ທ່ານຫວີ່ວັນອ໋ອມ - ວິລະຊົນແຮງງານຢູ່ເຂດຊາຍແດນທາງທິດຕາເວັນຕົກສ່ຽງເຫນືອຫວຽດນາມ

(VOVWORLD) -ຢູ່ເຂດຊາຍແດນ ຈຽງອອນ ຂຶ້ນກັບເມືອງ ອຽນເຈົາ ແຂວງ ເຊີນລາ, ປະຊາຊົນທັງຢູ່ໃກ້ແລະຢູ່ໄກ ເຄີຍເວົ້າເຖິງທ່ານ ຫວີ່ວັນອ໋ອມ ດ້ວຍຄວາມເອກອ້າງທະນົງໃຈ ເພາະທ່ານແມ່ນຊາວເຜົ່າ ຊີງມູນ ໄດ້ຮັບນາມມະຍົດວິລະຊົນແຮງງານໃນໄລຍະປ່ຽນແປງໃຫມ່ປີ 2005 ໂດຍພັກ ແລະ ລັດ ມອບໃຫ້. ທ່ານ ຫວີ່ວັນອ໋ອມ ໄດ້ມີບັນດາຜົນງານດີເດັ່ນພິເສດໃນການສ້າງກຸ່ມກ້ອນມະຫາສາມັກຄີບັນດາເຜົ່າ, ເປັນຜູ້ນຳຫນ້າໃນກິດຈະການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ປະກອບສ່ວນນຳມາເຊິ່ງຊີວິດອີ່ມຫນຳສຳລານສົມບູນພູນສຸກໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ ທາງທິດຕາເວັນຕົກສ່ຽງເຫນືອ (ໄຕບັກ). ບົດຂຽນຂອງນັກຂ່າວ ຕ່ອງດືກແດງ: ຫວີ່ວັນອ໋ອມວິລະຊົນແຮງງານຢູ່ເຂດຊາຍແດນທາງທິດຕາເວັນຕົກສ່ຽງເຫນືອຫວຽດນາມ.
ທ່ານຫວີ່ວັນອ໋ອມ - ວິລະຊົນແຮງງານຢູ່ເຂດຊາຍແດນທາງທິດຕາເວັນຕົກສ່ຽງເຫນືອຫວຽດນາມ - ảnh 1 ທ່ານ ຫວີ່ວັນອ໋ອມ

ໃນຊຸມປີມໍ່ໆມານີ້, ໂສມຫນ້າຊົນນະບົດໃຫມ່ຢູ່ເຂດຊາຍແດນ ໄຕບັກ ໄດ້ມີການປ່ຽນແປງຫລາຍຢ່າງ, ເປັນຕົ້ນແມ່ນພື້ນຖານໂຄງລ່າງ ເມື່ອບັນດາເສັ້ນທາງທີ່ມີລວງຍາວກວ່າ 20 ກິໂລແມັດໄດ້ປູຢາງສຳເລັດ, ອັນໄດ້ສ້າງຄວາມສະດວກໃຫ້ປະຊາຊົນໃນການໄປມາຫາສູ່ຈາກໃຈກາງເມືອງເຖິງປ້ອມປ້ອງກັນຊາຍແດນ ນາກາຍ. ເມື່ອມີການປ່ຽນແປງດັ່ງກ່າວ, ປະຊາຊົນບັນດາເຜົ່າຢູ່ ຕາແສງ ຈຽງອອນ ເມືອງ ອຽນເຈົາ ແຂວງ ເຊີນລາ ບໍ່ຫລົງລືມຄຸນງາມຄວາມດີຂອງທ່ານ ຫວີ່ວັນອອ໋ມ, ຊາວເຜົ່າ ຊີງມູນ ແມ່ນອະດີດຮອງປະທານຄະນະກຳມະການປະຊາຊົນຕາແສງ ຈຽງອອນ ໄລຍະຊຸມປີ 1976-2005, ວິລະຊົນແຮງງານໃນໄລຍະປ່ຽນແປງໃຫມ່. ທ່ານ ຊົ່ງລາວເຢຍ, ປະທານຄະນະກຳມະການປະຊາຊົນ ຕາແສງ ຈຽງອອນໃຫ້ຮູ້ວ່າ:

        “ນັບແຕ່ປີ 2004, ທ່ານຫວີ່ວັນອອ໋ມ ໄດ້ມີຄຸນງາມຄວາມດີຫລາຍຢ່າງໃນການຂົນຂວາຍແຫລ່ງທຶນຈາກແຂວງ ເຊີນລາ ມາລົງທຶນໃຫ້ ຕາແສງ ຈຽງອອນ ເພື່ອກໍ່ສ້າງເສັ້ນທາງປູຢາງຈາກ ເມືອງ ອຽນເຈົາ ເຖິງ ດ່ານຊາຍແດນສຳຮອງ ຈ້າມນາກ໋າຍ ຕາແສງ ຈຽງອອນ. ນີ້ແມ່ນເສັ້ນທາງດີທີ່ສຸດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ ພໍ່ແມ່ປະຊາຊົນໄດ້ຊົມໃຊ້.”

        ປີ 1972, ພາຍຫລັງສິ້ນສຸດຫນ້າທີ່ການທະຫານກັບຄືນເມືອບ້ານເກີດເມືອງນອນ, ໄລຍະນັ້ນ ເສດຖະກິດແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ເສັ້ນທາງໄປມາບໍ່ທັນໄດ້ຮັບການກໍ່ສ້າງ, ປະຊາຊົນດຳລົງຊີວິດຢູ່ກະແຈກກະຈາຍ, ບໍ່ຮູ້ຈັກວິທີໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ເຂົ້າທີ່ປະຊາຊົນຜະລິດມາໄດ້ພຽງກຸ້ມກິນເທົ່ານັ້ນ. ໄລຍະນີ້ ທ່ານ ຫວີ່ວັນອອ໋ມ ໄດ້ບັນທຶກບັນດາຄວາມຮູ້ໃນວຽກງານຂົນຂວາຍປະຊາຊົນເມື່ອໄດ້ຮ່ຳຮຽນຈາກທະຫານ ແລະ ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ, ບວກກັບຄວາມສາມາດເວົ້າໄດ້ ພາສາໄທ, ມົ້ງ, ລາວ, ຊີງມູນ, ແນະນຳໃຫ້ຊາວຊົນເຜົ່າໝູນໃຊ້ວິທີວິທະຍາສາດທັນສະໄຫມກວ່າໃນການຜະລິດກະສິກຳ, ຊ່ວຍໃຫ້ພໍ່ແມ່ປະຊາຊົນໃນບ້ານສາມັກຄີກັນເພີ່ມພູນຜະລິດຜົນ,  ສ້າງຊີວິດອີ່ມໜຳສຳລານສົມບູນພູນສຸກຢູ່ເຂດຊາຍແດນ. ນອກນັ້ນ ທ່ານຍັງສືບຕໍ່ຊອກຫາທິດທາງການພັດທະນາເສດຖະກິດ, ຊ່ວຍປະຊາຊົນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ. ປີ 1986, ເມື່ອມີໂອກາດໄປປະຕິບັດງານຢູ່ ຮ່າໂນ້ຍ, ທ່ານໄດ້ຮັບການແນະນຳກ່ຽວກັບແນວພັນສາລີປະສົມພັນໃຫມ່ ຢູ່ ດານເຟື້ອງ (ຮ່າໂນ້ຍ), ປູກງ່າຍ, ແຕ່ນຳມາເຊິ່ງສະມັດຕະພາບສູງ.  ທ່ານຫວີ່ວັນອອ໋ມ ໄດ້ນຳເອົາໃຫ້ຄອບຄົວ, ພະນັກງານໃນຕາແສງ, ອ້າຍນ້ອງປູກທົດລອງກ່ອນ ແລະ ບັນລຸປະສິດທິຜົນດ້ານເສດຖະກິດສູງ. ອ້າຍ ຫວ່າງລາວຢື້, ນາຍບ້ານ ດີນຈີ ຕາແສງ ຈຽງອອນ ເມືອງ ອຽນເຈົາ ໃຫ້ຮູ້ວ່າ:

        “ປູກສາລີຄືດັ່ງ ລຸງຫວີ່ວັນອອ໋ມ ແນະນຳ ໃຫ້ ຕ້ອງໄຖດິນໄຮ່, ຮ່ອງເພື່ອຫວ່ານເມັດສາລີລົງ, ໃສ່ຟຸ່ນໃຫ້ສາລີເຕີບໂຕດີກວ່າ ແລະ ບັນລຸສະມັດຕະພາບສູງກວ່າ. ໄລຍະກ່ອນນີ້ ຍັງບໍ່ທັນໄດ້ຮັບການແນະນຳ, ໂຄສະນາ ຈາກລຸງ ຫວີ່ວັນອອ໋ມ ສະນັ້ນ ຊາວບ້ານບໍ່ຮູ້ຈັກວິທີປູກສາລີ ພຽງແຕ່ປູກຕາມຄວາມຊີນເຄີຍເທົ່ານັ້ນ.”

ໄລຍະປ່ຽນແປງໃຫມ່, ທ່ານຫວີ່ວັນອອ໋ມ ສືບຕໍ່ຂົນຂວາຍປະຊາຊົນ ປະລະການເຮັດໄຮ່, ສຸມໃສ່ເປີດກວ້າງເນື້ອທີ່ປູກເຂົ້ານາທາມ. ທ່ານຫວີ່ວັນອອ໋ມ ເອງ ໄດ້ໄປຍັງ ເມືອງ ບັກຮ່າ ແຂວງ ລາວກາຍ ເພື່ອຊື້ ຕົ້ນໝາກໝັ້ນ 500 ຕົ້ນ ເອົາເມືອປູກຢູ່ເຂດດິນ ຈຽງອອນ ແລ້ວປູກຕົ້ນໄມ້ກິນຫມາກປະເພດອື່ນຕື່ມອີກຄື: ໝາກກ້ຽງ, ໝາກສົມໂອ…ເມື່ອເຫັນທ່ານຫວີ່ວັນອອ໋ມ ປູກຕົ້ນໄມ້ກິນຫມາກມີສະມັດຕະພາບສູງ, ຫລາຍຄອບຄົວໃນບ້ານກໍ່ປະຕິດບັດຕາມ, ປະຈຸບັນ ທົ່ວຕາແສງ ມີເນື້ອທີ່ດິນປູກໝາກໝັ້ນປະມານ 20 ເຮັກຕາ , ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນນັບມື້ນັບມີການປ່ຽນແປງ, ຈຳນວນຄອບຄົວອຶດຫິວທຸກຍາກກໍ່ໄດ້ ຫລຸດຜ່ອນລົງ. ທ່ານ ຫວີ່ວັນອອ໋ມ ແບ່ງປັນວ່າ: ໂດຍແມ່ນພະນັກງານ ຍາມໃດກໍ່ຕ້ອງສຸດຈິດສຸດໃຈ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ, ຮູ້ຈັກເຖິງຄວາມເປັນຫ່ວງຂອງປະຊາຊົນ.

        “ສຸມໃສ່ແກ້ໄຂບັນຫາຊີວິດການເປັນຢູ່ກ່ອນ, ເມື່ອມີເງື່ອນໄຂຈຶ່ງພັດທະນາດ້ານອື່ນ. ຈາກນັ້ນ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບກ້າວຫນ້າ, ທຸກດ້ານກ່ຽວກັບຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບແມ່ນປະຕິບັດໄດ້ດີ, ພິເສດແມ່ນບັນຫາເສັ້ນຊາຍແດນ, ເສົາຫລັກໝາຍຊາຍແດນ, ສົມທົບກັບກຳລັງທະຫານປ້ອງກັນຊາຍແດນ ປະຕິບັດການສະກັດກັ້ນຢ່າງເຖິງຖອງເພື່ອໃຫ້ມີການຂ້າມຊາຍແດນຢ່າງຜິດກົດໝາຍ, ຄ້າຂາຍຢາເສບຕິດຜ່ານຊາຍແດນ ຢ່າງຜິດກົດໝາຍ.”

ທ່ານຫວີ່ວັນອ໋ອມ - ວິລະຊົນແຮງງານຢູ່ເຂດຊາຍແດນທາງທິດຕາເວັນຕົກສ່ຽງເຫນືອຫວຽດນາມ - ảnh 2 ທ່ານຫວີ່ວັນອອ໋ມ ນຳເອົາ ແນວພັນສາລີປະສົມພັນມາໃຫ້ຊາວຊົນເຜົ່າ

ພາບ:ອິນເຕີແນັດ

        ເຖິງວ່າ ປີນີ້ ມີອາຍຸກໍ່ສູງແລ້ວກໍຕາມ ແຕ່ທ່ານຫວີ່ວັນອອ໋ມ ຍັງຄົງສືບຕໍ່ສະຫນັບສະຫນູນທຸກຂະບວນການຢູ່ທ້ອງຖິ່ນ, ເປັນເສນາທິການໃຫ້ອຳນາດການປົກຄອງບ້ານເພື່ອຊອກທິດຫັນປ່ຽນການປູກຝັງ, ລ້ຽງສັດ, ຊ່ວຍໃຫ້ພໍ່ແມ່ປະຊາຊົນພັດທະນາເສດຖະກິດ. ທ່ານ ຫວີ່ວັນບຽນ, ພະນັກງານ ບ້ານຈ່າງນ້ຳ ຕາແສງ ຈຽງອອນ ເມືອງ ອຽນເຈົາ ໃຫ້ຮູ້ວ່າ:

        “ ທ່ານຫວີ່ວັນອອ໋ມ ເປັນເຈົ້າກົກເຈົ້າເຫລົ່າທີ່ມີອິດທິພົນຊື່ສຽງໃນບ້ານ, ສະນັ້ນ ບັນຫາຕ່າງໆ ທ່ານລ້ວນແຕ່ໂຄສະນາໃຫ້ແກ່ປະຊາຊົນເປັນຢ່າງດີ, ເປັນແບບຢ່າງໃຫ້ພໍ່ແມ່ປະຊາຊົນ. ທີຫນຶ່ງ ແມ່ນການຫັນປ່ຽນອົງປະກອບແນວປູກ. ທີສອງແມ່ນໂຄສະນາໃຫ້ພໍ່ແມ່ປະຊາຊົນປະຕິບັດບັນດາແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ. ຈາກນັ້ນ ພໍ່ແມ່ປະຊາຊົນມີຄວາມເຊື່ອໝັ້ນ ແລະ ປະຕິບັດຕາມ.”

        ບັນດາການປະກອບສ່ວນຂອງທ່ານຫວີ່ວັນອອ໋ມ ໄດ້ປະກອບສ່ວນຕັ້ງຫນ້າເຂົ້າໃນຂະບວນການທົ່ວປວງຊົນກໍ່ສ້າງຊົນນະບົດໃຫມ່. ທ່ານຫວີ່ວັນອອ໋ມ ແມ່ນວິລະຊົນແຮງງານ ໃນດວງໃຈຂອງປະຊາຊົນຢູ່ເຂດຊາຍແດນ ໄຕບັກຂອງປະເທດຊາດຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ