ຊົນເຜົ່າຢ້າວຢູ່ຫວຽດນາມ


(vovworld) - ຊາວ​ເຜົ່າ​ຢ້າ​ວຍັງ​ມີ​ຊື່​ອີ້​ນທີ່​ແຕກ​ຕ່າງ​ກັນ​ເຊັ່ນ: ດົງ, ຈ້າຍ, ຢີ່ວມ່ຽນ, ກິມມ່ຽນ... ​ໂດຍ​ແມ່ນ​ຊົນ​ເຜົ່າ​ທີ່​ມີ​ຈຳນວນ​ພົນລະ​ເມືອງ​ຫຼາຍ​ອັນ​ດັບ 9 ​ໃນ​ຈຳນວນ 54 ຊົນ​ເຜົ່າ​ຢູ່​ຫວຽດນາມ ດ້ວຍ​ເກືອບ 1 ລ້ານ​ຄົນ. ຊາວ​ເຜົ່າ​ຢ້າ​ວອາ​ໄສ​ຢູ່​ບັນດາ​ບ້ານ​ໃນ​ເຂດ​ພູດ​ອຍທາງ​ພາກ​ເໜືອ​ຄື​ແຂວງ​ກາວ​ບັ່ງ, ຮ່າ​ຢາງ, ລາວ​ກາຍ, ອຽນ​ບ໋າ​ຍ, ລາຍ​ເຈົາ, ຕວຽນ​ກວາງ... ​ແລະ ບາງ​ແຂວງ​ໃນ​ເຂດ​ພູ​ພຽງ​ຄື: ຟູ໋ທໍ້, ວິ້ງ​ຟຸກ, ຮ່ວາ​ບິ່ງ.

ຊົນເຜົ່າຢ້າວຢູ່ຫວຽດນາມ - ảnh 1

ສາວເຜົ່າຢ້າວແດງຢູ່ຫວຽດນາມ
(ພາບ: ອິນເຕີແນດ)

        ຢູ່​ຫວຽດນາມ, ຊາວ​ເຜົ່າ​ຢ້າ​ວອາ​ໄສ​ຕົ້ນຕໍ​ຢູ່​ບັນດາ​ແຂວງ​ທາງ​ພາກ​ເໜືອ ​ແລະ ຫວ່າງ​ແລ້ວ​ນີ້​ມີ​ຈຳນວນ​ໜ້ອຍ​ຍ້າຍ​ໄປ​ອາ​ໄສ​ຢູ່​ເຂດ​ໄຕ​ງວຽນ... ຊາວ​ເຜົ່າ​ຢ້າວປະກອບ​ດ້ວຍ​ຫຼາຍ​ແຊງທີ່​ແຕກ​ຕ່າງ​ກັນ, ​ເຊິ່ງ​ໄດ້​ຮັບ​ການ​ແບ່ງ​ອອກ​ຕາມ​ເຂດ. ຊື່​​ເອີ້​ນຂອງ​ບັນດາແຊງດັ່ງກ່າວແມ່ນ​ອີງ​ໃສ່​ຫຼາຍ​ປັດ​ໃຈ, ບໍ່​ພຽງ​ແຕ່​ຮີດຄອງ, ປະ​ເພນີ​ເທົ່າ​ນັ້ນ, ຫາກ​ອີງ​ໃສ່​ເຄື່ອງນຸ່ງ ​ແລະ ບັນດາ​ຈຸດ​ພິ​ເສດ​ອື່ນໆ​ອີກ​ດ້ວຍຄື: ​ເຜົ່າ​ຢ້າ​ວ​ແດງ (ຢ້າ​ວສຶ່ງ, ຢ້າ​ວດ້າຍ​ບານ...); ຢ້າ​ວ​​ເກວິ່ນຈາດ (ຢ້າ​ວ​ເຊີນ​ເດົ່າ, ຕາມ​ດາວ, ງາ​ຮ່ວາງ...); ຢ້າວ​ໂລກາ (​ແທງ​ຟ໋ານ, ກອກ​ມູນ); ຢ້າ​ວຕ໋ຽນ (ຢ້າ​ວ​ແຢວຕ່ຽນ, ຕຽວບານ); ຢ້າ​ວ​ເກ​ວິ່ນຈັ໋ງ (ຢາ​ວຫໍ້); ຢ້າ​ວ​ແທງ​ອີ; ຢ້າ​ວລ່າ​ນ​ແຕ໋ນ (ຢູ່​ຕວຽນ​ກວາງ ​ນຸ່ງ​ເສື້ອ​ຍາວ). ຊຸດ​ອາພອນ​ຂອງ​​ຜູ້ຍິງ​ຊາວ​ເຜົ່າ​ຢ້າ​ວ​ແມ່ນ​ເສື້ອ, ອ້ຽມ, ຂາ​ພັນ​​ແພ​, ພ້ອມ​ກັບ​ເຄື່ອງ​ສຳອາງ​ດ້ວຍ​ຄຳ, ​ເງິນ, ​ແພ​ພັນ​ຫົວ... ສ່ວນ​ເຄື່ອງ​ນຸ່ງ​ຂອງ​ຜູ້​ຊາຍ​ແມ່ນ​ເສື້ອ​ສັ້ນ, ​ຖືກແຍກ ​ແລະ ​ໃສ່​ກະດູມ​ຢູ່​ໜ້າ​ອົກ. ດຣ. ຫວໍ​ມາຍ​ເຟືອງ, ສະ​ຖາ​ບັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ສຳລັບເຜົ່າ​ຢ້າ​ວ​ແດງ, ​ຊຸດ​ອາພອນຂອງ​ຜູ້ຍິງສ່ວນ​ຫຼາຍ​ແມ່ນ​ມີ​ສີ​ແດງ, ນັບ​ແຕ່​ໂສ້ງ​ເສື້ອ, ສິ້ນ ຕະຫຼອດ​ຮອດ​ຜ້າພັນ, ສາຍ​ແອວ. ດັ່ງ​ນັ້ນ​ເມື່ອ​ເຫັນ​ຊຸດ​ອາພອນ​ມີ​ສີ​ແດງ​ເປັນ​ຕົ້ນ​ກໍ່​ສາມາດ​ຈຳ​ແນ​ກ​ໄດ້​ວ່າ​ນັ້ນ​ແມ່ນ​ເຜົ່າ​ຢ້າ​ວ​ແດງ. ສ່ວນ​ຢ້າ​ວຕ່ຽນ ​ແມ່ນ​ແຊງໜຶ່ງດຽວ​​ໃນ​ຈຳນວນ​​​ 7 ແຊງທີ່​ນຸ່ງ​ສິ້ນ. ສຳລັບ​ແຊງອື່ນໆ​​ແມ່ນເຄີຍ​ນຸ່ງ​ໂສ້ງ​ເສື້ອ. ​ເຜົ່າຢ້າ​ວ​ເກ​ວິ່ນຈາດ (​ເຊີນ​ເດົ່າ) ມີ​ຈຸດ​ພິ​ເສດ​ສະ​ເພາະ​ນັ້ນ​ແມ່ນ​ຜູ້ຍິງ​ຕັດ​ຜົມ​​ເປັນ​ຫົວ​ໂລ້ນ ​ແລ້ວ ທານຳ້ສີ ​ແລະ ​ໃຊ້​ຜ້າພັນ​ຫົວ. ສຳລັບ​​ຢາ​ວ​​ເກ​ວິ່ນ ຈັ໋ງພຽງ​ແຕ່​ນຸ່ງ​​ໂສ້ງ​ສີຂາວ​ເທົ່າ​ນັ້ນ“.

ຊົນເຜົ່າຢ້າວຢູ່ຫວຽດນາມ - ảnh 2
ເຜົ່າຢ້າວແດງຢູ່ຫວຽດນາມ
(ພາບ: ອິນເຕີແນດ)

        ມາ​ຮອດ​ປະຈຸ​ບັນ, ​ເຜົ່າ​ຢ້າ​ວ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຜົ່າ​ຍັງ​ຄົງ​ຮັກສາ​ສີສັນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ​ໄວ້​ໄດ້, ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່ສະ​ແດງ​ອອກ​ຜ່ານ​ຊຸດ​ອາພອນ​ເທົ່າ​ນັ້ນ, ຫາກ​ຍັງ​ຜ່ານ​ພາສາປາກເວົ້າ. ຊົນ​ເຜົ່າ​ຢ້າ​ວຖືກ​ແບ່ງ​ອອກ​ເປັນ​ຫຼາຍ​ແຊງທີ່​ແຕກ​ຕ່າງ​ກັນ ​ແຕ່​ພາສາ​ຂອງ​ເຂົາ​ເຈົ້າ​ພັດ​ເປັນ​ເອກະ​ພາບ​ກັນ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າງ​ວົງ​ຄະນາ​ຍາດ​ເຜົ່າ​ຢາ​ວນຳ​ກັນ. ຊາວ​ເຜົ່າ​ຢ້າ​ວດຳລົງ​ຊີວິດ​ຢູ່​ຫຼາຍ​ເຂດ, ພາກ ​ແຕ່​ການ​​ເຄື່ອນ​ໄຫວ​​ໃນ​ວົງ​ຄະນາ​ຍາດຍັງ​ຮັກສາ​ສີສັນ​ສະ​ເພາະ​​ໄວ້ຢູ່, ພິ​ເສດ​ແມ່ນ​ຮີດຄອງ​ປະ​ເພນີ, ການ​ສົມລົດ. ​ເມື່ອ​ໃຫ້​ລູກ​ສ້າງ​ຄອບຄົວ, ຊາວ​ເຜົ່າ​ຢາ​ວມັກ​ໃຫ້​ລູກ​​ເອົາຜົວ, ​ເມຍ​ໃນ​ວົງ​ຄະນາ​ຍາດ​. ນີ້​ແມ່ນ​ວິທີ​ເພື່ອ​ໃຫ້​ຊາວ​ເຜົ່າ​ຢ້າ​ວຮັກສາ​ພາສາ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ຕົນ. ພ້ອນກັນ​ນັ້ນ, ວັດທະນະທຳ​ແຫ່ງ​ຈິດ​ວີນຍານ​ກໍ່​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ​ຢ້າ​ວ, ​ເຊິ່ງສະ​ແດງ​ອອກ​ຜ່ານ​ພິທີ​ໄຫວ້​ບູຊາ. ດຣ. ມາຍ​ເຟືອງ, ​ໃຫ້​ຮູ້​ວ່າ:

        ”​ເລື່ອງ​ສືບ​ທອດ​ອາຊີບໝໍຜີແມ່ນ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ​ຢ້າ​ວ. ​ເມື່ອ​ສືບ​ທອບ​ອາຊີບໝໍ​ຜີ​ ​ຕ້ອງ​ອ່ານ​ອອກ​ຂຽນ​ເປັນ​ພາສາ​ຢາ​ວບູຮານ. ​ເລື່ອງ​ຮຽນ​ພາສາຢາ​ວບູຮານກໍ່​ແມ່ນ​ຮູບ​ການ​ຮັກສາ​ຕົວ​ໜັງສື ​ແລະ ສຽງ​ເວົ້າ​ຂອງ​ເຂົາ​ເຈົ້າ. ​ແຕ່ລະ​ປີ, ຊາວ​ເຜົ່າ​ຢ້າ​ວມີ​ຫຼາຍ​ງານ​ບຸນ. ​ໃນ​ງານ​ບຸນ​ເຂົາ​ເຈົ້າເຄີຍ​ຂັບ​ກ້ຽວ​ດ້ວຍ​ພາສາ​ຂອງ​ຕົນ. ນີ້​ກໍ່​ແມ່ນ​ວິທີເພື່ອ​ໃຫ້​ຊາວ​ເຜົ່າ​ຢ້າ​ວ​ອະນຸລັກຮັກສາພາສາຂອງ​ຕົນໄວ້”.

ຊົນເຜົ່າຢ້າວຢູ່ຫວຽດນາມ - ảnh 3

(ພາບ: ອິນເຕີແນດ)

        ​ເພື່ອ​ຮັກສາ​ພາສາ​ຢ້າ​ວ​ໄວ້​ໃນ​ວົງ​ຄະນາ​ຍາດ, ບັນດາ​ຜູ້​ເຖົ້າ ຜູ້​ແກ່​ໃນ​ບ້ານ​ໄດ້​ສອນ​ໃຫ້​ລູກ​ຫຼານ​ວິທີ​ຂຽນ ​ແລະ ອ່ານ​ປື້​ມ​ເກົ່າ​​ເປັນ​ພາສາ​ຢ້າ​ວ. ບັນດາ​ປື້​ມ​ເກົ່າ​ນີ້​ເກືອບ​ຄື​ວ່າ​ຄອບຄົວຊາວ​ເຜົ່າ​ຢ້າ​ວ​ໃດກໍ່​ມີ. ສຳລັບເຜົ່າ​ຢ້າ​ວຫໍ້​ແມ່ນ​ດຳລົງ​ຊີວິດ​ຢູ່ຕິດ​ກັບ​ເຂດ​ທົ່ງພຽງ ​ແລະ ​ເຄີຍ​ພົວພັນ​ກັບ​ຊາວ​​ເຜົ່າກິ​ງ ​ຫຼື​ ຊົນ​ເຜົ່າ​ອື່ນໆ​ເປັນ​ປະຈຳ. ບັນດາ​ແຊງ​ໃນຊົນ​ເຜົ່າ​ຢ້າ​ວ ​ ​ກໍ່​ສາມາດ​ເວົ້າ ​ແລະ ​ເຂົ້າ​ໃຈ​ພາສາ​ຂອງ​ກັນ​ໄດ້. ​ແຕ່​ດ້ວຍຫຼາຍ​ວິທີ​, ເຜົ່າ​ຢາ​ວຫໍ້ຍັງ​ຄົງ​ຮັກສາ​ພາສາ​ຕົນ​​ໄວ້ໄດ້. ລຸງ ບ່ານ​ວນຊາງ, ຊາວ​ເຜົ່າ​ຢ້າ​ວຫໍ້, ຕາ​ແສງ​ເຊີນ​ຮ່າ, ​ເມືອງ​ບາ​ວທັ໋ງ, ​ແຂວງລາວ​ກາຍ​, ໃຫ້​ຮູ້​ວ່າ:

        ”ລູກ​ຫຼານ​ໃນ​ວົງ​ຕະກຸນ​ມີ​ແຕ່​ສ້າງ​ຄອບຄົວ​ກັບ​ຊາວ​ເຜົ່າ​ຢ້າ​ວ​ເທົ່າ​ນັ້ນ. ​ເຖິງ​ວ່າ​ເຂົາ​ເຈົ້າ​ສາມາດ​ເວົ້າ​ພາສາ​ກິ​ງຈະ​ແຈ້ງ​ທີ່​ສຸດກໍ່ຕາມ, ​ແຕ່​ເມື່ອ​ກັບ​ເມືອ​ຄອບຄົວ​ເຂົາ​ເຈົ້າພຽງ​ແຕ່​ເວົ້າພາສາ​ຢາ​ວ​ເທົ່າ​ນັ້ນ. ປະຈຸ​ບັນ​ມີ​ຫຼາຍ​ຄົນ​ໃນ​ບ້ານ​ຢາກ​ຮຽນ​ພາສາ​ຢ້າ​ວທີ່​ສຸດ. ​ໃນ​ຄອບຄົວ​ຂ້າພະ​ເຈົ້າ, ຜູ້​ໃດ​ກໍ່​ຮູ້​ພາສາ​ຢ້າ​ວ. ຮອດ​ບຸນປີ​ໃໝ່​ຂອງ​ຊາວ​ເຜົ່າ​ຢ້າ​ວ, ທັງ​ຄອບຄົວ​​ນັບແຕ່​ຜູ້​ເຖົ້າຜູ້​ແກ່​ຕະຫຼອດ​ຮອດ​ເດັກນ້ອຍ​ເຄີຍ​ນັ່ງ​ອ້ອມ​ກັນ​ເພື່ອ​ອ່ານ​ປື້​ມ​ເກົ່າ​ເປັນພາສາ​ຢ້າ​ວ. ດັ່ງ​ນັ້ນ​ໃນ​ຄອບຄົວ​ຂ້າພະ​ເຈົ້າ​, ທຸກ​ຄົນ​ຕ່າງ​ກໍ່​ອ່ານ​ອອກ​ຂຽນ​ເປັນ​ພາສາ​ຢ້າ​ວ​ໄດ້”.

        ປະຈຸ​ບັນ, ສັງຄົມ​ນັບ​ມື້​ນັບ​ພັດທະນາ, ​ໄດ້​ສົ່ງ​ຜົນ​ສະທ້ອນ​ສ່ວນ​ໃດ​ສ່ວນ​ໜຶ່ງ​ເຖິງ​ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ແຕ່​ຊາວ​ເຜົ່າ​ຢ້າ​ວຍັງ​ຄົງ​ຮັກສາ​ພື້ນຖານ​ວັດທະນະທຳ​ທີ່​ອຸດົມສົມ​ບຸນ ​ແລະ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ໄດ້. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ອະນຸລັກ​ຮັກສາ ​ແລ ​ເສີມ​ຂະຫຍາຍ​ຄູນ​ຄ່າວັດທະນະທຳ​ໃນ​ປະຊາ​ຄົມ 54 ຊົນ​ເຜົ່າ​ຂອງ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ