ຊຸດອາພອນຂອງຊາວເຜົ່າ ແຢ໋ຈຽງ

​(vovworld)- ແຢ໋​ຈຽງ​ແມ່ນ​ຊົນ​ເຜົ່າ​ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຍັງ​ຄົງ​ຮັກ​ສາ​ຫລາຍ​ປັດ​ໄຈ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ຊາ​ຊົນ​ຢູ່ບໍ​ລິ​ເວນທາງ​ທິດ​ເຫ​ນືອ​ເຂດ​ໄຕ​ງວຽນປະ​ເທດ ຫວຽດ​ນາມ​ໄວ້​ໄດ້. ພິ​ເສດ ຊຸດ​ອາ​ພອນ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະສະ​ເພາະ​ໃນ​ວິ​ທີ​ສ້າງ​ລວດ​ລາຍ​ໃນ​ຊຸດ​ອາ​ພອນ ແລະ ວິ​ທີ​​ການນຸ່ງ​ຖື​ຂອງ​ຊາວ​ຊົນ​ເຜົ່າ. ສິ່ງ​ດັ່ງ​ກ່າວ​ໄດ້​ສ້າງ​ເປັນ​ຈຸດ​ວັດ​ທະ​ນະ​ທຳ​ພິ​ເສດ​ສະ​ເພາະ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ. ບົດ​ຂຽນ​ຂອງ​ນັກ​ຂ່າວ​ທູ​ຮັ່ງ​ທີ່​ມີ​ຫົວ​ຂໍ້​ວ່າ: ຊຸດ​ອາ​ພອນ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ.

   

ຊຸດອາພອນຂອງຊາວເຜົ່າ ແຢ໋ຈຽງ - ảnh 1
ຊຸດ​ອາ​ພອນ​ຂອງ​ຊາວ​ເຜົ່າແຢ໋​ຈຽງ
ພາບ:dantocviet.cinet

ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ເຜົ່າ​ແຢ໋​ຈຽງ ເຄີຍ​​​ຍາດ​ເວ​ລາ​ຫວ່າງ​ເພື່ອ​ຕ່ຳ​ແຜ່ນ​ແພ ເມື່ອ​ລະ​ດູ​ການ​ເກັບ​ກຽ່ວສຳ​ເລັດ​. ກີ່​ຕ່ຳ​ຫູກ​ຂອງ​ ຊາວ​ເຜົ່າ ແຢ໋​ຈຽງ ​ແມ່ນປະ​ຖົ​ມ​ປະ​ຖານ​ພໍ​ສົມ​ຄວນ, ພຽງ​ແຕ່​ຕ່ຳ​​ໄດ້ແຜ່ນ​ແພ​ຂະ​ຫ​ນາດ​ນ້ອຍ​ເທົ່າ​ນັ້ນ. ຊາວ​ເຜົ່າ ແຢ໋​ຈຽງ ເຄີຍ​ປູກ​ຝ້າຍ​ໃນ​ເດືອນ 5  ແລະ ເກັບ​ກູ້ໃນ​ເດືອນ 10. ຝ້າຍ​ພ​າຍ​ຫລັງ​ເກັບ​ກ່ຽວ​ມາ​ແລ້ວ​ນຳ​ໄປ​ຕາກ​ແດດ ແລະ ດີດຝ້າຍ​ໃຫ້​​ຍົງ, ຫລັງ​ຈາກນັ້ນ​ເຂັນ​ໃຫ້​​ເປັນເສັ້ນແລ້ວ​ເອົາ​ມ​າ​ຍ້ອ​ມ​ສີ​ກ່ອນ​ທີ່​ຈະ​ເອົາ​ໄປຕ່ຳ​ເປັນ​ແຜ່ນ​ແພ​ເພື່ອ​ຫ​ຍິບ​ໂສ້ງ​ເສື້ອ. ດ້ວຍ​ສີ​ມື​ອັນ​ຄ່ອງ​ແຄ້ວ, ບັນ​ດາ​ນາງ​ສາວ​ ຊາວ​ເຜົ່າ ແຢ໋​ຈຽງ ໄດ້​ຜະ​ລິດ​​ບັນ​ດາ​ຊຸດ​ອາ​ພອນ​​​ປະ​ຈຳ​ເຜົ່າແລະ ຜ້າບີງ ດ້ວຍ​ລວດ​ລາຍ ແລະ ສີ​ສັນ​ຫລາກ​ຫລາຍ. ໃນ​ຊຸດ​ອາ​ພອນ​ຂອງ ຊາວ​ເຜົ່າ ແຢ໋​ຈຽງ, ບັນ​ດາ​ລວດ​ລາຍ​ທີ່​ໄດ້​​ປັກ​ແສ່ວ​ໃນ​ແຜ່ນ​ແພ​ກໍ​ແມ່ນ​​ຈຸດ​ທີ່​ສ້າງ​ເປັນສີ​ສັນ​ສະ​ເພາະ​ໃນ​ຊຸດ​ອາ​ພອນ​ຂອງ ຊາວ​ເຜົ່າ ແຢ໋​ຈຽງ. ເອື້ອຍ ຫງວຽນ​ທິ​ຮ່​ວຽນ, ນັກສຶກ​ສາ​ຄົ້ນ​ຄ້​ວາ​ ຂະ​ແຫນງ​ຊົນ​ເຜົ່າ​ວິ​ທະ​ຍາ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ແມ່​ຍິງ​ຊາວ​ເຜົ່າ​ແຢ໋​ຈຽງ​ບໍ່​ນຸ່ງ​ເສື້ອ​ຫາກ​ນຸ່ງ​ສີ້ນ​ຍາວ​ແຕ່​ຂີ້​ແຮ້​ລົງ​ຮອດ​ຕີນ. ຫົວ​ສີ້ນ, ຕີ​ນ​ສີ້ນ, ເຄິ່ງ​ກາງ​ຜືນສີ້ນ​ລ້ວນ​ແຕ່​ປະ​ດັບ​ປະ​ດາ​ລາຍ​ແຊກ​ ສີ​ແດງ​ໃສ່​ທາງ​ຂວາງ​ ​ບົນພື້ນ​ສີ​ໝາກ​ຄໍ້​ແກ່. ການ​ນຸ່ງ​ຖື​ແບບນີ້​ແມ່ນ​ມີ​ລັກ​ສະ​ນະ​ທັງ​ເປັນ​ສີ້ນ ທັງ​ເປັນ​ເສື້ອ ແລະ ກໍ​ແມ່ນ​ຈຸດ​ທີ່​ແຕກ​ຕ່າງ​ຂອງ​ແມ່​ຍິງ​ຊາວ​ເຜົ່າ ແຢ໋​ຈຽງ ຊື່ງ​ຊົນ​ເຜົ່າ​ອື່ນໆຈາກ​ເຫນືອ​ຮອດ​ໃຕ້​ບໍ່​ຄ່ອຍ​ນຸ່ງ”.

ແມ່​ຍິງ​ ຊາວ​ເຜົ່າ ແຢ໋​ຈຽງ ເຄີຍ​ຈົ່ງ​ຜົມ​ຍາວ, ເກົ້າ​ຜົມ​ຢູ່​ງ່ອນດົ້ນ ແລະ ສ້າງ​ຄວາມ​ງາມ​ດ້ວຍເຄື່ອງ​ເອ້​ຢ້ອງເຮັດ​ດ້ວຍ​ເງິນ, ທອງ ​ຫລາຍ​ປະ​ເພດ​ຄື: ປອກ​ແຂນ, ປອກ​​ຂາ ແລະ​​ຕຸ້ມ​ຫູ. ສຳ​ລັບ​ແມ່​ຍິງ​​ຮັ່ງ​ມີ ເຂົາ​ເຈົ້າ​ເຄີຍ​ໃຊ້​ຕຸ້ມ​ຫູ​ເຮັດ​ດ້ວຍງາ​ຊ້າງ.

ຊຸດອາພອນຂອງຊາວເຜົ່າ ແຢ໋ຈຽງ - ảnh 2
ຊຸດ​ອາ​ພອນ​ຂອງ​ແມ່​ຍິງ​ຊາວ​ເຜົ່າແຢ໋​ຈຽງ 
ພາບ:dantocviet.cinet

ຕາມ​ປະ​ເພ​ນີ, ຜູ້​ຊາຍ​ຊາວ​ເ​ຜົ່າ ແຢ໋​ຈຽງ ​ຕັດ​ຜົມ​ສັ້ນ ຫລື  ໃຊ້​ຜ້າ​ຄຽນ​ຫົວ, ໃຊ້​ຕຸ້​ມ​ຫູ​ເຮັດ​ດ້ວຍ​ໄມ້​ທີ່​ມີ​ຄ່າ ຫລື​ໄມ້​ໃຜ່, ງາ​ຊ້າງ. ຜູ້​ຊາຍ​ຊາວ​ເຜົ່າ​ແຢ໋​ຈຽງ ຍັງ ສັກ​ລາຍ ດ​້ວຍ​ລວດ​ລາຍ​ຮູບ​ເລ​ຂາ​ຄະ​ນິດແບບ​ງ່າຍ​ດາຍ. ສຳ​ລັບ​ຊຸດ​ອາ​ພອ​ນ, ຜູ້​ຊາຍ​ຊາວ​ເຜົ່າ ແຢ໋​ຈຽງ ເຄີຍ​ນຸ່ງກະ​ຕ່ຽວ, ​ເປື​ອຍ​ໂຕ, ເມື່​ອ​ອາ​ກາດ​ຫ​ນາວ​ເຂົາ​ເຈົ້າ​​ຈຶ່ງເອົາ​ຜ້າ​ພື້ນ​ເມືອງສີ​ໝາກ​ຄໍ້​​ແກ່ປະ​ດັບ​ດ້ວຍ​ລວດ​ລາຍມາບີງ ສະ​ເພາະ​ເດັກ​ອາ​ຍຸ​ຕ່ຳ​ກວ່າ 4 ປີ, ເດັກ​ຊາຍ​ຊາວ​ເຜົ່າ ແຢ໋​ຈຽງ ເຄີຍ​ໃຊ້​ປອກ​​ຂາເຮັດ​ດ້ວຍ​ເງິນ ມີ​ກະ​ດິງ​ນ້ອຍ. ເອື້ອຍ ຫງວຽນ​ທິ​ຮ່​ວຽນ ໃຫ້​ຮູ້​ຕື່ມ​ອີກວ່າ:

 “ກະ​ຕ່ຽວ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ​ແມ່ນ​ຊະ​ນິດ​ທີ່ແຄບ, ຍາວ ບໍ່​ມີ​ຍອຍ ມີ​ສີ​ໝາກ​ຄໍ້​ແກ່ ແລະໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ລວດ​ລາຍ​ຢູ່​ທາງຫົວ​ຜ້າ, ​ທາງຕີນ​. ພິ​ເສດ ຜູ້​ຊາຍ​ຊາວ​ເຜົ່າ ແຢ໋​ຈຽງ ກໍ​ເພີ່ມ​ຄວາມ​ງາມ​ໃຫ້​ຕົນ​ດ້ວຍ​ເຄື່ອງ​ເອ້​ຢ້ອງ​ຄື: ສາຍຄໍໝາກ​ຕຸ້ມ ແລະ ໃນ​ໂອ​ກາດ​ງານ​ບຸນຕ່າງໆ ເຂົາ​ເຈົ້າເຄີຍໃຊ້​ຜ້າ​ບີງ​ສີ​ໝາກ​ຄໍ້​ແກ່​ມີ​ລ​ວດ​ລາຍ​ສີ​ສັນ​ຫລາກ​ຫລາຍ.”

ຊຸດ​ອາ​ພອນ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ບໍ່​ພຽງ​ແຕ່​ມີ​ສີ​ສັນເປັນ​ເອກ​ະ​ລັກ​ສະ​ເພາະ​ເທົ່າ​ນັ້ນ ຫາກ​ບັນ​ດາ​ລວດ​ລາຍ​ປະ​ດັບ​ກໍ​ຄື​​ຮູ​ບ​ຊົງຊຸດ​ອາ​ພອນ​​ຍັງ​ມີ​ຊີ​ວິດ​ຊີ​ວາ​ດ້ວຍ​ສີ​ສັນ​ຫລາກ​ຫລາຍ​ງາມ​ຕາ​ອີກ​ດ້ວຍ. ເອື້ອຍ ຫງວຽນ​ທູຍ​ຈ່​ຽວ, ສັງ​ກັດ​ສະ​ມາ​ຄົມ​ນັກ​ຖ່າຍ​ຮູບ​ແບ່ງ​ປັນ​ວ່າ:

“ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢາມ​ຫລາຍ​ເຂດ​​ພາກແລ້ວ, ຢູ່​ບັນ​ດາ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໃນ​ທົ່ວ​ປະ​ເທດ ຂ​້າ​ພະ​ເຈົ້າ​ເຫັນ​ວ່າ​ ຊຸດ​ອາ​ພອນ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ມີ​ຈຸດ​ທີ່​ແຕກ​ຕ່າງ​ກັບ​ບັນ​ດາ​ເຜົ່າ​ອື່ນ​ຢູ່​ບ່ອນ​ວ່າ ແຜ່ນ​ແພ​ກໍ​ຄື​ລວດ​ລາຍ​ແມ່ນ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ, ພິ​ເສດ​ແມ່ນ​ຊຸດ​ອາ​ພອນ​ຂອງ​ແມ່​ຍິງ ມີ​ລວດ​ລາຍ​ງາມ​ຫລາຍ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຊຸດ​ອາ​ພອນ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ”.

ກ່ອນນີ້  ຜະລິດ​ຕະ​ພັນ​ຂອງຊຸດ​ອາ​ພອນ​​ແຕ່​ລະ​ຢ່າງໂດຍ​ຊາວ​ເຜົ່າ ແຢ໋​ຈຽງ ຜະ​ລິດເອງ ສ່ວນ​ຫລາຍ​ພຽງ​ແຕ່​ຮັບ​ໃຊ້​ການ​ດຳ​ເນີ​ນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ. ຫລັງ​ຈາກນັ້ນ​ເຂົາ​ເຈົ້າ​ຄ່ອຍໆ​ນຳ​ໃຊ້ ບັນ​ດາ​ຜະ​ລິດ​ຕະ​ພັນ​ຊຸດ​ອາ​ພອນນັ້ນ ​ເຂົ້າ​ໃນ​ການແລກ​ປ່ຽນ​ສິນ​ຄ້າ.

ປະ​ຈຸ​ບັນ ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ກໍ​ຕື​ການ​ເຊື່ອມ​ໂຍງ​ໃນ​ຊີ​ວິດ ໄດ້​ສົ່ງຜົນ​ສະ​ທ້ອນ​ເຖິງ​ຊຸດ​ອາ​ພອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ພ​ິ​ເສດ​ແມ່ນ​ຊຸດ​ອາ​ພອນ​ຂອງ​ຊາວ​ເຜົ່າ​ກີງ ໄດ້​ແຊກ​ຊືມ​ເຂົ້າ​ບັນ​ດາ​ບ້ານ​ທີ່​ຫ່າງ​ໄກ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ. ສະ​ນັ້ນ ປະ​ຈຸ​ບັນ ເຖິງວ່າ ໃນ​ການ​ດຳ​ເນີ​ນ​ຊີ​ວິດ​ປະ​ຈຳ​ວັນ, ຊາວ​ເຜົ່າ ແຢ໋​ຈຽງ ນຸ່ງ​ຖື​ແບບ​ທຳ​ມະ​ດາ, ແຕ່​ໃນ​ໂອ​ກາດ​ວັນ​ບຸ​ນ​ສຳ​ຄັນ, ເຂົ​າ​ເຈົ້າ​ຍັງ​ຄົງ​ນຸ່ງ​ບັນ​ດາ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​ຂອງ​​ຕົນ.


ຕອບກັບ

ຂ່າວ/ບົດ​ອື່ນ