ຮ່ວມແຮງຮ່ວມໃຈ “ເພື່ອພາກກາງທີ່ຮັກແພງ”

(vovworld) - ຕອນ​ເຊົ້າ​ວັນ​ທີ 19/10, ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ (VOV5) ປຸກລະດົມ​ການ​ບໍລິຈາກ​ເງິນ​ສະໜັບສະໜູນປະຊາຊົນ​ຖືກ​ຮັບ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ, ນຳ້​ແກ່ງ​ຢູ່​ບັນດາ​ແຂວງ​ທາງ​ພາກ​ກາງ.


ພະນັກງານ, ນັກ​ຂ່າວ, ບັນນາທິການ, ຜູ້​ຮ່ວມ​ງານ ​ແລະ ນັກ​ຊ່ຽວຊານ​ທີ່​ເຮັດ​ວຽກ​ຢູ່ VOV5 ບໍລິຈາກ​ເງິນ​ໄດ້ 20 ລ້ານ​ດົ່ງ.

ທ່ານ ຫງວຽນ​ຕ໋ຽນລອງ, ຜູ້ອຳນວຍການ VOV5 ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ການ​ບໍລິຈາກ​ເງິນ​ຄັ້ງ​ທຳ​ອິດ​ເພື່ອ​ຕອບ​ສະໜອງ​ກອງ​ທຶນ “​ເພື່ອ​ພາກ​ກາງ​ທີ່​ຮັກ​ແພງ“ ​ໂດຍ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປຸກລະດົມ​ໃນ​ວັນ​ທີ 18/10, ​ເພື່ອ​ແນ​ໃສ່​ຊ່ວຍ​ປະຊາຊົນ​ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ.

ນອກຈາກ​ໃຫ້​ຂ່າວ​ກ່ຽວ​ກັບ​ສະພາບ​ຄວາມ​ເສຍ​ຫາຍ​ໂດຍ​ພາຍຸ​ນ້ຳ​ແກ່​ງກໍ່​ຂຶ້ນ​ທາງ​ວິທະຍຸ​ກະຈາຍສຽງ ​ແລະ ​ເວັບ​ໄຊ vovworld.vn ​ແລ້ວ, VOV5 ຍັງ​ເປີດ​ບັນຊີ​ເພື່ອ​ໃຫ້​ເພື່ອນ​ມິດສາ​ກົນ, ຊາວ ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ, ບັນດາ​ອົງການ, ຫົວໜ່ວຍ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ… ສາມາດ​ບໍລິຈາກ​ເງິນ​ສະໜັບສະໜູນ​ໃຫ້​ປະຊາຊົນ​ພາກກາງອີກ.

ຊື່​ບັນຊີ: ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ (VOV5)

​ເລກ​ບັນຊີ: 26110000268688

ຢູ່: ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ລົງທຶນ ​ແລະ ພັດທະນາ ຫວຽດນາມ (BIDV), ສາຂາ ຈ່າງ​ອານ,​ ນະຄອນ ຮ່າ​ໂນ້ຍ.
 ເມື່ອ​ປະ​ຕິ​ບັດ​ການ​ໂອນ​ເງິນ​ຈາກ​ຕ່າງ​ປະ​ເທດ​ມາ ຫວຽດ​ນາມ, ບັນ​ດາ​ທ່ານ​ຕ້ອງ​ສະ​ໜອງ​ຂໍ້​ມ​ູນ​ດັ່ງ​ລຸ່ມນີ້:
ຜູ້​ຮັບ (Bank Account Name): VOVWORLD
ເລກ​ບັນ​ຊີ (Account Number ): 26110000268688 (VND); 26110370022268 (USD)
ທະນາຄານ​ (Bank Name) ການ​ຄ້າ​ຫຸ້ນ​ສ່ວນ​ລົງທຶນ ​ແລະ ພັດທະນາ ຫວຽດນາມ (BIDV) , ສາຂາ ຈ່າງ​ອານ,​ ນະຄອນ ຮ່າ​ໂນ້ຍ (Bank for Investment and Development of Vietnam Trang An Branch)
Switf code: BIDVVNVX261


ຂ່າວ/ບົດ​ອື່ນ