ໄປວັດຍາມຕົ້ນປີ ເຊິ່ງແມ່ນຄວາມງາມ ໃນຊີວິດທາງດ້ານຈິດວິຍານຂອງຊາວຫວຽດນາມ

(VOVWORLD) -ເມື່ອບຸນເຕັດລະດູບານໃໝ່ວຽນມາ ກໍ່ແມ່ນຈຸດເວລາເລີ່ມຕົ້ນປີໃໝ່ດ້ວຍຄວາມມຸ່ງມາດປາຖະໜາໃໝ່ທີ່ດີງາມ. ໃນໂອກາດຕົ້ນລະດູບານໃໝ່, ຕົ້ນປີໃໝ່, ຊາວຫວຽດນາມເຄີຍມີປະເພນີເປັນວັດໄປວາ ເພື່ອພາວະນາໃຫ້ປະສົບສິ່ງທີ່ດີທີ່ງາມມີໂຊກມີລາບມີຄວາມໂຊກດີເມື່ອກ້າວເຂົ້າສູ່ປີໃໝ່. ປະເພນີນີ້ໄດ້ກາຍເປັນຄວາມງາມທາງດ້ານວັດທະນະທຳຈິດວິນຍານໃນຊີວິດຂອງຊາວ ຫວຽດນາມ.
ໄປວັດຍາມຕົ້ນປີ ເຊິ່ງແມ່ນຄວາມງາມ ໃນຊີວິດທາງດ້ານຈິດວິຍານຂອງຊາວຫວຽດນາມ - ảnh 1ຊາວຫວຽດນາມເຄີຍໄປວັດຍາມຕົ້ນປີໃໝ່ 

ຢູ່ຕາມວັດວາອາຮາມໃນນະຄອນຫຼວງຮ່າໂນ້ຍ, ພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຊາວນະຄອນຫຼວງກໍ່ພາກັນໄປວັດຍາມຕົ້ນປີໃໝ່ ເພື່ອພາວະນາໃຫ້ມີໂຊກມີລາບ ມີຄວາມໂຊກດີ ແລະ ບູຊາພະພຸດທະເຈົ້າຊ່ວຍຕົນເອງ ແລະ ຄອບຄົວມີຄວາມໂຊກດີໃນປີໃໝ່. ຕາມຄວາມສຳນຶກດ້ານການເຫຼື້ອມໃສຂອງຊາວຫວຽດນາມແລ້ວ, ມີຫຼາຍຄົນເຊື່ອວ່າ ໄປບູຊາຢູ່ວັດໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ແລະ ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ນັ້ນ, ຄວາມມຸ່ງມາດປາຖະໜາທຸກຢ່າງຈະໄດ້ປະກົດຜົນເປັນຈິງ. ດ້ວຍຄວາມສຳນຶກ, ເລີ່ມເດີນທາງໃນຕົ້ນປີໃໝ່ນັ້ນ, ກໍ່ຕ້ອງເລືອກເອົາທິດເດີນທາງທີ່ແທດເໝາະກັບອາຍຸຂອງຕົນເອງ, ເລືອກເອົາວັດຢູ່ໃກ້ເຮືອນເພື່ອມີຄວາມສະດວກສຳລັບທັງຄອບຄົວ ເພື່ອພ້ອມກັນໄປວັດຍາມຕົ້ນປີ. ປ້າ ຮວ່າງທິເຕິມ ຢູ່ເມືອງ ຮາຍບາຈຶງ ໄດ້ເລືອກເອົາວັດເຈິນຕຽນ ເຊິ່ງແມ່ນວັດທີ່ມີທັດຊະນີຍະພາບທີ່ສວຍງາມ ຢູ່ຖະໜົນບາຈ້ຽວເພື່ອໄປບູຊາ. ຕາມປ້າ ເຕິມ ແລ້ວໄປວັດໃນຈຸດເວລາຕົ້ນປີໃໝ່ຍັງແມ່ນຈຸດວັດທະນະທຳທີ່ເປັນປະເພນີຂອງຊາວ ຫວຽດນາມ, ຊ່ວຍໃຫ້ທຸກໆຄົນມີຄວາມສະຫວາດສະເຫວີຍ ພາຍຫຼັງເຮັດວຽກດ້ວຍຄວາມອິດເມື່ອຍເປັນເວລາປີໜຶ່ງ. ປ້າ ເຕິມ ໃຫ້ຮູ້ວ່າ:

      “ຕົ້ນລະດູບານໃໝ່, ປີໃໝ່, ທຳອິດແມ່ນທຳພິທີບູຊາບັນພະບູລຸດປູ່ຍ່າຕາຍາຍແລ້ວ ທັງຄອບຄົວກໍ່ພາກັນໄປວັດ. ໄປວັດຍາມຕົ້ນປີ, ຂ້າພະເຈົ້າພາວະນາໃຫ້ແກ່ຄອບຄົວພຽງຢ່າງດຽວວ່າ ມີສຸຂະພາບແຂງແຮງ, ມີຄວາມສຸກ, ລູກຫຼານໄດ້ຮັບຜົນງານໃນການຮ່ຳຮຽນ ປະສົບກັບຄວາມໂຊກດີໃນຊີວິດ”.

     ແຕ່ດົນນານມາແລ້ວ ສຳລັບຊາວຫວຽດນາມຫຼາຍຄົນ, ໄປວັດຍາມຕົ້ນປີ ກໍ່ແມ່ນປະເພນີໄດ້ເຊື່ອມເລິກໃນແນວຄິດຈິດໃຈຂອງແຕ່ລະຄົນ, ນີ້ແມ່ນຈຸດຄວາມງາມທາງວັດທະນະທຳອັນເປັນປະເພນີ. ຕາມນາງ ຫງວຽນທິແທັງ ຢູ່ເມືອງ ຮວ່ານກຽມ ຮ່າໂນ້ຍແລ້ວ, ໄປບູຊາຢູ່ວັດໃນຈຸດເວລາຕົ້ນປີ, ບໍ່ພຽງແຕ່ຢຸດຢູ່ໃນເລື່ອງພາວະນາສິ່ງດັ່ງຫວັງເທົ່ານັ້ນ, ໃນທັດຊະນີຍະພາບຢູ່ວັດ, ຜູ້ຄົນທັງຫຼາຍກໍ່ເຫັນໄດ້ວ່າມີຈຸດເວລາທີ່ຄົນເຮົາໄດ້ເຊື່ອມຕົວເຂົ້າກັບຊີວິດ ທາງດ້ານຈິດວິນຍານ, ທຸກຄວາມລຳບາກຫຍຸ້ງຍາກໃນຊີວິດປະຈຳວັນ ກໍ່ຖືກຫາຍໄປຕາມປີເກົ່າ. ຍ້ອນເຫດນີ້ເອງ, ເມື່ອເຂົ້າໄປວັດນັ້ນ, ບໍ່ວ່າຜູ້ໃດກໍ່ມີຄວາມຮູ້ສຶກສະຫວາດສະເຫວີຍ, ຄົນເຮົາປຽບເໝືອນກັບຄືນສູ່ກົກເຄົ້າເຫງົ້າກໍຂອງຊາດ. ນາງ ແທັງ ເວົ້າວ່າ:

     “ປີໃດກໍ່ເຊັ່ນດຽວກັນ, ຂ້າພະເຈົ້າກໍ່ມັກໄປວັດ, ທຳອິດແມ່ນໄປວັດຢູ່ໃນບໍລິເວນທີ່ເຮົາດຳລົງຊີວິດ, ຕໍ່ຈາກນັ້ນແມ່ນໄປວັດ ຟຸກແຄັງ, ວັດເຈິ໋ນກວ໋ກ, ຫໍບູຊາເຕິຍໂຮ່… ໄປວັດເຮົາຮູ້ສຶກວ່າຈິດໃຈສະຫວາດສະເຫວີຍ. ໄປວັດ, ທຸກໆຄົນກໍ່ພາວະນາໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມສຸກ,  ໃນປີໃໝ່ທັງຄອບຄົວກໍ່ປະສົບແຕ່ສິ່ງທີ່ດີທີ່ງາມ, ວຽກງານທຸກຢ່າງກໍ່ດຳເນີນໄປດ້ວຍດີ”.

    ສຳລັບຫຼາຍຄົນແລ້ວ, ໄປວັດຍາມຕົ້ນລະດູບານໃໝ່ ບໍ່ພຽງແຕ່ພາວະນາໃຫ້ປະສົບແຕ່ສິ່ງທີ່ດີທີ່ງາມໃຫ້ແກ່ຄອບຄົວ, ຍາດຕິພີ່ນ້ອງ, ໝູ່ເພື່ອນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຮັບຊົມທິວທັດທຳມະຊາດທີ່ສວຍງາມ. ໄປວັດຍາມຕົ້ນປີກໍ່ເປັນການຊ່ວຍໃຫ້ໄວໜຸ່ມເພີ່ມຄວາມເຂົ້າໃຈກ່ຽວກັບວັດທະນະທຳອັນເປັນປະເພນີຂອງຊາດ, ເພີ່ມຄວາມຮູ້ທາງດ້ານປະຫວັດສາດ. ໄປວັດຍາມຕົ້ນລະດູບານໃໝ່ກໍ່ໄດ້ກາຍເປັນລົມຫາຍໃຈຂອງຊີວິດ, ແມ່ນຄວາມຊິນເຄີຍ, ຈຸດຄວາມງາມຂອງພື້ນຖານວັດທະນະທຳ, ແມ່ນບ່ອນສະແດງຄວາມໄຝ່ຝັນອັນແຮງກ້າຂອງແຕ່ລະຄົນ, ພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ຊີວິດມີຄວາມສຸກ ແລະ ມີຄວາມຈະເລີນກ້າວໜ້າ. ອ້າຍ ຫງວຽນມິງກວນ ຢູ່ເມືອງ ແທັງຊວນ ໃຫ້ຮູ້ວ່າ:

      “ປີໃດກໍ່ເຊັ່ນດຽວກັນຄອບຄົວຂອງຂ້າພະເຈົ້າມີປູ່ຍ່າ, ພໍ່ແມ່ລຸງປ້າອາວອາ ຈະພາກັນໄປອວຍພອນບຸນເຕັດ, ຫຼັງຈາກນັ້ນກໍ່ໄປວັດ. ເມື່ອໄປວັດຕ່າງໆກໍ່ເຫັນວ່າມີບັນຍາກາດສະຫງົບງຽບ ແລະ ມີສິ່ງໃດໜຶ່ງພິເສດທີສຸດ. ນີ້ແມ່ນສິ່ງທີ່ດີງາມ, ແລະ ສິ່ງເຫຼົ່ານີ້ຈະມາສູ່ເຮົາໃນປີໃໝ່”.

      ສຳລັບຊາວຫວຽດນາມຫຼາຍຄົນແລ້ວ ວັດວາອາຮາມຍາມໃດກໍ່ແມ່ນບ່ອນສະຫງົບງຽບ. ດ້ວຍຄວາມຫວັງຢາກປະສົບແຕ່ສິ່ງທີ່ດີທີ່ງາມ, ຊຳລະສິ່ງທີ່ບໍ່ຈົບບໍ່ງາມຂອງປີເກົ່າ ແລະ ມີຄວາມຫວັງຈະພົບຄວາມໂຊກດີ ແລະ ຄວາມສຸກໃນປີໃໝ່. ໄປວັດຍາມຕົ້ນປີໃໝ່ກໍ່ສະແດງໃຫ້ຄວາມຄາດຫວັງ ໃຫ້ການດຳລົງຊີວິດມີຄວາມຜາສຸກ ແລະ ຈະເລີນກ້າວໜ້າ. ໂດຍໄດ້ເຊື່ອມຕົວເຂົ້າກັບບັນຍາກາດບຸນເຕັດ, ຊາວຫວຽດນາມຫຼາຍຄົນກໍ່ບໍ່ລືມໄປວັດ ເພື່ອຈູດທູບທຽນພາວະນາໃຫ້ຕົນເອງມີຄວາມແຂງແຮງ, ມີຄວາມໂຊກດີ. ຍ້ອນເຫດນີ້ເອງ, ປະເພນີໄປວັດຍາມຕົ້ນປີກໍ່ໄດ້ກາຍເປັນຄວາມງາມທາງດ້ານວັດທະນະທຳໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ