ງານບຸນ ປາງອາ ທີ່ເປັນເອກະລັກສະເພາະ ຂອງຊົນເຜົ່າ ລາຮາ

(VOVWORLD) -ຊົນເຜົ່າ ລາຮາ ແມ່ນໜຶ່ງໃນບັນດາຊົນເຜົ່າທີ່ມີພົນລະເມືອງໜ້ອຍ, ດຳລົງຊີວິດຢູ່ບາງເມືອງແຄມແມ່ນ້ຳດາ ຂອງແຂວງ ເຊີນລາ ແລະ ລາຍເຈົາ. ສັງຄົມນັບມື້ນັບພັດທະນາ, ຊີວິດການເປັນຢູ່ນັບມື້ນັບມີການປ່ຽນແປງ ແຕ່ພໍ່ແມ່ປະຊາຊົນຊາວເຜົ່າ ລາຮາ ຍັງຄົງຮັກສາຮີດຄອງປະເພນີທີ່ເປັນມູນເຊື້ອໄວ້ໄດ້, ໃນນັ້ນ ມີງານບຸນ “ປາງອາ”ເຊິ່ງແມ່ນພິທີພາວະນາຂໍຄວາມໂຊກດີ, ເຊິ່ງແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ. ບົດຂຽນຂອງ ເລື່ອງແຫ້ງ, ນັກຂ່າວ VOV

ເມື່ອໜໍ່ຂົມໃນປ່າເລີ່ມປົງຂຶ້ນຈາກໜ້າດິນ, ຕົ້ນດອກບານເລີ່ມອວດອ້າງເບັ່ງບານສີສັນຢູ່ຕາມບັນດາເປີ້ນພູອັນສູງຊັນນັ້ນ, ພໍ່ແມ່ພີ່ນ້ອງຢູ່ບ້ານ ນາໃຕ້, ຕາແສງ ປີຕອງ, ເມືອງ ເມື່ອງລາ, ແຂວງ ເຊີນລາ ພັດຈັດຕັ້ງງານບຸນ “ປາງອາ” ເພື່ອພາວະນາຂໍໃຫ້ລະດູການເກັບກ່ຽວທີ່ໄດ້ຮັບຜົນດີ, ປະຊາຊົນໃນໝູ່ບ້ານມີສຸຂະພາບແຂງແຮງ ແລະ ມີໂຊກດີ ພ້ອມທັງເປັນການສົມມະນາຄຸນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນ, ບັນດາໝໍຢາພື້ນເມືອງທີ່ມີຄຸນງາມຄວາມດີໃນການປົກປ້ອງປະຊາຊົນໃນໝູ່ບ້ານ. ໂດຍແມ່ນໝໍພອນທີ່ມີຊື່ສຽງໃນເຂດເປັນຜູ້ຈັດຕັ້ງງານບຸນ. ຕາມຄວາມສຳນຶກຂອງພໍ່ແມ່ປະຊາຊົນແລ້ວ, ໝໍພອນແມ່ນຜູ້ຕິດຕໍ່ ລະຫວ່າງບັນດາເທວະດາຟ້າແຖນກັບຄົນຢູ່ໂລກມະນຸດ, ບັນດາຜູ້ທີ່ໝໍພອນໄດ້ບູຊາ, ເສັ້ນໄຫວ້, ປິ່ນປົວໃຫ້ຫາຍດີຈາກພະຍາດໂລຄາ ຈະໄດ້ຮັບມາເປັນລູກລ້ຽງ ແລະ ເຊີນເຂົ້າຮ່ວມພິທີ. ນອກຈາກນັ້ນ ກໍຍັງມີບັນດາອົງການຈັດຕັ້ງ, ອຳນາດການປົກຄອງ, ພໍ່ແມ່ປະຊາຊົນໃນໝູ່ບ້ານ ແລະ ບັນດາເຂດອ້ອມຂ້າງເຂົ້າຮ່ວມພິທີນຳອີກ. ໝໍເຢົາ ລໍ່ວັນຟາງ ຢູ່ບ້ານ ນາໃຕ້, ຕາແສງ ປີຕອງ, ເມືອງ ເມື່ອງລາ, ແຂວງ ເຊີນລາ ໃຫ້ຮູ້ວ່າ:

        ງານບຸນ ປາງອາ ໄດ້ມີມາແຕ່ດົນນານແລ້ວ ແຕ່ບໍ່ແມ່ນວ່າປີໃດກໍທຳພິທີກຳ, ປີໃດລະດູການເກັບກ່ຽວໄດ້ຮັບຜົນດີ, ການທຳມາຫາກິນດີຂຶ້ນ ຈຶ່ງຈັດຕັ້ງພິທີ. ການຈັດຕັ້ງພິທີ ປາງອາ ແມ່ນເພື່ອພາວນາຂໍໃຫ້ປະຊາຊົນໃນໝູ່ບ້ານມີສຸຂະພາບແຂງແຮງ ແລະ ມີໂຊກລາບ. ຂ້າພະເຈົ້າຈັດຕັ້ງພິທີ ປາງອາ ກໍເພື່ອໃຫ້ລູກຫຼານໄດ້ລະຫຼີ້ນຢ່າງເບີກບານມ່ວນຊື່ນ. 

ການກະກຽມງານບຸນ ປາງອາ, ເຈົ້າຂອງພິທີຈະຂ້າໝູ 2 ໂຕ, ໂຕໜຶ່ງແມ່ນເຮັດພິທີ, ສ່ວນອີກໂຕໜຶ່ງແມ່ນບູຊາບັນພະບຸລຸດ. ບັນດາລູກລ້ຽງຂອງໝໍພອນທີ່ຖືກເຊີນມາຮ່ວມພິທີ ກໍເອົາສິ່ງທີ່ຕົນເປັນຄົນເຮັດ ຫຼື ຊອກຫາເອງມານຳເຊັ່ນ: ໄກ່, ເປັດ, ເຂົ້າສານໜຽວ, ເຫຼົ້າ, ໝາກໄມ້… ເພື່ອສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນທີ່ດົນບັນດານອຸປະຖຳຄ້ຳຊູໃນຊຸມປີຜ່ານມາ. ຕາມປົກກະຕິແລ້ວ ບັນດາພິທີກຳໄດ້ຈັດຢູ່ຫ້ອງເຄິ່ງກາງຂອງເຮືອນໝໍພອນ. ຢູ່ທີ່ນີ້, ພໍ່ແມ່ປະຊາຊົນໄດ້ຕັ້ງຕົ້ນກະຖິນທີ່ເຮັດດ້ວຍລຳໄມ້ໄຜ່, ຕົ້ນກ້ວຍ, ຕົ້ນອ້ອຍຂຶ້ນ ແລະ ຫ້ອຍສັດປະເພດຕ່າງໆທີ່ສານດ້ວຍໄມ້ໄຜ່ໃສ່ຄື ນົກໜູປູປີກ, ຈັກຈັ່ນ, ມ້າ ແລະ ດອກໄມ້ປ່າ, ດອກໝາກຄາຍ, ດອກບານ ເມື່ອກະກຽມສຳເລັດແລ້ວ ໝໍພອນກໍເລີ່ມເຮັດພິທີບູຊາເຊີນບັນພະບຸລຸດ, ເທວະດາຟ້າແຖນຢູ່ເມືອງຟ້າ, ເຈົ້າປ່າເຈົ້າເຂົາ, ຫ້ວຍນຳ້ລຳເຊ, ເຈົ້າຖິ່ນເຈົ້າຖານມາເປັນພະຍານຮັບຮູ້ເຖິງຈິດໃຈອັນບໍລິສຸດຂອງໝໍພອນ ແລະ ພໍ່ແມ່ປະຊາຊົນໃນໝູ່ບ້ານ, ພາວະນາຂໍໃຫ້ທຸກຄົນມີຊີວິດສະຫງົບງຽບ,  ລະດູການເກັບກ່ຽວໄດ້ຮັບຜົນດີ.

ງານບຸນ ປາງອາ ທີ່ເປັນເອກະລັກສະເພາະ ຂອງຊົນເຜົ່າ ລາຮາ - ảnh 1ພິທີກຳໄດ້ຈັດຢູ່ຫ້ອງເຄິ່ງກາງຂອງເຮືອນໝໍພອນ

(ພາບ: dantocmiennui.vn)

ເມື່ອໝໍພອນເຮັດພິທີບູຊາແລ້ວ, ບັນດາລູກລ້ຽງຂອງໝໍພອນກໍຈະຈັດວາງບັນດາເຄື່ອງຂອງທີ່ຕົນຖືມານັ້ນໃສ່ໂຕະຕາມລຳດັບ ເພື່ອໃຫ້ໝໍພອນເຊີນເທວະດາຟ້າແຖນລົງມາກິນ ແລະ ດົນບັນດານໃຫ້ລູກຫຼານມີສຸຂະພາບແຂງແຮງ, ລະດູການເກັບກ່ຽວໄດ້ຮັບຜົນດີ, ງົວ, ຄວາຍ, ໝູ, ໄກ່… ອອກແມ່ແຜ່ລູກ… ພາຍຫຼັງການເຮັດພິທີກຳສິ້ນສຸດ, ຜູ້ຮັບໃຊ້ສະເພາະໝໍພອນຄົນໜຶ່ງ ຈະແບ່ງປັນເຄື່ອງຂອງບູຊາທີ່ເຊື່ອວ່າແມ່ນໂຊກລາບນັ້ນ ໃຫ້ແກ່ລູກຫຼານເອົາເມືອເຮືອນ, ແຕ່ລະຄົນໄດ້ຮັບຂາໄກ່ 1 ຂາ ແລະ ເຂົ້າໜຽວ 1 ຫໍ່.

ງານບຸນ ປາງອາ ທີ່ເປັນເອກະລັກສະເພາະ ຂອງຊົນເຜົ່າ ລາຮາ - ảnh 2ໝໍພອນທຳພິທີບູຊາ (ພາບ: dantocmiennui.vn)

ເມື່ອເຮັດພິທີບູຊາແລ້ວ, ໝໍພອນພ້ອມກັບພໍ່ແມ່ປະຊາຊົນໃນໝູ່ບ້ານກໍພາກັນຈັດພາເຂົ້າເພື່ອກິນດື່ມ, ຮ້ອງລຳທຳເພງຟ້ອນອ້ອມຕົ້ນກະຖິນ ດ້ວຍບັນດາບົດເພງພື້ນເມືອງ, ຈັງຫວະວາດຟ້ອນຄື:ຟ້ອນຕັງນູ, ຟ້ອນແພ, ຟ້ອນນົກ… ເຊິ່ງເປັນການວາດພາບເຖິງ ຊີວິດການເປັນຢູ່ ການອອກແຮງງານທຳການຜະລິດຂອງພໍ່ແມ່ປະຊາຊົນ. ຈາກງານບຸນດັ່ງກ່າວ ມີຄູ່ບ່າວສາວຫຼາຍຄູ່ຢູ່ບ້ານເໜືອບ້ານໃຕ້ໄດ້ເປັນໝູ່ເພື່ອນກັນ, ຊອກຮູ້ເຊິ່ງກັນ ແລະ ກັນ  ແລະ ມີບາງຄູ່ກໍກາຍເປັນຜົວເມຍ. ພໍ່ເຖົ້າ ກວ່າງວັນຈູງ ຢູ່ບ້ານ ນາໃຕ້, ຕາແສງ ປີຕອງ, ເມືອງ ເມື່ອງລາ, ແຂວງ ເຊີນລາ ໃຫ້ຮູ້ວ່າ:

        ງານບຸນ ປາງອາ ນີ້ ຖ້າຫາກເຮັດພິທີບູຊາເຈົ້າຖິ່ນເຈົ້າຖານ, ເທວະດາຟ້າແຖນຍັງບໍ່ແລ້ວນັ້ນ ພໍ່ແມ່ປະຊາຊົນກໍບໍ່ໄດ້ຮ້ອງລຳທຳເພງເທື່ອ. ຈາກງານບຸນດັ່ງກ່າວ ລູກຫຼານບ້ານເໜືອ, ເມືອງໃຕກໍມາຮ່ວມມ່ວນຊື່ນນຳກັນ, ພ້ອກັນສາມັກຄີສ້າງຊີວິດການເປັນຢູ່ແບບໃໝ່, ສະນັ້ນ ເຮັດໃຫ້ອ້າຍຮັກນ້ອງແພງຫຼາຍຄົນ ແລະ ມີຫຼາຄູ່ກໍກາຍເປັນຜົວເມຍກັນຍ້ອນການໄປຮ່ວມງານບຸນ ປາງອາ ນີ້.

        ວົງຄະນະຍາດຊາວເຜົ່າ ລາຮາ ຢູ່ແຂວງ ເຊີນລາ ຍາມໃດກໍອະນຸລັກຮັກສາງານບຸນ “ປາງອາ” ຈາກຄົນລຸ້ນນີ້ສູ່ລຸ້ນອື່ນ ແລະ ຖືນັ້ນແມ່ນໜ້າທີ່ຂອງຕົນ. ງານບຸນກໍແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນໃນໝູ່ບ້ານໄດ້ເຕົ້າໂຮມ, ພົບປະແລກປ່ຽນບົດຮຽນໃນການທຳມາຫາກິນ, ຮັດແໜ້ນຄວາມສາມັກຄີ, ພ້ອມກັນສ້າງສາບ້ານເມືອງໃຫ້ມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ