ຊົນເຜົ່າເມື່ອງ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະ


(vovworld) -​ໃນ​ວົງ​ຄະນາ​ຍາດ 54 ຊົນ​ເຜົ່າ​ຫວຽດນາມ, ຊົນ​ເຜົ່າ​ເມື່ອ​ງ (ຍັງ​ມີ​ຊື່ວ່າ Mol, Mual, Moi)ມີ​ພົນລະ​ເມືອງ​ກວ່າ 1 ລ້ານ​ຄົນ. ຊົນ​ເຜົ່າ​ເມື່ອ​ງດຳລົງ​ຊີວິດ​ຢູ່​ຫຼາຍ​ແຂວງ​ທາງ​ພາກ​ເໜືອ​ຫວຽດນາມ. ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ເຕົ້າ​ໂຮມ​ຢູ່​ແຂວງ​ຮ່ວາ​ບິ່ງ ​ແລະ ບາງ​ເມືອງ​ໃນ​ເຂດ​ພູ​ສູງ​ຂອງ​ແຂວງ​ແທງ​ຮ໋ວາ. ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ເມື່ອ​ງຕິດ​ພັນ​ກັບ​ພື້ນຖານ​ວັດທະນະທຳ​ຮ່ວາ​ບິ່ງ​ທີ່​ມີ​ມາ​ກ່ອນ​ນີ້​ກວ່າ​ໝື່ນ​ປີ. 

ຊົນເຜົ່າເມື່ອງ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະ - ảnh 1

ເຮືອນຮ້ານຂອງຊົນເຜົ່າເມື່ອງ
(ພາບ: ອິນເຕີແນດ)

ຊົນ​ເຜົ່າ​ເມື່ອ​ງມີ​ໝວດ​ພາສາ ຫວຽດ - ​ເມື່ອ​ງ ​​ແລະ ດຳລົງ​ຊີວິດ​ແບບ​ຄົງ​ທີ່ຢູ່​ເຂດ​ພູດ​ອຍ, ບ່ອນ​ມີ​ທີ່​ດິນ​ທຳ​ການ​ຜະລິດ​ຢ່າງ​ຫຼວງ​ຫຼາຍ, ທັງ​ມີ​ທາງ​ຄົມມະນາຄົມ​ທີ່​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ທຳ​ມາ​ຫາ​ກິນ. ຊາວ​ຊົນ​ເຜົ່າ​ເມື່ອງ​ມີ​ມູນ​ເຊື້ອ​ເຮັດ​ນາ ​ແລະ ປູກ​ເຂົ້ານາ​ທາມ​ເປັນ​ຕົ້ນ. ​ມາ​ຢ້ຽມຢາມ​ໝູ່​ບ້ານ​ຂອງ​ຊົນ​ເຜົ່າ​ເມື່ອ​ງ​ພວກ​ເຮົາ​ຈະ​ເຫັນ​ບັນດາເຮືອນຮ້ານທີ່​ຕັ້ງ​ຢູ່​ເນີນ​ພູ, ຢູ່​ອ້ອມ​ແມ່ນ​ຕົ້ນ​ໄມ້​ທີ່​ຂຽວ​ອຸ່ມ​ທູ່​ມທັງ​ສີ່​ລະດູ. ຊາວ​ເຜົ່າ​ເມື່ອງ​ມີ​ປະ​ເພນີ​ສະ​ເພາະ​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ ກໍ່​ຄື​ໃນ​ການ​ອອກ​ແຮງ​ງານ, ທຳ​ການ​ຜະລິດ, ​ເຂົາ​ເຈົ້າ​ທັງ​ປູກ​ເຂົ້າ, ທັງ​ເຮັດ​ໄຮ່, ລ້ຽງສັດ.

​ເຄື່ອງນຸ່ງ​ຂອງ​ຂອງ​ຊາວ​ເຜົ່າ​ເມື່ອ​ງກໍ່​ມີ​ຈຸດ​ພິ​ເສດສະ​ເພະ, ຜູ້​ຊາຍ​​ນຸ່ງ​ເສື້ອ​ຄໍ​ມົນ, ມີ​ຖົງ​ຢູ່​ໜ້າ​ເອິກ​ເບື້ອງ​ຊ້າຍ ​ແລະ ຢູ່ຕີນເສື້ອ. ​ນຸ່ງ​ໂສ້ງ​ຂາ​​ກວ້າງ ​​ໃຊ້ຜ້າ​ມັດ​​ແອວ, ​ຕັດຜົມ​ສັ້ນ ​ແລະ ຄຽນຫົວ​ດ້ວຍ​ຜ້າ​ພັນສີຂາວ. ​ເມື່ອ​ມີ​ງານ​ບຸນ​ຫຼື​ບຸນປີ​ໃໝ່, ຜູ້​ຊາຍ​ຊົນ​ເຜົ່າ​ເມື່ອ​ງ​ເຄີຍ​ນຸ່ງ​ເສື້ອ​​ແພໄໝສີ​ອິດ​ຫຼື​ສີ​ເຫຼືອງ, ຜ້າພັນ​ຫົວສີ​ອິດ​​ແກ່​ ​ແລະ ນຸ່ງ​ເສື້ອ​ຄຸມ​ສີ​ແດງ​ຍາວ​ເຖິງ​ຫົວ​ເຂົ່າ, ​ໃສ່​ກະ​ດູມ​ຢູ່​ຂີ້​ແຮ້ ຫຼື​ ຂ້າງ​ເສື້ອ​ເບື້ອງ​ຂວາ. ອ້າຍ ​ແກວກ​ວັນ​ເຊື໋ອງ (Quach Van Suong), ຢູ່​ບ້ານ​ວໍ໋ຢໍ່, ຕາ​ແສງ​ເຍິນ​ເງັ້ຍ, ​ເມືອງ​ລາກ​ເຊີນ, ​ແຂວງ​ຮ່ວາ​ບິ່ງ, ​ໃຫ້​ຮູ້​ວ່າ:

“ນັບ​ແຕ່​ເວລາ​ຍັງ​ນ້ອຍ, ພວກ​ຂ້າພະ​ເຈົ້າ​ໄດ້​ສືບ​ທອດ​ສີສັນ​ວັດທະນະທຳຂອງ​ຊົນ​ເຜົ່າ​ເມື່ອງ​ຜ່ານ​ຊຸດ​ອາພອນ​ປະຈຳ​ເຜົ່າຄື​ແນວ​ນີ້. ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້າ​ມັກ​ນຸ່ງ​ທີ່​ສຸດ, ບໍ່​ພຽງ​ແຕ່​ໃນ​ຊີວິດ​ປະຈຳ​ວັນ​ເທົ່າ​ນັ້ນ, ຫາກ​ໃນ​ໂອກາດ​ວັນ​ບຸນ​ອີກ​ດ້ວຍ. ຕ້ອງ​ນຸ່ງ​ເພື່ອ​ໃຫ້​ລູກ​ຫຼານ​​ໃນ​ພາຍ​ພາກ​ໜ້າ​ກໍ່ຮັກສາສີສັນ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ເມື່ອ​ງ​ໄວ້ “.

​ໃນ​ຂະນະ​ນັ້ນ, ຜູ້ຍິງ​ເຄີຍ​ນຸ່ງ​ເສື້ອ​ສັ້ນ, ​​ເສື້ອແຂນຍາວ​ສີ​ໝາກກະ​ເບົາ, ຫຼື​ສີຂາວ, ນຸ່ງ​ອ້ຽມສີຂາວທາງ​ໃນ, ຫົວ​ກໍ່ຄຽນ​ຜ້າສີຂຽວ​ຫຼື​ສີຟ້າ​ແບບ​ງ່າຍດາຍ​ຄື​ຊົນ​ເຜົ່າ​ອື່ນໆ. ສ່ວນ​ສິ້ນ​ສີ​ດຳ. ຈຸດ​ພິ​ເສດ​ໃນ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ເມື່ອ​ງນັ້ນ​ແມ່ນບັນດາ​ລວດລາຍ​ທີ່​ສວຍ​ງາມທີ່​ພົ້ນ​ເດັ່ນຢູ່​ຫົວ​ສິ້ນ ​ແລະ ສາຍ​ຮັດແອວ . ​ເອື້ອຍ​ແກວກ​ທິລານ (Quach Thi Lan), ຢູ່​ຕາ​ແສງ​ເຍິງ​ເງ້ຍ, ​ເມືອງ​ລາກ​ເຊີນ, ​ແຂວງ​ຮ່ວາ​ບິ່ງ, ​ໃຫ້​ຮູ້​ວ່າ: ມີ​ລວດລາຍ​ເກືອບ 40 ​ແບບ​ທີ່​ປະດັບ​ປະດາ​ໃນ​ຊຸດ​ອາພອນຂອງ​ຊົນ​ເຜົ່າ​ເມື່ອ​ງ, ພິ​ເສດ​ຮູບ​ພາບ​ໂຕ​ມັງກອນ​ແມ່ນ​​ໄດ້​ຮັບ​ຄວາມ​ນິຍົມ​ກວ່າ​ໝູ່.

ຊົນເຜົ່າເມື່ອງ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະ - ảnh 2
ຊຸດອາພອນຂອງແມ່ຍິງຊົນເຜົ່າເມື່ອ
(ພາບ: ອິນເຕີແນດ)

ຊາວ​ຊົນ​ເຜົ່າ​ເມື່ອ​ງມີ​ສາງ​ວັດທະນະທຳ ສິລະ​ປະ​ພື້ນ​ເມືອງ​ທີ່​ອຸດົມສົມບູນ, ດ້ວຍ​ຫຼາຍປະ​ເພດ​ຄື: ບົດ​ກອນ​ຍາວ, ​ເລື່ອງ​ບູຮານ, ​ເພງ​ພື້ນ​ເມືອງ, ຂັບ​ວີ໋ຢຳ້, ຄຳ​ສຸພາສິດ. ຊາວ​ຊົນ​ເຜົ່າ​ເມື່ອ​ງຍັງ​ມີ​ບັນດາບົດ​ຂັບ​ກ່ອມ​ນ້ອງ, ຄຳ​ຜະຫຍາ, ຂັບ​ເດົາ, ຂັບ​ໃຫ້​ເດັກ​ລະ​ຫຼິ້ນ… ຄ້ອງ​ແມ່ນ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງຊົນ​ເຜົ່າ​ເມື່ອ​ງ, ນອກ​ນັ້ນ​ຍັງ​ມີ​ພິນ​ຊໍ, ຂຸ່ຍ, ​ແຄນ…ອີກ. ​ແຕ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ບັນດາ​ທຳນອງ​ເພງ​ພື້ນ​ເມືອງ. ປ້າ ບູ່​ຍທິຊວນ, ສະມາຊິກ​ໃນ​ສະ​ໂມ​ສອນ “ອະນຸລັກ​ຮັກສາ​ສີສັນ​ວັດທະນະທຳ​ພື້ນ​ເມືອງ​ຊົນ​ເຜົ່າ​ເມື່ອ​ງ“ ຢູ່​ບ້ານ ລູກ​ໂດ່​ຍ, ຕາ​ແສງ​ກິມບິ່ງ, ​ເມືອງ​ກິມ​ໂບຍ, ​ແຂວງ​ຮ່ວາ​ບິ່ງ, ​ໃຫ້​ຮູ້​ວ່າ: ບົດ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ເມື່ອ​ງມີ​ຫຼາຍ​ປະ​ເພດ​ຄື: ຂັບ​ອວຍພອນ​​ເຮືອນ​ໃໝ່, ຂັບ​ກ້ຽວກັນ.

“ປະຈຸ​ບັນ, ສະ​ໂມ​ສອນ​ພວມ​ພະຍາຍາມ​ຊອກ​ຫາ​ບັນດາ​ທຳນອງ​ເພງ​ພື້ນ​ເມືອງ​​ເກົ່າ​ເພື່ອ​ສອນ​ໃຫ້​ພວກ​ຫຼານ. ຊາວ​ໜຸ່ມ​ມັກຂັບ​ອວຍພອນ​ເຮືອນ​ໃໝ່ ​ແລະ ຂັບ​ກ້ຽວ​ນຳ​ກັນ… ກ່ອນ​ນີ້​ຊາວ​ໜຸ່ມ​ທັງ​ອອກ​ແຮງ​ງານ, ທັງ​ຂັບ​ຮ້ອງ​ນຳ​ກັນ​ຕະຫຼອດ​ມື້​ແຕ່​ບົດ​ເພງ​ກໍ່​ບໍ່​ໝົດ​ເທື່ອ, ​ເພາະວ່າ​ທຳນອງ​ເພງ ກໍ່​ຄື​ບົດ​ເພງມີ​ຫຼາຍ​ຮູບ​ຫຼາຍ​ແບບ​ທີ່​ສຸດ“.

ຊົນເຜົ່າເມື່ອງ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະ - ảnh 3

ວັດທະນະທຳຂອງຊົນເຜົ່າເມືອງຍັງຄົງໄດ້ຮັບການຮັກສາໄວ້ເຖິງປະຈຸບັນ
(ພາບ: ອິນເຕີແນດ)

​ເຖິງ​ວ່າ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ເມືອງ​ແມ່ນ​ທຳ​ມະ​ດາ​ງ່າຍດາຍ​ກໍ່ຕາມ, ​ແຕ່​ມັນ​ໄດ້​ຮັບ​ການ​ສືບ​ທອດ​ຜ່ານ​ຫຼາຍ​ລຸ້ນຄົນ ​ແລະ ຍືນ​ຍົງ​ຄົງ​ຕົວຈົນ​ຮອດ​ປະຈຸ​ບັນ. ​ໂດຍ​ມີ​ເລືອດ​ເນື້ອ​ຂອງ​ຊາວ​ຫວຽດນາມ, ຊາວ​ເຜົ່າ​ເມື່ອ​ງລຸ້ນຕ່າງໆ​ໄດ້​ພ້ອມ​ກັນ​ສ້າງສາ​ໝູ່​ບ້ານ, ພັດທະນາ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ, ​ເຮັດ​ໃຫ້ຊີວິດ​ນັບ​ມື້​ນັບ​ອິ່ມໜຳສຳລານ ​ແລະ ​ມີ​ຄວາມ​ຜາ​ສຸກ… ປະກອບສ່ວນ​ພ້ອມ​ກັບ​ບັນດາ​ຊົນ​ເຜົ່າ​ອ້າຍ​ນ້ອງ ກໍ່ສ້າງປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ​ເຂັ້ມ​ແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ