ບຸນເຂົ້າໃຫມ່ຂອງຊາວເຜົ່າ ແຢ໋ຈຽງ

(vovworld)- ບຸນ​ເຂົ້າ​ໃຫມ່​ແມ່​ນ​ຮີດ​ຄອງ​ປະ​ເພ​ນີ​ມີ​ມາ​ແຕ່​ດົນ​ນານ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ດຳ​ລົງ​ຊີ​ວິດ​ຢູ່​ລຽບ​ຕາມ​ສາຍ​ພູ​ຫລວງ. ສຳ​ລັບ​ຊາວ​ເຜົ່າ ແຢ໋​ຈຽງ​ແລ້ວ, ບຸນ​ເຂົ້າ​ໃຫມ່​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ງານ​ບຸນ​ທີ່​ພົ້ນ​ເດັ່ນ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ທ້ອງ​ຖິ່ນ. ໃນ​ລາຍ​ການ​ສີ​ສັນ 54 ຊົນ​ເຜົ່າ​ພາກນີ້ ພວກ​ເຮົາ​ຂໍ​ແນະ​ນຳ​ບ​ົດ​ຂຽນ​ຂອງ​ນັກ​ຂ່າວ ຮົ່ງ​ລາມ ທີ່​ມີ​ຫົວ​ຂໍ້​ວ່າ: ບຸນ​ເຂົ້າ​ໃຫມ່​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ.

ບຸນເຂົ້າໃຫມ່ຂອງຊາວເຜົ່າ ແຢ໋ຈຽງ - ảnh 1
ຜູ້​ບ່າວ​ຊາວ​ເຜົ່າ​ແຢ໋​ຈຽງ

       ຊາວ​ເຜົ່າ ແຢ໋​ຈຽງ ຍັງ​ຄົງ​ຮັກ​ສາ​ຫລາຍງານ​ບຸນໄວ້, ໃນ​ນັ້ນ ມີ​​ບຸນ​ເຂົ້າ​ໃຫມ່. ກໍ​ເຊັ່ນ​ດຽວ​ກັນ​ກັບ​ບັນ​ດາ​ຊົນ​ເຜົ່າ​ອື່ນ​ຢູ່​ເຂດ ໄຕ​ງວຽນ, ບຸນ​ເຂົ້າ​ໃຫມ່​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ຕາມ​ປົກ​ກະ​ຕິ​ແມ່ນ​ຈັດ​ຂຶ້ນ​ພາຍ​ຫລັງ​ລະ​ດູ​ການເກັບ​ກ່ຽວ​ໃນ​ທ້າຍ​ປີ. ບຸນ​ເຂົ້າ​ໃຫມ່​ມີ​ຄວາມ​ໝາຍ​​ແມ່ນເຊີດ​ຊູ​ເມັດ​ເຂົ້າ​ຂອງຟ້າ​ແຖນ ​ທີ່ໄດ້​ດົນ​ບັນ​ດານ​ໃຫ້​ຊາວ​ບ້ານ ແລະ ຮີດ​ຄອງ​ປະ​ເພ​ນີ​ໃນ​ການ​ບູ​ຊາ​​ເທ​ວະ​ດາຟ້າ​ແຖນ, ບູ​ຊາ​ບັນ​ດາ​ເທວະ​ດາຄື: ​ເທວະ​ດາ​ພູ, ເທວະ​ດາ​ຫ້ວຍ, ເທວະ​ດາ​ຝົນ​ຕົກ, ເທວະ​ດາ​ຟ້າ​ຮ້ອງ, …​ເພື່ອພາ​ວະ​ນາ​​ຂໍໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍຄວາມ​ສະ​ດວກ, ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ.

ບຸນ​ເຂົ້າ​ໃຫມ່​ຫາ​ກໍ​ດຳ​ເນີນ​ໃນ​ຂອບ​ເຂດ​ວົງ​ຄະ​ນາ​ຍາດ, ແມ່ນ​ຄວາມ​ເ​ບີກ​ບານ​ມ່ວນ​ຊື່ນ​ລວມຂອງ ​ຊາວ​ບ້ານ​ໝົດ​ທຸກ​ຄົນ, ແລະ ຫາກໍ່​ໄດ້​ຈັດ​ຕັ້ງ​ຢູ່​ໃນແຕ່​ລະ​ຄອບ​ຄົວ. ​ຕາມ​ປົກ​ກະ​ຕິ​ແລ້ວ, ພາຍ​ຫລັງ​ ທີ່ພິ​ທີ​ບູ​ຊາ​ເທວະ​ດາ​​ຟ້າ​ແຖນ ແລະ ອວຍ​ພອນ​​ເຂົ້າ​ໃຫມ່​ຢູ່​​​ເຮືອນ​ແລ້ວ, ບັນ​ດາ​ຄອບ​ຄົວ​ຍັງ​ໄດ້​ເອົາ​ເຂົ້າ, ຊີ້ນ, ປາ​ປີ້ງ​ໃ​ສ່ບັ້ງ​ໄມ້​ໃຜ່ມາ​ເຮືອນ​ຣົງ ເພື່ອ​ຖະ​ຫວາຍເທວະ​ດາ​​ຟ້າ​ແຖນ​ອີກ​. ​ ນັກ​ສິ​ລະ​ປະ​ການ Yloan ​ຢູ່ ເມືອງ ງອກ​ໂຮ່ຍ ແຂວງກອນ​ຕູ​ມ ​ໄດ້ແນະ​ນຳ​ບັນ​ດາ​ເຍື່ອງ​ອາ​ຫານ​ໃນພາ​ເຂົ້າ​ເພື່ອ​ບູ​ຊາເທວະ​ດາຟ້າ​ແຖນ​​ໃນ​ບຸນ​ເຂົ້າ​ໃຫມ່​ວ່າ:

        “ນີ້​ແມ່ນ​ຜັກ​ກູດ​ນ້ຳ​ປຸງ​ແຕ່ງ​ກັບ​ປາ ແລະ ຕົ້ມ​ດ້ວຍບັ້ງໄມ້​ເຮ້ຍ. ສ່​ວນນີ້​ແມ່ນ​ເຂົ້າ​ຫລາມ​ເພື່ອ​ສະ​ຫງວນ​ໃຫ້​ບັນ​ດ​າ​ງານ​ບຸນ​ໃຫຍ່​ຄືມື້ນີ້. ນີ້​ແມ່ນ​ປາ​ເອືອບ​ກັບເຄື່ອງ​ປຸ່ງ ແລ້ວ​ເອົາ​ ໃບ​ຕ່ອງ​ມາ​ຫໍ່ແລ້ວ​ເອົາ​ໄປປີ້ງ​ໃຫ້​ສຸກ, ສ່ວນ​ເຍື່ອງ​ອາ​ຫານນີ້​ແມ່ນ​ຊີ້ນ​ໝູຟັກ​ກັບ​ໃບ​ມັນ​ຕົ້ນ.”

        ເມື່ອ​ພາ​ເຂົ້າ​ບູ​ຊາ​ໄດ້​ກຽມ​ຮຽບ​ຮ້ອຍ​ແລ້ວ ແມ່ນ​ກົງ​ກັບ​ເວ​ລາ ທີ່ເຈົ້າ​ກົກ​ເຈົ້າ​ເຫລົ່າ​​ທຳ​ພິ​ທີ​ໄຫ​ວ້​ບູ​ຊາເຊື້ອ​ເຊີນ​ບັນ​ດາ​ເທວະ​ດາ​ລົງ​​ມາກິນ​ເຂົ້າ​ໃຫມ່, ກິນ​ຊີ້ນ, ດື່ມ​ເຫລົ້າ, ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ​ໃຫ້​ແກ່ບັນ​ດາ​ຄອບ​ຄົວ​ໃນ​ໝູ່​ບ້ານ, ຊ່ວຍ​ໃຫ້​​ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ບໍ່​ໃຫ້ສັດ​ປ່າມາ​ກຸກກວນ, ປະ​ຊາ​ຊົນ​ໃນ​ບ້ານ​ຜູ້​ໃດ​ກໍ່​ມີສຸ​ຂະ​ພາບ​ເຂັ້ມ​ແຂງ, ບໍ່​ເຈັບ​ເປັນເອັ​ນ​ອຸ່ນ.    

ບຸນເຂົ້າໃຫມ່ຂອງຊາວເຜົ່າ ແຢ໋ຈຽງ - ảnh 2
ຊາວ​ເຜົ່າ ແຢ໋​ຈຽງ​ຈັດ​ບຸນ​ເຂົ້າ​ໃຫມ່​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ
ພາບເອ​ກ​ະ​ສານ


ທ່ານ ຮ່​ວາງ​ຮູຍກວ່ຽນ, ພະ​ນັກ​ງານ ຮັບ​ຜິດ​ຊອບ​ວຽກ​ງານ​ສ້າງ​​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ຮາກ​ຖານ, ເມືອງ ງອກ​ໂຮ່ຍ, ແຂວງ ກອນ​ຕູມ ໃຫ້​ຮູ້​ວ່າ: ງານ​ບຸນ​ເຂົ້າ​ໃຫມ່​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ອາດ​ຈະ​ໄດ້​ຮັບ​ຖື​ວ່າ ແມ່ນ​ວັນ​ບຸນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ ແລະ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ການ​ເຮັດ​ໄຮ​ໄຖ​ນາ​, ລະ​ດູ​ການ​ເກັບ​ກ່ຽວ. ບຸນ​ເຂົ້າ​ໃຫມ່​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ທັງ​ມີ​ຈຸດ​ຄ້າຍ​ຄື​ກັນ​ທັງ​ມີ​ຈຸດ​ທີ່​ແຕກ​ຕ່າງ​ກັນ​ເມື່ອ​ທຽບ​ໃສ່​ຊາວ​ຊົນ​ເຜົ່າ​ອື່ນ​ຢູ່​ເຂດ​ໄຕ​ງວຽນ. ນອກ​ຈາກ​​ປະ​ດັບ​ປະ​ດາ​​ພາເຂົ້າ​​ແລ້ວ, ຊາວ​ເຜົ່າ ແຢ໋​ຈຽງ ຍັງ ປະ​ດັບ​ປະ​ດາ​ເຮືອນ​ຣົງ ດ້ວຍ​ສີ​ສັນ​ຫລາກ​ຫລາຍ, ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງຢູ່​ອ້ອມ​ຂ້າງ​ເກີດ​​ດອກ​ອອ​ກ​ຜົນ ແລະ ຂະ​ຫຍາຍ​ຕົວ.  ເຈົ້າ​ກົກ​ເຈົ້າ​ເຫລົ່າ​ຍັງ​ທຳ​ພິ​ທີ​ຫວ່ານ​ເມັດ​ເຂົ້າ​ທີ່​ສັກ​​ສິດ. ບັນ​ດາ​ເມັດ​ເຂົ້າ​ເຫລົ່າ​ນີ້​ແມ່ນ​ບັນ​ດາ​ຄອບ​ຄົວ​ໃນ​ບ້ານ​ປະ​ກອບ​​ໃຫ້ ດ້ວຍ​ຄວາມ​ໝາຍ​ແມ່ນ​ເຄົາ​ລົບນັບ​ຖື ​ຖະ​ນຸ​ຖະ​ຫ​ນອມ​ເມັດ​ເຂົ້າ​ເພັດ​ຂອງ​ເທວະ​ດາ​ຟ້າ​ແຖນ .

        “ເມື່ອ​ເຈົ້າ​ກົກ​ເຈົ້າ​ເຫລົ່າ​ຫວ່ານເມັດ​ເຂົ້າ​ ທຸກ​ຄົນ​ລ້ວນ​ແຕ່​ເອົາ​ມື​ມາ​​ຮັບ. ຕາມ​​ຄວາມ​ສຳ​ນຶກ​ຂອງຊາວເຜົ່າ ແຢ໋​ຈຽງ ແລ້ວ, ຜູ້​ໃດ​ຮັບໄດ້ 2-4-6 ເມັດ ຜູ້ນັ້ນ​ຈະ​ມີ​ໂຊກມີ​ໄຊ . ແລະ​ຜູ້ນັ້ນຈະ​ກິນ​​ບັນ​ດາເມັດ​ເຂົ້າ​​ດັ່ງ​ກ່າວ ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ວ່າ ເມັດ​ເຂົ້າ​​ເຫລົ່າ​ນັ້ນຈະ​ນຳ​ຄວາມ​ໂຊກດີ​ມາໃຫ້​ຕົນ. ນີ້​ແມ່ນ​ຈຸ​ດ​ທີ່​ເປັນ​ເອ​ກະ​ລັກ​ພິ​ເສດ​ໃນ​ບຸນ​ເຂົ້າ​ໃຫມ່​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ຊື່ງ​ຊາວ​ເຜົ່າ​ອື່ນບໍ່​ເຄີຍ​ມີ.”

        ພາຍ​ຫລັງ​​ທຳພິ​ທີ​ບູ​ຊາ​ແລ້ວ, ເຈົ້າ​ກົກ​ເຈົ້າ​ເຫລົ່າກໍ່​ເອີ້ຍ​ສຽງ​ຮ້ອງ​ຂຶ້ນ. ສຽງ​ກອງ​ສຽງ​ຄ້ອງ​ດັງ​​ຂຶ້ນຢ່າງ​ຟົດ​ຟື້ນ​, ແມ່​ຍິງ ຊາວ​ຫ​ນຸ່ມ ພ້ອມ​ກັນ​ຮ້ອງ​ລຳ​ທຳ​ເພງ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ. ສຽງ​ຄ້ອງ​ສຽງ​ກອງ​ປະ​ສົມ​ປະ​ສານ​ກັບ​ຈັງ​ຫວະ​ຟ້ອນ ແລະ ສຽງ​ໂຮ່​ຮ້ອງ​ໄດ້​ເຮັດ​ໃຫ້​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ​ຫລາຍ​ຂຶ້ນ. ໃບ​ຫ​ນ້າ​ຜູ້​ໃດ​ກໍ່​ຍີ່ມ​ແຍ້ມ​ແຈ່​ມ​ໃສ ເຕັມ​ໄປ​ດ້ວຍ​ຄວາມ​ມຸ່ງ​ຫວັງ​ຕໍ່​ລະ​ດູ​ການ​​ເກັບ​ກ່ຽວໄດ້​ຮັບ​ຜົນ​ດີ, ມີ​ຄວາມ​ອີ່ມ​ຫນຳ​ສຳ​ລານ​​ສົມ​ບູນ​ພູນ​ສຸກ.

        ຊາວ​ເຜົ່າ ແຢ໋​ຈຽງ ​ຖື​ວ່າ ການ​ເຄື່ອນ​ໄຫວ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ​ຂອງ​ມະ​ນຸດ​ກໍ​ປຽບ​ເຫມືອນ​ວົງ​ວຽນ​ຊີ​ວິດຂອງ​ຕົ້ນ​ໄມ້​ເຄີຍ​ແກ່​ຍາວ​ໃນ​ເວ​ລາ 9 ເດືອນ, ສ່ວນເວ​ລາ​ຍັງ​ເຫລືອ​ແມ່ນ​ນຳ​ໃຊ້​ເພື່ອ​ໃຫ້​ພັກ​ຜ່ອນ ແລະ ສະ​ຫງວນ​ໃຫ້​ງານ​ບຸນ. ສະ​ນັ້ນ ການ​ເຄື່ອນ​ໄຫວ​ຮ້ອງ​ລຳ​ທຳ​ເພ​ງ​ຕາມ​ປົກ​ກະ​ຕິ​ແລ້ວ​ແມ່ນ​ແກ່​ຍາວ​ໃນ​ເວ​ລາ​ຫລາຍມື້. ກ່ອນນີ້, ບຸນ​ເຂົ້າ​ໃຫມ່​ດຳ​ເນີນ​ໄປ​​ດ້ວຍ​ຂອບ​ຂະ​ຫນາດ​ໃຫຍ່, ພໍ່​ແມ່​ປະ​ຊາ​ຊົນ​​ເຜົ່າ ແຢ໋​ຈຽງ ທຳ​ພິ​ທີ​ສົມ​ມະ​ນາ​ຄຸນດ​້ວຍ​ຂອບ​ຂະ​ຫນາດ​ໃຫຍ່. ເຮືອນ​ຄົວ​ຂອງ​ຄອບ​ຄົວ​ໃດ​ກໍ​ມີ​ຄ້ອງ, ໄຫເຂົ້າ​ຫນຽວ, ຊີ້ນ​, ອາ​ຫານ​​ເຕັມ​ເຮືອນ​ເຕັມ​ຊານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ຈຸ​ບັນ ພ້ອມ​ກັບ​ການ​ປ່ຽນ​ແປງ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ, ບັນ​ດາ​ງານ​ບຸນ​ເວົ້າ​ລວມ, ບຸນ​ເຂົ້າ​ໃຫມ່​ເວົ້າ​ສະ​ເພາະ​ຢູ່​ບັນ​ດາ​ບ້ານ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ກໍ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ, ຕາມ​ທິດ​ງ່າຍ​ດ່າຍກວ່າ. ມີ​ຫລາຍ​ແຫ່ງ​ບໍ່ຈັດ​ຕັ້​ງ​ບັນ​ດາ​ງານ​ບຸນ​ປະ​ເພ​ນີອີກ​ແລ້ວ ຫາກ​ຖືກປ່ຽນ​ແທນ​​ດ້ວຍ​ການ​ຈັດ​ຕັ້ງບັນ​ດາ​ພິ​ທີ​ກຳ​ທາງ​ສາ​ສະ​ຫນາ​ໃຫມ່.

        ຊາວ​ເຜົ່າ ແຢ໋​ຈຽງ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຊົ​ນ​ເຜົ່າ​ມີ​ວັດ​ທະ​ນະ​ທຳ​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊົນ​ເຜົ່າ. ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ແຢ​ຈຽງ ທັງ​ມີ​ສີ​ສັນ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ໄຕ​ງວຽນ ທັງ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຂອງ​ປະ​ຊາ​ຊົນ​ຢູ່​ລຽບ​ຕາມສາຍ​ພູ​ຫລວງ. ສະ​ນັ້ນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຮູບ​​ແບບວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ ແລະ ມີ​ຮູບ​ຮ່າງ, ຮັກ​ສາ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ແຢ໋​ຈຽງ ໄດ້ ແລະ ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ບັນ​ດາ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ປະ​ກອບ​ສ່ວນ​ຮັກ​ສາ​​ຄຸນ​ຄ່າ ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ