ດີງຕຸດ, ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າ ແຢ໋ຈຽງ

(vovworld)- ຊາວ​ເຜົ່າ ແຢ໋​ຈຽງ ​ສ່ວນ​ຫລາຍ​ແມ່ນອາ​ໄສ​ຢູ່​ເຂດ​ທາງ​ທິດ​ເຫ​ນືອ​ບັນ​ດາ​ແຂວງ ໄຕ​ງວຽນ  ດ້ວຍ​ພົນ​ລະ​ເມືອງ ປະ​ມານ 33.000 ຄົນ. ນອກ​ນັ້ນ, ຢູ່​ເມືອງ​ພູ​ດອຍ ນາມ​ຢາງ, ແຂວງ ກວ໋າງ​ນາມ ກໍ່ມີ​ພົນ​ລະ​ເມືອງ​ປະ​ມານກວ່າ 19.000 ຄົນ, ກວມ​ເອົາກວ່າ 37% ຍອດ​ຈຳ​ນວນ​ຊາວ​ເຜົ່າ ແຢ໋​ຈຽງ​ຢູ່ ຫວຽດ​ນາມ ແລະ ຈຳ​ນວນ​ຫ​ນ້ອຍ​ຢູ່​ບັນ​ດາ​ແຂວງ​ອື່ນ. ໃນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ, ສິ​ລະ​ປະ​​ການສະ​ແດງເຄື່ອງ​ດົນ​ຕີ​ພື້ນ​ເມືອງ ແມ່ນ​ປ​ະ​ເພດດົນ​​ຕີ​ທີ່ອຸ​ດົມ​ສົມ​ບູນ​ໄປດ້ວຍ​ເຄື່ອງ​ດົນ​ຕີ​ຫລາຍ​ປະ​ເພດ​ທີ່​ແຕກ​ຕ່າງ​ກັນ ພົ້ນ​ເດັ່ນ​ແມ່ນ​ເຄື່ອງ​ດົນ​ຕີພື້ນ​ເມືອງ ດີງ​ຕຸດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຮຽນ​ຍອນ​ທີ່​ມີ​ຫົວ​ຂໍ້​ວ່າ: ດີ​ງ​ຕຸ​ດ, ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ

ດີງຕຸດ, ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າ ແຢ໋ຈຽງ - ảnh 1
ຂຸ່ຍ​ດີງ​ຕຸດ​ແມ່ນ​ປະ​ເພດ​ເຄື່ອງ​ດົນ​ຕີ​ຕິດ​ພັນ​ກັບ​ຊີ​ວິດ​
ຂອງ​ຊາວ​ເຜົ່າ ແຢ໋​ຈຽງ.

       ດີງ​ຕຸດ ແມ່ນ​ປະ​ເພດເຄື່ອງ​ດົນ​ຕີ​ປະ​ຖົ​ມ​ປະ​ຖານ ແຕ່​ມີ​​ສຽງສູງ, ສຽງຕ່ຳຈັບ​ອົກ​ຈັບ​ໃຈດ້ວຍ​ການ​ສະ​ແດງ​ແບບ​ລວມ​ໝູ່, ການປະ​ສົມ​ປະ​ສານ​ລະ​ຫວ່າງ​ເຄື່ອງ​ດົນ​ຕີ, ວາດ​ຟ້ອນ ແລະ ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ແຢ໋​ຈຽງ. ​​ອາດ​ຈະ​ເລີ່ມຈາກ​ການ​ເປົ່າ​ໃສ່ບັ້ງໄມ້​ເຮ້ຍ​ເພື່​ອເອີ້ນ​​ວິນ​ຍານ​ເຂົ້າ​ໃນ​ບ​ຸນ​ເຂົ້າ​ໃຫມ່ ແລະ ຄ່ອຍ​ໆ​ກາຍ​ເປັນ​ສຽງ​ດົນ​ຕີ​ສະ​ເພາະ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ. ຜ່ານ​ຫລາຍ​ໄລ​ຍະ, ແຕ່ຊາວ​ເຜົ່າ ແຢ໋​ຈຽງ ຍັງ​ຄົງ​ຮັກ​ສາ​​ສີ​ສັນ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່​ານີ້ໄວ້, ໃນ​ນັ້ນ ມີ​ດົນ​ຕີ​ພື້ນ​ເມືອງ ແລະ ພິ​ເສດ​ແມ່ນ​ຄຸນ​ຄ່າ​ຂອງ​ຂຸ່ຍ​ດີງ​ຕຸດ, ເຮັດ​ໃຫ້​ຊີ​ວິດ​ວັດ​ທະ​ນະ​ທຳ​​ທາງ​ດ້ານຈິດ​ໃຈ​​ຂອງ​ເຜົ່າ​ແຢ໋​ຈຽງອຸ​ດົມ​ສົມ​​ບູນ​ຂຶ້ນ​ຕື່ມ. ເຂົາ​ເຈົ້າ​ຖື​ດົນ​ຕີ​ແມ່ນ​ຄວາມ​​ເບີກ​ບານມ່ວນ​ຊື່ນ, ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຂ​າດບໍ່​ໄດ້​ໃນ​ຊີ​ວິດ​ວັດ​ທະ​ນະ​ທຳທາງ​ດ້ານ​ຈິດ​ໃຈ. ດົນ​ຕີ​ພື້ນ​ເມືອງ ໄດ້​ປະ​ກອບ​ສ່ວນ​ເຂົ້າໃນ​ການກໍ່​ສ້າງ​ສາ​ງ​ສິ​ລະ​ປະ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ. ໃນ​ສາງ​ສິ​ລະ​ປະ​ນັ້ນ​, ບັນ​ດາ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ທີ່​ຕິດ​ພັນ​ກັບ​ເຂົາ​ເຈົ້າ,ໃນ​ນັ້ນ ມີ ຂຸ່ຍ​​ດີ​ງ​ຕຸດ ​ແມ່ນ​ສິ່ງ​ທີ່​ຂາດບໍ່​ໄດ້. ຂຸ່ຍ​ດີ​ງ​ຕຸດ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ເວົ້າ​ລວມ ຫລື ຊາວ​ເຜົ່າ ແຢ໋​ຈຽງ ຢູ່​ແຂວງ ກວ໋າງ​ນາມ ເວົ້າ​ສະ​ເພາະ ລ້ວນ​ແຕ່​ໄດ້​ຮັບ​ຖື​ວ່າ ແມ່ນ​ປະ​ເພດ​ເຄື່ອງ​ດົນ​ຕີ​ໄດ້​ຮັບ​ຄວາມນິ​ຍົມ​ຊົມ​ຊອບ ແລະ ນຳ​ໃຊ້​ຫລາຍ​ສຸດ​ໃນ​ໂອ​ກາດ​ງານ​ບຸນ​ຕ່າງໆ​. ຊຸດ​ເຄື​່ອງ​ດົນ​ຕີນີ້​ແມ່ນ​ເຮັດ​ດ້ວຍ​ບັ້ງໄມ້​ເ​ຮ້ຍ. ໃນ​ເຄື່ອງ​ດົນ​ຕີພື້ນ​ເມືອງ 10 ປະ​ເ​ພດ​ຂອງ​ເຜົ່າ​ແຢ໋​ຈຽງ ຂຸ່ຍ​ດີງ​ຕຸດ​ແມ່ນ​ປະ​ເພດ​ເຄື່ອງ​ດົນ​ຕີ​ຕິດ​ພັນ​ກັບ​ຊີ​ວິດ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ. ສຽງ​ຂຸ່ຍ​ດີງ​ຕຸດ​ໄດ້​ນຳ​ໃຊ້​ໃນ​ ງານອວຍ​ພອນ​ເດັກ​ເກີດ​ໃຫມ່, ງານດອງ, ງານສົບ. ໃນ​ສິ​ລະ​ປະ​ດົນ​ຕີ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ເພື່ອ​ໃຫ້​ມີ​ຊຸດ​ເຄື່ອງ​ດົນ​ຕີ​ດີງ​ຕຸດ​ທີ່ດີ ຕ້ອງ​ມີ​ຄວາມ​ຊຳ​ນານ​ໃນ​ການ​ເລືອກ​ເຟັ້​ນ​​ໄມ້​ເຮ້ຍບັນ​ລຸ​ມາດ​ຕະ​ຖານ ແລະ ຕັດ​ເປັນ 6 ບັ້ງ ມີ​ຄວາມ​ຍາວ​, ຄວາມ​ສັ້ນ​ແຕກ​ຕ່າງ​ກັນ, ​ເບື້ອງຫ​ນຶ່ງ​ເຫລົາ​ໃຫ​້​ແຫລມ, ສ່ວນ​ເບື້ອງຫນຶ່ງປະ​ໄວ້. ແຕ່​ລະ​ບັ້ງ​ແມ່ນ​ເໝາະ​ກັບ​​​ຄີດົນ​ຕີ​ຫ​ນຶ່ງ. ທ່ານ ເຢີ​ຣາມ, ຢູ່​ເທດ​ສະ​ບານ ແທກ​ຫມີ, ເມືອງ​ນາມ​ຢາງ, ແຂວງ ກວ໋າງ​ນາມ ໃຫ້​ຮູ້​ວ່າ:

        “ໄມ້​ເຮ້ຍ​ທີ່​ຫາ​ມາ​ໄດ້​ນັ້ນ ຖືກ​ຕັດ​ເປັນ 6 ບັ້ງ ແລະ ຈັດ​ລຽງເປັນ​ແຖວ ແຕ່​ນ້ອຍ​ຫາ​ໃຫ​ຍ່, ແຕ່​ສັ້ນ​ຫາ​ຍາວ. ​ບັ້ງໃຫ​ຍ່​ແມ່ນ​ຍາວກວ່າ, ​ບັ້ງ​ນ້ອຍ​ແມ່ນ​ສັ້ນ​ກວ່າ. ເມື່ອ​​ຈັດ​ລຽງສຳ​ເລັດ​ແລ້ວ ​ກໍ່​ສາ​ມາດເປົ່າໄດ້​ເລີຍ. ກ່ອນນີ້ ຄົນລຸ້ນ​ກ່ອນ​ເຄີຍ​ໃຊ້ ຂຸ່ຍ​ດີງ​ຕຸດ ໃນ​ງານ​ບຸນ​ໃຫ​ຍ່. ແຕ່​ລະ​ປີ ​ຊາວ​ເຜົ່າ​ແຢ໋​ຈຽງລ້ວນ​ແຕ່​ກະ​ກຽມ​​ຂຸ່ຍດີງ​ຕຸດ ເພື່ອ​ເປົ່າ​ໃນ​ງານ​ບຸນ​ເຕັດ ​ ​.”

ສຳ​ລັບ​ງານ​ບຸນ​ທີ່ມີ​ລັກ​ສະ​ນະ​ພື້ນ​ເມືອງ​ຄື ບຸນ​ເຂົ້າ​ໃຫມ່, ບຸນ​ບູ​ຊາເທວະ​ດາ​ຟ້າ​ແຖນ, ງານ​ບຸນ​​ແທງຄວາຍ, ການ​ດຳ​ເນີນ​ຊີ​ວິດ​ຂອງ​ປະ​ຊາ​ຄົມ​ຢູ່ນອກ​ເຮືອນ​ຣົງ( ສາ​ລາ​ບ້ານ). ແຕ່​ລະ​ງານ​ບຸນ​ທີ່​ມີ​ລັກ​ສະ​ນະ​ພື້ນ​ເມືອງນັ້ນ ບໍ່​ອາດ​ຂາດ​ດົນ​ຕີ​ພື້ນ​ເມືອງ​ ຂຸ່ຍດີງ​ຕຸດ​ໄດ້​. ທີ່​ງານ​ບຸນ​ໃຫ​ຍ່ກວ່າ​ໝູ່​ຂອງ​ຊາວ ເຜົ່າ​ແຢ໋​ຈຽງ ນັ້ນ​ແມ່ນ​ບຸນ​ເຂົ້າ​ໃຫມ່, ນອກ​ຈາກ​ທຳພິ​ທີ​ກຳ​ແລ້ວ ລາຍ​ກາ​ນ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ ຂຸ່ຍດີງ​ຕຸດ​ແມ່ນ​ຂັ້ນ​ຕອນ​ດຳ​ເນີ​ນ​ຊີ​ວິດ​ດ້ານວັດ​ທະ​ນະ​ທຳ​ທີ່​ສຳ​ຄັນ. ໃນ​ໂອ​ກາດ​ງານ​ບຸນ, ເມື່ອ​ສຽງ​​ຄ້ອງ​ດັງ​ກ້ອງ​ກັນ​ວານຂຶ້ນ, ມີ​ຜູ້​ບ່າວ 6 ຄົນ​ນຸ່ງ​ຊຸດ​ອາ​ພອນ​ງາມ​ທີ່​ສຸດຊື່ງ​ແມ່ນບັນ​ດາ​ນັກ​ສິ​ລະ​ປິນ​ເປົ່າ​ຂຸ່ຍ ດີງ​ຕຸດ ພ້ອມ​ກັບ​ບັນ​ດາ​ນາງ​ສາວ​ເຕັ້ນ​ລຳ​ທຳ​ເພງ​ຕາມ​ຈ​ັງ​ຫວະ, ເລີ່ມ​ຕົ້ນ​ລາຍ​ການ​ສະ​ແດງ ເປົ່າຂຸ່ຍດີງ​ຕຸດ ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ. ບັນ​ດາ​ນາງ​ສາວ​ພ້ອມ​ກັນ​ຢື​ນ​ເປັນ​ວົງ​ມົນ​ອ້ອມ​ຕົ້ນ​ໄມ້​ໄຜ່​ຫລື​ອ້ອມ​ແປວໄຟ ແລະ ສະ​ແດງວາດ​ຟ້ອນ​ຕາມ​ຈັງ​ຫວະ​ສຽງ​ເປົ່າ​ຂຸ່ຍ​ຂອ​ງ​ບັນ​ດາ​ຜູ້​ບ່າວ. ສຽງ​​ຂຸ່ຍ ​ແຮງ​ຫລື​ຄ່ອຍ ​ແມ່ນ​​ອີງ​ໃສ່​​ບົດ​ຟ້ອນ​ປະ​ສົມ ​ປະ​ສານ​​ກັບ​ສຽງ​ກອງ, ສຽງ​ຄ້ອງ​ດັງ​ຂຶ້ນ. ຜູ້​ເປົ່າ​ຂຸ່ຍ​ດີງ​ຕຸດ ທັງ​ເຄື່ອນ​ຍ້າຍ​ທັງ​ເປົ່າ​ຂຸ່ຍ, ມ​ື​​ຊ້າຍຈັບ​ບັ້ງ​ໄມ້​ເຮ້ຍ ສ່ວນ​ມືຂວາ​ຕົບ​ໃສ່​ຂຸ່ຍ​ດີງ​ຕຸດ​​ເພື່ອສ້າງ​ເປັນ​ສຽງ​ດົນ​ຕີຈັບ​ອົກ​ຈັບ​ໃຈ. ໂດຍ​ເຈືອ​ຈານ​ເຂົ້າ​ກັບ​ສຽງ​ຂຸ່ຍ​ດີງ​ຕຸດ, ບັນ​ດາ​ນາງ​ສາວ​ເຕັ້ນ, ຟ້ອນ​​ຕາມ​ຈັງ​ຫວະ​ທີ່​ອ່ອນ​ຊອ້ຍ. ເອື້ອຍ ຮ່ຽນ​ຕຽບ, ຢູ່​ເທດ​ສະ​ບານ ແທກ​ໝີ, ເມືອງ​ນາມ​ຢາ​ງ ແຂວງ ກວ໋າງ​ນາມ ແບ່ງ​ປັນ​ວ່າ:

        “ຟ້ອນ​ຕາມ​ສຽງ​ຂຸ່ຍ ດີງ​ຕຸດນີ້ ແມ່ນ​ສີ​ສັນ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ. ສຳ​ລັບ​ລຸ້ນຫ​ນຸ່ມ​ຄື​ພວກ​ນ້ອງ ​ເມື່ອເຂົ້າ​ຮ່ວມ​ລາຍ​ການນີ້​​ກໍ່ແມ່ນ​ເພື່ອ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຈາກ​ຜູ້​ເຖົ້າ​ຜູ້​ແກ່ ເພື່ອ​ສືບ​ທອດ​ສີ​ສັນ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ເຜົ່​າ​ຕົນ, ບໍ່​ປະ​ໃຫ້​ສູນ​ຫາຍ​ໄປ.”

        ດີງ​ຕຸດ​ແມ່ນ​ເຄື່ອງ​ດົນ​ຕີ​ມີ​ລັກ​ສະ​ນະ​ວົງ​ຄະ​ນາ​ຍາດ​ສູງ. ໃນ​ແຕ່​ລະ​ງານ​ບຸນ, ເມື່ອ​ສະ​ແດງ​ການ​ເປົ່າ​ຂຸ່ຍ ດີງ​ຕຸດ ຍາມ​ໃດ​ກໍ່​ຕ້ອງ​ມີຜູ້​ເຂົ້າ​ຮ່ວມ​ແຕ່ 6-8 ຄົນ. ຕາມ​ເຈົ້າ​ກົກ​ເຈົ້າ​ເຫລົ່າ​ແລ້ວ, ຊາວ​ເຜົ່າ ແຢ໋​ຈຽງ ມ​ີ​  8 ບົດ​ຟ້ອນດີງ​ຕຸດ, ແຕ່​ລະ​ບົດ​ແມ່ນ​ຕິດ​ພັນ​ກັບ​ຄວາມ​ໝາຍ​ໃດຫ​ນຶ່ງ, ຈັງ​ຫວະ ແລະ ວາດ​ຟ້ອນ​ກໍ​ມີ​ຄວາມແຕກ​ຕ່າງ​ກັນ. ຊາວ​ເຜົ່າ​ແຢ໋​ຈຽງ ຖື​ດີງ​ຕຸດແມ່ນ​ສ່ວນ​ຫ​ນຶ່ງ​ໃນ​ຊີ​ວິດ​ຂອງ​ຕົນ. ນັບ​ແຕ່​ເດັກ​ນ້ອຍ​ຕະ​ຫລອດ​ຮອດ​ຜູ້​ໃຫ​ຍ່ ລ້ວນ​ແຕ່ຮູ້​ຈັກ​​ເປົ່າ​ຂຸ່ຍ​ດີງ​ຕຸດ. ເຂົາ​ເຈົ້າ​ເປົ່າ​ຂຸ່ຍ​ໃນ​ງານ​ບຸນ​ ​ບ້ານ, ເປົ່າ​ຂຸ່ຍ​ໃນ​​ເວລາ​ພັກ​ຜ່ອນ​ເມື່ອ​​ໄປເຮັດ​ໄຮ່​ໄຖ​ນາ.

        ຜ່ານ​ການ​ຜັນ​ແປຂອງ​​ການ​ເວ​ລາ, ມາ​ຮອດ​ປະ​ຈຸ​ບັນ ຊາວ​ເຜົ່າ ແຢ໋​ຈຽງ ຍັງ​ຄົງ​ຮັກ​ສາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ​ຕົນ, ຄວາມ​ຊີນ​ເຄີຍ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຄົ​ມໄວ້. ເມື່ອຮອດ​ງານບ​ຸນ​ຕ່າງໆ​, ​ບຸນ​ປີ​ໃຫມ່​ວຽນ​ມາ ຫລື​ບຸນ​​ຂຶ້ນເຮືອນ​ໃຫມ່, ບັນ​ດາ​ສຽງ​ຄ້ອງ, ສຽງ​ກອງ​ທີ່​ຊີ​ນ​ເຄີຍ, ສຽງ​ຂຸ່ຍ​ດີງ​ຕຸດ ໄດ້​ດັງກ້ອງ​ກັງວານ​ໄປ​ທົ່ວ​​ເຂດພູ​ຜາ​ປ່າ​ໄມ້. ສຽງ​ຂຸ່ຍ​ດີງ​ຕຸດ​ຂອງ​ບັນ​ດາ​ອ້າຍ​ບ່າວ​ສືບ​ຕໍ່​​ດັງກ້ອງ​ກັງ​ວານ​ໄປ​ທົ່ວ​ເຂດ​ພູ​ຜາ​ປ່າ​ໄມ້​ປະ​ສົມ​ປະ​ສານ​ກັບ​ວາດ​ຟ້ອນ​ທີ່​ອ່ອນ​ຊ້ອຍ​ຂອງ​ບັນ​ດາ​ນາງ​ສາວ ແມ່ນ​ສ່ວນ​ຫ​ນຶ່ງ​ທີ່​ຂາດບໍ່​ໄດ້​ໃນ​ຊີ​ວິດ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ​ໃນ​ທຸກວັນ​ນີ້. 


ຕອບກັບ

ຂ່າວ/ບົດ​ອື່ນ