ແນະນຳວິທີເຮັດກວນໝາກແປ້ນທີ່ແຊບນົວໃນໂອກາດບຸນປີໃໝ່ປະຈຳຊາດ


ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ, ນອກ​ຈາກ​ບັນ​ດາ​ເຍື່ອງ​ອາ​ຫານ​​ເປັນ​ມູນ​ເຊື້ອແລ້ວ ​​ກວນ​ປະ​ເພດ​ຕ່າງ​ໆ​ກໍ່​ແມ່ນ​ເຍື່ອງ​ທີ່​ຂາ​ດບໍ່ໄດ້. ນີ້ກໍ່​ແມ່ນ​ຈຸດ​ເວ​ລາ​​ທີ່​ແມ່​ຍິງ, ພິ​ເສດ​ແມ່ນ​ບັນ​ດາ​ນາງ​ສາວ​ສະ​ແດງ​ຄວາມ​ຄ່ອງ​ແຄ​້ວ​ດ້ວຍ​ການ​ເຮັດ​ກວນ​ໝາ​ກ​ແປ້ນ.

​ວັດ​ຖຸ​ດິບ​ລວມ​ມີ: ນ້ຳ​ຕານ, ໝາກ​ແປ້ນ​ສົດ, ຂ​ີງ, ນ້ຳປູນ, ຫ​ີນ​ສົ້ມ

ທຳ​ອິດ​ຕ້ອງ​ຜ່າ​ໝາກ​ແປ້ນ​ເປັນ 5, 6 ຮອງ ແລະ ບີບ​ໃຫ້​ນ້ຳ​ອອກ​ປະ​ມານ 80% ແ​ລ້ວ ເອົາ​ແກ່ນ​ອອກ.

ຫຼັງ​ຈາກນັ້ນແຊ່​​ນ້ຳ​ປູນ​ໃນ​ເວ​ລາແຕ່ 4 – 5 ຊົ່ວ​ໂມງ

​ເອົາ​ໝາກ​ແປ້ນ​ອອກ, ລ້າງ​ໃຫ້​ສະ​ອາດ, ປະ​ໄວ້ໃຫ້​ສະ​ເດັດ​ນ້ຳ ແລະ ແຊ່ກັບ​ນ້ຳ​ຫີນ​ສົ້ມ​ດ້ວຍ​ອັດ​ຕາ ນ້ຳ​ລີດ​ໜ​ຶ່ງ ໃສ່​ຫີ້ນ​ສົ້ມ​ບ່ວງ​ໜຶ​່ງ

ໝາກ​ແປ້ນ​ໂລ​ໜຶ່ງ​ໃສ່​ນ້ຳ​ຕານ 600 ກ​ຣາມ ​ແລະ ​ປົນ​ໃຫ້​ແລກ ຫຼັງ​ຈາກນັ້ນ​ໄດ້ຄົວ​ໃນ​ໝໍ້​ໄຟ​ອ່ອນ​ຮອດ​ຍາ​ມ​ໃດ​ນ້ຳ​ແຫ້ງ ​ຈຶ່ງ​ເອົາຂີງທີ່​ຊອຍ​ເປັນ​ເສັ້ນ​ໃສ່.


ຕອບກັບ

ຂ່າວ/ບົດ​ອື່ນ