ດົນຕີພື້ນເມືອງຂອງຊາວເຜົ່າ K'ho

(vovworld) - ດົນຕີ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ K'ho ​ແມ່ນ​ອຸດົມສົມ​ບູນ​ທີ່​ສຸດ ​ແລະ ​ເຄີຍ​ສະ​ແດງ​ໃນ​ໂອກາດ​ງານ​ບຸນ​ຕ່າງໆ. ​ໃນ​ບັນດາ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ K'hoນັ້ນ, ຊຸດ​ຄ້ອງ​ທີ່​ປະກອບ​ມີ 6 ໜ່ວຍ, ​ແຄນ (Kơmbuat), ພິນ​ທໍ່​ໄມ້​ໄຜ່ (Kơrla), ກອງ  (Sowgor)… ​ແມ່ນ​ຂາດ​ບໍ່​ໄດ້, ​ເຄື່ອງ​ດົນຕີ​ເຫຼົ່າ​ນັ້ນ​ມີ​ຄວາມ​ສາມາດ​ປະສານ​ສຽງ​ພ້ອມ​ກັບ​ສຽງ​ເພງ.

        ​ເພງ​ພື້ນ​ເມືອງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຮູບ​ການ​ສິລະ​ປະ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ບົດບາດ​ສຳຄັນ ​ແລະ ຂາດ​ບໍ່​ໄດ້​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ K'ho. ນັບ​ແຕ່​ໄດ້​ຮັບ​ການ​ກຳ​ເນີ​ດ, ​ເດັກນ້ອຍ​ຜູ້​ໃດ​ກໍ່​ໄດ້​ຮັບ​ຟັງສຽງ​ກ່ອມ​ທີ່​ອ່ອນ​ຫວານ​ຂອງ​ແມ່, ​ເມື່ອ​ມີ​ອາຍຸ 15-16 ປີ, ຜູ້​ຊາຍ, ຜູ້ຍິງ​ຊາວ​ເຜົ່າ K'ho​ໄດ້​ຮູ້​ຂັບ​ກ້ຽວ​ກັນ, ຮູ້​ເປົ່າ​ແຄນ ​ແລະ ນຳ​ໃຊ້​ເຄື່ອງ​ດົນຕີ​ປະ​ເພດ​ຕ່າງໆ, ຮູ້​ຕີ​ຄ້ອງ ​ແລະ ຟ້ອນ​ລວມໝູ່​ໃນ​ງານ​ບຸນ​ຕ່າງໆ.. ​ເມື່ອ​​ເປັນ​ເຈົ້າ​ຂອງ​ຄອບຄົວ, ​ເຂົາ​ເຈົ້າ​ຮູ້​ຂັບ​ຮ້ອງ​ເພື່ອ​ເຊີນ​ແຂກ​ເຂົ້າ​ເຮືອນ. ​ເມື່ອ​ອາຍຸ​ເຖົ້າ​ແກ່​ເຂົາ​ເຈົ້າ​ນັ່ງ​ຂ້າງ​ເຕົາ​ໄຟທັງ​ດື່ມ​ເຫຼົ້າ​ໄຫ, ທັງ​ເລົ່າ​ເລື່ອງ​ໃຫ້​ລູກ​ຫຼານ​ຟັງ.

        ບັນດາ​ບົດ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ K'ho ລວມມີ​ຂັບ​ກ້ຽວ​ກັນ, ຂັບ​ແຮກສ່ຽວ, ຂັບ​ກ່ອມ​ລູກ… ​ມີເນື້ອ​ໃນ​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ທີ່​ລື້ງ​ເຄີຍ, ​ໃກ້ຊິດຕິດ​ແທດ​ກັບ​ແນວ​ຄິດ, ວິຖີ​ຊີວິດ​ຂອງ​ຊາວ​ເຜົ່າ K'ho. ບັນດາ​ບົດ​ເພງ​ພື້ນ​ເມືອງ​ຖືກ​ສືບທອດ​ກັນ​ມາ​ແຕ່​ລຸ້ນນີ້​ໄປ​ຍັງ​ລຸ້ນອື່ນ, ດັ່ງ​ນັ້ນ, ນອກຈາກ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ມັນຍັງ​ມີ​ຄຸນຄ່າ​ປັບປຸງ​ຄອບຄົວ, ວົງ​ຕະກຸນ, ໝູ່​ບ້ານ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ກົດ​ວິ​ໃນ​ ​ໃນປະຊາ​ຄົມ.

ດົນຕີພື້ນເມືອງຂອງຊາວເຜົ່າ K'ho - ảnh 1
ລາຍ​ການ​ສະ​ແດງ​ຕີ​ຄ້ອງ​ຂອງ​ຊາວ​ເຜົ່າ K'ho
(ພາບ: baolamdong)


        ພ້ອມ​ກັບ​ບັນດາ​ທຳນອງ​ເພງ​ພື້ນ​ເມືອງ, ຊາວ​ເຜົ່າ K'ho ຍັງ​ມີ​ເຄື່ອງ​ດົນຕີ​ຫຼາຍ​ປະ​ເພດ​ທີ່​ແຕກ​ຕ່າງ​ກັນ ​ແລະ ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ພິທີ, ງານ​ບຸນ​ຕ່າງໆ. ຄຸນຄ່າ​ພົ້ນ​ເດັ່ນ​ຂອງ​ດົນຕີ​ພື້ນ​ເມືອງ​ນັ້ນ​ແມ່ນ, ສ້າງ​ພື້ນຖານ​ໃຫ້​ພິທີ​ບູຊາ, ງານ​ບຸນ​ຕ່າງໆ, ປະສານ​ສຽງ​ດົນຕີ​ກັບ​ສຽງ​ແພງ ​ແລະ “ບັນຊາ“ ຈັ່ງ​ຫວະ​ເຕັ້ນ​ລຳ. ບັນດາ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເຊັ່ນ ພິນ​ຫີນ (lu gòng) , ຄ້ອງ (cing), ຄ້ອງດົ່ງ​ລາ, ກອງຢາ​ນາຍ (sơgor), ​ແຄນ, ພິນ 6 ສາຍ, ປີ່…​ແມ່ນ​ບັນດາ​ເຄື່ອງ​ດົນຕີ​ພື້ນ​ເມືອງ, ດ້ວຍ​ນຳ້​ສຽງ​ພິ​ເສດ​ສະ​ເພາະ, ​ເຕັມ​ໄປ​ດ້ວຍ​ສີສັນ​ຊົນ​ເຜົ່າ. ທ່ານ ຫງວຽນ​ວັນ​ແມ່ງ, ຜູ້ຄົ້ນ​ຄ້ວາ​ດົນຕີ​ຂອງ​ຊາວ​ເຜົ່າ K'ho, ​ໃຫ້​ຮູ້​ວ່າ:

        “​ເຄື່ອງ​ດົນຕີ​ທີ່ສຳຄັນ​ກວ່າ​ໝູ່​ສຳລັບ​ຊາວ​ເຜົ່າ K'ho​, ນັ້ນ​ແມ່ນ​ຄ້ອງ​ດົ່ງ​ລາ, ທີ​ໜຶ່ງ​ແມ່ນ​ເພື່ອ​ຕີ​ໃນ​ງານ​ດອງ​ເພື່ອ​ອວຍພອນ​ເຈົ້າ​ບ່າວ, ​ເຈົ້າ​ສາວ. ນອກ​ນັ້ນ​ໃນ​ງານ​ດອງ, ​ແຄນ​ກໍ່​ແມ່ນ​ເຄື່ອງ​ດົນຕີ​ທີ່​ຂາດ​ບໍ່​ໄດ້. ​ເມື່ອ​ອວຍພອນ​ເຮືອນ​ໃໝ່, ​ຫຼື​ໃນ​ພິທີ​ບູຊາ​ລົງ​ທົ່ງເຂົາ​ເຈົ້າ​ກໍ່​ຕີ​ຄ້ອງ​ດົ່ງ​ລາ“.

        ພິນ​ຫີນ ​ແລະ ຄ້ອງ​ແມ່ນ​ເຄື່ອງ​ດົນຕີ​ສອງ​ປະ​ເພດ​ທີ່​ເຄີຍນຳ​ໃຊ້​ທົ່ວ​ໄປ​ໃນ​ປະຊາ​ຄົມ​ຊາວ​ເຜົ່າ​ສ່ວນ​ໜ້ອຍ. ຊຸດ​ຄ້ອງ​ຂອງ​ຊາວ​ເຜົ່າ K'ho ປະກອບ​ມີ 6 ໜ່ວຍ. ​ເມື່ອ​ຕີ​ຄ້ອງ, ຊາວ​ເຜົ່າ K'ho ຈັດ​ຄ້ອງ​ເປັນ​ຮູບ​ໂກງ​ສອນ, ມື​ເບື້ອງ​ຊ້າຍ​ຊູ​ໜ້າ​ໃນ, ສ່ວນມື​ເບື້ອງ​ຂວາ​​ແມ່ນຕີ​ຄ້ອງ, ນ້ຳ​ສຽງ​ຂຶ້ນ​ລົງ​ແມ່ນ​ຂຶ້ນ​ກັບ​ຝາ​ມື​ແບ​ອອກ​ຫຼື​ຈຸ້ມ​ເຂົ້າ. ​ໃນ​ປະຊາ​ຄົມ​ຊາວ​ເຜົ່າ K'ho ທີ່​ດ​ຳລົງ​ຊີວິດ​ຢູ່​ເຂດ​ພູ ລາງ​ບີ​ອາງ, ​ແຂວງ ​ເລິ​ມດົ່ງ. ຄ້ອງ​ມີ​ເຖິງ 36 ທຳນອງທີ່​ແຕກ​ຕ່າງ​ກັນ. ​ແລະ ສ່ວນ​ຫຼາຍ​ຖືກ​ນຳ​ໃຊ້​ໃນ​ງານ​ບຸນ​ທີ່​ເບີກບານ​ມ່ວນ​ຊື່ນ.

        ສິ່ງ​ທີ່​ໜ້າ​ພາກພູມ​ໃຈ​ນັ້ນ​ແມ່ນ, ຜ່ານ​ຄວາມ​ຫຍຸ້ງຍາກ​ໃນ​ການ​ດຳລົງ​ຊີວິດ​ມາ​ຫຼາຍ​ປີ, ​ແຕ່​ຊາວ​ເຜົ່າ K'ho ຍັງ​ຄົງ​ຮັກສາ​ດົນຕີ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້. ປະຈຸ​ບັນ, ພ້ອມ​ກັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ລັດ, ຍັງ​ມີ​ສ່ວນ​ບຸກຄົນ​ມີ​ສະຕິ​ຮັກສາ, ສືບ​ທອດ​ດົນຕີ​ພື້ນ​ເມືອງ​ໃຫ້​ແກ່​ລູກ​ຫຼານ​ຂອງ​ຕົນ ​ເພື່ອ​ແນ​ໃສ່​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ. ທ່ານ ຮ່າ​ວັນ​ຢິງ, ພະນັກງານ​ຄົ້ນ​ຄ້ວາ​ວັດທະນະທຳ​ຂອງ​ຊາວ​ເຜົ່າ K'ho, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ລັດ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ກໍ່ສ້າງ​ຫໍ​ວັດທະນະທຳ​ຢູ່​ ຕາ​ແສງ, ບ້ານຕ່າງໆ. ​ແລະ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ພາຫະນະ ອຸປະກອນ​, ພິ​ເສດ​ແມ່ນ​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າ K'ho . ລັດ​ສະໜອງ​ທຶນ​ປະກອບຊຸດ​ອາພອນ​ປະຈຳ​ເຜົ່າ, ​ເຄື່ອງ​ດົນຕີ​​ໃຫ້​ບັນດາ​ຫໍ​ວັດທະນະທຳ ເພື່ອ​ຟື້ນ​ຟູວັດທະນະທຳ​ທີ່​ເປັນ​ເອກະລັກ​ຂອງ​ຊົນ​ເຜົ່າ, ​ເຊິ່ງກ່ອນ​ນີ້​ຖືກ​ເສື່ອ​ມຫາຍ​​ໄປແລ້ວ“.

ປະຈຸ​ບັນ, ມີ​ຫຼາຍ​ຄອບ​ຄົວ​ຊາວ​ເຜົ່າ K'ho ​ໄດ້​ມີ​ສະຕິ​ເສາະ​ຫາ, ຮັກສາ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້. ສຳລັບ​ເຂົາ​ເຈົ້າ​ແລ້ວ, ນີ້​ບໍ່​ພຽງ​ແຕ່​ແມ່ນ​ຊັບ​ສິນ​ເທົ່າ​ນັ້ນ, ຫາກ​ເຄື່ອງ​ດົນຕີ ​ແລະ ບັນດາ​ບົດ​ເພງ​ພື້ນ​ເມືອງ​ທີ່​ຖືກສະ​ແດງ​ໃນ​ງານ​ບຸນ​ຕ່າງໆ ກໍ່​ແມ່ນ​ວິທີ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້.


ຕອບກັບ

ຂ່າວ/ບົດ​ອື່ນ