​ເມື່ອ​ປະຊາຊົນ​ແຕ່ລະຄົນ​ສ້າງ​ຄວາມ​ຮັ່ງມີ​ດ້ານ​ຄວາມ​ຮູ້​ດ້ວຍ​ຕົນ​ເອງ, ພື້ນຖານ​ພູມ​ປັນຍາ​ຂອງ​ທົ່ວ​ສັງຄົມ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ​ກວ່າ. ​ໂຄງການ​ນີ້​ໄດ້​ສ້າງ ​ແລະ ພັດທະນາ​ຂະ​ບວນການ​ອ່ານ​ປື້​ມ, ມຸ່ງ​ໄປ​ເຖິງ​ສັງຄົມ​ແຫ່ງ​ການ​ຮຳ່ຮຽນ, ​ສ້າງ​ພື້ນຖານວັດທະນະ​ທຳ​ໃນ​ວົງ​ຄະນາ​ຍາດ ​ແລະ ​ເຊີດ​ຊູ​ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ຊອກ​ຫາ, ຮຽບຮຽງ,​ຄົ້ນ​ຄ້ວາ, ຮັກສາ, ​ໂຄສະນາ​ປື້​ມ.

 

ຕອບກັບ

ຂ່າວ/ບົດ​ອື່ນ