ບັນດາຈຸດພິເສດສະເພາະຕົ້ນຕໍຂອງຊົນເຜົ່າ H'rê

(vovworld) - ກໍ່​ເຊັ່ນ​ດຽວ​ກັບຫຼາຍ​ຊົນ​ເຜົ່າ​ອື່ນໆ​ໃນ​ປະ​ຊາ​ຄົມ 54 ຊົນ​ເຜົ່າ​ອ້າຍ​ນ້ອງ, ຊາວ​ເຜົ່າ H'rê ມີພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ. ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ H'rê ມີ​ສີ​ສັນ​ສະ​ເພາະ, ແຕ່​ກໍ່ຊ້ອນ​ແຝງຫຼາຍ​ປັດ​ໃຈ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ພູຫຼວງ​ - ໄຕ​ງວຽນ.

ບັນດາຈຸດພິເສດສະເພາະຕົ້ນຕໍຂອງຊົນເຜົ່າ H'rê - ảnh 1
(ພາບປະກອບ)

        ຊາວ​ເຜົ່າ H'rê ຍັງມີຊື່​ເອີ້ນ​ຕ່າງໆ​ເຊັ່ນ Chăm rê, chom, Krẹ, Mọi Lũy…ພາ​ສາ​ຂອງ​ຊົນ​ເຜົ່າ H'rê ແມ່ນ​ຂຶ້ນ​ກັບ​ໝວດ​ພາ​ສາ Mon – Khmer, ຄ້າຍ​ຄື​ກັນ​ກັບ​ພາ​ສາ​ຂອງ​ຊາວ​ເຜົ່າ Xơ-đăng Ba na. ປະ​ຈຸ​ບັນ​ຊາວ​ເຜົ່າ H'rê ມີພົນ​ລະ​ເມືອງ​ປະ​ມານ 127.000 ຄົ​ນ, ອາ​ໄສ​ຕົ້ນ​ຕໍ​ຢູ່​ເຂດ​ທິດ​ໃຕ້​ພາກ​ກາງ ແລະ ໄຕ​ງວຽນ​ທີ່​ຂຶ້ນ​ກັບ​ແຂວງ: ບິ່ງດິ້ງ, ກວາງ​ຫງາຍ, ດັກ​ລັກ ແລະ ກອນ​ຕຸມ. ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ແບບ​ຄົງ​ທີ່​ຢູ່​ໃນ​ໝູ່​ບ້ານ. ໝູ່​ບ້ານ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ H'rê ເຄີຍມີ​ຊື່​​ເອີ້ນ​ຕາມຊື່​ສະ​ຖານ​ທີ່​, ພູ​ຜາ​ປ່າ​ໄມ້, ແມ່​ນ້ຳລຳ​ເຊ​, ທຳ​ມະ​ຊາດ, ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່​ອາ​ໄສ. ໝູ່​ບ້ານ​ເຄີຍ​ຕັ້ງ​ຢູ່​ບັນ​ດາ​ແຫ່ງ​ທີ່​,uແຫຼ່ງ​ນ້ຳ ແລະ ຕິດ​ພັນ​ກັບ​ເຂດ​ປູກ​ຝັງ. ແຕ່​ລະ​ໝູ່​ບ້ານ​ມີ​ເຮືອນ​ປະ​ມານ 40 – 50 ຫຼັງ. ໃນ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ H'rê, “ເຈົ້າ​ກົກ​ເຈົ້າ​ເຫຼົ່າ” ແມ່ນ​ຜູ້​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ທີ່​ສຸດ ແລະ ມີ​ບົດ​ບາດ​ສຳ​ຄັນ. ກ່ອນນີ້​ຊາວ​ເຜົ່າ H'rê ທຸກ​ຄົນ​ລ້ວນ​ແຕ່​ຖື​ນາມ​ສະ​ກຸນ​ວ່າ ດິງ, ແຕ່​ປະ​ຈຸ​ບັນ​ຢູ່​ບາງ​ແຫ່ງ​ເຂົາ​ເຈົ້າ​ຍັງ​ຖືນາມ​ສະ​ກຸນ ຫງວຽນ, ຮ່າ ແລະ ຟ້າມ ຕື່ມອີກ. ຊາວ​ເຜົ່າ H'rê ຢູ່​ແຂວງ ກວາງ​ຫງາຍ ຖື​ນາມ​ສະ​ກຸນ ຟ້າມ ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ວັນ​ດົ່ງ, ຜູ້​ທີ່​ມີ​ບ້ານ​ເກີດ​ຢູ່​ແຂວງ ກວາງ​ຫງາຍ.
      ຊາວ​ເຜົ່າ H'rê ດຳ​ລົງ​ຊີ​ວິດ​ດ້ວຍ​ອາ​ຊີບ​ປູກ​ເຂົ້າ​ນາ​ທາມ ແລະ ເຮັດ​ໄຮ່​ເປັນ​ຕົ້ນ, ດ້ວຍ​ເຕັກ​ນິກ​ປູກ​ຝັງ​ຄື​ຢູ່​ເຂດ​ທົ່ງ​ພຽງ. ຊາວ​ເຜົ່າ H'rê ລ້ຽງ​ໝູ, ສັດ​ລ້ຽງ, ສັດ​ປີກ… ພຽງ​ແຕ່​ເພື່ອ​ຮັບ​ໃຊ້​ພິ​ທີ​ບູ​ຊາ​ເທົ່າ​ນັ້ນ. ບັນ​ດາ​ອາ​ຊີບ​ຫັດ​ຖະ​ກຳ​ຄື: ອາ​ຊີບ​ຕີ​ເຫຼັກ, ປັກ​ສານ, ຕຳ່​ຫູກ, ເປັນ​ຕົ້ນ​ແມ່ນ​ຕ່ຳ​​ແພ​ພື້ນ​ເມືອງ​​ພັດ​​ທະ​ນາ​​ດີ​ພໍສົມ​ຄວນ.

ບັນດາຈຸດພິເສດສະເພາະຕົ້ນຕໍຂອງຊົນເຜົ່າ H'rê - ảnh 2
(ພາບປະກອບ)

        ກ່ຽວ​ກັບ​ຊຸດ​ອາ​ພອນ, ກ່ອນນີ້​ຊາວ​ເຜົ່າ H'rê ນຸ່ງ​ກະ​ຕ່ຽວ, ເສື້ອ​ສັ້ນ​ເຖິງສາຍ​ຮັດ​ແອວ, ຫຼືບໍ່​ໃສ່​ເສື້ອ, ໃຊ້​ຜ້າ​ພັນ​ຫົວ. ສ່ວນ​ຜູ້​ຍິງ​ນຸ່ງກະ​ໂປ່ງ​ສອງ​ຊັ້ນ, ເສື້ອ​ຫ້າ​ປ່ຽງ, ໃຊ້​ຜ້າ​ຄຽນ​ຫົວ. ທັງ​ຜູ້​ຊາຍ ແລະ ຜູ້​ຍິງ​ລ້ວນ​ແຕ່​ເກົ້າ​ຜົມ, ປັກ​ປິ່ນ​ເກົ້າຫຼື​ຂົນ​ນົກ. ປະ​ຈຸ​ບັນ, ຊາວ​ເຜົ່າ H'rê ນຸ່ງໂສ້ງ​ເສື້ອ​ຄື​ດັ່ງ​ຊາວ​ກິງ, ​ແຕ່​ຍັງ​​ໃຊ້​ຜ້າຄຽນ​ຫົວຄື​ເກົ່າ. ຜູ້​ຍິງ​ສ່ວນຫຼາຍ​ຍັງ​ນຸ່ງ​ກະ​ໂປ່ງ, ແຕ່​ຫຍິບ​ດ້ວຍ​ແພຕ່ຳ​ແບບອຸດ​ສາ​ຫະ​ກຳ ຫຼື​ແພ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ອື່ນ.

        ກໍ່​ເຊັ່ນ​ດຽວ​ກັບ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ສາຍ​ພູຫຼວງ - ໄຕ​ງວຽນ. ຊາວ​ເຜົ່າ H'rê ກໍ່​ມີ​ພິ​ທີ​ “ບູ​ຊາ​ຄວາຍ” ຫຼື​ເອີ້ນ​ວ່າ​ພິ​ທີ “ກິນ​ຄວາຍ”. ຕາມ​ປະ​ເພ​ນີ​ແລ້ວ, ໂຕ​ຄວາຍ​ແມ່ນປັດ​ໃຈ​ຕັດ​ສິນ​ໃນ​ການ​ສ້າງ​ຄວາມ​ຮັ່ງ​ມີ, ແມ່ນ​ແຮງ​ງານ​ຕົ້ນ​ຕໍ, ຊ່ວຍ​ມະ​ນຸດ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ, ຍ້ອນ​ເຫດ​ນັ້ນ, ພິ​ທີ​ບູ​ຊາ​ຄວາຍ​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ເທວະ​ດາ​ຟ້າ​ແຖນ​ທີ່​ໄດ້​ດົນ​ບັນ​ດານ​ໃຫ້​​ດິນ​ຟ້າ​ອາ​ກາດອຳ​ນວຍ​ຄວາມ​ສະ​ດວກ, ມີ​ແຫຼ່ງ​ນ້ຳ ແລະ ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ຄອບ​ຄົວ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຊີ​ວິດ​ສັນ​ຕິ​ສຸກ, ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ​ໃນ​ປີ​ໃໝ່. ທ່ານ ດິງ​ບະ​ເລີຍ, ຊາວ​ເຜົ່າ H'rê , ໃຫ້​ຮູ້​ວ່າ:

        “ຕາມ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ H'rê ແລ້ວ, ທຸກ​ສິ່ງ, ທຸກ​ຢ່າງ​ລ້ວນ​ແຕ່​ມີ​ວີນ​ຍານ. ຊາວ​ເຜົ່າ H'rê ຈັດ​ພິ​ທີ​ບູ​ຊາ​ຄວາຍ​ແມ່ນ​ເພື່ອ​ລົບ​ລ້າງ​ສິ່ງ​ບໍ່​ຈົບ​ບໍ່​ງາມ​ໃນ​ປີ​ເກົ່າ ແລະ ຕ້ອນ​ຮັບ​ສິ່ງ​ຈົບ​ງາມ​ທີ່​ສຸດ​ໃນ​ປີ​ໃໝ່​ມາ​ໃຫ້​ຄອບ​ຄົວ”.

        ຊາວ​ເຜົ່າ H'rê ດຳ​ລົງ​ຊີ​ວິດ​​ຮ່ວມ​ກັນຕາມ​ແຕ່​ລະ​ຄອບ​ຄົວ ແລະ ຢູ່​ໃນ​ເຮືອນ​ຮ້ານ​ຍາວ. ບັນ​ດາ​ເຮືອນ​ຮ້ານ​ເຄີຍ​ຕັ້ງ​ຢູ່​ຕາມ​ເນີນ​ພູ, ຄຽງ​ຂ້າງ​ແມ່ນ​ທົ່ງ​ນາ. ເຮືອນ​ຮ້ານ​ມີ​ພື້ນ​ສູງກວ່າ​ໜ້າ​ດິນ​ປະ​ມານ 1 ແມັດ, ຫຼັງ​ຄາ​ມຸງດ້ວຍ​ຫຍ້າ. ເທິງຫຼັງ​ຄາ​ປະ​ດັບ​ປະ​ດາດ້ວຍ​ເຂົາ​ຄວາຍຄູ່​ໜຶ່ງ​ທີ່​ມີຫຼາຍ​ຮູບຫຼາຍ​ແບບ​ທີ່​ແຕກ​ຕ່າງ​ກັນ. ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ H'rê ເຄີຍ​ມີ 5 ຫ້ອງ. ໃນ​ນັ້ນ​ຫ້ອງ​ໃຈ​ກາງວາງ​ເຕົາ​ໄຟ, ສ່ວນ​ບັນ​ດາ​ຫ້ອງ​ຍັງ​ເຫຼືອ​ແມ່ນ​ຫ້ອງ​ຮັບ​ແຂກ, ຫ້ອງ​ສຳ​ລັບຜູ້​ຊາຍ, ຫ້ອງ​ສຳ​ລັບ​ຜູ້​ຍິງ…

ບັນດາຈຸດພິເສດສະເພາະຕົ້ນຕໍຂອງຊົນເຜົ່າ H'rê - ảnh 3
(ພາບປະກອບ)

ໂດຍ​ດຳ​ລົງ​ຊີ​ວິດ​ໃກ້​ຊິດ​ກັບ​ພູ​ຜາ​ປ່າ​ໄມ້, ທຳ​ມະ​ຊາດ, ຊາວ​ເຜົ່າ H'rê ມີ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ຈິດ​ໃຈ​ອຸ​ດົມ​ສົມ​ບູນ​ທີ່​ສຸດ. ເຂົາ​ເຈົ້າ​ມັກ​ແຕ່ງ​ກະ​ວີ, ບົດ​ເພງ, ມັກ​ຂັບ​ຮ້ອງ. ກາ​ຈອຍ ແລະ ກາ​ເລວ ແມ່ນ​ທຳ​ນອງ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ H'rê . ສ່ວນ​ເຄື່ອງ​ດົນ​ຕີ​ຂອງ​ຊາວ​ເຜົ່າ H'rê ລວມ​ມີຫຼາຍ​ປະ​ເພດ​ເຊັ່ນ: ພິນ Brook, chinh Kala, ປີ່​ລິງ​ລາ, ຕາ​ເລຍ, ເບີ​ບຸດ, ແຄນ, ກອງ... ແຕ່​ເຄື່ອງ​ດົນ​ຕີ​ລ້ຳ​ຄ່າ​ທີ່​ສຸດ​ແມ່ນ​ຄ້ອງ, ຊຸດ​ຄ້ອງ 3 ໜ່ວຍ, ຫຼື 5 ໜ່ວຍ. ຄ້ອງ​ເຄີຍ​ຖືກ​ນຳ​ໃຊ້​ໃນ​ບັນ​ດາ​ງານ​ບຸນ ແລະ ມີ​ຈັ່ງ​ຫວະ​ທຳ​ນອງ​ຟົດ​ຟື້ນ

ຜ່ານ​ການ​ເວ​ລາ ແລະ ການ​ເຊື່ອມ​ໂຍງ​ຂອງ​ຮູບ​ການ​ວັດ​ທະ​ນະ​ທຳ​ອື່ນໆ, ຊີ​ວິດ​ຂອງ​ຊາວ​ເຜົ່າ H'rê ນັບ​ມື້​ນັບ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ. ເຖິງ​​ວ່າ​ຊີ​ວິດ​ຈະ​ມີ​ການ​ປ່ຽນ​ແປງ​ຄື​ແນວ​ໃດ​ກໍ່​ຕາມ, ແຕ່​ມີຫຼາຍ​ໝູ່​ບ້ານ​ຂອງ​ຊົ​ນ​ເຜົ່າH'rê ​ຍັງ​ຄົງ​ຮັກ​ສາ​ໄດ້​ປະ​ເພ​ນີວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ແລະ ມີ​ສີ​ສັນ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ