ງານບຸນ ອອກ ອອມ ບອກ - ບຸນຊ່ວງເຮືອງໍ ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ ພາກກາງຫວຽດນາມ

(VOVWORLD) -ງານບຸນ ອອກ ອອມ ບອກ - ບຸນຊ່ວງເຮືອງໍ  ຊອກຈັງ ຄັ້ງທີ 3, ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ຫວຽດນາມປີ 2017 ດຳເນີນແຕ່ວັນທີ 28 ຕຸລາ ຮອດວັນທີ 3 ພະຈິກ. ຢູ່ ແຂວງ ຊອກຈັງ ແຕ່ລະປີ ໃນໂອກາດງານບຸນ ໄດ້ເຕົ້າໂຮມ ທິມເຮືອງໍ ນັບສີບໆທິມ ຢູ່ ທ້ອງຖິ່ນ ແລະ ບັນດາແຂວງ ໃນພາກພື້ນ ເຂົ້າຮ່ວມການແຂ່ງຂັນ, ສ້າງຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຂະແມຢູ່ດິນແດນແຫ່ງນີ້. ບົດຂຽນຂອງ ນັກຂ່າວ ແທກຮົ່ງ ທີ່ມີຫົວຂໍ້ວ່າ: ງານບຸນ ອອກ ອອມ ບອກ - ບຸນຊ່ວງເຮືອງໍ ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ ພາກກາງຫວຽດນາມ

ງານບຸນ ອອກ ອອມ ບອກ - ບຸນຊ່ວງເຮືອງໍ ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ ພາກກາງຫວຽດນາມ - ảnh 1 ບຸນຊ່ວງເຮືອງໍ ຢູ່ ແຂວງຊອກຈັງ

ພາບ:vtv

ງານບຸນ ອອກ ອອມ ບອກ - ບຸນຊ່ວງເຮືອງໍ ແມ່ນງານບຸນພື້ນເມືອງ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງເຜົ່າ ຂະແມ. ເມື່ອຮອດມື້ຈັດງານບຸນ, ທາງວັດ, ພະສົງສຳມະເນນ ພ້ອມກັບຄະນະຄຸ້ມຄອງ ພັດຈັດຕັ້ງການຂົນຂວາຍພໍ່ແມ່ປະຊາຊົນເຂົ້າຮ່ວມ. ກ່ອນທີ່ດຳເນີນບຸນຊ່ວງເຮືອງໍ, ບັນດາວັດ ຕ້ອງກະກຽມກ່ອນນີ້ ຫນຶ່ງເດືອນ ເພື່ອຄັດເລືອກສີພາຍເກັ່ງ ຊື່ງແມ່ນບັນດາຜູ້ບ່າວທີ່ແຂງແຮງໃນບ້ານເພື່ອເຕົ້າໂຮມກັນມາຝືກແອບກະກຽມໃຫ້ແກ່ການແຂ່ງຂັນ. ມາຢ້ຽມຢາມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມໃນຊຸມມື້ນີ້, ຢູ່ທາງໄກທ່ານຈະໄດ້ຍິນ ສຽງໂຮ່ຮ້ອງ ຂອງບັນດາຜູ້ບ່າວ, ນາງສາວຊາວເຜົ່າຂະແມ ຝືກແອບການຊ່ວງເຮືອ ນີ້ເປັນສັນຍານສະແດງໃຫ້ເຫັນວັນບຸນຊ່ວງເຮືອງໍທີ່ເປັນປະເພນີ ຂອງຊາວເຜົ່າ ຂະແມ ຈັດຂຶ້ນໃນກາງເດືອນ 10 ໄລ່ຕາມຈັນທະປະຕິທິນໃກ້ຈະມາຮອດແລ້ວ.

ຢູ່ ວັດ ຕາມຊອກ ຕາແສງ ໝີທ້ວນ ເມືອງ ໝີຕູ ແຂວງ ຊອກຈັງ, ໃນເຄິ່ງເດືອນຜ່ານມາ, ບັນດາຊາວຫນຸ່ມ ແລະ ພໍ່ແມ່ປະຊາຊົນ, ພະສົງສຳມະເນນພ້ອມກັນເຕົ້າໂຮມຢູ່ວັດໃນຕອນແລງ ເພື່ອຝືກແອບການຊ່ວງເຮືອ, ກະກຽມການແຂ່ງຂັນໃນບຸນຊ່ວງເຮືອ ງໍ - ອອກອອມບອກ. ອ້າຍ ແຢງທ້ຽວ ສີພາຍ ທີ່ໄດ້ເຂົ້າຮ່ວມການຊ່ວງເຮືອຂອງວັດ ຕາມຊອກ ມາເປັນເວລາ 5 ປີ ໃຫ້ຮູ້ວ່າ: ເຖິງວ່າ ຄ້າງຄາກັບລະດູການເກັບກ່ຽວ ແລະ ວຽກງານການຜະລິດຂອງຄອບຄົວກໍຕາມ, ແຕ່ຍ້ອນຄວາມເມົາມົວກັບປະເພດກິລາພື້ນເມືອງ ເມື່ອເຈົ້າອາວາດວັດ, ຄະນະຄຸ້ມຄອງວັດຮຽກຮ້ອງ, ອ້າຍໄດ້ສະຫລະເວລາ ແລະ ຫ້າວຫັນເຂົ້າຮ່ວມການຝືກແອບ.

        “ຂ້າພະເຈົ້ານິຍົມ ກິລາປະເພດ ນີ້ທີ່ສຸດ ສະນັ້ນ ຂ້າພະເຈົ້າຈຶ່ງສະຫລະເວລາເຂົ້າຮ່ວມການແຂ່ງຂັນ. ຂ້າພະເຈົ້າພະຍາຍາມປະຕິບບັດສຳເລັດວຽກງານຂອງຕົນໂດຍໄວໃນຕອນເຊົ້າ, ສ່ວນຕອນແລງ ຂ້າພະເຈົ້າມາຝືກແອບພາຍເຮືອ. ຂ້າພະເຈົ້າເຂົ້າຮ່ວມການຊ່ວງເຮືອໄດ້ 5 ປີແລ້ວ, ນີ້ແມ່ນປະເພດກິລາ ມີຈິດໃຈສາມັກຄີສູງ, ຮູ້ສຶກວ່າມ່ວນຊື່ນທີ່ສຸດ ແລະ ມີຄວາມເອກອ້າງທະນົງໃຈອີກ.”

ທິມຊ່ວງເຮືອງໍ ຂອງວັດ ຕາມຊອກ ແມ່ນຫນຶ່ງໃນບັນດາທິມຊ່ວງເຮືອ ທີ່ມີຊື່ສຽງ ດ້ວຍຜົນງານ ທີ່ບັນລຸໄດ້ຫລາຍຢ່າງ ໃນບັນດາງານແຂ່ງຂັນຢູ່ພາຍໃນ ແຂວງ ຊອກຈັງ ກໍ່ຄືຢູ່ເຂດທົ່ງພຽງແມ່ນ້ຳຂອງ. ພິເສດ ທິມຊ່ວງເຮືອງໍ ຂອງວັດ ມີຄວາມເປັນກຽດໄດ້ຕາງຫນ້າໃຫ້ບັນດາທິມຊ່ວງເຮືອໃນເຂດໄປເຂົ້າຮ່ວມການແຂ່ງຂັນຢູ່ຕ່າງປະເທດຄື: ກຳປູເຈຍ, ສິງກະໂປ, ໄທ, ຈີນ. ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ່ງມາດປາດຖະຫນາ, ຮ່ວມແຮງຮ່ວມໃຈປະກອບເຫື່ອແຮງ ພ້ອມກັບວົງຄະນາຍາດ ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳປະເພດກິລາພື້ນເມືອງນີ້ໃຫ້ຍືນຍົງຄົງຕົວໃນດວງໃຈພໍ່ແມ່ປະຊາຊົນ, ສາສະນິກະຊົນ ແລະ ກອງເຊຍຕະຫລອດໄປ. ທ່ານ ແຢງການ, ຫົວຫນ້າທິມຊ່ວງເຮືອງໍ ວັດຕາມຊອກ ໃຫ້ຮູ້ວ່າ: ເພື່ອກະກຽມງານບຸນປີນີ້ ວັດໄດ້ສ້ອມແປງເຮືອຫລາຍລຳ ແລະ ຄັດເລືອກສີພາຍເກັ່ງໄດ້ເກືອບ 100 ຄົນ ມີບົດຮຽນຫລາຍຢ່າງ, ຕັດສິນໃຈຍາດໄດ້ລາງວັນສູງໃນງານບຸນ.

        “ປີນີ້ ພໍ່ແມ່ປະຊາຊົນ ສາສະນິກະຊົນ ນັກຂົນຂວາຍຂອງວັດ ຕາມຊອກ ມີເຈດຈຳນົງດຽວກັນ ແລະ ຄວາມສາມັກຄີສູງກວ່າເມື່ອທຽບໃສ່ປີກອ່ນ. ຕອນແລງທຸກມື້ ຍາມໃດກໍ່ມີ 60-70 ຄົນມາຝືກແອບ. ທຸກຄົນລ້ວນແຕ່ມີຄວາມເອົາໃຈໃສ່ ນຳກັນພ້ອມກັນຝືກແອບ ເພື່ອເຂົ້າຮ່ວມບຸນຊ່ວງເຮືອປີ 2017 ແລະ ໄດ້ຜົນງານສູງ.”

ວັດ ຕູມນຸບ ຂຶ້ນກັບຕາແສງ ອານນີງ ເມືອງ ເຈົາແທ່ງ ແຂວງ ຊອກຈັງ, ຕະຫລອດ 1 ເດືອນຜ່ານມາ ພໍ່ແມ່ປະຊາຊົນເປັນຈຳນວນຫລວງຫລາຍໄດ້ເຂົ້າຮ່ວມການກະກຽມ, ຝືກແອບໃຫ້ແກ່ການແຂ່ງຂັນຊ່ວງເຮືອ. ສຽງລະດົມກຳລັງໃຈ, ສຽງຕົບມືຊົມເຊີຍ, ສຽງ ໂຮ່ຮ້ອງດັງກ້ອງກັງວານໄປທົ່ວໝູ່ບ້ານ ຄືດັ່ງສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງສະມາຊິກໃນທິມທັງໝົດ. ພະອາຈານ ເລີມຫຽບ, ເຈົ້າອາວາດ ວັດຕູມນຸບ ແບ່ງປັນວ່າ: ບຸນຊ່ວງເຮືອປີນີ້ ທິມຊ່ວງເຮືອຂອງວັດໄດ້ ເຂົ້າຮ່ວມທັງ ຍິງ ແລະ ພິເສດ ແມ່ນແນະນຳ ເຮືອ ເກເຮົາ (ຊື່ງແມ່ນເຮືອຂົນສົ່ງເຈົ້າອາວາດວັດ, ພະສົງສຳມະເນນ, ຕິດຕາມເຮືອງໍ ເຂົ້າແຂ່ງຂັນ” ມີອາຍຸນັບຮ້ອຍໆປີ, ໃນ “ພິທີບູລະນະຟື້ນຟູ ແລະ ອະນຸລັກຮັກສາ ເຮືອເກເຮົາ” ຊື່ງແມ່ນຫນຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍຂອງງານບຸນ ອອກອອມບອກ -ບຸນຊ່ວງເຮືອງໍ  ຢູ່ ຊອກຈັງ.

“ວັດ ຕູມນຸບ ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ. ໃນເກືອບ 50 ປີມານີ້ ບັນດາສະມາຊິກໃນທິມເຮືອງໍ ຂອງວັດ ຍາມໃດກໍ່ເຂົ້າຮ່ວມ. ເຖິງວ່າ ຊີວິດການເປັນຢູ່, ເສດຖະກິດ ຂອງ ສາສະນິກະຊົນ ບາງຄັ້ງບາງຄາວຍັງປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ ຍ້ອນນ້ຳໃຈກິລາ, ມີຄວາມເມົາມົວ, ຄວາມມຸ່ງມາດປາດຖະຫນາ ຢາກອະນຸລັກຮັກສາສີສັນຊົນເຜົ່າໄວ້.”

ສຳລັບພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ, ຊີວິດການເປັນຢູ່ຕິດພັນກັບວຽກໄຮ່ການນາ ແຕ່ເມື່ອງານບຸນ ອອກ ອອມບອກ - ບຸນຊ່ວເຮືອງໍ ວຽນມາ, ເຖິງວ່າຄ້າງຄາກັບການຫາເງິນລ້ຽງຊີບປານໃດ ກໍຕາມ ແຕ່ເຂົາເຈົ້າຍາມໃດກໍ່ສະຫລະເວລາເພື່ອເຂົ້າຮ່ວມງານບຸນ. ງານບຸນ ອອກອອມບອກ - ບຸນຊ່ວງເຮືອງງໍ ຂອງພໍ່ແມ່ປະຊາຊົນເຜົ່າ ຂະແມ ໄດ້ ແລະ ພວມພັດທະນາຢ່າງແຮງ. ໃນຊຸມປີມໍ່ໆມານີ້ ງານບຸນໄດ້ກາຍເປັນເຫດການວັດທະນະທຳທີ່ເປັນມູນເຊື້ອໃຫຍ່ຂອງ ຂອງຊອກຈັງ ເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າລວມ. 

ຕອບກັບ

ຂ່າວ/ບົດ​ອື່ນ