ຊາວ​ເຜົ່າ​ນຸ່ງ​ຂັບ​ເພງ​ພື້ນ​ເມືອງ

(vovworld) - ຂັບ​ເພງ​ພື້ນ​ເມືອງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ວັດທະນະທຳ​ທີ່​ສວຍ​ງາມ​ຂອງ​ຊົນ​ເຜົ່າ​ນຸ່ງ. ນັບ​ແຕ່ດົນ​ນານ​ມາ​ແລ້ວ, ຊາວ​ເຜົ່າ​ນຸ່ງ​ໄດ​້ຖື​ເພງ​ພື້ນ​ເມືອງ​ແມ່ນ​ພາຫະນະ​ສຳພັນ, ສະ​ແດງ​ອາລົມ​ຈິດ, ​ແນວ​ຄິດ​ຈິດ​ໃຈ, ຄວາມ​ຮັກ​ຂອງ​ຕົນຕໍ່​ຜູ້​ອື່ນ. ບົດ​ຂຽນ “ຊາວ​ເຜົ່າ​ນຸ່ງ​ຂັບ​ເພງ​ພື້ນ​ເມືອງ“ ຂອງ ​ໂຕ​ຕ໋ວນ, ນັກ​ຂ່າວ​ວິທະຍຸ​ກະຈາຍ​ສຽງ ຫວຽດນາມ.

ຊາວ​ເຜົ່າ​ນຸ່ງ​ຂັບ​ເພງ​ພື້ນ​ເມືອງ - ảnh 1
(ພາບປະກອບ)

ເທບ​ສຽງ​ເພງ

        ຊາວ​ເຜົ່າ ນຸ່ງ​ ດຳລົງ​ຊີວິດ​ຕົ້ນຕໍ​ຢູ່​​ເຂດພູຜາ​ປ່າ​ໄມ້ ​ແລະ ​ໃກ້ຊິດກັບ​ທຳ​ມະ​ຊາດ. ນີ້​ແມ່ນ​ບໍລິ​ເວນ​ອຳນວຍ​ຄວາມ​ສະດວກເພື່ອ​ໃຫ້​ຊາວ​ເຜົ່າ​ນຸ່ງ​ ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຕົນ​ໄວ້. ​ໃນ​ນັ້ນ​ມີ​ບັນດາ​ທຳນອງ​ເພງ​ເພື້ນ​ເມືອງ​. ບັນດາ​ທຳນອງ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ນຸ່ງ​​ເລີ່​ມມີ​ມາ​ຈາກ​ຂະ​ບວນການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ຈາກ​ການ​ດຳລົງ​ຊີວິດ​ປະຈຳ​ວັນ, ດັ່ງ​ນັ້ນ​ບົດ​ເພງ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ, ​ແນວ​ຄິດ​ຈິດ​ໃຈ ​ແລະ ຄວາມ​ສະ​ເທືອ​ນ​ໃຈ​ຂອງ​ຊາວ​ເຜົ່າ​ນຸ່ງ​ແບບ​ທຳ​ມະ​ດາ​ສາມັນ. ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ນຸ່ງ​ມີ​ຫຼາຍ​ປະ​ເພດ​ເຊັ່ນ: ຂັບກ້ຽວ, ຂັບ​ເລື້ອນ, ຂັບ ສະລີ, ຂັບ​ເລົ່າ​ເລື່ອງ. .. ຊາວ​ເຜົ່າ​ນຸ່ງ​ແຕ່​ລະ​ກຸ່ມ​ເຊັ່ນ: ຊາວ​ເຜົ່າ​ນຸ່ງ​ຢີ໋ນ, ນຸ່ງ​ອານ, ນຸ່ງ​ຈ໋າວ, ນຸ່ງ​ຝ່າ​ນສິລິ່ງ... ກໍ່​ມີ​ວິທີ​ຂັບ ​ແລະ ສະ​ແດງ​ທີ່​ແຕກ​ຕ່າງ​ກັນ. ​ເນື້ອ​ໃນ​ບົດ​ເພງ​ກໍ່​ອຸດົມສົມ​ບູນ​ທີ່​ສຸດ. ທ່ານ ນຸ່ງ​ຝ່າ​ນສິ່ນ, ຊາວ​ເຜົ່າ ນຸ່ງ, ​ໃຫ້​ຮູ້​ວ່າ:

        “ບັນດາຄຳ​ສັບ​ໃນ​ບົດ​ເພງ​ພື້ນ​ເມືອງຂອງ​ຊາວ​ເຜົ່າ​ນຸ່ງມີ​ຄຸນຄ່າ​ສຶກສາ ​ແລະ ​ໄດ້​ຮັບ​ການ​ສືບ​ທອດ​ແຕ່​ລຸ້ນກ່ອນ​ເຖິງ​ລຸ້ນຫຼັງ. ຂ້າພະ​ເຈົ້າ​ບໍ່​ໄດ້​ຮຽນ​ຂັບ​ເທື່ອ, ຫາກ​ພຽງ​ແຕ່​ຟັງ​ຜູ້​ເຖົ້າ​ຂັບ​ຮ້ອງ​ໃນ​ງານ​ບຸນ​ຕ່າງ​ໆ, ​ແລ້ວ​ຂັບ​ຕາມ​ເທົ່າ​ນັ້ນ.​ ເມື່​ອເຫັນ​ວ່າຂ້າພະ​ເຈົ້າຂັບ​ໄດ້, ບັນດາ​ຜູ້​ເຖົ້າ​ຈຶ່ງ​​ໃຫ້​ຂັບ. ບົດ​ເພງ​ພື້ນ​ເມື​ອງ​ຊ້ອນ​ແຝງດ້ວຍ​ຄວາມ​ໝາຍຫຼາຍ​ຢ່າງ​ກ່ຽວ​ກັບຄຸ​ນສົມບັດ​ຂອງມະນຸດ, ກໍ່​ຄື​ເຕັກນິກ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ຈາກ​ນັ້ນ​ສອນ​ໃຫ້​ລຸ້ນຫຼັງ​ກ່ຽວ​ກັບ​ເຕັກນິກ​ປູກຝັງ​ແມ່ນ​ຄື​ແນວ​ໃດ“.

        ຊົນ​ເຜົ່າ​ນຸ່ງ​ບໍ່​ມີ​ຕົວ​ໜັງສື​ສະ​ເພາະ, ດັ່ງ​ນັ້ນ​ບັນດາ​ບົດ​ເພງ​ພື້ນ​ເມືອງ​ຈຶ່ງ​ໄດ້​ຮັບ​ການ​ຮັກສາ​ໄວ້​ດ້ວຍ​ການ​​ແຜ່ຜາຍ​ປາກ​ຕໍ່ປາກ, ​ແຕ່​ລຸ້ນກ່ອນ​ເຖິງ​ລຸ້ນຫຼັງ. ຍ້ອນ ເຫດນັ້ນ, ບັນດາທຳນອງເພງພື້ນເມືອງຂອງຊາວເຜົ່ານຸ່ງໄດ້ກາຍເປັນຜະລິດຕະ ພັນດ້ານ​ພູມ​ປັນຍາ​ຂອງ​ນັກ​ປະພັນ​ດົນຕີ​ຫຼາຍ​ຄົນ ​ແລະ ​ໄດ້​ຮັບ​ການ​ປັບປຸງ, ຮັກສາ​ຈາກ​ລຸ້ນຕ່າງໆ​ຈົນ​ເຖິງ​ປະຈຸ​ບັນ. ຜ່ານ​ການ​ເວລາ, ບັນດາ​ບົດ​ເພງ​ນັບ​ມື້​ນັບ​ມີ​ເນື້ອ​ໃນ​ອຸດົມສົມ​ບຸນ​ກວ່າ​ອີກ. ​ເອື້ອຍ ​ແຖ່ນທິ​ເຮື໋ອງ, ຊາວ​​ເຜົ່າ ນຸ່ງ ຢີ໋ນ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຮຽນຂັບ​ຮ້ອງເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ນຸ່ງ​ຢີ໋ນ​ແມ່ນ​ຍາກ​ຫຼາຍ, ຍ້ອນ​ບໍ່​ມີ​ຕົວ​ໜັງສື​ສະ​ເພາະ, ພຽງ​ແຕ່​ຮຽນ​ດ້ວຍ​ການ​ແຜ່ຜາຍ​ປາກ​ຕໍ່ປາກ​ຈາກ​ລຸ້ນພໍ່​ຕໍ່​ລຸ້ນຫຼານ“.

        ພ້ອມ​ກັບ​ຊົນ​ເຜົ່າ​ອື່ນໆ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ, ຂັບສະລີ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຮູບ​ການ​ຂັບ​ຮ້ອງເພງ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ນຸ່ງ. ​ເນື້ອ​ໃນ​ຂອງ​ບັນດາ​ທຳນອງ​ເພງ ສະລີ​ ມີ​ຄວາ​ມອຸດົມ​ສົມ​ບູນ, ສ້າງ​ຄວາມ​ດູດ​ດຶ່ມ​​ແລະ ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ນຸ່ງ. ​ໃນ​ບົດ​ເພງ​ສະລີ​ມີ​ການ​ປຽບທຽບ​ຜ່ານ​ຮູບ​ພາບ​ອັນ​ລະອຽດ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຂອງ​ມະນຸດ. ​ເຖິງ​ວ່າ​ເນື້ອ​ໃນ​ບົດ​ເພງ​​ເວົ້າ​ເຖິງ​ທຳ​ມະ​ຊາດ, ​ໃບ​ຫຍ້າກໍ່ຕາມ, ສຸດ​ທ້າຍ​ກໍ່​ເລັງ​ໃສ່​ອາລົ​ມຈິດ, ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ້ງ​ມາດປາຖະໜາ​ຂອງ​ມະນຸດ. ຂັບ​ສະລີ​ສ່ວນ​ຫຼາຍ​ແມ່ນ​ຂັບ​ຖາມ-​ຕອບ​ກັນ​ລະຫວ່າງ​ບ່າວ​ສາວ, ຍ້ອງຍໍ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ, ການ​ດຳລົງ​ຊີ​ວິດ​ໃໝ່​ທີ່​ສົດ​ໃສ​, ອິ່ມໜຳສຳລານ ​ແລະ ມີ​ຄວາມ​ຜາ​ສຸກ. ​ເຂົາ​ເຈົ້າ​ຂັບ​ຮ້ອງ​ຢູ່​ຫຼາຍ​ແຫ່ງ, ຢູ່​ຕະຫຼາດ, ງານ​ບຸນ, ​ໃນ​ການອອກ​​ແຮງງານ, ທຳ​ການ​ຜະລິດ, ການ​ອວຍພອນ​ເຮືອນ​ໃໝ່. ຈຸດ​ພິ​ເສດ​ຂອງ​ຂັບ ສະລີ​ນັ້ນ​ແມ່ນບໍ່​ຕ້ອງ​ໃຊ້​ເຄື່ອງ​ດົນຕີພ້ອມ​ກັນ ​ແລະ ສາມາດ​ຂັບ​ຮ້ອງ​ໃນ​ທຸກ​ເວລາ, ​ແລະ ຢູ່​ທຸກ​ແຫ່ງ. ລັກສະນະ​ອາລົມ​ຈິດ​ໃນ​ເພງ​ພື້ນ​ເມືອງ ສະລີ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ນຳ້​ໃຈ​ອຸດົມສົມ​ບູນ​ຂອງ​ຊາວ​ເຜົ່າ ນຸ່ງ. ຂັບສະລີ ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ອ້າງ​ສຽງ​ເພງ​ເທົ່າ​ນັ້ນ, ຫາກ​ຍັງສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຂັບ​ຕອບ​ຜ່ານ​ແຕ່ລະ​ປະ​ໂຫຍ​ດ​ໃນ​ບົດ​ເພງ​ອີກ​ດ້ວຍ. ອ້າຍ ຫງວຽນ​ວັນ​ປາວ, ພະນັກງານ​ວັດທະນະທຳ​ແຂວງ ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

ຊາວ​ເຜົ່າ​ນຸ່ງ​ຂັບ​ເພງ​ພື້ນ​ເມືອງ - ảnh 2
(ພາບປະກອບ)

        “ຊາວ​ເຜົ່າ​ນຸ່ງ​ຂັບ​ສະລີຢູ່​ທຸກ​ແຫ່ງ, ທຸກ​ເວລາ, ບາງ​ເທື່ອ​ໃນ​ເວລາ​ໄປ​ເຮັດ​​ໄຮ່, ​ເຮັດ​ນາ, ​ໄປ​ຕະຫຼາດ, ຍາມ​ໃດ​ເຂົາ​ເຈົ້າ​ກໍ່​ສາມາດ​ຂັບຖາມ​ຕອບກັນ​ໄດ້. ສີສັນ​ສະ​ເພາະ​ຂອງ​ຂັບສະລີ​ແມ່ນ​ຄື​ແນວ​ນັ້ນ “.

​ເທບ

        ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ນຸ່ງ​ມີ​​ເນື້​ອໃນອຸດົມ​ສົມ​ບູນ, ມີ​ຫຼາຍ​ຮູບ​ຫຼາຍ​ແບບ. ​ໃນ​ສາງ​ວັດທະນະທຳ​ນັ້ນ, ​ເພງ​ພື້ນ​ເມືອງ​ມີ​ທີ່​ຕັ້ງ​ສຳຄັນ. ບົດ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່ານຸ່ງ​ແມ່ນ​ອ່ອນ​ຊ້ອຍ, ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຄື​ດັ່ງ​ຈິດ​ວິນຍານ, ​ນິດ​ໄສ​ຂອງ​ຊາວ​ເຜົ່າ​ນຸ່ງ. ຂັບສະ​ລີ​ ກໍ່​​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເພດ​ມ່ວນ​ທີ່​ສຸດ​ໃນ​ສາງ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່ານຸ່ງ. ປະຈຸ​ບັນ, ໝູ່​ບ້ານ​ຂອງ​ຊາວ​ເຜົ່າ ນຸ່ງ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ​ແຕ່​ປະຊາຊົນ​ຍັງ​ຄົງ​ມານະ​ພະຍາຍາມ​ຮັກສາ​ບັນດາ​ບົດ​ເພງ​ພື້ນ​ເມືອງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້, ​ເພື່ອ​ເຮັດ​ໃຫ້​ບັນດາ​ທຳນອງ​ເພງ​ພື້ນ​ເມືອງ​ນີ້​ໄດ້​ຮັບ​ການ​ສືບ​ທອດ​ໃນ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ນຸ່ງ​ຕະຫຼອດ​ໄປ.

            

ຂ່າວ/ບົດ​ອື່ນ