ການລະຫລິ້ນພື້ນເມືອງຂອງຊາວເຜົ່າຈຳ ຢູ່ ນີງທ້ວນ

(VOVWORLD) -ແຂວງ ນີງທ້ວນ ແມ່ນແຫ່ງທີ່ມີຊາວເຜົ່າ ຈຳ ດຳລົງຊີວິດເປັນຈຳນວນຫລວງຫລາຍ. ຊາວເຜົ່າຈຳ ອາໄສຢູ່ທີ່ນີ້ແຕ່ດົນນານມາແລ້ວ ແລະ ຍັງຄົງຮັກສາງານບຸນຕ່າງໆ ແລະ ຈຸດວັດທະນະທຳທີ່ເປັນເອກະລັກສະເພາະໄວ້, ໃນນັ້ນ ມີບັນດາການລະຫລິ້ນພື້ນເມືອງຍັງຄົງໄດ້ຖ່າຍຖອດເຖິງປະຈຸບັນ. ບັນດາການລະຫລິ້ນພື້ນເມືອງນີ້ ບໍ່ພຽງແຕ່ເພື່ອຈຸດປະສົງການບັນເທິງເທົ່ານັ້ນ ຫາກຍັງຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈກັນກວ່າ, ເປັນການຮັດແຫນ້ນອາລົມຈິດຄວາມສາມັກຄີໃນວົງຄະນາຍາດອີກດ້ວຍ. ບົດຂຽນຂອງນັກຂ່າວໂຕຕວນ.
ການລະຫລິ້ນພື້ນເມືອງຂອງຊາວເຜົ່າຈຳ ຢູ່ ນີງທ້ວນ - ảnh 1 ການລະຫລິ້ນພື້ນເມືອງຂອງເດັກນ້ອຍຊາວເຜົ່າຈຳ

ຜ່ານການຜັນແປຫລາຍຢ່າງຂອງປະຫວັດສາດ, ຊີວິດດ້ານເສດຖະກິດປະສົບກັບຄວາມຫຍຸ້ງຍາກນັບແຕ່ທົດສະວັດກ່ອນນີ້ ແຕ່ມາຮອດປະຈຸບັນ ຊາວເຜົ່າຈຳ ຍັງຄົງອະນຸລັກຮັກສາບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະ, ໃນນັ້ນ ຕ້ອງເວົ້າເຖິງ “Kaya Ma In” ແມ່ນການລະຫລິ້ນພື້ນເມືອງໃນງານບຸນ. ຕາມທ່ານ ເຈົາວັນຮີງ, ຊື່ງແມ່ນຜູ້ໄດ້ທຸ້ມເທເຫື່ອແຮງມາເປັນເວລາກວ່າ 10 ປີເພື່ອຄົ້ນຄ້ວາວັດທະນະທຳເຜົ່າ ຈຳ ແລ້ວ, ການລະຫລິ້ນພື້ນເມືອງຂອງຊາວເຜົ່າຈຳ ແມ່ນຜະລິດຕະພັນເລີ່ມມາຈາກການອອກແຮງງານທຳການຜະລິດ, ມີຄຸນຄ່າປະຫວັດສາດ, ວັດທະນະທຳ, ວິທະຍາສາດ ແລະ ໄດ້ຖ່າຍຖອດດ້ວຍການເລົ່າຂານປາກຕໍ່ປາກ, ດ້ວຍມື, ໄດ້ຮັບການສະແດງ, ການແຂ່ງຂັນ… ທ່ານ ເຈີນວັນຮີງ ໃຫ້ຮູ້ວ່າ:

        “ຜ່ານການສຳຫລວດ ຊາວເຜົ່າຈຳ ມີ ການລະຫລິ້ນພື້ນເມືອງກວ່າ 100 ຢ່າງ  ດ້ວຍຫລາຍປະເພດແຕກຕ່າງກັນ. ມີການລະຫລິ້ນໃຫ້ລາງວັນ ຫລື ປັບໄຫມ. ລະຫລິ້ນຜູ້ດຽວ, ຫລື ສອງຄົນ.. ມີການລະຫລິ້ນປະກອບບົດເພງ, ຂັບລຳ… ແຕ່ປະເພດນີ້ພຽງແຕ່ຫລິ້ນຢູ່ໃນງານບຸນເທົ່ານັ້ນ.”

 ບັນດາການລະຫລິ້ນພື້ນເມືອງຂອງຊາວເຜົ່າ ຈຳ ບໍ່ພຽງແຕ່ຕອບສະຫນອງຄວາມຕ້ອງການບັນເທິງ, ຫລຸດຜ່ອນຄວາມເຄັ່ງຕຶງຂອງມະນຸດພາຍຫລັງອອກແຮງງານດ້ວຍອິດເມື່ອຍໃນໄລຍະໃດຫນຶ່ງເທົ່ານັ້ນ ຫາກຍັງແມ່ນກຳລັງຫນູນດ້ານຈິດໃຈເພື່ອເພີ່ມພະລັງຊີວິດ, ການອອກແຮງງານມີຄວາມຫ້າວຫັນແລະ ຮັກຊີວິດກວ່າອີກດ້ວຍ. ບັນດາການລະຫລິ້ນຂອງເດັກນ້ອຍຊາວເຜົ່າ ຈຳ ແມ່ນລຽບງ່າຍພໍສົມຄວນ. ມີພຽງແຕ່ກ້ອນຫີນນ້ອຍ 2-3 ກ້ອນ, ງ່າໄມ້, ໝາກໄມ້, ດອກຫຍ້າ, ຮັງໝົດເທົ່ານັ້ນ ພວກນ້ອງກໍ່ສາມາດສ້າງເປັນ ບັນດາການລະຫລິ້ນຢ່າງມີຄວາມເບິກບານມ່ວນຊື່ນໄດ້. ທ່ານ ເຈົາວັນຮີງ ໃຫ້ຮູ້ຕື່ມອີກວ່າ:

        “ການລະຫລິ້ນພື້ນເມືອງທັງໝົດຂອງຊາວເຜົ່າຈຳ ລ້ວນແຕ່ສ່ອງແສງເຖິງສັງຄົມ ແລະ ຊີວິດການອອກແຮງງານ. ຕົວຢ່າງຄື ຊາວເຜົ່າຈຳ ມີການລະຫລິ້ນຫລາຍຢ່າງດຳເນີນຢູ່ທົ່ງນາເຊັ່ນ: ການລະຫລິ້ນເສືອກິນຄົນ, ເດັກນ້ອຍໄປອາບນ້ຳຢູ່ແມ່ນຳ້, ຄອງເໝືອງ ມີການລະຫລິ້ນຫາປາ ດ້ວຍ 5-6 ຄົນເຂົ້າຮ່ວມ. ບັນດາການລະຫລິ້ນແມ່ນສ່ອງແສງເຖິງຊີວິດປະຈຳວັນຂອງຊາວເຜົ່າຈຳ.”

ການລະຫລິ້ນພື້ນເມືອງຂອງຊາວເຜົ່າຈຳ ຢູ່ ນີງທ້ວນ - ảnh 2 ການລະຫລິ້ນໂຕແຫລວຈັບ ລູກໄກ່

        ການລະຫລິ້ນພື້ນເມືອງຂອງຊາວເຜົ່າ ຈຳກໍ່ລຽບງ່າຍ, ອາດຈະຫລິ້ນໄດ້ຢູ່ທຸກບອ່ນທຸກເວລາ. ຖ້າຫາກການລະຫລິ້ນໂຕແຫລວຈັບ ລູກໄກ່, ຍາດທຸງປ່ອຍງົວ ແມ່ນການຝືກແອບການໂຕ້ຕອບຢ່າງວ່ອງໄວ, ຈິດໃຈສາມັກຄີ, ສ່ວນການລະຫລິ້ນດຶງເຊືອກ ແມ່ນຊ່ວຍຝຶກແອບກຳລັງແຮງ. ການລະຫລິ້ນໝາກຂຸມ(ໂອອັນກວານ) ແມ່ນຝືກຝົນຫລໍ່ຫລອມທັກສະຄິດໄລ່, ຄວາມຄ່ອງແຄ້ວຂອງມື. ນອກນັ້ນ ມີການລະຫລິ້ນຫລາຍຢ່າງແມ່ນຕິດພັນກັບຈຸດວັດທະນະທຳຄື: ຖອດເຄື່ອງຂອງອອກໂດຍບໍ່ໃຫ້ມືນົບແຍກອອກຈາກກັນຫລືປຸ້ນສະເລີຍເສິກ ຊ້ຳບໍ່ໜຳ ຍັງມີການລະຫລິ້ນຕິດພັນກັບພິທີກຳມາຍາກົນບູຮານ, ຢຽບໄຟ.

ການລະຫລິ້ນແຕ່ລະຢ່າງ ແລະ ຮູບການລະຫລິ້ນ ລ້ວນແຕ່ສ່ອງແສງເຖິງຊີວິດການເປັນຢູ່ຂອງຊາວເຜົ່າຈຳ. ເຖິງຢ່າງໃດກໍຕາມ ການລະຫລິ້ນພື້ນເມືອງພຽງມີສອງປະເພດຕົ້ນຕໍ, ທີຫນຶ່ງ ແມ່ນການລະຫລິ້ນແບບທົ່ວໄປ ຊື່ງໄດ້ດຳເນີນຢູ່ທຸກບ່ອນ, ປະເພດອື່ນອີກແມ່ນການລະຫລິ້ນມີລັກສະນະເຫລື້ອມໃສດ້ານຈິດວິນຍານ ພຽງແຕ່ລະຫລິ້ນໃນງານບຸນຕ່າງໆ, ຊ້ຳບໍ່ໜຳ ຍັງຖືກຫວງຫ້າມ ຖ້າຫາກນຳມາຫລິ້ນແບບທົ່ວໄປ. ຫນຶ່ງໃນບັນດາການລະຫລິ້ນມີລັກສະນະຈິດວິນຍານຂອງຊາວເຜົ່າຈຳ ແມ່ນການລະຫລິ້ນປ່ອຍວ່າວ. ການລະຫລິ້ນນີ້ແມ່ນຕິດພັນກັບເລື່ອງລາວຂອງປູ່ຍ່າຕາຍາຍບັນພະບຸລຸດ, ຂອງວົງຕະກຸນ.  ຕາມຄວາມສຳນຶກຂອງຊາວເຜົ່າຈຳແລ້ວ, ເມື່ອປ່ອຍວ່າວ ຍ້ອນລົມແຮງ, ສາຍວ່າວຂາດ ຖືກປູ່ຍ່າຕາຍາຍຂອງວົງຕະກຸນແກ່ດຶງໄປນຳ. ເພື່ອອາໄລຫາປູ່ຍ່າຕາຍາຍ ວົງຕະກຸນນັ້ນ ເມື່ອຮອດວັນບຸນ ຕ້ອງມີວ່າວ, ສ່ວນຫນຶ່ງເພື່ອອາໄລຫາປູ່ຍ່າຕາຍາຍ, ແລະ ອີກສ່ວນຫນຶ່ງແມ່ນເພື່ອພາວະນາຂໍໃຫ້ວົງຕະກຸນທັງໝົດມີຄວາມຢູ່ເຢັນເປັນສຸກ.

        “ການລະຫລິ້ນຫນຶ່ງຊື່ງປະຊາຄົມຊາວເຜົ່າຈຳ ເຄີຍຫລິ້ນ ນັ້ນແມ່ນການປ່ອຍວ່າວ ນີ້ແມ່ນພິທີກຳຂອງວົງຕະກຸນ. ໃນວົງຕະກຸນ ຄຽງຂ້າງບ່ອນບູຊາ ຢູ່ໃນເຮືອນຍັງມີບ່ອນເພື່ອວາງວ່າວໃນມື້ວັນບຸນ, ເຂົາເຈົ້າປ່ອຍວ່າວຢູ່ນອກໝູ່ບ້ານ ແລ້ວ ຈັດພິທີບູຊາພາວະນາຂໍໃຫ້ວົງຕະກຸນມີຄວາມສະຫງົບສຸກ, ຮັບໃຊ້ການເຫລື້ອມໃສຂອງປູ່ຍ່າຕາຍາຍ. ການລະຫລິ້ນປ່ອຍວ່າວນີ້ແມ່ນການພາວະນາຂໍໃຫ້ວົງຕະກຸນມີຄວາມຢູ່ເຢັນເປັນສຸກ”

 ຍັງມີການລະຫລິ້ນຫນຶ່ງອີກ ນັ້ນແມ່ນການແຂ່ງຂັນຕີມວຍປ້ຳ. ການລະຫລິ້ນນີ້ ຊາວເຜົ່າຈຳພຽງປະຕິບັດເມື່ອມີງານບຸນຮ່ວມຂອງທັງວົງຄະນາຍາດ. ເມື່ອທຳພິທີກຳສຳເລັດ ແມ່ນຮອດເວລາແຂ່ງຂັນຕີມວຍປ້ຳ, ບັນດາຊາຍຫນຸ່ມໄດ້ເຂົ້າຮ່ວມການແຂ່ງຂັນໂດຍມີການຊ່ອງຫນ້າຂອງບັນດານາງສາວ. ບັນດາການລະຫລິ້ນນີ້ແມ່ນປະຕິບັດໃນພາກສ່ວນທຳພິທີ ບໍ່ໄດ້ລະຫລິ້ນເມື່ອຍັງບໍ່ທັນໄດ້ຮັບອະນຸຍາດຈາກເຈົ້າພາບງານບຸນ, ຊ້ຳບໍ່ໜຳ ບໍ່ໄດ້ລະຫລິ້ນບໍ່ວ່າຢູ່ບ່ອນໃດນອກຈາກງານບຸນ.

ນອກຈາກການລະຫລິ້ນມີລັກສະນະພິທີກຳແລ້ວຍັງ ມີບັນດາການລະຫລິ້ນດຳເນີນຕາມຮີດຄອງປະເພນີ ຫລື ຮຽນແບບຕາມຂະແຫນງອາຊີບຂອງແຕ່ລະທ້ອງຖິ່ນຄື: ອາຊີບຜະລິດເຄື່ອງປັ້ນດິນເຜົາ ຢູ່ ໝູ່ບ້ານເບົາຈຸກ ຫລື ອາຊີບຕ່ຳແຜ່ນແພພື້ນເມືອງ ຢູ່ ໝູ່ບ້ານ ຫມີຫງຽບ. ການລະຫລິ້ນພື້ນເມືອງໄດ້ປະກອບສ່ວນສ້າງເປັນເຈດຈຳນົງອົງອາດກ້າຫານ ແລະ ມີສະຕິບືນຕົວຂຶ້ນຍາດເອົາໄຊຊະນະຂອງແຕ່ລະຄົນ, ແຕ່ລະວົງຄະນາຍາດ ແລະ ສ້າງເປັນສີສັນສະເພາະຂອງຊາວເຜົ່າຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ