ນັກສິລະປະການຂັບແທນ ຫງວຽນທ໋າຍຮັອກ

(VOVWORLD) -ພິທີຂັບແທນ ແມ່ນການຖະຫວາຍເຫລົ້າ ແລະ ບັນດາປະເພດດອກໄມ້ຫອມ ໝາກໄມ້ຫວານໃຫ້ເທວະດາແທນ ຢູ່ເທິງເມືອງຟ້າ, ສະແດງເຖິງຈິດໃຈອັນບໍລິສຸດ ແລະ ເຄົາລົບນັບຖືຂອງບັນດາໝໍແທນຜູ້ຢູ່ໂລກມະນຸດເຊື້ອເຊີນ ເທວະດາແທນ ລົງມາໂລກມະນຸດ ເພື່ອຮັບເອົາເຄື່ອງບູຊາ ດົນບັນດານໂຊກລາບໃຫ້ທຸກຄົນ ແລະ ພ້ອມກັນມ່ວນຊື່ນກັບບັນດາໝໍແທນ ແລະ ປະຊາຊົນໃນໝູ່ບ້ານ

ທີ່ງານມະໂຫລານສິລະປະຂັບແທນ ພິນຕິ໋ງ ທົ່ວປະເທດຄັ້ງທີ VI ຈັດຕັ້ງຢູ່ແຂວງ ຮ່າຢາງໃນເດືອນພຶດສະພາຜ່ານມາ, ລາຍການສະແດງຂັບແທນພື້ນເມືອງຂອງນັກສິລະປະການ ຫງວຽນທ໋າຍຮັອກ ພ້ອມກັບບັນດານັກສະແດງຂອງຕາແສງ ເຟືອງໂດ໋, ນະຄອນ ຮ່າຢາງ ໄດ້ສະແດງໃຫ້ເຫັນການປະກອບສ່ວນຍາດໄດ້ 4 ລາງວັນ A ມາໃຫ້ແກ່ຄະນະນັກສິລະປະການ, ນັກສະແດງແຂວງ ຮ່າຢາງ. ໃນຄວາມສຳເລັດລວມຂອງສິລະປະຂັບແທນແຂວງ ຮ່າຢາງ ກໍໄດ້ມີການປະກອບສ່ວນຂອງ ນັກສິລະປະການ ຫງວຽນທ໋າຍຮັອກ ຢ່າງສຸດຈິດສຸດໃຈ.

ສຽງປະກອບ

        ບັນດາສຽງດົນຕີສຽງຂັບຮ້ອງດັ່ງກ່າວນັ້ນ ແມ່ນຄັດມາຈາກຕອນໜຶ່ງຂອງການສະແດງ ຂັບແທນ “ພາວະນາຂໍຄວາມຢູ່ເຢັນເປັນສຸກໃນມື້ບຸນເຕັດ” ໂດຍນັກສິລະປະການ ຫງວຽນທ໋າຍຫອກ ສະແດງທີ່ງານມະໂຫລານສິລະປະຂັບແທນ ພິນຕິ໋ງ ທົ່ວປະເທດຄັ້ງທີ VI. ລາຍການສະແດງນີ້ ໄດ້ຮັບການຕີລາຄາສູງຈາກຄະນະກຳມະການກ່ຽວກັບສິລະປະຂັບແທນແບບດັ້ງເດີມປະສານກັບບັນດາລາຍການສະແດງຂັບລຳພື້ນເມືອງທີ່ໄດ້ຮັບການກະກຽມຢ່າງພິຖີພິຖັນ.

ນັກສິລະປະການຂັບແທນ ຫງວຽນທ໋າຍຮັອກ - ảnh 1 ງານມະໂຫລານສິລະປະຂັບແທນ ພິນຕິ໋ງ

(ພາບ:zing.vn)

ປີນີ້ ນັກສິລະປະການ ຫງວຽນທ໋າຍຮັອກ ມີອາຍຸ 65 ປີແລ້ວ, ທ່ານກຳເນີດໃນຄອບຄົວທີ່ມີມູນເຊື້ອຕິດພັນກັບສິລະປະຂັບແທນ ພິນຕິ໋ງ ຫລາຍເຊັ່ນຄົນ, ແຕ່ເມື່ອເຕີບໃຫຍ່ ຊີວິດທ່ານກໍມີຫລາຍທາງເດີນ. ໂດຍບໍ່ໄດ້ເດີນຕາມສິລະປະຂັບແທນທີ່ເປັນມູນເຊື້ອຂອງຄອບຄົວຢ່າງຕໍ່ເນື່ອງ, ທ່ານເຄີຍໄດ້ໄປຮັບໃຊ້ວຽກງານການທະຫານ 10 ກວ່າປີ. ພາຍຫລັງສິ້ນສຸດຫນ້າທີ່ຮັບໃຊ້ການເປັນທະຫານ ທ່ານພັດຖືກສົ່ງໄປເປັນພະນັກງານຢູ່ ອົງການກວດກາຄະນະພັກແຂວງ. ເກືອບ 40 ປີທີ່ເຮັດວຽກຢູ່ຫລາຍບ່ອນດ້ວຍຫລາຍທີ່ຕັ້ງແຕກຕ່ງກັນ, ແຕ່ໃນແນວຄິດຈິດໃຈຂອງທ່ານ ຍາມໃດກໍສະຫງວນໃຫ້ສິລະປະຂັບແທນ ພິນຕິ໋ງ. ນັບແຕ່ມື້ທ່ານອອກກິນເບ້ຍບຳນານ ແລ້ວກັບຄືນເມືອບ້ານເກີດເມືອງນອນ ເຊິ່ງຫ່າງຈາກນີ້ 6 ປີ, ທ່ານມີຄວາມສຸດຈິດສຸດໃຈຕໍ່ສິລະປະຂັບແທນ ຢ່າງຈິງໃຈ.  ນັກສິລະປະການ ຫງວຽນທ໋າຍຮັອກ ແບ່ງປັນວ່າ:

ດ້ວຍບັນດາຈັງຫວະທຳນອງຂັບແທນ ພິນຕິ໋ງ ຂ້າພະເຈົ້າມີຄວາມເຂົ້າໃຈເລິກເຊິ່ງທີ່ສຸດ. ກ່ອນໜ້ານີ້ ຂ້າພະເຈົ້ໄດ້ຮຽນນຳປູ່ຂອງຂ້າພະເຈົ້າ. ປູ່ຂອງຂ້າພະເຈົ້າກໍແມ່ນນັກສິປະການສອນຢູ່ບັນດາ້ອງຮຽນຂັບແທນ ພິນຕິ໋ງ, ສະນັ້ນ ມາຮອດຈຸດເວລານີ້ ຂ້າພະເຈົ້າກໍຮຽນໄດ້ສ່ວນໃດໜຶ່ງາກບັນດາຜູ້ເຖົ້ຜູ້ແກ່ສອນໃຫ້, ເຖິງວ່າຍັງບໍ່ທັນເຕັມ 100% ກໍຕາມແຕ່ບາງເທື່ອກໍາດໄດ້ປະມານ 70 80%. ແຕ່ນັ້ນພຽງແຕ່ແມ່ນຈັງຫວະທຳນອງເທົ່ານັ້ນ, ສ່ວນເນື້ອໃນຂອງບັນດາບົດຂັບແທນເຊິ່ງຜູ້ເຖົ້ຜູ້ແກ່ປະໄວ້ໃຫ້ ແມ່ນອຸດົສົມບູນຫລາຍ, ຍັງຕ້ອງໄດ້ລົງເລິໃນການຄົ້ນຄວ້າຮ່ຳຽນຫລາຍ, ຂ້າພະເຈົ້າຍັງຕ້ອງຄ່ອຍໆຮຽນື່ມອີ”.

ຕາມ ນັກສິລະປະການ ຫງວຽນທ໋າຍຮັອກ ແລ້ວ, ເຂດ ຂັບແທນແບບດັ້ງເດີມ ຮ່າຢາງ ຢູ່ບ້ານເກີດເມືອງນອນຂອງທ່ານມີ 3 ບ່ອນແມ່ນບັນດາຕາແສງ: ເຟືອງໂດະ, ເຟືອງຕ໋ຽນ ແລະ ເຟືອງທ້ຽນ, ເຊິ່ງຢູ່ໝູ່ບ້ານ ເຟືອງໂດະ ແມ່ນຍັງຄົງຮັກສາຕາມແບບດັ້ງເດີມໄວ້ໄດ້. ແທນ ໃນພາສາໄຕ່ ມີຄວາມໝາຍວ່າ ຟ້າແຖນ, ຂັບແທນ ແມ່ນຈັງຫວະການຂັບທີ່ສວຍງາມປຽບເຫມືອນແດນສະຫວັນ, ເຊິ່ງແມ່ນຮູບແບບການສະແດງຂັບລຳພື້ນເມືອງແບບສັງລວມປະເພດໜຶ່ງທີ່ມີລັກສະນະສີສັນແຫ່ງການເຫລື້ອມໃສທີ່ມີມາແຕ່ດົນນານແລ້ວ. ການຂັບແທນແບບດັ້ງເດີມໄດ້ເລົ່າຂານປາກຕໍ່ປາກຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ, ຍ້ອນແນວນັ້ນ ຈຶ່ງຮຽກຮ້ອງໃຫ້ນັກສິລະປະການຕ້ອງເຂົ້າໃຈເຖິງຄວາມຮູ້ແບບດັ້ງເດີມ, ທັງຂັບ ທັງເສບພິນຕິ໋ງ, ໃຊ້ພວງເຫລັກເຄາະ, ປະສົມປະສານກັບບັນດາການຟ້ອນຮ້ອງລຳທຳເພງ.

ນັກສິລະປະການຂັບແທນ ຫງວຽນທ໋າຍຮັອກ - ảnh 2 ສະໂມສອນຂັບແທນພື້ນເມືອງຢູ່ຕາແສງເຟືອງໂດະ ແຂວງຮ່າຢາງ ສະແດງສິລະປະຂັບແທນປະຈຳເດືອນ

(ພາບ: hagiangtv.vn)

ແຕ່ລະປີ ເມື່ອຮອດທ້າຍເດືອນ 2 ຕົ້ນເດືອນ 3 ໄລ່ຕາມຈັນທະປະຕິທິນ ຫວຽດນາມ ແລ້ວ, ຊາວເຜົ່າໄຕ່ ຢູ່ຕາແສງ ເຟືອງໂດ໋ ເຄີຍໄດ້ຈັດຕັ້ງງານບຸນຂັບແທນ. ນີ້ແມ່ນພິທີກຳທີ່ສຳຄັນ ເຊິ່ງກ່ອນໜ້ານີ້ເຄີຍຈັດຕັ້ງເພື່ອບູຊາຢູ່ໃນແຕ່ລະຄອບຄົວ, ແຕ່ໃນຊຸມປີມໍ່ໆມານີ້ ໄດ້ຈັດຕັ້ງຕາມຂອບຂະໜາດຕາແສງ ເພື່ອພາວະນາຂໍໃຫ້ປີໃໝ່ລະດູການເກັບກ່ຽວໄດ້ຮັບຜົນດີ ປະຊາຊົນໃນຕາແສງມີຄວາມຢູ່ເຢັນເປັນສຸກ. ພິທີຂັບແທນ ແມ່ນການຖະຫວາຍເຫລົ້າ ແລະ ບັນດາປະເພດດອກໄມ້ຫອມ ໝາກໄມ້ຫວານໃຫ້ເທວະດາແທນ ຢູ່ເທິງເມືອງຟ້າ, ສະແດງເຖິງຈິດໃຈອັນບໍລິສຸດ ແລະ ເຄົາລົບນັບຖືຂອງບັນດາໝໍແທນຜູ້ຢູ່ໂລກມະນຸດເຊື້ອເຊີນ ເທວະດາແທນ ລົງມາໂລກມະນຸດ ເພື່ອຮັບເອົາເຄື່ອງບູຊາ ດົນບັນດານໂຊກລາບໃຫ້ທຸກຄົນ ແລະ ພ້ອມກັນມ່ວນຊື່ນກັບບັນດາໝໍແທນ ແລະ ປະຊາຊົນໃນໝູ່ບ້ານ. ນອກຈາກເຄື່ອງຂອງຖະຫວາຍບູຊາແລ້ວ, ສິ່ງທີ່ຂາດບໍ່ໄດ້ໃນພິທີກຳນີ້ ແມ່ນບັນດາການສະແດງຂັບແທນ ພິນຕິ໋ງ ພື້ນເມືອງ ທີ່ພັນລະນາເຖິງບັນດາຜູ້ຄົນທີ່ນຳເອົາເຄື່ອງບູຊາມາຖະຫວາຍໃຫ້ເທວະດາແທນ, ເຊິ່ງເປັນເທບນິຍາຍແຕ່ປາງກ່ອນ ສະແດງໃຫ້ເຫັນມະໂນພາບຂອງຊາວເຜົ່າ ໄຕ່ ໃນເມື່ອກ່ອນ. ລາຍການສະແດງ ຂັບແທນພື້ນເມືອງ “ພາວະນາຂໍຄວາມຢູ່ເຢັນເປັນສຸກໃນມື້ບຸນເຕັດ” ໂດຍນັກສິລະປະການ ຫງວຽນທ໋າຍຮັອກ ສະແດງທີ່ການປະກວດຂັບແທນ ພິນຕິ໋ງ ທົ່ວປະເທດຄັ້ງນີ້ ກໍແມ່ນຄັດມາຈາກສ່ວນໜຶ່ງໃນພິທີຂັບແທນຢູ່ໝູ່ບ້ານ ເຟືອງໂດະ.

ພ້ອມກັບການເຂົ້າຮ່ວມບັນດາງານບຸນຂັບແທນໃນວົງຄະນະຍາດຂອງຊາວເຜົ່າຕົນແລ້ວ, ນັກສິລະປະການ ຫງວຽນທ໋າຍຮັອກ ກໍຍັງເຂົ້າຮ່ວມສະໂມສອນຂັບແທນ ພິນຕິ໋ງ ຢູ່ຕາແສງ ເຟືອງໂດະ ແລະ ຈັດຕັ້ງບັນດາຫ້ອງສອນຖ່າຍທອດການຂັບແທນ ພິນຕິ໋ງ ໃຫ້ລຸ້ນໜຸ່ມ. ນັກສິລະປະການ ຫງວຽນທ໋າຍຮັອກ ໃຫ້ຮູ້ວ່າ:

ປັດຈຸບັນ ຂ້າພະເຈົ້າເປັນຫົວໜ້າສະໂມອນຂັບແທນ ພິນຕິ໋ງ ຂອງຕາແສງ ເຟືອງດະ. ສະໂມສອນໄດ້ສ້າງຕັ້ງຂຶ້ມາເປັນເວລາ 4 ປີປາຍແລ້ວ. ມາຮອດປັດຈຸບັນ ສໂມອນໄດ້ເຕົ້ໂຮຜູ້ສູງອຍຸ16 ຄົນ ເຊິ່ງເປັນພະນັກງານ, ສະມາຊິກສະມາຄົມູ້ສູງອຍຸ ເຂົ້າຮ່ວ. ແຕ່ລະເດືອນສະໂມສອນໄດ້ເຄື່ອນໄຫວ 2 ຄ່ຳຂອງວັນທີ 14 15 ໄລ່ຕາມຈັນທະປະຕິທິນໃນມື້ເດືອນເພັງ, ບັນດາຜູ້ສູງອຍຸຈະມາຮຽນນຳກັນ, ສ່ວນໃນ 1 ເດືອນ ຈເປີຫ້ອງຮຽນປະມານ 2 ອາທິດ, ອີງຕາມລະ, ຫລັງຈາກລະເກັບກ່ຽວແລ້ວ ແມ່ນແຕ່ລະຄົນຮຽນຕາມໃຈ”.

ດ້ວຍຄວາມສາມາດໃນການຮຽນຄ່ອງແຄ້ວ, ຄວາມເມົາມົວ ແລະ ຄວາມເອກອ້າງທະນົງໃຈຕໍ່ຊົນເຜົ່າ, ບວກກັບຄວາມສາມາດມີຝີມືດີ, ນັກສິລະປະການ ຫງວຽນທ໋າຍຮັອກ ທັງເປັນຄູສອນຖ່າຍທອດຈຸດຍອດຍິ່ງຂອງສິລະປະຂັບແທນ ພິນຕິ໋ງ, ທັງສະສົມ ແລະ ແປບົດເພງເດີມ, ທັງເປັນນັກດົນຕີ, ຜູ້ຈັດງານບຸນພົບປະແລກປ່ຽນສະແດງສິລະປະຢູ່ທ້ອງຖິ່ນ. ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໄດ້ມອບໃບຍ້ອງຍໍໃຫ້ທ່ານຫລາຍໃບ ແລະ ທ່ານກໍໄດ້ຮັບການຮັບຮອງໃຫ້ເປັນນັກສິລະປະການພື້ນເມືອງ ແຕ່ປີ 2013.

ຕອບກັບ

ຂ່າວ/ບົດ​ອື່ນ