ຊົນເຜົ່າ ມນົງ ຢູ່ໄຕງວຽນ


(vovworld) - ພ້ອມ​ກັບ​ຊົນເຜົ່າ, ​ເອ​ເດ, ຊົນເຜົ່າ​ ມ​ນົງ​ ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ທີ່ດຳລົງ​ຊີວິດໃນ​ເຂດ​ໄຕ​ງວຽນມາ​ແຕ່​ດົນ​ນານທີ່​ສຸດ, ທັງ​ແມ່ນ​ຊົນ​ເຜົ່າ​ທີ່​ຍັງ​ຮັກສາ​ ຮີດຄອງ​ປະ​ເພ​ນີ, ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອຫຼາຍ​ຢ່າງ​ໄວ້​​ໄດ້. ພາສາ​ຂອງ​ເຜົ່າ​ ມນົງ​ ແມ່ນ​ຖືກ​ຈັດ​ໃນ​ໝວດ​ພາສາ​ ມອນ - ຂະ​ແມ (ໝວດ​ພາສາ​ອາຊີ​​ໃຕ້). ​

ຊົນເຜົ່າ ມນົງ ຢູ່ໄຕງວຽນ - ảnh 1

ຊົນເຜົ່າ ມນົງ ຢູ່ໄຕງວຽນ

(ພາບອິນເຕີແນດ)

​ມ​ນົງ​ ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ຫວຽດນາມ, ດ້ວຍ​ພົນລະ​ເມືອງ​ປະມານ 103.000 ຄົນ, ທີ່ດຳລົງ​ຊີວິດ​ຢູ່​ຫຼາຍ​ແຂວງ​ໃນ​ເຂດ​ໄຕ​ງວຽນ ​ທາງ​ພາກ​ກາງ​ຫວຽດນາມ ຄື: ​ແຂວງດັກ​ລັກ, ດັກ​ນົງ, ບິ່ງ​ເຟືອ​ກ, ກວາງ​ນາມ, ​ເລິ​ມດົ່ງ… . ​ໃນ​ວົງ​ຄະນາ​ຍາດ​ຊົນ​ເຜົ່າ ​ມນົງ​ ກໍ່​ໄດ້​ແ​ບ່ງອອກ​ເປັນຫຼາຍ​ແຊງ​ທີ່​ອາ​ໄສ​ຢູ່​ທ້ອງ​ຖີ່​ນຕ່າງໆ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຊາວ​ເຜົ່າ​ ມ​ນົງ​ ດຳລົງ​ຊີວິດ​ຫຼາຍ​ທີ່​ສຸດ​ຢູ່​ບັນດາ​ເມືອງ​ທີ່​ຂຶ້ນ​ກັບ​ແຂວງ​ດັກ​ລັກ ​ແລະ ດັກ​ນົງ. ທ່ານ​ນາງ ​ເລືອ​ງ​ແທງ​ເຊີນ, ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

ຊາວ​ເຜົ່າ​ ມນົງ​ ຢູ່​ດັກ​ລັກ ອາ​ໄສ​ຫຼາຍ​ກວ່າ​ໝູ່​ຢູ່​ບ້ານ​ດົນ, ​ເມືອງ​ລັກ, ກຣົງ ບົງ . ​ໃນ 3 ​ເມືອງ​ດັ່ງກ່າວ, ​ເມືອງ​ດົນ​ ມີ​ຊາວ​ເຜົ່າ ມນົງ ບູ​ເດິ​ງ. ຢູ່​ເມືອງ ກຣົງບົງ ມີ​ຊາວ​ເຜົ່າ ມນົງ​ເກ​ກ, ​ເມືອງ​ລັກ​ ມີ​ຊາວ​ເຜົ່າ ມນົງ ປຣົງ, ມນົງ ກາ, ສ່ວນ​ຊາວ​ເຜົ່າ ມນົງ ປ​​ເຣ ​ແມ່ນອາ​ໄສ​ຢູ່​ເມືອງ​ດັກ​ມິນ ຫຼື ຊາວ​ເຜົ່າ ມນົງ ນໍ, ມນົງ ປ​ເຣິງ ​ອາ​ໃສຢູ່​ບາງ​ເມືອງ​ຂອງ​ແຂວງ​ດັກ​ນົງ

ຊົນເຜົ່າ ມນົງ ຢູ່ໄຕງວຽນ - ảnh 2

ຊົນເຜົ່າ ມນົງ ຢູ່ໄຕງວຽນ

(ພາບອິນເຕີແນດ)

​ໃນ​ວົງ​ຄະນາ​ຍາດ, ຊາວ​ເຜົ່າ ມນົງ ​ດຳລົງ​ຊີວິດ​​ເຕົ້າ​ໂຮມ​ກັນ​ຢູ່​ບອນ (ບ້ານ) ​ຕ່າງໆ. ​ແຕ່​ລະ​ບອນ​ມີ​ຫຼາຍ​ຄອບຄົວ​. ລະບອບ​ມານ​ດາ​ສິດທິ​ລາດ​ຍັງ​ຄົງ​ຮັກສາ​ໄວ້​ໃນ​ການ​ພົວພັນ​ຢູ່ບອນ. ​ແຕ່ລະ​ບອນ​ຂອງ​ຊາວ​ເຜົ່າ ມນົງ​ ມີ​ນັບ​ສິບ​ຄອບຄົວ ​ແລະ ອີງ​ຕາມ​ແຕ່ລະ​ເຂດ, ​ແຕ່ລະ​ແຊງ ຊາວ​ເຜົ່າ ມນົງ​ ຈະກໍ່ສ້າງ​ເຮືອນຊູ​ດິນ ຫຼື​ເຮືອນຮ້ານ​, ເຮືອນຊູ​ດິນມຸງ​ດ້ວຍ​ຫຍ້າ, ພື້ນ​ດິນ ​ແມ່ນ​ບ່ອນຢູ່​ອາ​ໄສ​ຂອງ​ຂອງ​ຊາວ​ເຜົ່າ ມນົງ ກາ, ມນົງ ປ​ເຣ, ມນົງ ປ​ເຣິງ​ເປັນ​ຕົ້ນ… ສ່ວນ​ເຮືອນຮ້ານ​ມີ​ພື້ນ​ທີ່​ຕຳ່, ​ແມ່ນ​ທີ່ຢູ່​ອາ​ໄສ​ຂອງ​ຊາວ​ເຜົ່າ ມນົງ ​ເກ​ກ, ມນົງ ຈິນ, ມນົງ ບຮຽດ… ສະ​ເພາະ​ຊົນ​ເຜົ່າ ມນົງ ຣ​ເລິ​ມ ຢູ່​ເຂດ​ໜອງ​ລັກ ພັດ​ກໍ່ສ້າງ​ເຮື​ອນຮ້ານ​ພື້ນ​ທີ່​ສູງ​ຕາມ​ແບບ​ສະຖາປັດຕະຍະກຳ​ຂອງ​ຊາວ​ເຜົ່າ​ເອ​ເດ. ​ເຖິງ​ວ່າ​ຈະ​ແມ່ນ​ເຮື້ອນ​ຮ້ານ ຫຼື​ເຮືອນ​ຊູ​ດິນ ກໍ່​ລ້ວນ​ແຕ່​ມຸງ​ດ້ວຍ​ຫຍ້າ ​ແລະ ​​ເຮັດ​ດ້ວຍ​ໄມ້​​ເຮ້ຍ, ​ໄມ້. ຊາວ​ເຜົ່າ ມນົງ​ ເຄີຍ​ປຸກ​ສ້າງ​ເຮືອນ​ຢູ່​ບ່ອນ​ທີ່​ຮາບ​ພຽງ, ຕາມ​ຮ່ອມ​ພູ ​ແລະ ​ໃກ້​ກັບ​ແມ່​ນຳ້, ຫ້ວຍ​ນຳ້, ໜອງ…

ຊົນເຜົ່າ ມນົງ ຢູ່ໄຕງວຽນ - ảnh 3

ຊົນເຜົ່າ ມນົງ ຢູ່ໄຕງວຽນ

(ພາບອິນເຕີແນດ)

ນັບ​ແຕ່​ກີ້​ແຕ່​ກ່ອນ, ຊາວ​ເຜົ່າ ມນົງ ​ດຳລົງ​ຊີວິດ​​ໃກ້ຊິດຕິດ​ພັນ​ກັບ​ທຳ​ມະ​ຊາດ, ​ແລະ ມີ​ອາຊີບ​ລ່າ​ເນື້ອ, ລ້ຽງ​ດູຊ້າງປ່າ​ໃຫ້​ກາຍ​ເປັນພາຫະນະ​ຂົນ​ສົ່ງ, ຮັບ​ໃຊ້​ການ​ຜະລິດ, ຊາວ​ເຜົ່າ ມນົງ​ ສ່ວນ​ຫຼາຍ​ແມ່ນ​ປູກ​ເຂົ້ານາໄຮ່​, ​ແຕ່​ກໍ່​ມີ​ຊາວ​ເຜົ່າ ມນົງ​ທີ່​ດຳລົງ​ຊີວິດຢູ່​ແຄມ​ແມ່​ນ້ຳ, ໜອງ, ຫ້ວຍພັດ​ປູກ​ເຂົ້ານາ​ທາມ​ເປັນ​ຕົ້ນ. ທ່ານ​ ອາມາ​ຟອງ, ຊາວ​ເຜົ່າ ມນົງ ຣ​ເລິມ ຢູ່​ເມືອງ​ລັກ, ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ ມນົງ​ ຢູ່​ທີ່​ນີ້​ ຄື: ມນົງ ຮ​ເລິ​ມ, ​ມນົງ ກາ, ມນົງ​ຈີນ, ມນົງ ປ​ແຣ.. ດຳລົງ​ຊີວິດ​ດ້ວຍ​ອາຊີບ​ປູກ​ເຂົ້ານາ​ທາມ.. ​ໃນ​ເມື່ອ​ກ່ອນ​, ຊາວ​​ເຜົ່າ ມນົງ ຮ​ເລິ​ມບໍ່​ເຮັດ​ໄຮ່, ຍ້ອນດຳລົງ​ຊີວິດ​ຢູ່​ແຄມ​ແມ່​ນ້ຳ, ​ເຂົາ​ເຈົ້າ​ຈຶ່ງ​ປູກ​ເຂົ້ານາ​ທາມ, ຫາ​ປາ ​ແລະ ລ່າ​ເນື້ອ. ສ່ວນ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ ມນົງ​ ຢູ່​ທີ່​ນີ້​ຄ້າຍຄື​ກັນ​ກັບ​ຊາວ​ເຜົ່າ​ເອ​ເດ​ຄືໃນ​ການສ້າງ​ເຮືອນຮ້ານ, ການ​ບູຊາ ​ແລະ ຕີ​ຄ້ອງ, ພຽງ​ແຕ່​ຕ່າງຫາກ​ດ້ານ​ພາສາ​ເທົ່າ​ນັ້ນ.

ຊົນເຜົ່າ ມນົງ ຢູ່ໄຕງວຽນ - ảnh 4

ທ່ານ​ ອາມາ​ຟອງຜູ້ນັ່ງຢູ່ເບື້ອງຂວາ

(ພາບອິນເຕີແນດ)

        ຕາມ​ຮີດຄອງ​ຂອງ​ຊາວ​ເຜົ່າ ມນົງ​ກາ​ ແລ້ວ, ພາຍຫຼັງ​ລະດູ​ການ​ເກັບ​ກ່ຽວ, ບັນດາ​ບອນ (ບ້ານ) ກໍ່​ຈັດ​ຕັ້ງ​ງານ​ບຸນ​ຮອບ​ວຽນ​ແຫ່ງ​ຊີວິດ​ຂອງ​ຄົນ, ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ບັນດາ​ເທວະ​ດາ​ຟ້າ​ແຖນ, ບັນພະບຸລຸດທີ່​ໄດ້​ບັນດານ​ໃຫ້​ເຂົາ​ເຈົ້າ​ມີ​ເຂົ້າ​ເຕັມ​ກະຖາງ, ມີ​ໝູ, ງົວ​ເຕັມ​ຄອກ. ງານ​ບຸນ​ແທງ​ຄວາຍ​ແມ່ນ​ງານ​ບຸນປະ​ເພນີ ​​ທີ່ຊາວ​ເຜົ່າ ມນົງ ​ຖື​ເປັນ​ສຳຄັນ​ທີ່​ສຸດ.

        ​ໃນ​ງານ​ບຸນ​ຕ່າງໆ​ຂອງ​ຊາວ​ເຜົ່າ ມນົງ, ງານ​ແຕ່ງດອງ​ ​ກໍ່​ໄດ້​ຮັບ​ຖືວ່າ​ເປັນ​ສຳຄັນ. ສ່ວນ​ປະ​ເພນີ ສູ່ຂໍ​ຜົວ (ຕາມ​ລະບອບ​ມານ​ດາ​ສິດທິ​ລາດ) ຂອງຊົນ​ເຜົ່າ ມນົງ​ກາ ​ໃນ​ປະຈຸ​ບັນ​ບໍ່​ມີ​ອີກ ແລ້ວ, ​ແທນ​ທີ​ນັ້ນ​ແມ່ນ​ພິທີ ສູ່ຂໍ​​ເມຍ​.. ​ເບິ່ງ​ລວມ​ແລ້ວ, ຊາວ​ເຜົ່າ ມນົງ ມີ​ພື້ນຖານ​ວັດທະນະທຳ ສິລະ​ປະ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊົນ​ເຜົ່າ. ​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າ ມນົງ ດ້ວຍ​ຊຸດ​ຄ້ອງ, ປີ່, ​ເຂົາ​ຄວາຍ, ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ພູຜາ​ປ່າ​ໄມ້​ໄຕ​ງວຽນ​ຍັງ​ຄົງ​ໄດ້ຮັບ​ການ​ຮັກສາ​ໄວ້​ຈົນ​ຮອດ​ປະຈຸ​ບັນ. ດ້ວຍ​ຄຸນຄ່າ​ວັດທະນະທຳ​ພິ​ເສດສະ​ເພາະ​ຂອງ​ຕົນ, ຊາວ​ເຜົ່າ ມນົງ ​ໄດ້ ​ແລະ ພວມ​ປະກອບສ່ວນ​​ພ້ອມ​ກັບ​ປະຊາ​ຄົມ 54 ຊົນ​ເຜົ່າ​ອ້າຍ​ນ້ອງ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ