ບຸນແຂ່ງມ້າຂອງຊາວເຜົ່າມົ້ງ


(vovworld) - ດ້ວຍ​ຄວາມ​ນິ​ຍົມ ແລະ ​ຕິດ​ພັນ​ກັບ​ມ້າ, ຊາວ​ເຜົ່າ​ມົ້ງ​ຈຶ່ງມີ​ກິ​ລາປະ​ເພດ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​​​ອົງອາດ​​ກ້າຫານ, ນັ້ນ​ແມ່ນ​ບຸນ​ແຂ່ງ​ມ້າ. ໃນ​ວັນ​ບຸນ “ສີ​ສັນ​ລະ​ດູ​ບານ​ໃໝ່​ໃນ​ທົ່ວ​ປະ​ເທດ” ເຊິ່ງ​ຫາ​ກໍ່​ຈັດ​ຂຶ້ນ​ຢູ່​ດົ່ງ​ໂມ, ເຊີນ​ໄຕ, ຮ່າ​ໂນ້ຍ. ນັກ​ທ່ອງ​ທ່ຽວ​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ແຂ່ງ​ມ້າ​​ຂອງ​ຊາວ​ເຜົ່າ​ມົ້ງ​ຢູ່​ເມືອງ​ບັກ​ຮ່າ, ແຂວງ​ລາວ​ກາຍ. ພາຍຫຼັງຄຳ​ສັ່ງເລີ່ມ​ຕົ້ນ​ການ​ແຂ່ງ​ຂັນ​ຂອງຜູ້ກຳ​ມະ​ການ​ວາງ​ອອກ, ບັນ​ດາ​ນັກ​ກິ​ລາ​ໄດ້​ຮາບຕົວ​​ລົງ, ທັ່ງຕີນ​ໃສ່ຫຼັງ​​ມ້າ ເພື່ອ​ໃຫ້ມັນແລ່ນໄວ​ກວ່າໃນ​ສຽງ​ຮ້ອງ​ໂຮ​ລະ​ດົມ​ກຳ​ລັງ​ໃຈ​ຂອງ​ຜູ້​ຊົມ​ນັບ​ພັນ​ຄົນ.

ບຸນແຂ່ງມ້າຂອງຊາວເຜົ່າມົ້ງ - ảnh 1

ບຸນແຂ່ງມ້າຂອງຊາວເຜົ່າມົ້ງ
(ພາບ: ອິນເຕີແນດ)

        ມ້າ 8 ຄູ່​ຖືກ​ແບ່ງ​ເປັນ 8  ຖ້ຽວ, ແຕ່​ລະ​ຖ້ຽວ​ມີ​ຄູ່​ໜຶ່ງ​ຈະ​ແຂ່ງຂັນ​ນຳ​ກັນ. ບັນດາ​ນັກ​ກິລາ​ຊາວ​ເຜົ່າ​ມົ້ງຫົວ​ຖື​ໝວກ​ຢາງ, ຕີນ​ໃສ່​ເກີບ​​ແພ, ບໍ່​ມີ​ເຄື່ອງ​ປ້ອງ​ກັນ, ບໍ່​ມີ​ອານ​ມ້າ, ມື​ກຳ​ສາຍ​ແຫມ, ຂີ່​ມ້າ​ແລ່ນ​ໄວ​ບົນ​ເສັ້ນທາງ​ທີ່​ເຕັມ​ໄປ​ດ້ວຍ​ຂີ້​ຟຸ່ນ. ບັງ​ເອີນ​ກໍ່​ມີ​ມ້າ​ພະຍົດບາງ​ໂຕ​ແລ່ນ​ອອກ​ຈາກ​ທາງ​ແຂ່ງຂັນ, ​ເຮັດ​ໃຫ້​ນັກ​ກິລາ​ບັນຊາ​ຍາກ​ທີ່​ສຸດ. ບາງ​ເທື່ອ​​ເຂົາ​ເຈົ້າກໍ່​ຖືກ​ລົ້ມຈາກ​ຫຼັງ​ມ້າລົງ​ຢູ່​ທາງລ້ຽວ​ເຮັດ​ໃຫ້​ຜູ້​ຊົມຮູ້ສຶກ​ສະທ້ານ​ຢ້ານ​ກົວ. ອ້າຍ​ຫວ່າງ​ວັນ​ກວຽດ ​ແລະ ອ້າຍ ຫວ່າງ​ວັນ​ເກືອ​ງ ຢູ່​ບ້ານ​ນາ​ອ໋າງບີ, ຕາ​ແສງ​ນາ​ໂຮ໋ຍ, ​ເມືອງ​ບັກ​ຮ່າ, ​ແຂວງ​ລາວ​ກາຍ, ຜູ້​ທີ່​ຫາ​ກໍ່​ສຳ​ເລັດ​ການ​ແຂ່ງ​ມ້າ​ຖ້ຽວ​ທຳ​ອິດ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຕິດ​ພັນ​ກັບ​ມ້າ​ແຕ່​ເວລາ​ຍັງ​ນ້ອຍ, ດັ່ງ​ນັ້ນຂີ່​ມ້​າກໍ່​ບໍ່​ຍາກ, ຂ້າພະ​ເຈົ້າ​ຕ້ອງ​ຮັກສາ​ຄວາມດຸນດຽງ​ເພື່ອ​ບໍ່​ໃຫ້​​ລົ້ມລົງຈາກ​ຫຼັງ​ມ້້າ, ​ເວລາ​ໃດ​ມ້າ​ລ້ຽວຫຼື​ໄປ​ໃສ​ຂ້າພະ​ເຈົ້າ​ກໍ່​ເຂົ້າ​ໃຈ​ເພື່ອ​ບັນຊາມັນ​ແລ່ນ​ໃຫ້​ຖືກທາງ“.

        ”ຢາກ​ນັ່ງ​ໃຫ້​ແໜ້ນ​ເທິງຫຼັງ​ມ້າ ​ແມ່ນ​ຕ້ອງ​ເຂົ້າ​ໃຈ​ນິດ​ໄສ​ຂອງ​ມ້າ​ແຕ່ລະ​ໂຕ. ຂ້າພະ​ເຈົ້າ​ມັກລືບໆ​ຄຳໆ ​ແລະ ຂີ່​ມັນ​ເປັນ​ປະຈຳ, ດັ່ງ​ນັ້ນ​ຈຶ່ງ​ສາມາດ​ແກ້​ໄຂ​ຄວາມ​ອ່ອນ​ດ້ອຍຂອງ​ມັນ​ບົນ​ທາງ​ແລ່ນ​ໃນ​ທັນທີ​ໄດ້”.

        ກ່ຽວ​ກັບ​ວິທີ​ກຳ​ສາຍ​ແຫມ ​ແລະ ​ເລືອກ​ມ້າ​​ແຂ່ງຂັນ, ອ້າຍ ຫວ່າງ​ວັນ​ກວຽດ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        ”ການ​ກຳສາຍ​ແຫມຄື​ດັ່ງ​ຂັບ​ລົດ, ​ເຮົາ​ຕ້ອງ​ບັນຊາ​ຄື​ແນວ​ໃດ​ເພື່ອ​ໃຫ້​ມັນ​ແລ່ນ​ຕາມ​ຄວາມຕັ້ງ​ໃຈຂອງ​ຕົນ. ​ເຮົາ​ຕ້ອງ​ເລືອກ​ມ້າ​ໂຕ​ໃດ​ທີ່​ມີ​ຄວາມ​​ສະໜິດສະໜົມ, ສາມາດ​ໃກ້ຊິດ​ກັບ​ມັນ​ໄດ້, ມີໜ້າ​ຕາ​ແຈ່ມ​ໃສ, ຕີນ​ຊື່​ຖັດ. ​ເລັບຕີນ​ຕ້ອງ​ຈຸ້ມ​ໃສ່, ໜ້າ​ເອີກ​ລຳ້​ສັນ, ຈຶ່ງ​ມີ​ກຳລັງ​ແຮງ​ເພື່ອ​ແລ່ນ ”.

ບຸນແຂ່ງມ້າຂອງຊາວເຜົ່າມົ້ງ - ảnh 2

ບຸນແຂ່ງມ້າຂອງຊາວເຜົ່າມົ້ງ
(ພາບ: ອິນເຕີແນດ)

        ກ່ອນ​ການ​ແຂ່ງຂັນ, ບັນດາ​ນັກ​ກິລາ​ຊາວ​ເຜົ່າ​ມົ້ງຕ້ອງ​ຝຶກ​ແອບ​ເປັນ​ເວລາ 1 ປີ. ທຳ​ອິດ​ເຂົາ​ເຈົ້າ​ຂີ່​ມ້າ​ເພື່ອ​ທຳ​ຄວາມ​ຊິນ​ເຄີຍ, ຫຼັງ​ຈາກ​ນັ້ນ​ແມ່ນ​ແລ່ນ​ຊ້າໆ, ຕໍ່​ມາ​ຈຶ່ງ​ແລ່ນ​ໄວ. ກ່ອນ​ນີ້​ການ​ແຂ່ງ​ມ້າ​ລະຫວ່າງ​ບ້ານ​ຕ່າງໆ​ແມ່ນ​​ເຄີຍ​ຈັດ​ຕາມ​ທາງ​ພູ, ​ແຕ່​ປະຈຸ​ບັນ​ແມ່ນ​​ຕາມ​ທາງ​ເບ​ຕົງ, ດັ່ງ​ນັ້ນ​​ຕ້ອງຕໍ່​ເລັບ​​ໃຫ້​ມ້າ​ເພື່ອ​ຮັບປະກັນ​ໃຫ້​ມ້າບໍ່​ເຈັບ​ຕີນ​​ເວລາ​ແລ່ນຕາມ​ທາງ​ເບ​ຕົງ.

ນອກຈາກ​ໃຫ້​ມ້າຟຶກ​ແອບ​ເປັນ​ປະຈຳ​ເພື່ອ​ສາມາດ​ຍາດ​ເອົາ​ໄຊຊະນະນັ້ນ, ຍັງ​ຕ້ອງ​ເບິ່ງ​ແຍງ​ລ້ຽງ​ດູ​ມ້າ​ຢ່າງ​ລະອຽດ​ອີກ​ດ້ວຍ. ​ເມື່ອ​ເຫັນ​ອ້າຍ​ຫວ່າງ​ວັນ​ເກືອ​ງລືບໆ​ຄຳໆ​ໂຕ​ມ້າ​ຂອງ​ຕົນ, ຈຶ່ງ​ເຂົ້າ​ໃຈ​ໄດ້​ວ່າ​ເປັນ​ຫຍັງ​ອ້າຍ​ຂີ່​ມ້າ​​ໄດ້ງາຍ​ຄື​ແນວ​ນັ້ນ:

”​ຂ້າພະ​ເຈົ້າໃຫ້​ມັນ​ກິນຫຍ້າ​ແຕ່​ລະ​ມື້​ປະມານ 50 ກິ​ໂລກຼາມ ​ແລະ ສາລີ 0,5 ກິ​ໂລກຼາມ. ​ເວລາ​ພັກຜ່ອນ, ຂ້າພະ​ເຈົ້າ​ກໍ່​ລືບໆ​ຄຳໆ​, ​ເບິ່ງ​ແຍງມັນ​ເພື່ອ​ສ້າງຄວາມ​ສະໜິດ​ຕິດ​ພັນນຳ​ກັນ​ ​ແລະ ​ເຮັດ​ໃຫ້​ມ້າຫຼຸດຜ່ອນ​ຄວາມ​ຮ້າຍ​ກາດ​ລົງ ”.

ບຸນແຂ່ງມ້າຂອງຊາວເຜົ່າມົ້ງ - ảnh 3

ບຸນແຂ່ງມ້າຂອງຊາວເຜົ່າມົ້ງ
(ພາບ: ອິນເຕີແນດ)

ການ​ແຂ່ງ​ມ້າ​ຂອງ​ຊາວ​ເຜົ່າ​ມົ້ງ​ແມ່ນ​ເລີ່​ມມາ​ຈາກ​ຄວາມ​ຊິນ​ເຄີຍ​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ, ມ້າ​ເປັນ​ພາຫະນະ​ຂົນ​ສົ່ງ​ສິນຄ້າ ​ແລະ ຄົນ​ໄປມາ, ຍ້ອນ​ທາງ​ພູ​ກະຕຸກ​ກະຕາດ, ດັ່ງ​ນັ້ນ​ມ້າ​ຕ້ອງ​ໄປ​ຊ້າໆ. ​ແຕ່​ເມື່ອ​ບໍ່​ຂົນ​ສົ່ງ​ສິນຄ້າ​ອີກ, ບັນດາ​ຜູ້​ຊາຍ​ຊົນ​ເຜົ່າ​ມົ້ງ​ເຄີຍ​ແຂ່ງຂັນ​ກັນ​ໃຫ້​ມ້າ​ຜູ້​ໃດ​ແລ່ນ​​ໄວ ​ແລະ ​ແຂງ​ແຮງ​ກວ່າ. ຕໍ່​ມາ​ມັນ​ໄດ້​ກາຍ​ເປັນ​ການ​ແຂ່ງ​ມ້າ​ລະຫວ່າງ​ໝູ່​ບ້ານ​ຕ່າງໆ​ນຳ​ກັນ. ລາງວັນ​ພຽງ​ແຕ່​ແມ່ນ​ສຽງ​ຮ້ອງ​ໂຮ​ລະດົມ​ກຳລັງ​ໃຈ​ຂອງ​ພໍ່​ແມ່​ປະຊາຊົນ​ໃນ​ບ້ານ ​ແລະ ຜູ້​ໄດ້​ຮັບ​ໄຊຊະນະ​ພຽງ​ແຕ່​ໄດ້​ຮັບ​ຍ້ອງຍໍ​ວ່າ​ມີ​ມ້າ​ໂຕ​ດີ​ເທົ່າ​ນັ້ນ.

ການ​ແຂ່ງ​ມ້າ​ທັງ​ມີ​ລັກສະນະ​ພື້ນ​ເມືອງ, ທັງ​ອົງອາດ​ນັ້ນ ​ໄດ້​ກາຍ​ເປັນ​

ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ມົ້ງ. ​ໂດຍ​ແມ່ນ​ບັນດາ​ຜູ້​ຊາຍຊາວ​ເຜົ່າ​ມົ້ງທີ່​ຊື່ສັດ ​ແລະ ບັນດາ​ໂຕ​ມ້າ​ໂດຍ​ເຂົາ​ເຈົ້າ​ລ້ຽງ​ເອງ, ​ແຕ່​ລະ​ວັນ​​ເຄີຍຂົນ​ສົ່ງ​ເຂົ້າ, ສາລີ​ຈາກ​ໄຮ່​ກັບ​ເມືອ​ບ້ານ​ນັ້ນ, ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ມັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ດີໃຫ້​ແກ່​ຜູ້​ຊົມ​ດ້ວຍ​ການ​ສະ​ແດງ​ທີ່​ດູດ​ດື່ມ ​ແລະ ງາມ​ຕາ, ຍາກ​ທີ່​ຈະ​ຫຼົງ​ລືມ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ