ນັກຈິດຕະກອນ ແທ່ງເຈືອງ ເລົ່າເລື່ອງກ່ຽວກັບໂຕໝາເຮັດດ້ວຍຫີນ

(VOVWORLD) -ນັກຈິດຕະກອນ ແທ່ງເຈືອງ ມີຄວາມນິຍົມ ແລະ ເກັບຮັກສາໂຕໝາເຮັດດ້ວຍຫີນແຕ່ຄາວຍັງນ້ອຍ. ມາຮອດປະຈຸບັນ, ພາຍຫຼັງກ່ວາເຄິ່ງສະຕະວັດທີ່ ເກັບຮັກສາມານັ້ນ, ນັກຈິດຕະກອນຜູ້ນີ້ໄດ້ມີໝາເຮັດດ້ວຍຫີນ 500 ກ່ວາໂຕຢູ່ ແລະ ວາງສະແດງທຳນຽບຫວຽດ ແທ່ງເຈືອງ (ຫວຽດຝູ ແທ່ງເຈືອງ).

ຜ່ານໄລຍະ 17 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ມາຮອດປະຈຸບັນ, ຫວຽດຝູ ແທ່ງເຈືອງ (ຢູ່ເມືອງ ຊອັກເຊີນ, ຮ່າໂນ້ຍ) ໄດ້ກາຍເປັນສະຖານທີ່ໂດ່ງດັ່ງຂອງ ຫວຽດນາມ ດ້ວຍສະຖາປັດຕະຍາກຳທີ່ເຂັ້ມຂຸ້ນໄປດ້ວຍວັດທະນະທຳ ຫວຽດນາມ. ໜັງສືພິມລາຍວັນທີ່ມີຊື່ສຽງໃນໂລກ The NewYork Times ຂອງອາເມລິກາ ເຄີຍລົງບົດຂຽນທີ່ມີຊື່ວ່າ “ໄປ ຫວຽດຝູ ແທ່ງເຈືອງ ເພື່ອຊົມກິດຈະກຳສິລະປະທີ່ໃຫຍ່ໂຕມະໂຫຖານ, ເປັນເອກະລັກສະເພາະ ແລະ ສະຖາປັດຕະຍາກຳອັນລ້ຳເລີດ”.

        ຢູ່ ຫວຽດຝູ ຍັງມີລະບົບຮູບປະຕິມາກຳບັນດາສັດມົງຄຸນຂອງ ຫວຽດນາມ ໃນນັ້ນສ່ວນຫຼາຍແມ່ນມີໝາເຮັດດ້ວຍຫີນ - ເຊິ່ງເປັນສັດທີ່ໃກ້ຊິດສະໜິດສະໜົມຂອງຊາວ ຫວຽດນາມ ມາແຕ່ດົນນານແລ້ວ.

        ໃນຄວາມສຳນຶກຂອງຊາວ ຫວຽດນາມ ແລ້ວ, ຖ້າຫາກວ່າຢູ່ໝູ່ບ້ານ, ໃນບັນດາເຂດສາທາລະນະ ຫຼື ເຮືອນຢູ່ ມີໂຕໝາເຮັດດ້ວຍຫີນຕັ້ງຢູ່ໜ້າປະຕູນັ້ນ ຈະຂັບໄລ່ຜີສາງນາງໄມ້, ບັນດາສິ່ງທີ່ຊົ່ວຮ້າຍອອກໄປ ແລະ ນຳຄວາມສະຫງົບສຸກມາໃຫ້ຄອບຄົວເຈົ້າຂອງ.

        ເນື່ອງໃນໂອກາດປີຈໍ 2018 ນີ້, ເຊີນທ່ານໄປຢ້ຽມຢາມ ຫວຽດຝູແທ່ງເຈືອງ  ແລະ ຮັບຟັງເຈົ້າຂອງ -  ນັກຈິດຕະກອນ ແທ່ງເຈືອງ ເລົ່າເລື່ອງກ່ຽວກັບສິລະປະສ້າງໂຕມາດ້ວຍຫີນ.

ຕອບກັບ

ຂ່າວ/ບົດ​ອື່ນ