ຄ້ອງໃນຊີວິດຂອງຊົນເຜົ່າເມື່ອງ


(vovworld) - ຄ້ອງ​ແມ່ນ​ເຄື່ອງ​ດົນຕີ​ທີ່​ມີ​ຄຸນຄ່າ​ວັດທະນະທຳ​ທີ່​ສຳຄັນ​ໃນ​ຊີວິດ​ຂອງ​ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ເມື່ອ​ງ. ຄ້ອງ​ຖືກ​ນຳ​ໃຊ້​ໃນ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​​ເຂົາ​ເຈົ້າ, ນັບ​ແຕ່​ເວລາ​ໄດ້​ຮັບ​ການ​ກຳ​ເນີ​ດຕະຫຼອດ​ຮອດ​ເວລາ​ລວງ​ລັບ​ໄປ. ຍ້ອນ​ເຫດ​ນັ້ນ​, ຊາວ​ເຜົ່າ​ເມື່ອ​ງຈຶ່ງ​ຖື​ຄ້ອງ​ແມ່ນ​ຊັບ​ສົມບັດ​ອັນ​ລຳ້​ຄ່າ​ໃນ​ຄອບຄົວ​ຂອງ​ຕົນ ​ແລະ ​ໄດ້​ຮັບ​ການ​ຮັກສາ​ໄວ້​ຜ່ານ​ລຸ້ນຕ່າງໆ.

ຄ້ອງໃນຊີວິດຂອງຊົນເຜົ່າເມື່ອງ - ảnh 1

        ​ວັດທະນະທຳ​ຄ້ອງ​ຂອງ​ຊາວ​ເຜົ່າ​ເມື່ອ​ງ ​ເລີ່​ມມາ​ຈາກ​ມູນ​ເຊື້ອ​ວັດທະນະທຳ, ປະຫວັດສາດ​ທີ່​ມີ​ມາ​ແຕ່​ດົນ​ນານ, ​ແລະ ​ໄດ້​ຮັບ​ການ​ຢັ້ງຢືນ​ຜ່ານ​ວິວັດ​ແຫ່ງ​ການ​ອອກ​ແຮງ​ງານ, ປະດິດ​ສິລະ​ປະ ​ແລະ ​ໄດ້​ຮັບ​ການ​ສືບ​ທອດ​ຜ່ານ​ຫຼາຍ​ລຸ້ນຄົນ. ນັບ​ແຕ່​ກີ້​ກ່ອນ, ຊາວ​ເຜົ່າ​ເມື່ອ​ງ​ໄດ້​ແຕ່ງ​ທຳນອງ​ດົນຕີ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ. ຄ້ອງ​ຊຸດ​ໜຶ່ງ​ປະກອບ​ດ້ວຍ 12 ໜ່ວຍ, ຖືກ​ແບ່ງ​ເປັນ 3 ຊຸດ​ນ້ອຍ, ລວມມີ: ຄ້ອງ​ຢ່າ​ມ, ຄ້ອງ​ບົ່ງ ​ແລະ ຄ້ອງ​ແຕຼ໋. ຊາວ​ເຜົ່າ​ເມື່ອ​ງມີ 24 ງານ​ບຸນ​ທີ່​ນຳ​ໃຊ້​ຄ້ອງ​ຄື: ງານ​ບຸນ​​ເຂົ້າເຮືອນ​ໃໝ່, ງານ​ແຕ່ງດອງ, ບຸນ​ລົງ​ທົ່ງ... ສຳລັບ​ຊາວ​ຊົນ​ເຜົ່າ​ຕ່າງໆ​ຢູ່​ເຂດ​ໄຕ​ງວຽນ, ຜູ້​ຕີ​ຄ້ອງ​ສ່ວນ​ຫຼາຍ​ແມ່ນ​ຜູ້​ຊາຍ, ​ແຕ່​ຊົນ​ເຜົ່າ​ເມື່ອ​ງພັດ​ແມ່ນ​ຜູ້ຍິງ. ນອກຈາກ​ຄວາມ​ໝາຍ​ດົນຕີ​ແລ້ວ, ຊຸດ​ຄ້ອງ 12 ໜ່ວຍ​ຍັງ​ສະ​ແດງ​ໃຫ້​ເຫັນ 12 ​ເດືອນ​ໃນ​ປີ. ທ່ານ ບູ່​ຍຈີ໋​ແທງ, ຜູ້​ຮຽບຮຽງ​ວັດທະນະທຳ​ຊົນ​ເຜົ່າ​ເມື່ອ​ງ, ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ສະຕະວັດ​ທີ 11 ມາ​ຮອດ​ປະຈຸ​ບັນ, ດົນຕີ ​ແລະ ວັດທະນະທຳ​ຄ້ອງ​ຂອງ​ຊາວ​ເຜົ່າ​ເມື່ອ​ງ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ວັດທະນະທຳ​ຄ້ອງ ​​ໄດ້​ປະກົດ​ໃນ​ຊີວິດ​ທຸກ​ດ້ານ​ຂອງ​​ເຂົາ​ເຈົ້າ ​ແລະ ຊາວ​ເຜົ່າ​ເມື່ອ​ງ​ທັງຖື​ຄ້ອງ​​ເປັນຊັບ​ສົມບັດ​ອັນລຳ້​ຄ່າ, ທັງແມ່ນ​ສັນຍາ​ລັກ​ຂອງ​ຊົນ​ເຜົ່າ​ຕົນ“.

ຄ້ອງໃນຊີວິດຂອງຊົນເຜົ່າເມື່ອງ - ảnh 2

        ປະຈຸ​ບັນ, ​ເມືອງ​ເຕິ​ນລາກ​ ໃນ​ເຂດ​ພູດ​ອຍ​ແຂວງ​ຮ່ວາ​ບິ່ງ ​ແມ່ນ​ແຫ່ງ​ທີ່​ຍັງ​ຮັກສາ​ຄ້ອງ​​​​ໄວ້ໄດ້ຫຼາຍ​ໜ່ວຍທີ່​ສຸດ, ດ້ວຍຄ້ອງ​ນັບ​ຮ້ອຍ​ຊຸດ. ​ໃນ​ນັ້ນ​ຕາ​ແສງ ຟູ໋ວິ​ງ ມີ​ປະມານ 400 ໜ່ວຍ. ​​ຜ່ານ​ໄລຍະ​ນັບ​ຮ້ອຍ​ປີ, ເຖິງ​ວ່າ​ຊີວິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່ຊາວ​ຕາ​ແສງ ຟູ໋ວິ​ງ ຍາມ​ໃດ​ກໍ່​ຮັກສາ​ຄ້ອງ​ໄວ້ ​ແລະ ຖື​ວ່າ​ນັ້ນ​ແມ່ນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແຕ່​ລະ​ຄອບຄົວ. ຢູ່​ຟູ໋ວິ​ງ, ຄອບຄົວ​ໃດ​ກໍ່​ມີ​ຄ້ອງ. ຄອບຄົວ​ທຸກ​ຍາກ​ກໍ່​ມີ​ຄ້ອງ​ໜຶ່ງ​ໜ່ວຍ, ສ່ວນ​ຄອບຄົວ​ຮັ່ງມີ​ກວ່າ​ກໍ່​ມີ​ຄ້ອງ​ແຕ່​ສອງ​ເຖິງ​ສາມ​ໜ່ວຍ. ພິ​ເສດ​​ມີບາງ​ຄອບຄົວຍັງ​ຄົງຮັບ​ສາ​ຄ້ອງ​​ໄວ້ນັບ​ເປັນ​ຊຸດ​ລວມ 12 ໜ່ວຍ​ຄື​ຄອບຄົວ​ທ່ານ ບູ່​ຍວັນ​ເນື້ອ​ມ. ທ່ານ ​ເນື້ອ​ມ​ແບ່ງປັນ​ວ່າ:

        “ຄ້ອງ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ຄ້ອງ​ຊຸດ​ນີ້​ໂດຍ​ພໍ່​ຂ້າພະ​ເຈົ້າ​ປະ​ໄວ້​ໃຫ້​ລຸ້ນລູກ​ລຸ້ນຫຼານ​ເພື່ອ​ຮັກສາ​ໄວ້ ກໍ່​ຄື​ນຳ​ໃຊ້​ໃນ​ງານ​ບຸນ​, ​ເຫດການຕ່າງໆ. ດັ່ງ​ນັ້ນ​ຄອບຄົວ​ຂ້າພະ​ເຈົ້າ​ຈຶ່ງ​ບໍ່​ຂາຍ, ຫາກ​ຮັກສາ​ໄວ້​ໃຫ້​ຄົນ​ລຸ້ນຫຼັງ“.

ຄ້ອງໃນຊີວິດຂອງຊົນເຜົ່າເມື່ອງ - ảnh 3

        ມາ​ຮອດ​ປະຈຸ​ບັນ, ຢູ່​ຟູ໋ວິ​ງ ຍັງ​ຄົງ​ຮັກສາ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນັ້ນ​ແມ່ນ, ​ໃນ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່, ທຸກ​ຄອບຄົວ​ລ້ວນ​ແຕ່​ຕີ​ຄ້ອງ​ສາມ​ສຽງ​ເພື່ອ​ເຊີນ ​ແລະ ຕ້ອນຮັບ​ບັນພະບຸລຸດ​ກັບ​ເມືອ​ເອົາ​ບຸນປີ​ໃໝ່​ພ້ອມ​ກັບ​ລູກ​ຫຼານ. ຕາມ​ເຂົາ​ເຈົ້າ​ແລ້ວ, ຖ້າ​ຫາກ​ຄອບຄົວ​ໃດ​ບໍ່​ຕີ​ຄ້ອງ, ບັນພະບຸລຸດ​ຈະ​ບໍ່​​ກັບ​ເມືອ. ຍ້ອນ​ເຫດ​ນັ້ນ, ຊາວ​ເຜົ່າ​ເມື່ອ​ງຢູ່​ຟູ໋ວິ​ງ ຈຶ່ງ​ບໍ່​ຂາຍ​ຄ້ອງ​ຂອງ​ຕົນ ​ແລະ ຮັກສາ​ໄວ້​ຜ່ານ​ຫຼາຍ​ລຸ້ນຄົນ. ປ້າ ບູ່​ຍທິ​ແອ໋ງ, ຊາວ​ຕາ​ແສງ​ຟູ໋ວິ​ງ, ​ແບ່ງປັນ​ວ່າ:

        “​ເຖິງ​ວ່າ​ຈະ​ທຸກ​ຍາກ​ອຶດ​ຫີ​ວຄື​ແນວ​ໃດ​ກໍ່​ບໍ່​ໄດ້​ຂາຍ​ຄ້ອງ. ​ບໍ່​ມີ​ຫຍັງ​ສາມາດ​ປ່ຽນ​ແທນ​ສຽງ​ຄັ້ງໃນ​ຊີວິດ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້. ກໍ່​ມີ​ຫຼາຍ​ຄົນ​ມາ​ຊື້, ​ແຕ່​ຄອບຄົວ​ຂ້າພະ​ເຈົ້າ​ບໍ່​ຂາຍຢ່າງ​ເດັດຂາດ, ຫາກ​ຮັກສາ​ໄວ້​ໃຫ້​ຄົນ​ລຸ້ນຫຼັງ“.

ຄ້ອງໃນຊີວິດຂອງຊົນເຜົ່າເມື່ອງ - ảnh 4

        ​ໃນ​ຫຼາຍ​ປີຜ່ານມາ, ອຳນາດ​ການ​ປົກຄອງ​ເມືອງເຕິ​ນລາກ, ພ້ອມ​ກັບ​ປະຊາຊົນ​ຢູ່​ທີ່​ນີ້​ເລີ່​ມພັດທະນາ​ຈຳນວນ​ຄ້ອງ ​ແລະ​ ຟື້ນ​ຟູ​ງານ​ບຸນທີ​ເປັນ​ມູນ​ເຊື້ອ​ຕ່າງໆເພື່ອ​ແນະນຳ​ບັນດາຊຸດ​ຄ້ອງ ກໍ່​ຄື​ບັນດາ​ທຳນອງ​ຄ້ອງ​ເຖິງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຕົວຢ່າງ​ຄື​ໃນ​ງານ​ບຸນ​ລົງ​ທົ່ງ ​​ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ຄ້ອງ 400 ໜ່ວຍ​ເພື່ອ​ສະ​ແດງ​ທຳນອງ​ດົນຕີ​ຂອງ​ຕົນ, ຟື້ນ​ຟູ​ບັນດາ​ຄຸນຄ່າ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຄ້ອງ. ສຽງ​ຄ້ອງ​ດັງ​ກ້ອງ​ກັງວານ​ໃນ​ງານ​ບຸນ ​ໄດ້​ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ບັນດາ​ຄຸນຄ່າ​ວັດທະນທຳ​ທີ່​ເປັນ​ມູນ​ເຊື້ອຂອງ​ຊົນ​ເຜົ່າ​ເມື່ອ​ງທີ່ໄດ້​ຮັບ​ການ​ຮັກສາ​ໄວ້​ມາ​ເປັນ​ເວລາ​ນັບ​ພັນ​ປີ. ທ່ານ​ບຸ່ຍ​ວັນ​ຢູ່​ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຟູ໋ວິ​ງ, ​ເມືອງ​ເຕິ​ນລາກ, ​ແຂວງ​ຮ່ວາ​ບິ່ງ, ​ໃຫ້​ຮູ້​ວ່າ:
 ຄ້ອງແມ່ນມໍລະດົກວັດທະນະທຳອັນລຳຄ່າຂອງຊາວທ້ອງຖີ່ນ, ດັ່ງນັ້ນອຳນາດການປົກຄອງ ທ້ອງຖີ່ນໄດ້ຂົນຂວາຍປະຊາຊົນຮັກສາຄ້ອງໄວ້. ນອກນັ້ນ, ພວກຂ້າພະເຈົ້າຍັງແຕ່ງ​ຕັ້ງ​ພະນັກງານລົງ​ພົບ​ກັບປະປະຊາຊົນ​ໂດຍ​ກົງ ​ເພື່ອ ແນະນຳ​​ໃຫ້​ເຂົາ​ເຈົ້າ​ຮູ້​ຄວາມ​ໝາຍ​ຂອງ​ການ​ອະນຸລັກ​ຮັກສາ​ຄ້ອງ, ຍ້ອນ​ເຫດ​ນັ້ນ, ​ໄລຍະ​ຜ່ານ​ມາ​ບໍ່​ມີ​ຄອບຄົວ​ໃດ​ຂາຍ​ຄ້ອງ, ຫາກ​ຍັງ​ຊື້​ຕື່ມ​ອີກ​ເພື່ອ​ຮັບ​ໃຊ້​ຊີວິດ​ສັງຄົມ“.

        ສຳລັບ​ຊາວ​ເຜົ່າ​ເມື່ອ​ງຢູ່​ຮ່ວາ​ບິ່ງ, ມໍລະດົກ​ວັດທະນະທຳ​ຄ້ອງ​ແມ່ນ​ມໍລະດົກ​ວັດທະນະທຳ​ພິ​ເສດ​, ດັ່ງ​ນັ້ນ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ແມ່ນ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ປະກອບສ່ວນ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​​ເຂົາ​ເຈົ້າ. ດ້ວຍ​ບັນດາ​ຄຸນຄ່າ​ສິລະ​ປະ​ຂອງ​ວັດທະນະທຳ​ຄ້ອງ, ​ແຂວງ​ຮ່ວາ​ບິ່ງ​ໄດ້​ສະ​ເໜີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ພິຈາລະນາ, ຮັບຮອງ “ວັດທະນະທຳ​ຄ້ອງ​ຂອງ​ຊາວ​ເຜົ່າ​ເມື່ອ​ງ“​ເປັນ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງ​ລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ