ງານບຸນ “ກຽງຢໍ” ຂອງຊາວເຜົ່າ ຢ້າວແທງຝານ ຢູ່ ກວ໋າງນິງ

(VOVWORLD) -ເມື່ອຮອດວັນທີ 4 ເດືອນ 4 (ໄລ່ຕາມຈັນທະປະຕິທິນ) ຂອງແຕ່ລະປີ ກແມ່ນງານບຸກຽງຢໍ ຂອງຊາວເຜົ່າ ຢ້າວແທງຝານ ຢູ່ ເມືອງ ບິ່ງລຽ, ແຂວງ ກວ໋າງນິງ. ນີ້ແມ່ນງານບຸນປະເພນີ, ມ່ນບ່ອນຈັດຕັ້ງການເຄື່ອນໄຫວລະຫລີ້ນມ່ວນຊື່ນ, ທັງເປັນຈຸດນັດພົບອງຄວາມຮັກຄູ່ບ່າວສາວ. ປີນີ້, ງານບຸນ ກຽງຢໍ ໂດຍເມືອງ ບິ່ງລຽວ ຈັດຕັ້ງໃນຂອບຂະຫນຂັ້ນເມືອງ, ເຊິ່ງດຳເນີນໃນ 2 ວັນຄື ວັນທີ 18, 19 ພຶດສະາ ຢູ່ຕາແສງ ດົ່ງວັນ. ນີ້ກໍແມ່ນຫນຶ່ງໃນບັນການເຄື່ອນໄຫວຕອບຫນອງໃຫ້ປີທ່ອງທ່ຽວແຫ່ງຊາດ ປີ 2018 - ຮ່າລອງ - ກວ໋າງນິງ.

ງານບຸນ “ກຽງຢໍ” ຂອງຊາວເຜົ່າ ຢ້າວແທງຝານ ຢູ່ ກວ໋າງນິງ - ảnh 1ລາຍການສະແດງສິລະປະພື້ນເມືອງໃນວັນບຸນ

ງານບຸນ “ກຽງຢໍ” ພາສາຊົນເຜົ່າ ຢ້າວ ແມ່ນ “ມີ່ແສງໄຟເຮຢ໋າວ” ຫລື ຍັງເອີ້ນວ່າ “ຕະຫລາດແຫ່ງຄວາມຮັກ” ດົ່ງວັນ. ກ່ອນໜ້ານີ້, ງານບຸນພຽງແຕ່ມີການເຂົ້າຮ່ວມຂອງຊາວເຜົ່າ ຢ້າວ ແລະ ໂດຍປະຊາຊົນໃນບ້ານກຳນົດຂຶ້ນມາເອງ ແລະ  ຈັດຕັ້ງນຳກັນ ເທົ່ານັ້ນ. ເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດວັດທະນະທຳອັນດີງາມຂອງຊາວເຜົ່າ ຢ້າວ ນັ້ນ, ນັບແຕ່ປີ 2009, ຕາແສງ ດົ່ງວັນ ໄດ້ສ້າງແຜນການ ແລະ ເປັນເຈົ້າການຈັດຕັ້ງວັນບຸນ “ກຽງຢໍ” ຂອງຊາວເຜົ່າ ຢ້າວ ດ້ວຍຊື່ເອີ້ນແມ່ນ “ວັນບຸນວັດທະນະທຳຂອງບັນດາເຜົ່າຢູ່ຕາແສງ ດົ່ງວັນ”.

        ຈຸດທີ່ເປັນເອກະລັກສະເພາະຂອງ “ວັນກຽງຢໍ” ແມ່ນຮອດວັນນີ້, ຊາວເຜົ່າ ຢ້າວແທງຝານ ບໍ່ມີບັນດາການເຄື່ອນໄຫວທຳການຜະລິດ, ບໍ່ໄປນາ, ບໍ່ຂຸດດິນ... ເຂົາເຈົ້າມີຄວາມສຳນຶກວ່າ ໃນໄລຍະນັ້ນ, ເຖິງວ່າເຮັດຫຍັງກໍບໍ່ມີຄວາມສະດວກ, ປຸກສ້າງເຮືອນແມ່ນເຮືອນກໍພັງຖະຫລົ່ມ, ເຮັດໄຮ່ແມ່ນຕົ້ນເຂົ້າກໍບໍ່ເປັນຮວງ... ເມື່ອເຮືອນບໍ່ມີຄົນຢູ່, ເທວະລົມ ຈະເຂົ້າມາເຮືອນ ແລະ ນຳເອົາສິ່ງບໍ່ດີຂອງປີເກົ່າອອກໄປ ແລ້ວນຳເອົາສິ່ງທີ່ດີ, ຄວາມອີ່ມຫນຳສຳລານ, ສົມບູນພູນສຸກມາໃຫ້ທຸກຄົນໃນຄອບຄົວ. (ສິ່ງດັ່ງກ່າວນັ້ນແມ່ນໃນເມື່ອກ່ອນ, ແຕ່ປັດຈຸບັນ ວັນງານບຸນມີລັກສະນະສີສັນໃໝ່).

        ເມື່ອຮອດວັນບຸນນີ້, ພໍ່ແມ່ປະຊາຊົນຊາວເຜົ່າ ຢ້າວ ຢູ່ບັນດາຫມູ່ບ້ານຢູ່ເມືອງ ບິ່ງລຽວ ຈະອອກຈາກເຮືອນແຕ່ຮຸ່ງເຊົ້າ ແລະ ກັບມາເຮືອນພຽງແຕ່ເວລາຕາເວັນລັບລົງພູແລ້ວເທົ່ານັ້ນ. ຕາມປົກກະຕິແລ້ວ ເຂົາເຈົ້າຈະເຕົ້າໂຮມກັນຢູ່ບັນດາສະຖານທີ່ທີ່ມີທັດສະນີຍະພາບສວຍງາມດັ່ງໃນຝັນ, ຈັບໃຈຄື ເຂດແຄມພູຜາປ່າໄມ້ ຫລື ແຄມຫ້ວຍນ້ຳລຳເຊ, ນ້ຳຕົກຕາດ ຫລື ໄປຕະຫລາດ. ພົບກັນໂດຍບໍ່ນັດ , ພາຍຫລັງຊຸມມື້ອອກແຮງງານທີ່ລຳບາກນັ້ນ, ພໍ່ແມ່ປະຊາຊົນຊາວເຜົ່າ ຢ້າວ ໄດ້ກໍ່ສະແດງຄວາມໃນໃຈຢ່າງສຸກສະບາຍ, ຂັບໃຫ້ກັນຟັງດ້ວຍຈັງຫວະທຳນອງ ສານໂກ໊, ທັງຍິງ ແລະ ຊາຍສະແດງຄວາມຮັກຂອງຄູ່ບ່າວສາວ, ສ່ວນຊາວຜູ້ອອກແຮງງານກໍປຶກສາຫາລືວຽກງານທຳການຜະລິດໃນລະດູຕໍ່ໄປ. ທ່ານນາງ ຫງວຽນທິຕວຽດແຮ້ງ, ປະທານຄະນະກຳມະການປະຊາຊົນ ເມືອງ ບິ່ງລຽວ, ໃຫ້ຮູ້ວ່າ:

        ລັພໍ່ແມ່ປະຊາຊົນຊາວເຜົ່າ ຢ້າວ ແລ້ວ ມີຄຸນຄ່ວັດທະນະທີ່ເປັນເອກະລັກສະເພາະຫລາຍຢ່າງ ແລະ ມີພຽງແຕ່ຢູ່ ບິ່ງລຽວ ພວກຂ້າພະເຈົ້າເທົ່ານັ້ນທີ່ັດຕັ້ງວັນບຸນ ກຽງຢໍ ນີ້. ພວກຂ້າພະເຈົ້າປາດຖະຫນາວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ເສີຫຍາຍເພື່ອນງານບຸນນີ້ ໃຫ້ກາຍເປັນຜະລິດຕະພັນດ້ານວັທະນະທຳພິເສດສະເພາະຂອງ ບິ່ງລຽວ ເພື່ອດຶງດູດແຂກທ່ອງທ່ຽວ. ອກຈາກຄຸນຄ່າວັດທະນະທຳທີ່ເປັນມູເຊື້ອແລ້ວແມ່ນຍັງສະແດງໃຫ້ເຫັນ້ຳໃຈມັກຄີໃນວົງຄະນະຍາບັນດາເຜົ່າູ່ ບິ່ງລຽວ.

ງານບຸນ “ກຽງຢໍ” ຂອງຊາວເຜົ່າ ຢ້າວແທງຝານ ຢູ່ ກວ໋າງນິງ - ảnh 2 ວາດພາບພິທີຕ້ອນຮັບເຈົ້າສາວຂອງຊາວເຜົ່າ ຢ້າວແທງຝານ 

        ງານບຸນ “ກຽງຢໍ” ປີນີ້ຍັງມີການເຄື່ອນໄຫວທາງດ້ານວັດທະນະທຳ, ສິລະປະວັນນະດີ ແລະ ກິລາຫລາຍຢ່າງຄື: ການແຂ່ງຂັນດຶງເຊືອກ, ຍູ້ໄມ້, ໂຍນຫມາກຄອນ, ຍິງຫນ້າເກັກ, ເດົາເລກ.. , ການຖັກແສ່ວຊຸດອາພອນດ້ວຍມືຂອງແມ່ຍິງຊາວເຜົ່າ ຢ້າວ. ໃນໂອກາດນີ້, ເມືອງ ບິ່ງລຽວ ໄດ້ຈັດຮ້ານວາງສະແດງແນະນຳຜະລິດຕະພັນມູນເຊື້ອຢູ່ຕະຫລາດ ດົ່ງວັນ ແລະ ເຄື່ອນໄຫວການໂຄສະນາ, ສົ່ງເສີມ, ຕ້ອນຮັບແຂກທ່ອງທ່ຽວທີ່ມາຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວໃນບໍລິເວນທ້ອງຖິ່ນ.  ມາຮ່ວມງານບຸນ “ກຽງຢໍ”, ເອື້ອຍ ເຢື່ອງຕ່າຍມຸ໋ຍ, ປະຊາຊົນເມືອງ ບິ່ງລຽວ ແບ່ງປັນວ່າ:

ປະຈຸບັນ ຂ້າພະເຈົ້າກຍັງປະຕິບັດປະເພນີເມື່ອກ່ອນ, ລົງຕະຫລາໄປຫລີ້ນເທົ່ານັ້ນ. ເມື່ອພົບຫມູ່ເພື່ອນ, ຍາດຕິພີ່ນ້ອງ ໂອ້ລົມກັນຢ່າງເບີກບານມ່ວນຊື່ນ, ບັນຍາກາດຄັບຫນາແຫນ້ນຫລາຍ. ທຸກຄົນໃຜໆກໍໄປຫລີ້ນ, ບໍ່ມີໃຜໄປເຮັດຫຍັງຫມົດ, ໃຜເປັນແນວນັ້.

        ຕະຫລາດ ດົ່ງວັນ ຄັບຄາຫນາແຫນ້ນ ແລະ ຟົດຟື້ນມ່ວນຊື່ນ ບໍ່ພຽງແຕ່ຍ້ອນຜູ້ຄົນມາຊື້ມາຂາຍ ນັບແຕ່ມີດພ້າ, ຈົກຊ້ວານ ຕະຫລອດຮອດຫໍ່ຢາພື້ນເມືອງ, ແຜ່ນແພປັກແສ່ວເທົ່ານັ້ນ, ຫາກຍັງແມ່ນຍ້ອນບັນດາເລື່ອງລາວທີ່ຄຶກຄື້ນມ່ວນຊື່ນຂອງບັນດາຄູ່ບ່າວສາວນຳອີກ.

          ໃນຊຸມປີມໍ່ໆມານີ້, ງານບຸນ “ກຽງຢໍ” ບໍ່ແມ່ນວັນບຸນສະເພາະຊາວເຜົ່າ ຢ້າວແທງຝານ ຢູ່ ບິ່ງລຽວ ເທົ່ານັ້ນ. ຊາວເຜົ່າ ຢ້າວແທງອີ, ຊາວເຜົ່າ ໄຕ່, ຊາວເຜົ່າ ສານຈີ໋ ທີ່ມາຈາກຫລາຍເມືອງຂອງແຂວງ ກວ໋າງນິງ, ລວມທັງ ຊາວເຜົ່າ ຢ້າວ ແຮກສ່ຽວທີ່ແຂວງ ກວ໋າງສີ ປະເທດຈີນ ກໍມາຮ່ວມງານບຸນຢ່າງຄຶກຄື້ນມ່ວນຊື່ນ. ງານບຸນ “ກຽງຢໍ” ແມ່ນວັນບຸນວັດທະນະທຳທີ່ເປັນເອກະລັກພິເສດສະເພາະຂອງພໍ່ແມ່ປະຊາຊົນຊາວເຜົ່າ ຢ້າວ ຢູ່ແຂວງ ກວ໋າງນິງ.

ຕອບກັບ

ຂ່າວ/ບົດ​ອື່ນ