A Hler ຊາວເຜົ່າ ເຊີດັງ ຢູ່ບ້ານ Kon kolok ຜູ້ທຳການຜະລິດກຳເກັ່ງ

(VOVWORLD) -ຍ້ອນຮູ້ຈັກໝູນໃຊ້ວິທະຍາສາດເຕັກນິກຢ່າງມີປະສິດທິຜົນ, ທ່ານ AHler ຊາວເຜົ່າ ເຊີດັງ ແມ່ນແບບຢ່າງດີເດັ່ນກ່ຽວກັບການເຮັດເສດຖະກິດເກັ່ງ. ບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ຕົນເອງ ເທົ່ານັ້ນ ຫາກທ່ານຍັງລະດົມກຳລັງໃຈປະຊາຊົນໃນຕາແສງ ດັກມາ ເມືອງ ດັກຮ່າ ແຂວງ ກອນຕູມ ບື່ນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ ອີກດ້ວຍ. ບົດຂຽນຂອງນັກຂ່າວ Nhat Lisa
A Hler ຊາວເຜົ່າ ເຊີດັງ ຢູ່ບ້ານ Kon kolok ຜູ້ທຳການຜະລິດກຳເກັ່ງ - ảnh 1 A Hler ຊາວເຜົ່າ ເຊີດັງ ຢູ່ບ້ານ Kon kolok ຜູ້ທຳການຜະລິດກຳເກັ່ງ

ໄລຍະກ່ອນປີ 1995, ຊີວິດການເປັນຢູ່ຂອງຊາວເຜົ່າ ເຊີດັງ ຢູ່ ບ້ານ ກອນເກີລອກ ຕາແສງ ດັກມາ ເມືອງ ດັກຮ່າ ແຂວງກອມຕູມ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ຕາມປະເພນີການປູກຝັງແບບເກົ່າ ທັງປີ ປະຊາຊົນພຽງແຕ່ປູກເຂົ້າໃນລະດູການດຽວເທົ່ານັ້ນ. ປີໃດດິນຟ້າອາກາດເອື້ອອຳນວຍຄວາມສະດວກ ປີນັ້ນ ຈະມີທັນຍາຫານກຸ້ມກິນເທົ່ານັ້ນ. ສ່ວນປີໃດເກີດໄພ ແຫ້ງແລ້ງ, ນ້ຳຖ້ວມ ປີນັ້ນ ຊາວບ້ານແມ່ນຂາດແຄນທັນຍາຫານ. ບໍ່ຍອມຕໍ່ຄວາມ ທຸກຍາກອຶດຫິວ, ທ່ານ A HLer ໄດ້ໄປເຖິງບັນດາທ້ອງຖິ່ນອື່ນ ຢູ່ ຫລາຍແຂວງ ຄືດັກລັກ, ຢາລາຍ… ເພື່ອຮ່ຳຮຽນເອົາບົດຮຽນເຮັດກະສິກຳເກັ່ງຈາກບັນດາຄອບຄົວຊາວກະສິກອນ. ຮອດປີ 1996, ທ່ານ A HLer ຕັດສິນ ທັງປູກເຂົ້າໄຮ່ ທັງປູກຕົ້ນກາເຟ, ຢາງພາລາ. ຍ້ອນມີຄວາມຕັ້ງໝັ້ນໃນການຖອດຖອນບົດຮຽນ, ມາຮອດປະຈຸບັນ ຄອບຄົວທ່ານ A HLer ປູກ ຕົ້ນກາເຟໄດ້ກວ່າ 2 ເຮັກຕາ, ຢາງພາລາກວ່າ 1 ເຮັກຕາ ແລະ ປູກເຂົ້າໄດ້ 0,25 ເຮັກຕາ ແລະ ມີສັດລ້ຽງ, ສັດປີກນັບສີບໆໂຕ. ແຕ່ລະປີ, ບໍ່ລວມລາຍຈາຍໃນການຜະລິດແລ້ວ, ລາຍຮັບທີ່ຄອບຄົວທ່ານ A HLer ສ້າງມາໄດ້ແມ່ນກວ່າ 250 ລ້ານດົງ. ເມື່ອແບ່ງປັນບົດຮຽນໃນການເຮັດເສດຖະກິດຂອງຕົນ, ທ່ານ A HLer ໄດ້ຢັ້ງຢືນວ່າ ເລື່ອງຖອດຖອນບົດຮຽນດ້ານເຕັກນິກ, ມີຄວາມດຸໝັ່ນຂະຫຍັນພຽນ ນັ້ນແມ່ນວິທີເພື່ອໃຫ້ການເຮັດເສດຖະກິດປະສົບຜົນສຳເລັດ.

        “ຍາມໃດກໍ່ຕ້ອງຮ່ຳຮຽນເອົາບົດຮຽນເພື່ອມີຄວາມເຂົ້າໃຈ, ຮູ້ວິທີຄິດໄລ່ທຳມາຫາກິນ, ໝູນໃຊ້ບັນດາມາດຕະການວິທະຍາສາດເຕັກນິກ ການຜະລິດຈຶ່ງມີປະສິດທິຜົນ. ຄຽງຄູ່ກັນນັ້ນ ຕ້ອງສຸມກຳລັງແຮງ, ຄວາມສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະກັນໃນຊີວິດ ກໍຄື ໃນການຜະລິດ. ກ່ອນນີ້ ຂ້າພະເຈົ້າອອກແຮງງານແມ່ນລຳບາກຫລາຍ, ນຳໃຊ້ກຳລັງແຮງເປັນສ່ວນໃຫຍ່. ແຕ່ປະຈຸບັນ ບໍ່ລຳບາກຄືກ່ອນນີ້ ທຸກສິ່ງທຸກຢ່າງລ້ວນແຕ່ໄດ້ນຳໃຊ້ກົນຈັກ, ຫລຸດຜ່ອນເວລາ. ຄອບຄົວຂ້າພະເຈົ້າ ປະຈຸບັນ ໄດ້ປູກຕົ້ນໄມ້ອຸດສາຫະກຳຄື: ກາເຟ, ຢາງພາລາ, ..,, ແລະ ປູກເຂົ້ານາທາມ”

        ຄອບຄົວທ່ານ A HLer ປະຈຸບັນ ມີເຮືອນຊານທີ່ກວ້າງໃຫຍ່ ແລະ ໄດ້ຮັບການກໍ່ສ້າງແບບຖາວອນ ແຕ່ປີ 2015 ຕາມສະຖາປັດຕະຍະກຳຝ່າຍຕາເວັນຕົກ. ຢູ່ໃນເຮືອນ ມີເຄື່ອງໃຊ້ໃນຊີວິດປະຈຳວັນແມ່ນຄົບທຸກຢ່າງ. ສວນອ້ອມແອ້ມເຮືອນມີເນື້ອທີ່ 3.700 ຕາແມັດ, ສ່ວນຫນຶ່ງຄຽງຂ້າງເຮືອນແມ່ນບ່ອນໄວ້ລົດຈັກ ແລະ ອຸປະກອນຮັບໃຊ້ການຜະລິດກະສິກຳ. ບົດຮຽນທີ່ຖອດຖອນມາໄດ້ໃນການປູກຕົ້ນໄມ້ອຸດສາຫະກຳ ແລະ ການລ້ຽງສັດ ນັ້ນ, ທ່ານ A HLer ບໍ່ລັ່ງເລໃຈ ຍາມໃດກໍ່ຢາກຊ່ວຍເຫລືອ, ແນະນຳໃຫ້ບັນດາຄອບຄົວໃນບ້ານກ່ຽວກັບເຕັກນິກການບົວລະບັດ, ວິທີໃຊ້ຝຸ່ນເຄມີໃຫ້ຕົ້ນກາເຟ, ຢາງພາລາ. ມີຫລາຍຄອບຄົວປະຕິບັດຕາມບົດຮຽນຂອງທ່ານ A HLer ຫັນມາປູກຕົ້ນອຸດສາຫະກຳ, ສົມທົບກັບການລ້ຽງສັດ, ໄດ້ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ. ເມື່ອເວົ້າເຖິງ ທ່ານ A HLer, ທ່ານ A Bom ເຈົ້າກົກເຈົ້າເຫລົ່າ ບ້ານ ກອນ ເກີລອກ ເວົ້າວ່າ:

        “ທ່ານ A HLer ແມ່ນຜູ້ທີ່ສຸດຈິດສຸດໃຈຊ່ວຍເຫລືອປະຊາຊົນໃນບ້ານ, ທ່ານໄດ້ສະຫລະເວລາແນະນຳໃຫ້ປະຊາຊົນໃນບ້ານກ່ຽວກັບວິທີການຜະລິດ. ບໍ່ພຽງແຕ່ເຜີຍແຜ່ໃຫ້ປະຊາຊົນໃນຕາແສງທີ່ການປະຊຸມເທົ່ານັ້ນ ຫາກທ່ານຍັງໄປແນະນຳໃຫ້ເຂົາເຈົ້າຕາມເນື້ອທີ່ໄຮ່ຕົວຈິງ ກ່ຽວກັບເຕັກນິກປູກຕົ້ນໄມ້ອີກດ້ວຍ ແລະ ປະຈຸບັນ ມີຫລາຍຄອບຄົວສ້າງລາຍຮັບພໍຢູ່ພໍກິນ ແລະ ຍັງມີສ່ວນແຮໄວ້.”

        ບໍ່ພຽງແຕ່ເຮັດເສດຖະກິດເກັ່ງເທົ່ານັ້ນ ຜົວເມຍທ່ານ A HLer ຍັງມີຄວາມເອົາໃຈໃສ່, ບອກສອນ ແລະ ເບິ່ງແຍງໃຫ້ລູກເຕົ້າຮ່ຳຮຽນໄດ້ຮັບຜົນດີ. ລູກຊາຍ 2 ຄົນ ແລະ ລູກສາວ 2 ຄົນຂອງທ່ານ ລ້ວນແຕ່ໄດ້ເຕີບໃຫຍ່ ແລະ ມີວຽກເຮັດງານທຳແລ້ວ. ທ່ານ A HLer ແບ່ງປັນວ່າ: “ຂ້າພະເຈົ້າເຫັນວ່າ ຄວາມຮູ້ແມ່ນສິ່ງສຳຄັນທີ່ສຸດ, ສະນັ້ນ ໄດ້ພະຍາຍາມສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ລູກຂອງຕົນໄປຮຽນ. ເມື່ອໄດ້ໄປຮຽນ ຈະມີຄວາມຮູ້ ເພື່ອໃຫ້ມີອາຊີບ, ຮູ້ຈັກເຖິງວິທີຄິດໄລ່ໃນການທຳມາຫາກິນ. ທ່ານ ດີງທື, ພະນັກງານ ຄະນະກຳມະການປະຊາຊົນ ຕາແສງ ດັກມາ ໃຫ້ຮູ້ວ່າ:

        “ທ່ານ A HLer ຍາມໃດກໍ່ໂຄສະນາໃຫ້ປະຊາຊົນໃນບ້ານຕ້ອງຮ່ຳຮຽນ, ຮັບເອົາຄວາມຮູ້, ວິທີການທຳມາຫາກິນ, ການດຳເນີນຊີວິດ. ທ່ານ A HLer ມີຄວາມດຸໝັ່ນໃນການແນະນຳມາດຕະການວິທະຍາສາດໝູນໃຊ້ໃນການຜະລິດ. ປີ 2016, ທ່ານ A HLer ໄດ້ຮັບການເລືອກຕັ້ງຈາກປະຊາຊົນວ່າ ແມ່ນຜູ້ທີ່ມີອິດທິພົນຊື່ສຽງໃນບ້ານ ແລະ ກໍ່ແມ່ນຫນຶ່ງໃນ 4 ຄົນທີ່ໄດ້ຮັບກຽດແມ່ນຜູ້ທີ່ມີອິດທິພົນຊື່ສຽງກວ່າໝູ່ໃນຕາແສງ.”

        ຮ່ຳຮຽນຕາມແບບຢ່າງ, ວິທີເຮັດຂອງທ່ານ A HLer, ມາຮອດປະຈຸບັນ ຄອບຄົວສ່ວນຫລາຍໃນບ້ານ ກອນເກີລອກ ລ້ວນແຕ່ຕິດພັນກັບການປູກຕົ້ນໄມ້ອຸດສາຫະກຳ, ບໍ່ພຽງແຕ່ອາໄສຈາກການປູກເຂົ້າໄຮ່ຄືກ່ອນນີ້ອີກ. ບ້ານ ກອນເກີລອກ ຕາແສງ ດັກມາ ໃນຊຸມປີມໍ່ໆມານີ້ ພວມພັດທະນາຮູບແບບກະສິກຳເປັນຫລາຍຮູບແບບ ຕາມທິດຜະລິດແບບຍືນຍົງ. ມີລາຍຮັບເປັນປົກກະຕິ, ບ້ານ ກອນເກີລອກ ຂອງຊາວເຜົ່າ ເຊີດັງ ປະຈຸບັນ ບໍ່ມີຄອບຄົວທຸກຍາກແລ້ວ. ຂະບວນການແຂ່ງຂັນກັນທຳການຜະລິດພວມແຜ່ລາມເຖິງບັນດາຄອບຄົວຫນຸ່ມ. ປະຊາຊົນ ຜູ້ໃດກໍ່ຢາກບືນຕົວຂຶ້ນດ້ວຍກຳລັງເຫື່ອແຮງ, ພູມປັນຍາຂອງຕົນ, ພັດທະນາກະສິກຳຕາມທິດໝັ້ນຄົງ, ປະກອບສ່ວນສ້າງບ້ານໃຫ້ນັບມື້ນັບມີຄວາມອີ່ມໜຳສຳລານສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ