ຊາວເຜົ່າມົ້ງຢູ່ບ້ານນ່າເຕົ໋າ ກັບປະເພນີເຮັດເຂົ້າໜົມໄຢ່


(vovworld) - ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ​ມົ້ງ​ແລ້ວ, ​ເຂົ້າໜົມ​ໄຢ່ (​​​​ເຂົ້າໜົມ​​ເຮັດ​ດ້ວຍເຂົ້າໜຽວ​) ​ແມ່ນ​ເຂົ້າໜົມ​ທີ່​ເປັນ​ຍາ​ລັກ​ໃຫ້​ດວງຈັນ ​ແລະ ດວງ​ຕາ​ເວັນ, ​ແມ່ນ​ແຫຼ່ງກຳ​ເນີ​ດຂອງ​ມະນຸດ​, ສັດສາ​ວາ​ສິ່ງ​ໃນ​ໜ່ວຍ​ໂລກ. ຊາວ​ເຜົ່າ​ມົ້ງຢູ່​ຕາ​ແສງ​ນ່າ​ເຕົ໋າ, ​ເມືອງ​ດ້ຽນບຽນ, ​ແຂວງ​ດ້ຽນບຽນ​ ເຄີຍ​ຕຳ່​ເຂົ້າໜຽວ, ​ເຮັດ​ເຂົ້າໜົມໜົມ​​ໄຢ່​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ຫຼື​ເມື່ອໝົດລະດູ​ການ​ເກັບ​ກ່ຽວ.

ຊາວເຜົ່າມົ້ງຢູ່ບ້ານນ່າເຕົ໋າ ກັບປະເພນີເຮັດເຂົ້າໜົມໄຢ່ - ảnh 1

​ເຂົ້າໜົມ​ໄຢ່ຂອງຊາວເຜົ່າມົ້ງ
(ພາບ: ອິນເຕີແນດ)

        ​ເມື່ອ​ໂອ້​ລົມ​ກັບ​ພວກ​ຂ້າພະ​ເຈົ້າ, ທ່ານຢ່າງ​ອາ​ເຈີ້, ຢູ່​ຕາ​ແສງ​ນ່າ​ເຕົ໋າ, ​ເມືອງ​ດ້ຽນບຽນ, ​ແຂວງ​ດ້ຽນບຽນ ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ ​ເພາະວ່າ​ຜູ້​ຊາຍ, ຜູ້ຍິງ 8 ຄົນ​ໃນ​ຕາ​ແສງ​ນ່າ​ເຕົ໋າ ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຕຳ່​ເຂົ້າໜຽວ​ເຮັດ​ເຂົ້າໜົມໄຢ່​​ເຊິ່ງຫາ​ກໍ່​ຈັດ​ຂຶ້ນໃນ​ວັນ​ບຸນ​ວັດທະນະທຳ​ຂອງ​ບັນດາເຜົ່າ​ແຂວງດ້ຽນ ບຽນ​ ໄດ້​ຮັບ​ລາງວັນ​ທີໜຶ່ງ. ອ້າຍ​ໃຫ້​ຮູ້​ວ່າ, ໜ່ວຍແຂ່ງຂັນ​ຕຳ່​​ເຂົ້າໜຽວ, ​​ເພື່ອເຮັດ​ເຂົ້າ​ໜົມ​ໄຢ່ຂອງ​ຕາ​ແສງ​ນ່າ​ເຕົ໋າ​ ​ເຄີຍ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຄື​ດັ່ງກ່າວ ແລະ ​ໄດ້​ຮັບ​ລາງວັນຫຼາຍ​ເທື່ອ​ແລ້ວ. ​ອ້າຍ​ໄດ້​ເລົ່າ​​ໃຫ້​ພວກ​ຂ້າພະ​ເຈົ້າ​ຟັງ​ກ່ຽວ​ກັບປະ​ເພນີ​ຕຳ່​ເຂົ້າໜຽວ, ​ເຮັດເຂົ້າໜົມ​ໄຢ່, ດ້ວຍ​ພາສາ​ສາມັນ​ປົນ​ກັບພາສາ​ມົ້ງວ່າ:

        ”​ເຖິງ​ວ່າພໍ່​ຕູ້​ແມ່ຕູ້​ບໍ່​ສອນ​ໃຫ້ກໍ່ຕາມ, ​ແຕ່​ເມື່ອ​ເຕີບ​ໃຫຍ່​ແລ້ວ​ພວກ​ຂ້າພະ​ເຈົ້າ​ກໍ່​ຮູ້​ວ່າ, ຕຳ່​ເຂົ້າໜຽວ​ເພື່ອ​ເຮັດ​ເຂົ້າໜົມ​ໄຢ່​ແມ່ນ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ມົ້ງ. ຮອດ​ວັນ​ທີ 29 ​ເດືອນ 12 ​ໄລ່​ຕາມ​ຈັນທະ​ປະຕິທິນ​ພວກ​ເຮົາ​ກໍ່ໝ່າ​ເຂົ້າ, ຕຳ່​ເຂົ້າໜຽວ​ເພື່ອ​ເຮັດ​ເຂົ້າໜົມ​​ໄຢ່. ຜູ້​ໃດ​ກໍ່​ມັກ​ກິນເຂົ້າໜົມ​​ໄຢ່, ນັບ​ທັງ​ຜູ້​ເຖົ້າ​ຜູ້​ແກ່ ​ແລະ ​ເດັກນ້ອຍ. ເຂົ້າໜົມ​​ໄຢ່ສາມາດ​ຮັກສາ​ໄວ້​ໃນ​ເວລາ 1 ​ເດືອນ​ກໍ່​ບໍ່​ບູດ, ມີແຕ່​ແຂງ​ເທົ່າ​ນັ້ນ, ​ແຕ່​ເມື່ອ​ຈືນ​ກັບ​ນຳ້ມັນ​ຈະ​ຮູ້ສຶກແຊບ​ຫຼາຍ. ຖ້າ​ເຮັດ​ດ້ວຍ​ເຂົ້າໜຽວ​ຫອມ​ກໍ່ຍິ່ງແຊບ​ກວ່າ ”.

ຊາວເຜົ່າມົ້ງຢູ່ບ້ານນ່າເຕົ໋າ ກັບປະເພນີເຮັດເຂົ້າໜົມໄຢ່ - ảnh 2


ຊາວເຜົ່າມົ້ງແຂ່ງຂັນຕຳ່ເຂົ້າໜຽວເພື່ອເຮັດ​ເຂົ້າໜົມ​ໄຢ່
(ພາບ: ອິນເຕີແນດ)

        ​ໃນ​ໝູ່ບ້ານຂອງ​ຊາວ​ເຜົ່າ​ມົ້ງ, ຄອບຄົວ​ໃດ​ກໍ່​ເຮັດເຂົ້າໜົມ​​ໄຢ່, ​ ພາຍຫຼັງ​ຕຳ່​​ເຂົ້າໜຽວໃຫ້​ແຫຼກ​ໜຽວ​ແລ້ວ ກໍ່​ປັ້ນ​ເປັນ​ຮູບ​ມົນ ​ແລ້ວ​ໃສ່​ໃນ​ໃບຕອງ​ສີຂຽວ​​ເພື່ອ​​ໃຊ້ເປັນ​ອາຫານ​ປະຈຳ​ວັນ. ຊາວ​ເຜົ່າ​ມົ້ງ​ເຄີຍ​ນຳ​ເອົາເຂົ້າໜົມ​​ໄຢ່​ໄປ​ເຮັດ​ໄຮ່​ເພື່ອ​ກິນ​ໃນ​ຍາມ​ຫີ​ວ, ເຂົ້າໜົມ​​ໄຢ່ກໍ່ຖືກ​ໃຊ້​ໃນ​ວັນ​ບູຊາຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​​ແລ້ວ. ທ່ານ​ຢ່າງ​ອາ​ເຈີ້ ​ເລົ່າ​ສູ່​ຟັງ​ວ່າ:

        ”ຕາ​ມປະ​ເພນີ​ຂອງ​ຊາວ​ເຜົ່າ​ມົ້ງ​ແລ້ວ, ​ເຮັດ​ເຂົ້າໜົມ​​ໄຢ່​ແມ່ນ​ເພື່ອ​​ໄຫວ້​ບູຊາ​ບັນພະບຸລຸດ​ດ ພໍ່​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່, ເຮັດ​ເຂົ້າໜົມ​​ໄຢ່​ເພື່ອ​ເຊີນ​ພໍ່​ເຖ້ົາ​ແມ່​ເຖົ້າ, ພໍ່​ແມ່, ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປມາ​​ເອົາ​ບຸນປີ​ໃໝ່​ພ້ອມ​ກັບ​ຄອບຄົວ. ​ຂ້າພະ​ເຈົ້າວາງ​ເຂົ້າໜົມ​ໄຢ່​ເທິງ​ແທ່ນບູຊາ​ເພື່ອ​ເຊື້ອ​ເຊີນ​ເຂົາ​ເຈົ້າ. ຜູ້​ຍັງ​ມີ​ຊີວິດ​ໄດ້​ກິນ​ເຂົ້າໜົມ​ໄຢ່, ຜູ້​ທີ່​ເສຍ​ຊີວິດ​ໄປ​ແລ້ວ​ກໍ່​ໄດ້​ກິນ​ເຂົ້າ​ໜົມ​ໄຢ່​ເຊັ່ນ​ກັນ ”.

ຊາວເຜົ່າມົ້ງຢູ່ບ້ານນ່າເຕົ໋າ ກັບປະເພນີເຮັດເຂົ້າໜົມໄຢ່ - ảnh 3


ຕຳ່ເຂົ້າໜຽວພ້ອມກັບເມັດງາເພື່ອເຮັດເຂົ້າໜົມ​ໄຢ່
(ພາບ: ອິນເຕີແນດ)

ຮອດ​ບຸນປີ​ໃໝ່​ປະຈຳ​ຊາດ, ທັງ​ໝູ່​ບ້ານກໍ່​ເຮັດ​ເຂົ້າໜົມ​ໄຢ່, ຮອດ​ວັນ​ທີ 29 ​ເດືອນ 12 ​ໄລ່​ຕາມ​ຈັນທະ​ປະຕິທິນ, ຄອບຄົວ​ໃດ​ກໍ່​ແໝ່​ເຂົ້າ, ໜຶ້ງ​ເຂົ້າ, ຮອດ​ຕອນ​ເຊົ້າ​ວັນ​ທີ 30 ​ແມ່ນ​ຕຳ່​ເຂົ້າໜຽວ​ ​ເພື່ອ​​ເຮັດ​​ເຂົ້າໜົມ​ໄຢ້. ​ຕອນ​ແລງ​ວັນ​ທີ 30 ​ແມ່ນ​ເອົາ​ບຸນ​ເຕັດ​ໄກ່ (ບຸນປີ​ໃໝ່​ຂອງ​ຊາວ​ເຜົ່າ​ມົ້ງ). ດັ່ງ​ນັ້ນ​ໃນ​ບຸນປີ​ໃໝ່, ທັງ​ໝູ່​ບ້ານ​ຢູ່​ບ່ອນ​ໃດ​ກໍ່​ຍິນ​ສຽງ​ສາກ​ຕຳ່​ເຂົ້າ ​ແລະ ກິ່ນຫອມ​ຂອງ​​ເຂົ້າໜຽວ​.

​​​​ເພື່ອເຮັດ​ເຂົ້າໜົມ​ໄຢ່ ຕ້ອງມີ​ຄວາມ​ຄ່ອງ​ແຄ້ວ ​ແລະ ​ມີ​ເວລາ​ອີກ. ນາງ ຢ່າງ​ທິ​ເຄ໋ຍ, ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​​ເຮັດເຂົ້າໜົມ​ໄຢ່ ຂອງ​ຕາ​ແສງ​ນ່າ​ເຕົ໋າ, ​ເວົ້າ​ວ່າ​ຕ້ອງລ້າງ​ເຂົ້າ, ໝ່າ​ເຂົ້າ, ໜຶ້ງ​ເຂົ້າ, ​ແລ້ວຕຳ່​ເຂົ້າໜຽວ​​ໃຫ້​ໜຽວ​ດີ, ຫຼັງ​ຈາກ​ນັ້ນ​ຈຶ່ງ​ປັ້ນ​​ເປັນເຂົ້າ​ໜົມ​ໄຢ່. ນາງ​ຢ່າງ​ທິ​ເຄ໋ຍ, ​ໃຫ້​ຮູ້​ວ່າ:

ຢາກ​ໃຫ້​ເຂົ້າໜົມ​ໄຢ່​ແຊບ, ກ່ອນ​ອື່ນ​ໝົດ​ຕ້ອງ​ເລືອກ​ເຂົ້າໜຽວ​ເມັດ​​ໃຫຍ່, ສະໝີ​ກັນ, ​ ແລ້ວໝ່າ​ເຂົ້າ​ໃນ​ເວລາ 1 ວັນ, ການໜຶ້ງ​​ເຂົ້າ​ກໍ່​ດົນ​ພໍ​ສົມຄວນ​ປະມານ 1 ຊົ່ວ​ໂມງ​ເພື່ອໃຫ້​ເຂົ້າສຸກໜຽວ, ເມື່ອ​ເຫັນ​ເມັດ​ເຂົ້າ​​ໜຽວ​ແລ້ວ ຕ້ອງ​ເພີ່ມ​ນຳ້​ຕື່ມ​ອີກ​ໜ້ອຍ​ໜຶ່ງ​ໃຫ້​ເຂົ້າ​ສຸກ​ໜຽວ​ກວ່າ. ກ່ອນ​ຈະ​ຕຳ່​ເຂົ້າໜຽວ​​ຕ້ອງ​ເລືອກ​ເຟັ້ນ​ເມັດ​ງາ​ຂົ້ວ​ໃຫ້ຫອມ​ແລ້ວ​ຕຳ່, ​ແລະ​ລວກ​ໄຂ່​ໄກ່, ປະ​ໄຂ່​ຂາວ​, ​ເອົາ​ໄຂ່​ແດງ​, ທາ​ໃສ່​ມື ​ແລະ ຄົກ, ສາກ​​​ໃຫ້​ມັນ​ບໍ່​ຕິດ​ກັບ​ເຂົ້າໜຽວ. ​ ຕ້ອງ​ຕຳ່​​​ເຂົ້າໜຽວໃນເວລາ​ຍັງ​ຮ້ອນ​ ​ ແລ້ວປັ້ນ​ໃນ​ທັນ​ທີ ​​ເພື່ອ​ໃຫ້ເຂົ້າໜົມ​​ໄຢ່ທັງໜຽວດີ ​ແລະ ​ແຊບ​ອີກ”.

ຊາວເຜົ່າມົ້ງຢູ່ບ້ານນ່າເຕົ໋າ ກັບປະເພນີເຮັດເຂົ້າໜົມໄຢ່ - ảnh 4

​ເຂົ້າໜົມ​ໄຢ່ຂອງຊາວເຜົ່າມົ້ງ
(ພາບ: ອິນເຕີແນດ)

​ເຮັດ່​ເຂົ້າໜົມ​ໄຢ່ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ໃນ​ແຕ່​ລະ​ຄອບຄົວ​ຊາວ​ເຜົ່າ​ມົ້ງຢູ່​ຕາ​ແສງ​ນ່າ​ເຕົ໋າ ເທົ່າ​ນັ້ນ, ​ປະຈຸ​ບັນ, ໃນ​ບ້ານ​ວັດທະນະທຳ​ນີ້​ໄດ້​ມີ​ໜ່ວຍ​ຕຳ່​ເຂົ້າໜຽວ​ເຮັດໜົມ​​ໄຢ່ນັບ​ສິບ​ໜ່ວຍ ​ແລະ ​ເຄີຍ​ໄປສະ​ແດງ​, ​ແນະນຳ​ກ່ຽວ​ກັບປະເພນີ​ເຮັດ​ເຂົ້າໜົມ​ໄຢ່ ໃນງານບຸນວັດທະນະທຳຕ່າງຂອງບັນດາ​ເຜົ່າ​ໃນ​ແຂວງ. ມື້​ນີ້, ນ່າ​ເຕົ໋າ ມີ 2 ໜ່ວຍ​ເຂົ້າ​ຮ່ວມການ​ແຂ່ງຂັນ, ​ແຕ່ລະ​ໜ່ວຍ​ມີ​ຊາຍ 2 ຄົນ, ຍິງ 2 ຄົນ. ຜູ້​ຊາຍ​ຕ້ອງ​ມີ​ສຸຂະພາບ​ແຂງ​ແຮງ​ຈຶ່ງ​ສາມາດ​ຕຳ່​ເຂົ້າໜຽວ​ໄດ້, ສ່ວນ​ຜູ້ຍິງ​ຕ້ອງ​ມີ​ຄວາມ​ຄ່ອງ​ແຄ້ວ. ທ້າວຫວ່າງ​ອາທັ໋ງ, ສະມາຊິກ​ໃນ​ໜ່ວຍ​ຕຳ່​ເຂົ້າໜຽວ​ນ່າ​ເຕົ໋າ, ​ໃຫ້​ຮູ້​ວ່າ:

ນັບ​ແຕ່​ຕອນ​ຄຳ່​ວານ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ໝ່າ​ເຂົ້າ​ແລ້ວ. ຮອດ​ຕອນ​ເຊົ້າ​ໜຶ້ງ​ເຂົ້າ​ໃຫ້​ສຸກ​ແລ້ວ​ຕຳ່​ໃນ​ເວລາ​ແຕ່ 15 – 16 ນາທີ. ສາກ​ໜັກ​ປະມານ 30 – 40 ກິ​ໂລກຼາມ ​ແຕ່​ຕ້ອງຕຳ່​ສະ​ເໝີ​ກັນ​ຈົນ​ເວລາ​ເຂົ້າ​ໜຽວດີ​ຈຶ່ງ​ໄດ້. ຜູ່້ຊາຍ​ຕຳ່​ເຂົ້າໜຽວ, ສ່ວນ​ຜູ້ຍິງ​ປັ້ນ​ເຂົ້າໜົມ. ​ເຖິງ​ວ່າ​ຈະ​ເມື່ອຍ​ແຕ່​ມ່ວນຫຼາຍ​ຍ້ອນ​ໄດ້​ຮັບ​ລາງວັນ​ສູງ.”

​ເມື່ອ​ເຂົ້າໜົມ​ໄຢ່ຍັງ​ເປັນ​ເຄື່ອງ​ບູຊາ, ​ເປັນ​ອາຫານ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ມົ້ງ, ຜູ້​ຊາຍ, ຜູ້ຍິງ​ຊົນ​ເຜົ່າ​ມົ້ງຢູ່​ນ່າ​ເຕົ໋າ ຍັງ​ສືບ​ຕໍ່ຕຳ່​​ເຮັດເຂົ້າໜຽວ​​ໄຢ່ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ