ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພິທີບູຊາພະແມ່ຂອງຊົນເຜົ່າ ຢ້າວແດງ

(VOVWORLD) -ເດັກນ້ອຍຈະມີຄວາມສະຫຼາດ, ມີສຸຂະພາບແຂງແຮງ ຫຼືບໍ່ ນັ້ນ ແມ່ນອາໄສການປົກປ້ອງຊ່ວຍເຫຼືອຂອງພະແມ່ 12 ອົງ ແລະ ມີຊື່ທີ່ເໝາະສົມກັບຊາຕາ

ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພິທີບູຊາພະແມ່ຂອງຊົນເຜົ່າ ຢ້າວແດງ - ảnh 1ພິທີບູຊາພະແມ່ຂອງຊົນເຜົ່າ ຢ້າວແດງ

(ພາບ: Vu Tuan/ vov.vn)

ການບພະແມ່ (ພະແມ່ ແມ່ຜູທີ່ປັ້ນແຕ່ງ ແລະ ປົກປ້ອງເດັກນ້ອຍ) ແມ່ນພິທີກຳໜຶ່ງທີ່ຂາດບໍ່ໄດ້ໃນວົງຄະນະາດຊາວເຜົ່າ ຢ້າແດງ ຢູ່ແຂວງ ລ່າວກາຍ. ພິທີບພະແມ່ ແມ່ນການບຊາ, ການສົມມະນາຄຸນ ແລະ ພາວະນາຂໍໃຫ້ພະແມ່ ຍາມໃດກໍເບິ່ງແຍງດແລເດັກນ້ອຍມີສຸຂະພາບແຂງແຮງ, ບໍ່ໄຫ້ແອ່ວ. ປັດບັນໃນວົງຄະນະຍາຊາວເຜົ່າ ຢ້າແດງ ຍັງຄົງຮັກມູເຊື້ອອັນດີງາມໃນສາງວັດທະທຳຂອງຊົນເຜົ່າຕົນໄວໄດ້.

ພິທີບູຊາພະແມ່ ແມ່ນປະເພນີບູຊາ, ສົມມະນາຄຸນ ແລະ ພາວະນາຂໍໃຫ້ພະແມ່ຊ່ວຍໃຫ້ເດັກນ້ອຍມີສຸຂະພາບແຂງແຮງ. ວົງຄະນະຍາດ ຊາວເຜົ່າ ຢ້າວແດງ ຖືວ່າ ເດັກນ້ອຍຈະມີຄວາມສະຫຼາດ, ມີສຸຂະພາບແຂງແຮງ ຫຼືບໍ່ ນັ້ນ ແມ່ນອາໄສການປົກປ້ອງຊ່ວຍເຫຼືອຂອງພະແມ່ 12 ອົງ ແລະ ມີຊື່ທີ່ເໝາະສົມກັບຊາຕາ.

ຕາມຄວາມສຳນຶກແລ້ວ, ແຕ່ລະຄົນທີ່ເກີດມາແມ່ນດອກໄມ້ 1 ດອກທີ່ເບັ່ງບານຢູ່ເທິງຕົ້ນໄມ້ໃຫຍ່ມີອາຍຸຫຼາຍປີ, ຕົ້ນໄມ້ນັ້ນໄດ້ຮັບການປົກປ້ອງ ແລະ ເບິ່ງແຍງດູແລຢ່າງຮອບຄອບ, ລະມັດລະວັງຈາກພະແມ່. ໂດຍອີງຕາມວັນເດືອນປີເກີດທີ່ວ່າ ຈະເໝາະສົມກັບດອກໄມ້ເບັ່ງບານຢູ່ບ່ອນໃດຂອງຕົ້ນໄມ້ນັ້ນ. ຖ້າແມ່ນດອກໄມ້ຢູ່ລະຫວ່າງລຳຕົ້ນ ກໍຖືວ່າເປັນຈຸດທີ່ດີ ແລະ ປອດໄພທີ່ສຸດ, ແຕ່ຖ້າຫາກວ່າຢູ່ຍອດໄມ້ ແມ່ນຈະຖືກກັບຜົນກະທົບຈາກທາງນອກໄດ້ງ່າຍ, ເຮັດໃຫ້ເດັກນ້ອຍເຈັບເປັນເລື້ອຍໆ, ສຸຂະພາບບໍ່ປົກກະຕິ. ຍ້ອນແນວນັ້ນ ຈຶ່ງເຮັດພິທີບູຊາເພິ່ງພາພະແມ່ເປັນປະຈຳ ເພື່ອໃຫ້ພະແມ່ເບິ່ງແຍງດູແລເດັກຢ່າງຮອບຄອບ, ລະມັດລະວັງ. ກໍລະນີພິເສດ ຕ້ອງເຮັດພິທີຂໍຍ້າຍລົງມາຢູ່ສ່ວນລຳຕົ້ນ ເຊິ່ງເປັນບ່ອນທີ່ສະຫງົບ ແລະ ປອດໄພທີ່ສຸດ.

ເຈົ້າຂອງເຮືອນກະກຽມເຄື່ອງຂອງບູຊາເພື່ອບູຊາພະແມ່ ເຊິ່ງລວມມີ: ໄກ່ 1 ໂຕ, ເຫຼົ້າ 1 ແກ້ວ, ເຈັ້ຍສາທີ່ເຮັດເອງ ຕັດພິມເປັນເງິນ 2 ໃບ, ເຂົ້າສານ 1 ຖ້ວຍ, ວາງໄຂ່ໃສ່ 1 ໜ່ວຍ, ມີຝ້າຍສີຂາວ 1 ເສັ້ນສຳລັບເດັກຊາຍ, ສີແດງສຳລັບເດັກຍິງ... ພ້ອມກັບບັນດາເຄື່ອງບູຊາອື່ນໆຕາມພິທີກຳ. ຍ້ອນວ່າແມ່ນວຽກທີ່ສຳຄັນຍິ່ງ ສະນັ້ນ ພິທີບູຊາພະແມ່ ຈຶ່ງໄດ້ເລືອກເອົາມື້ສັນວັນດີ, ເໝາະສົມກັບຄອບຄົວເຈົ້າຂອງເຮືອນກໍຄືຂອງເດັກນ້ອຍ, ພາຍຫຼັງທີ່ເລືອກໄດ້ມື້ສັນວັນດີແລ້ວ ຈຶ່ງໄປຫາໝໍພອນເພື່ອເຊີນມາທຳພິທີ. ພິທີບູຊາພະແມ່ ໄດ້ແບ່ງເປັນຫຼາຍຮູບແບບ, ຖ້າຫາກທຳພິທີບູຊາແບບທຳມະດາ ແມ່ນພຽງແຕ່ຂໍໃຫ້ພະແມ່ເບິ່ງແຍງ, ປົກປ້ອງດອກໄມ້ຢູ່ຕົ້ນໄມ້ໃຫ້ພັດທະນາເປັນປົກກະຕິ ແລະ ເບິ່ງແຍງດູແລໃຫ້ຕົ້ນໄມ້ໃຫຍ່ນັ້ນພັດທະນາຢ່າງສວຍສົດງົດງາມ. ໝໍພອນ ເຕິ໋ນຊ່າຍຮຽງ, ບ້ານ ຕຸງກວາ, ຕາແສງ ອາມູ໋ຊຸງ, ເມືອງ ບາດຊາດ, ແຂວງ ລ່າວກາຍ ໃຫ້ຮູ້ວ່າ:

ເດັກນ້ອຍທີ່ເກີດມາ ແລະ ເຕີບໃຫຍ່ເມື່ອອຍຸໄດ້ 16 ີ ແມ່ນໄດ້ຮັບການເບິ່ງແຍງດແລຈາກພະແມ່, ພໍ່ແມ່ບໍ່ໄດ້ຮ້າຍລູ, ບໍ່ເຮັໃຫ້ລູກຕົກໃຈ. ຫາກເບິ່ງແຍງດແລລູກບໍ່ີ ພະແມ່ຈະເອົືນເພື່ອມອບໃຫ້ຄອບຄົວອື່ນ ຫຼື ຫາກເຮັດໃຫ້ລູຕົກໃຈ ພະແມ່ຈະເອົາ ຂວັນເດັກນ້ອຍສ່ວນໃດສ່ວນໜຶ່ງ ເຮັດໃຫ້ເດັກນ້ອຍເຈັບເປັນ. ຈາກຄວາມສຳນຶກນີ້ ສະນັ້ນ ແຕ່ລະຄອບຄົວແມ່ນເອົໃຈໃສ່ເຖິງພະແມ່ທີ່ສຸດ. ແຕ່ລະເທື່ອທີ່ເຫັນລູກຫຼານມັກໄຫແອ່ວ, ກິນບໍ່ແຊບ, ນອນບໍ່ຫຼັດີ ຫຼມີສຸຂະພາບບໍ່ແຂງແຮງນັ້ນ... ແຕ່ລະຄອບຄົວກໍລ້ວນແຕ່ເຊີນໝພອນມາທຳພິທີບພະແມ່ໃຫເດັກນ້ອຍ”.

ພິທີບູຊາພະແມ່ພຽງຈະດຳເນີນໄດ້ຂະນະທີ່ເດັກນ້ອຍຢູ່ໃນເຮືອນຂອງຄອບຄົວຕົນເທົ່ານັ້ນ. ເມື່ອເຄື່ອງຂອງບູຊາໄດ້ວາງຖະຫວາຍຂຶ້ນ ຜູ້ເປັນພໍ່ຈະຮ້ອງເປັນເພງວ່າ: ດຽວນີ້ຜົວເມຍໄດ້ມີລູກນ້ອຍ / ຖະຫວາຍພາເຂົ້າບູລາຍງານໃຫ້ບັນພະບູລຸດ / ທູບທຽນດອກໄມ້ຫອມຖະຫວາຍໃຫເທວະຟ້າແຖນ / ໄກ່ເຫຼົ້າເຂົ້ຫອມທົ່ວທັງທູບທຽນ / ມືນົບໄຫວ້ ພາວະນາຂໍໃຫ້ບັນພະບູລຸດ / ເຈົ້ຖິ່ນເຈົ້ຖານ ແລປູ່ຣັ່ນມານ…./ ເຊີນພະແມ່ຢູ່ທົ່ທຸກສາລະທິດ / ຂໍໃຫ້ມາທີ່ນີ້ເພື່ອບອກອນລູເລັກເດັກແດງ ດ້ວຍເຖີດ... ເນື້ອໃນບົດຮ້ອງຕົ້ນຕໍແມ່ນຄຳພາວະນາຂໍໃຫ້ເທວະດາຟ້າແຖນ ແລະ ບັນພະບູລຸດ ປົກປັກຮັກສາ, ບອກສອນບັນດາສິ່ງທີ່ດີໃຫ້ເດັກນ້ອຍ ເພື່ອເມື່ອໃຫຍ່ຂຶ້ນມາ ເດັກນ້ອຍເປັນຄົນຄຳຮູ້, ກາຍເປັນຜູ້ທີ່ມີປະໂຫຍດຕໍ່ຄອບຄົວ ແລະ ສັງຄົມ.

ໃນມື້ດຳເນີນພິທີ ແມ່ນບໍ່ໃຫ້ຄົນແປກໜ້າເຂົ້າເຮືອນ ແລະ ເຮັດພິທີມີພຽງແຕ່ສະມາຊິກໃນຄອບຄົວເທົ່ານັ້ນໄດ້ຮັບໂຊກລາບ. ພາຍຫຼັງເຮັດພິທີໄດ້ 3 ມື້ ແມ່ນໃຫ້ເອົາຖ້ວຍເຂົ້າສານ ແລະ ໄຂ່ມາຕົ້ມໃຫ້ເດັກນ້ອຍກິນ, ຄົນອື່ນ ໂດຍສະເພາະແມ່ນຄົນແປກໜ້າຈະບໍ່ໄດ້ກິນຮ່ວມ.

ພິທີບູຊາພະແມ່ ໄດ້ຮັກສາມາໃນຕະຫຼອດໄລຍະວິວັດການພັດທະນາເຕີບໃຫຍ່ຂອງເດັກນ້ອຍ. ສຳລັບຜູ້ຊາຍແມ່ນຫຼັງ 12 ປີ, ສຳລັບຜູ້ຍິງແມ່ນຮອດ 16 ປີ ຈຶ່ງເຮັດພິທີເຕີບໃຫຍ່ເຖິງອາຍຸກະສຽນ, ຫຼັງຈາກນັ້ນ ແມ່ນບໍ່ເຮັດພິທີບູຊາພະແມ່ອີກ. ຕ້ອງເຮັດພິທີບູຊາພະແມ່ເປັນປະຈຳ ເພື່ອໄດ້ຮັບການອຸປະຖຳຄ້ຳຊູ, ພະແມ່ທຸກອົງ ກໍລ້ວນແຕ່ມີໜ້າທີ່ເພີ່ມພູນຄູນສ້າງ ເພື່ອໃຫ້ຕົ້ນໄມ້ນັ້ນພັດທະນາຢ່າງສວຍສົດງົດງາມ. ປ້າ ລີ້ຕ໋າເມີ້ຍ, ບ້ານ ຕຸງກວາ, ຕາແສງ ອາມູ໋ຊຸງ ແບ່ງປັນວ່າ:

ພິທີບພະແມ່ ເຖິງວ່າລຽບງ່າຍແຕ່ຕ້ອເຮັດໃຫ້ຮອບຄອບຖີ່ຖ້ວນ, ຕາມປົກກະຕິແລ້ວ ເດັກນ້ອຍນັບແຕ່ເມື່ອເກີດມາຈົນເຖິງເວລາເຕີບໃຫຍ່ ຖ້າາກເຊີນໝໍເຢົາຜູ້ໃດມາເຮັດພິທີ ແມ່ນປີນັ້ນກໍຕ້ອງໄດ້ເຊີນໝໍເຢົາຄົນນັ້ມາເຮັດພິທີຈົນເມື່ອເວລາເຕີບໃຫຍ່ເຖິງອາຍຸກະສຽນ ພາວະນາຂໍໃຫ້ເດັກນ້ອຍເປັນຄົນຮູ້ຜູ້ດີ, ກິແຊບ, ນອນຫຼັບ ບໍ່ໄຫ້ແອ່ພໍ່ເຖົ້າແມ່ເຖົ້, ພໍ່ແມ່... ຖ້າຫາກກຽມການບູພະແມ່ບໍ່ຮອບຄອບຖີ່ຖ້ວນ ກໍ່ຈະເກີຜົນຮ້າຢ່າງໃຫຍ່ຫຼວງຕາມມາ ນັ້ແມ່ນເດັກນ້ອຍເຈັຕາ, ຕາບອດ, ຫູໜວກ... ສະນັ້ນ ການເຮັດພິທີບພະແມ່ໃນແຕ່ຄັ້ງຕ້ອງເອົາໃຈໃສ່ເຮັດໃຫ້ຮອບຄອບຖີ່ຖ້ວນ ບໍ່ປະໃຫ້ຄວາມຜິພາໃດໆເກີດຂຶ້ນທັງໝົດ”.

ນອກຈາກພິທີບູຊາພະແມ່ແລ້ວ, ວົງຄະນະຍາດຊົນເຜົ່າ ຢ້າວແດງ ຍັງຄົງຮັກສາຮີດຄອງປະເພນີອັນດີງາມຫຼາຍຢ່າງສຳລັບເດັກນ້ອຍໄວ້ໄດ້ ຄື: ພິທີອວຍພອນເມື່ອເຕີບໃຫຍ່ເຖິງອາຍຸກະສຽນ, ພິທີເສຍເຄາະລ້າງຊວຍ, ພິທີຮັບຂວັນ... ນີ້ແມ່ນຈຸດວັດທະນະທຳເຫຼື້ອມໃສທີ່ເປັນມູນເຊື້ອ, ເປັນເອກກະລັກສະເພາະຂອງຊົນເຜົ່າ ຢ້າວແດງ ທີ່ພວມໄດ້ຮັບການອະນຸລັກ ແລະ ຮັກສາໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ