ຊຸດອາພອນທີ່ເປັນເອກະລັກສະເພາະຂອງຊົນເຜົ່າ K’ho

(vovworld) - ກໍ່​ເຊັ່ນ​ດຽວ​ກັບ​ຫຼາຍ​ຊົນ​ເຜົ່າ​ທີ່​ແຕກ​ຕ່າງ​ກັນຢູ່​ເຂດ ​ໄຕ​ງວຽນ, ຊາວ​ເຜົ່າ K’ho ມີມູນ​ເຊື້ອ​ຕຳ່​ຜ້າ ​ແລະ ຕັດຫຍິບ​ຊຸດ​ອາພອນ​​ເອງໃຫ້​ຊົນ​ເຜົ່າ​ຕົນ. ບັນດາ​ຊຸດອາພອນ​ຂອງຊາວ​ເຜົ່າ K’ho ບໍ່ພຽງ​ແຕ່​ມີ​ຄວາມ​ງາມ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ, ສີສັນ​ພິ​ເສດສະ​ເພາະ​ຂອງ​ຊາວ​ເຜົ່າ K’ho ອີກ​ດ້ວຍ.
ຊຸດອາພອນທີ່ເປັນເອກະລັກສະເພາະຂອງຊົນເຜົ່າ K’ho  - ảnh 1
(ພາບປະກອບ)

      ຊາວ​ເຜົ່າ K’ho ​ໃນ​ເມື່ອ​ກ່ອນນຸ່ງ​ຖື​ແບບ​ງ່າຍດາຍ, ​ເຂົາ​ເຈົ້າ​ບໍ່​ນຸ່ງ​ເສື້ອ, ຜູ້​ຊາຍ​ໃສ່ກະ​ຕ່ຽວ, ຜູ້ຍິງ​ນຸ່ງ​ກະ​ໂປ່​ງສັ້ນ. ​ເມື່ອ​ຜ້າ​ແພ​ຍັງ​ຂາດ​ເຂີນ, ​ເຂົາ​ເຈົ້າ​ໄດ້​ໃຊ້​ເປືອກ​ໄມ້​ປ່າ​ແຊ່​ນ້ຳ​ໃຫ້​ຢາງອອກ, ພັບ​ເຂົ້າ​ແລ້ວ​ຕັດ​ຄໍ ​ແລະ ຫຍິບ​ແຂນ​ເສື້ອ​ດ້ວຍ​​ເສັ້ນ​ຫວາຍ​ເພື່ອ​ເປັນ​ເສື້ອ​ກັນ​ໜາວ. ຜ່ານ​ການ​ເວລາ, ອາຊີບ​ຕຳ່​ຜ້າ ​ແລະ ຫຍິບ​ໂສ້ງ​ເສື້ອ​ຂອງ​ຊາວ​ເຜົ່າ K’ho ພັດທະນາ​ທີ່​ສຸດ. ປະຈຸ​ບັນ, ຊາວ​ເຜົ່າ K’ho ມີ​ທັດສະນະ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ຊຸດ​ອາພອນ​ແມ່ນ​ງ່າຍດາຍ ​ແຕ່ຍັງ​ຄົງ​​​ເປັນ​ເອກະລັກ​ສະ​ເພາະ. ຜູ້​ຊາຍ​ຊາວ​ເຜົ່າ​ K’ho ມີ​ຮ່າງກາຍລຳສັນ, ​ແຂງ​ແຮງ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ມັກ​ເປືອຍ​ໂຕ​ບໍ່​ໃສ່​ເສື້ອ, ນຸ່ງ​ກະ​ຕ່ຽວດ້ວຍ​ແຜ່ນ​ແພ​ກວ້າງ​ພໍ​ສົມຄວນ, ຍາວ 1,5-2​ແມັດ, ມີ​ຮູບ​ລວດ​ລາຍຕາ​ມລວງ​ຍາວ​ຂອງ​​ແຜ່ນ​ແພ​ນັ້ນ. ທ່ານ ຢວມຢາຍ​ບາດ, ຊາວ​ເຜົ່າ​ K’ho ໃຫ້​ຮູ້​ວ່າ:

      “ສີສັນ​, ລວດລາຍ​ໃນ​ແຜ່ນ​ແພ​ແມ່ນ​ຍັງ​ຄົງ​ຮັກສາ​ຕາມ​ປະ​ເພນີ​ເດີມ, ນັ້ນ​ແມ່ນບັນດາ​ລວດລາຍ​ຕາມ​ລວງ​ຍາວ ​ແລະ ລວງ​ຂວາງ ພ້ອມ​ກັບຍອຍ​ຜ້າທີ່ປະດັບ​ປະດາຢູ່​ເຊິີງກະ​ຕ່ຽວ. ຖ້າ​ບໍ່​ເຮັດ​ຄື​ແນວ​ນັ້ນ​ແມ່ນ​ບໍ່​ໄດ້. ​ເມື່ອ​ນຸ່ງ​ກະ​ຕ່ຽວ​ບໍ່​ໄດ້​ສັ້ນ​ໂພດ, ຫາກ​ຕ້ອງ​ຍາວ​ເຖິງ​ຫົວ​ເຂົ່າ“

          ເສື້ອຂອງ​ຊາວ​ເຜົ່າ​ K’ho ໄດ້​ຮັບ​ການ​ຕຳ່​ງ່າຍດາຍ​ພໍ​ສົມຄວນ, ນັ້ນ​ແມ່ນ​ເສື້ອ​ຊຸບ​ຫົວ, ຄໍ​ເສື້ອ​ກົມ, ບໍ່​ມີ​ແຂນ​ ​ແລະ ມີລວດລາຍ​ປະດັບ​ປະດາ​ດ້ວຍ​ສີຟ້າ ​ແລະ ສີດຳ. ​ເສື້ອຂອງ​ຜູ້​ຊາຍ​ໃນ​ເມື່ອ​ກ່ອນ​ຖືກ​ມັດ​ດ້ວຍ​ເສັ້ນ​ຜ້າ, ສ່ວນ​ປະຈຸ​ບັນ​ແມ່ນ​​ໃສ່​ກະ​ດູມ. ບັນດາ​ລວດລາຍ​ທີ່​ປະດັບ​ປະດາ​ໃນ​ເສື້ອ​ຂອງ​ຜູ້​ຊາຍ​ແມ່ນ​ສຸ​ມ​ໃສ່​ຕີນ​​ເສື້ອ​ດ້ວຍ​ຮູບ​ດອກ​ໄມ້, ຕາ​ນົກ. ກະ​ຕ່ຽວ​​ເມື່ອ​ນຸ່ງ​ພ້ອມ​ກັບ​ເສື້ອ, ຍາມ​ໃດ​ກໍ່​​ເຮັດ​ໃຫ້ຮ່າງກາຍ​ຂອງ​ຜູ້​ຊາຍ​ທັງມີຄວາມສວຍ​ງາມ ​ແລະ ​ແຂງ​ແຮງ​ກວ່າ. ຕາມ​ປະ​ເພນີທີ່​ເປັນ​ມູນ​ເຊື້ອ, ບັນດາ​ຜູ້​ສາວ​ຊາວ​ເຜົ່າ​ K’ho ເມື່ອ​ເຕີບ​ໃຫຍ່ລ້ວນ​ແຕ່​ໄດ້​ຮັບ​ການຮຽນ​ວິທີ​ຕຳ່​ຜ້າ​ຈາກ​ແມ່, ​ເພື່ອ​ບໍ່​ພຽງ​ແຕ່​ສາມາດ​ຕຳ່​ຜ້າ, ຕັດຫຍິບ​ຊຸດ​ອາພອນ​ທີ່​ສວຍ​ງາມ​ໃຫ້​ແກ່​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ຕັດຫຍິບ​ໃຫ້​ທັງ​ຄອບຄົວ ​ແລະ ນຳ​​ເອົາ​ຜະລິດ​ຕະພັນ​ຕຳ່​ຜ້າ​ຂອງ​ຕົນມາ​ເປັນສິນ​ສອດ​ໃຫ້​ຄອບ​ຄົວ​ຝ່າຍ​ຜູ້​ຊາຍ​ອີກ​ດ້ວຍ. ບັນດາ​ຊຸດ​ກະ​ໂປ່​ງສວຍ​ງາມ​ທີ່​ສຸດ​ແມ່ນ​ຖືກ​ໃຊ້​ໃນງານ​ດອງ, ​ງານ​ບຸນຕ່າງໆ ​ທ່າມກາງ​ສຽງ​ກອງ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງ​ຊາວບ້ານ. ສາວ​ຜູ້​ໃດ​ມີ​ຊຸດ​ກະ​ໂປ່​ງສວຍ​ງາມ, ກໍ່​ເປັນ​ຜູ້​ດຸ​ໝັ່ນ​ຂະຫຍັນ​ພຽນ, ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊາຍ​ຫຼາຍ​ຄົນ ​ແລະ ຍິ່ງ​ມີ​ເງື່ອນ​ໄຂ​ເລືອກ​ເຟັ້ນ​ເພື່ອ “ຈັບ​ຜົວ“.

ຊຸດອາພອນທີ່ເປັນເອກະລັກສະເພາະຂອງຊົນເຜົ່າ K’ho  - ảnh 2

(ພາບປະກອບ)

          ຜູ້ຍິງ​ຊາວ​ເຜົ່າ K’ho ​ມີ​ຄວາມນິຍົມບັນດາ​ຊຸດ​ອາພອນ​ດ້ວຍ​ຜ້າ​ຂີ້ງາ, ດັ່ງ​ນັ້ນ​ຊຸດ​ອາພອນ​ຂອງ​ເຂົາ​ເຈົ້າ​ຈຶ່ງສວຍ​ງາມ​ທີ່​ສຸດ. ຜູ້ຍິງ​ຊາວ​ເຜົ່າ K’ho ​ເຄີຍ​ພັນ​ກະ​ໂປ່​ງຍາວ​ເຖິງ​ຫົວ​ເຂົ່າ, ​ເພື່ອ​ສາມາດ​ເຫັນ​ໄດ້​ບີ່​ແຄ່ງ​ໃຫຍ່ ​ແລະ ​ແຂງ​ແຮງ, ສ່ວນ​ຈາກ​ແອວ​ຂືຶ້ນ​ໄປ​ແມ່ນ​ປະເປືອຍບໍ່​ນຸ່ງ​ເສື້ອ, ​ເມື່ອ​ອາກາດ​ໜາວ, ​ເຂົາ​ເຈົ້າ​ຈຶ່ງ​​ເອົາ​ແພ​ຄຽນ​ອ້ອມ​ໂຕ. ຕໍ່​ມາ​ຜູ້ຍິງ​ມັກ​ນຸ່ງ​ເສື້ອຮັດ​ຄີງ​ໃຫ້​ເໝາະ​ສົມ​ກັບ​ກະ​ໂປ່​ງທີ່​ເປັນ​ມູນ​ເຊື້ອ. ຜ່ານ​ບັນດາ​ລວດລາຍ​ທີ່​ມີ​ຊີວິດ​ຊີວາ, ​ແມ່ຍິງ​ຊາວ​ເຜົ່າ​ K’ho ໄດ້​ຝາກຝັງຈິດ​ໃຈ​ກໍ່​ຄື​ຄວາມ​ຮັບ​ຮູ້​ກ່ຽວ​ກັບໂລກ​ທຳ​ມະ​ຊາດ​ເຂົ້າ​​ບັນດາແຜ່ນ​ແພ, ​ ລວດລາຍ​ຕ່າງໆ​ໃນ​ຊຸດ​ອາພອນ. ​ໃນ​ຊຸດ​ອາພອນ​ດ້ວຍ​ແພ​ຂີ້ງາ​ຂອງ​ແມ່ຍິງ​ຊາວ​ເຜົ່າ K’ho ​ສ່ວນ​ຫຼາຍ​ແມ່ນ​ບັນດາ​ຮູບ​ສັດປ່າ ​ແລະ ​ເຄື່ອງ​ໃຊ້​ຕ່າງໆ​ທີ່​ຕິດ​ພັນ​ກັບ​ຊີວິດ​ການ​ເປັນ​ຢູ່, ​​ແຕ່ລະ​ຮູບ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ສະ​ເພາະ​ຂອງ​ມັນ. ຕົວຢ່າງ​ຄື​ຮູບ​ຕາ​ນົກ​ແມ່ນ​ເປັນ​ສັນຍາ​ລັກ​ໃຫ້ການ​ດຳລົງ​ຊີວິດ​ທີ່​​ໃກ້ຊິດ​ຕິດ​ພັນ​ກັບ​ພູຜາປ່າ​ໄມ້, … ນັກ​ຈິດຕະກຳ ​ເລ​ວັນ​ເກືອ​ງ, ນັກ​ຄົ້ນ​ຄ້ວາ, ສະ​ສົມ​ບັນດາ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ, ​ໃຫ້​ຮູ້​ວ່າ:

    ບັນດາ​ຜະລິດ​ຕະພັນຕຳ່​ແຜ່ນ​ຂອງ​ຊາວ​ເຜົ່າ​ K’ho ມີ​ບັນດາ​ລວດລາຍ​ທີ່​ເປັນ​ເອກະລັກ​ສະ​ເພາະ. ຊາວ​ເຜົ່າ​ມີ​ຄວາມນິຍົມ​ສີ​ຟ້າ ​ແລະ ສີດຳ. ​ໃນ​ແຜ່ນ​ແພ, ຊາວ​ເຜົ່າ​ K’ho ເຄີຍສ້າງ​ລວດລາຍ​ຢູ່​ຕາມ​​ເຊີງ​ຜ້າ, ​ເຮັດ​ໄດ້​ຄື​ແນວ​ນັ້ນ​ແມ່ນ​ຍາກ​ທີ່​ສຸດ. ຜູ້​ຕຳ່​ຜ້າ​ຕ້ອງ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ສຸດ​ກ່ຽວ​ກັບການປະກອບ, ວີ​ທີ​ຈັດ​ເສັ້ນ​ຕັ້ງ​ເສັ້ນ​ຂວາງ. ສິ່ງ​ດັ່ງກ່າວ​ພຽງ​ແຕ່​ຜູ້​ມີ​ຄວາມ​ຊຳນານ​ຈຶ່ງ​ເຮັດ​ໄດ້”.

          ປະຈຸ​ບັນ, ບັນດາ​ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ​ບໍ່​ໄດ້​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ຊີວິດ​ປະຈຳ​ວັນ. ​ແຕ່​ວ່າ​ໃນ​ການ​ພັດທະນາ​ຂອງ​ແຟຊັນ​ໃນຍຸກ​ປະຈຸ​ບັນ, ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ K’ho ​ຍັງຄົງ​ຮັກສາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ