ຄວາມເປັນເອກະລັກສະເພາະສາລາບ້ານຂອງຊາວເຜົ່າ ເຊີດັງ

(VOVWORLD) -ຢ້ຽມຢາມຊາວເຜົ່າ ເຊີດັງ ຢູ່ ເຂດໄຕງວຽນ, ຄວາມປະທັບໃຈທີ່ສຸດສຳລັບນັກທ່ອງທ່ຽວ ນັ້ນແມ່ນ ສາລາບ້ານ (ເຮືອນຣົງ) ທີ່ກວ້າງໃຫຍ່ ຖືກຕັ້ງຢູ່ໃຈກາງ ໝູ່ບ້ານ. ບໍ່ພຽງແຕ່ມີຄວາມເປັນເອກະລັກສະເພາະກ່ຽວກັບດ້ານສະຖາປັດຕະຍະກຳເທົ່ານັ້ນ ເຮືອນຣົງ ຍັງແມ່ນບ່ອນສັກກະລະບູຊາຂອງໝູ່ບ້ານ ຊາວເຜົ່າ ເຊີດັງ ອີກດ້ວຍ. ບົດຂຽນຂອງນັກຂ່າວ ຫວີຟອງ ທີ່ມີຫົວຂໍ້ວ່າ: ຄວາມເປັນເອກະລັກສະເພາະສາລາບ້ານຂອງຊາວເຜົ່າ ເຊີດັງ
ຄວາມເປັນເອກະລັກສະເພາະສາລາບ້ານຂອງຊາວເຜົ່າ ເຊີດັງ - ảnh 1 ເຮືອນຣົງ ຂອງບັນດາເຜົ່າຢູ່ເຂດ ໄຕງວຽນ

ເຮືອນຣົງ ຂອງບັນດາເຜົ່າຢູ່ເຂດ ໄຕງວຽນ ເວົ້າລວມ ແລະ ຂອງຊາວເຜົ່າ ເຊີດັງ ເວົ້າສະເພາະ ໄດ້ຮັບຖືວ່າ ແມ່ນສັນຍາລັກດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດດິນແດນແຫ່ງນີ້. ສຳລັບ ປະຊາຊົນ ບັນດາເຜົ່າຢູ່ເຂດໄຕງວຽນ, ເຮືອນຣົງ ມີບົດບາດແມ່ນສູນແຫ່ງການເຫລື້ອມໃສ, ວັດທະນະທຳ ແລະ ແມ່ນໂສມຫນ້າຂອງທັງໝູ່ບ້ານ. ເຮືອນຣົງ ຂອງຊາວເຜົ່າ ເຊີດັງ ແມ່ນເຮືອນຮ້ານທີ່ກວ້າງໃຫຍ່, ຫລັງຄາສູງ ແລະ ຖ້າສັງເກດຈາກໄກ ແມ່ນຄ້າຍຄືຄົບຂວານດັ່ງຕັ້ງປີ້ນລວງຢູ່ໃຈກາງຂອງໝູ່ບ້ານ. ອ້າຍ A phao, ປະທານ ຕາແສງ ດັກອາງ, ເມືອງ ງອກໂຮ່ຍ ແຂວງ ກອນຕູມ ໃຫ້ຮູ້ວ່າ:

        “ເຮືອນຣົງ ແມ່ນສະຖານທີ່ດຳເນີນຊີວິດຂອງວົງຄະນາຍາດທັງໝູ່ບ້ານ, ພິເສດໃນໂອກາດງານບຸນ, ວັນສຳຄັນຕ່າງໆ, ປະຊາຊົນໃນໝູ່ບ້ານລ້ວນແຕ່ເຕົ້າໂຮມຢູ່ ເຮືອນຣົງ ເພື່ອພ້ອມກັນຈັດຕັ້ງ. ເຮືອນຣົງ ໄດ້ຮັບການປຸກສ້າງຈາກປະຊາຊົນທຸກຄົນໃນບ້ານ. ເຮືອນຣົງ ກ່ອນນີ້ຖືກມຸງດ້ວຍໃບໄມ້, ດ້ວຍຫຍ້າ, ຝາແອ້ມເຮັດດ້ວຍໄມ້ເຮ້ຍ ແຕ່ມາຮອດປະຈຸບັນ ອາດຈະມຸງດ້ວຍສັງກະສີ…

        ສະຖານທີ່ປຸກສ້າງເຮືອນຣົງ ໂດຍແມ່ນເຈົ້າກົກເຈົ້າເຫົຼ່າໃນບ້ານເປັນຜູ້ເລືອກເຟັ້ນ ແລະ ສ່ວນຫລາຍແມ່ນຕັ້ງໃສ່ບ່ອນສູງ,ມີຄວາມສະດວກ. ເຮືອນຣົງ ຖືກປຸກສ້າງຢູ່ບ່ອນທີ່ສັງເກດທາງໄກກໍ່ສາມາດເຫັນໄດ້ ແຕ່ບໍ່ໄດ້ຕັ້ງຢູ່ຫົວບ້ານ ຫລື ຕອນທ້າຍບ້ານ. ຂັ້ນຕອນປຸກສ້າງເຮືອນຣົງ ແມ່ນເຄົາລົບບັນດາຂໍ້ກຳນົດຂອງວົງຄະນາຍາດໃນບ້ານຢ່າງເຂັ້ມງວດ ແລະ ມີຫລາຍປັດໄຈດ້ານຈິດວິນຍານ. ຕາມປະເພນີແລ້ວ, ເຈົ້າກົກເຈົ້າເຫຼົ່າ ຈະປະກາດຂໍ້ຕົກລົງປຸກສ້າງເຮືອນຣົງ ໃຫ້ປະຊາຊົນທັງໝົດໃນບ້ານໄດ້ຮັບຊາບກ່ອນປຸກສ້າງ 1 ປີ ເພື່ອກະກຽມວັດສະດຸກໍ່ສ້າງ, ຫລັງຈາກນັ້ນ ທຳພິທີພາວະນາເທວະດາຟ້າແຖນຂໍ ອະນຸຍາດໃຫ້ປະຊາຊົນໃນບ້ານໄດ້ປຸກສ້າງເຮືອນ. ເຈົ້າກົກເຈົ້າເຫຼົ່າ ແມ່ນຜູ້ຕິດຕາມກວດກາ, ຊີ້ນຳປະຊາຊົນໂດຍກົງເພື່ອຮັບປະກັນປະສິດທິຜົນດ້ານສະຖາປັດຕະຍະກຳທີ່ເປັນມູນເຊື້ອ, ຈັດແບ່ງຫນ້າທີ່ໃຫ້ແຕ່ລະຄອບຄົວ ປະກອບກຳລັງເຫື່ອແຮງ, ຊອກຫາວັດສະດຸກໍ່ສ້າງ ແລະ ເງິນຄຳ.

        ເຮືອນຣົງຂອງ ຊາວເຜົ່າ ເຊີດັງ ມີ ເສົາຕົ້ນຕໍ 8-10 ເສົາ, ອີງຕາມລວງກວ້າງ, ລວງສູງຂອງເຮືອນແຕ່ລະຫລັງ. ທ່ານ A Phang, ຕາແສງ ດັກອາງ ເມືອງ ງອກໂຮ່ຍ ແຂວງ ກອນຕູມ ໃຫ້ຮູ້ວ່າ: ສຳລັບຊາວເຜົ່າ ເຊີດັງ ແລ້ວ, ເຮືອນຣົງ ຕ້ອງແມ່ນເຮືອນສູງ, ມຸ່ງຂຶ້ນທ້ອງຟ້າ ເພາະຄືແນວນັ້ນ ຈຶ່ງເຕົ້າໂຮມສິ່ງສັກສິດຂອງດິນຟ້າອາກາດໄດ້. ຊາວເຜົ່າ ເຊີດັງ ມີຈິດສຳນຶກວ່າ ເຮືອນຣົງ ແມ່ນຂົວຕໍ່ລະຫວ່າງມະນຸດກັບ ໂລກຈັກກະວານ, ແມ່ນບ່ອນພົບປະແລກປ່ຽນ ແລະ ຝາກຝັງຄວາມ ເຊື່ອຖືລະຫວ່າງມະນຸດກັບເທວະດາຟ້າແຖນ.

        “ການປຸກສ້າງເຮືອນຣົງຢູ່ທີ່ນີ້ ພວກຂ້າພະເຈົ້າຈະຊອກຫາບັນດາຕົ້ນໄມ້ໃຫຍ່, ກົມ. ເມື່ອປຸກສ້າງເຮືອນ, ເຂົາເຈົ້າບໍ່ນຳໃຊ້ເຫລັກຕະປູ ຫາກມັດດ້ວຍເສັ້ນຫວາຍ. ພຽງແຕ່ເຈົ້າກົກເຈົ້າເຫຼົ່າ ແລະ ຜູ້ມີອາຍຸສູງຈຶ່ງຮູ້ຈັກເຖິງການອອກແບບເຮືອນຣົງ, ວິທີມັດ ແລະ ຊີ້ນຳໃຫ້ລູກຫລານວິທີປຸກສ້າງເຮືອນຣົງ. ແລະ ໃນການປຸກສ້າງເຮືອນຣົງພຽງແຕ່ແມ່ນເພດຊາຍປະຕິບັດ. ເມື່ອປຸກສ້າງເຮືອນສຳເລັດແລ້ວ, ແມ່ຍິງຊາວເຜົ່າ ເຊີດັງ ຈຶ່ງເຂົ້າປ່າເອົາໃບຫວາຍມາມັດເປັນແຜ່ນເພື່ອມຸງຫລັງຄາເຮືອນຣົງ. ກ່ອນນີ້ ເລື່ອງປຸກສ້າງເຮືອນຣົງຕ້ອງເສຍເວລາ ປະມານເດືອນຫນຶ່ງ ຈຶ່ງສຳເລັດ.”

        ພື້ນເຮືອນຣົງ ຂອງຊາວເຜົ່າ ເຊີດັງ ຕາມປົກກະຕິເຮັດດ້ວຍໄມ້ເຮ້ຍ. ຝາແອ້ມເຮັດດ້ວຍແຜ່ນໄມ້ບາງໆ. ປະຕູເຂົ້າແມ່ນເປີດອອກທາງຫນ້າ, ບ່ອນມີເດີນທີ່ກວ້າງໃຫຍ່. ຂັ້ນໄດຂຶ້ນລົງເຮືອນຣົງແມ່ນເຮັດດ້ວຍຕົ້ນໄມ້ໃຫຍ່. ເຮືອນຣົງ ຂອງຊາວເຜົ່າ ເຊີດັງ ມີ 2 ຫລັງຄາຕົ້ນຕໍ, ມຸ້ງດ້ວຍຫຍ້າຫລືໃບຫວາຍມັດເປັນມັດນ້ອຍໆ. ທ່ານ A phang ຢູ່ຕາແສງ ດັກອາງ ເມືອງ ງອກໂຮ່ຍ ແຂວງ ກອນຕູມ ໃຫ້ຮູ້ຕື່ມອີກວ່າ.

        “ຖ້າຫາກໝູ່ບ້ານມີປະຊາຊົນດຳລົງຊີວິດຢ່າງຫລວງຫລາຍ ເຂົາເຈົ້າຈະປຸກສ້າງເຮືອນຣົງໃຫຍ່, ສ່ວນຈຳນວນປະຊາຊົນຫນ້ອຍ ຈະປຸກສ້າງເຮືອນຣົງ ນ້ອຍ. ບ່ອນທີ່ມີຄວາມສັກສິດທີ່ສຸດ ແມ່ນບ່ອນບູຊາ.”

        ໃນເຮືອນຣົງ ເຄີຍປະດັບປະດາຮູບແກະຄວັດສະຫລັກດ້ວຍໄມ້ມີລວດລາຍ ເປັນດອກໄມ້, ຮູບນົກ, ຮ່ວງເຂົ້າ… ຊາວເຜົ່າ ເຊີດັງ ພຽງນຳໃຊ້ສາມສີ ນັ້ນແມ່ນ ສີຂາວ, ສີດຳ ແລະ ສີແດງ ເພື່ອປະດັບປະດາໃນເຮືອນຣົງ. ຕາມຈິດສຳນຶກຂອງຊາວເຜົ່າ ເຊີດັງ, ສີດຳ ຈະຂັບໄລ່ຜີສາງ, ສີຂາວສະແດງໃຫ້ເຫັນນ້ຳໃຈບໍລິສັດຜຸດຜ່ອງ ແລະ ສີແດງ ສະແດງໃຫ້ເຫັນໄຊຊະນະ. ໃນເຮືອນຣົງແຕ່ລະຫລັງ ລ້ວນແຕ່ມີບ່ອນສັກສິດສະເພາະເພື່ອບູຊາວັດຖຸທີ່ສັກສິດ ບາງເທື່ອພຽງແຕ່ແມ່ນມີດ, ກ້ອນຫີນ, ເຂົາຄວາຍ… ໃນເຮືອນຣົງ, ບາງໝູ່ບ້ານ ເຂົາເຈົ້າຍັງປະດັບປະດາຮູບພາບ, ຮູບປັ້ນປະທານໂຮ່ຈິມີນ, ທຸງຊາດ. ເຮືອນຣົງ ບໍ່ພຽງແຕ່ແມ່ນບ່ອນເຕົ້າໂຮມ, ດຳເນີນຊີວິດຂອງຊາວເຜົ່າ ເຊີດັງ ເທົ່ານັ້ນ ຫາກຍັງແມ່ນບ່ອນ ຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງ, ການເຫລື້ອມໃສຂອງເຜົ່າເຊີດັງ ອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ