ປະຊາຄົມຂອງຊາວເຜົ່າ H're

(vovworld) - H're ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ດຳ​ລົງ​ຊີ​ວິດ​ມາ​ແຕ່​ດົນ​ນານ​ຢູ່​ເຂດ​ທິດ​ໃຕ້​ສາຍ​ພູຫຼວງ. ສັງ​ຄົມ​ຂອງ​ຊາວ​ເຜົ່າ H're ມີ​ລັກ​ສະ​ນະ​ປະ​ຊາ​ຄົມ​ທີ່​ເປັນ​ເອ​ກະ​ພາບ, ສາ​ມັກ​ຄີ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ, ​ເຊິ່ງສະ​ແດງ​ໃຫ້​ເຫັນຜ່ານ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ຜະ​ລິດ ກໍ່​ຄື​ໃນ​ງານ​ບຸນ​ຕ່າງໆ. ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ຄອບ​ຄົວ​ຊາວ​ເຜົ່າ H're ກໍ່​ຄື​ຄວາມ​​ສະ​ໜິດ​ຕິດ​ພັນລະ​ຫວ່າງສະ​ມາ​ຊິກ​ແຕ່​ລະ​ຄົນ​ກັບ​ໝູ່​ບ້ານ​ ແມ່ນ​ອີງ​​ຕາມການ​ພົວ​ພັນ​ລະ​ຫວ່າງ​ວົງ​ຕະ​ກຸນຫຼື​ການ​ພົວ​ພັນ​ໃນ​ໝູ່​ບ້ານ​.

ປະຊາຄົມຂອງຊາວເຜົ່າ H're - ảnh 1
(ພາບປະກອບ)

        ຊາວ​ເຜົ່າ H're ດຳ​ລົງ​ຊີ​ວິດ​ແບບ​ຄົງ​ທີ່​ໃນ​ໝູ່​ບ້ານ, ດ້ວຍ​ຂະ​ໜາດ​ໃຫຍ່​ນ້ອຍ​ທີ່​ແຕກ​ຕ່າງ​ກັນ. ໝູ່​ບ້ານ​ຂອງ​ຊາວ​ເຜົ່າ H're ເຄີຍ​ຕັ້ງ​ຢູ່​ຕາມ​ເນີນ​ພູ, ​ມີ​ຮ່ອມ​ພູ ແລະ​ຕິດ​ກັບ​ເຂດ​​ດິນ​ປູກ​ຝັງ, ກໍ່​ຄື​ແຫຼ່ງນໍ້າ. ຊາວ​ເຜົ່າ H're ມີ​ແຕ່​ຍົກ​ຍ້າຍ​ທີ່​ຢູ່​ເມື່ອ​ມີ​ໂລກ​ພະ​ຍາດ​ເທົ່າ​ນັ້ນ. ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ H're ຖ​ືກ​ປຸກ​ສ້າງ​ຢູ່​ເຂດ​ພື້ນ​ທີ່​ສູງ, ປອດ​ໂປ່ງ. ຊາວ​ເຜົ່າ H're ດຳ​ລົງ​ຊີ​ວິດ​ຢ່າງ​ປອງດອງ​ໃນ​ໝູ່​ບ້ານ, ​ນຳ​​ໃຊ້​ນ້ຳສ້າງ​ລວມ, ບໍ່​ມີ​ຮົ້ວ​ເພື່ອ​ແບ່ງ​ແຍກ​ທີ່​ດິນ​ລະ​ຫວ່າງ​ຄອບ​ຄົວ​ນີ້​ກັບ​ຄອບ​ຄົວ​ອື່ນ.

        ໃນ​ສັງ​ຄົມ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ H're, ໝູ່​ບ້ານ​ແມ່ນ​ບ່ອນ​ຢູ່​ອາ​ໄສ, ທັງ​ເປັນ​ປະ​ຊາ​ຄົມ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ, ດ້ວຍ​ບັນ​ຍັດ​ແຫ່ງ​ການ​ດຳ​ເນີນ​ຊີ​ວິດ​ແມ່ນ​​ມີ​ມາ​ແຕ່​ດົນ​ນານແລ້ວ. ໝູ່​ບ້ານ​ຂອງ​ຊາວ​ເຜົ່າ H're ເຄີຍ​ມີ​ເຮືອນ​ແຕ່ 40 – 50 ຫຼັງ, ແຕ່​ລະ​ໝູ່​ບ້ານ​ມີ​ນາຍ​ບ້ານ​ຜູ້​ໜຶ່ງ, ແມ່ນ​ຜູ້​ທີ່​ມີ​ອາ​ຍຸ​ສູງ, ມີ​ປະ​ສົບ​ການຫຼາຍ, ມີ​ອິດ​ທິ​ພົນ​ຊື່​ສຽງ, ​ເປັນຄອບ​ຄົວຮັ່ງ​ມີ​ໃນ​ໝູ່​ບ້ານ. ແລະ​ໝູ່​ບ້ານ​ໃດ​ກໍ່​ມີ​ໝໍ​ຜີ, ແມ່ນ​ຜູ້​ມີ​ຄວາມ​ຊຳ​ນານ​ໃນ​ການ​ບູ​ຊາ​ເທວະ​ດາ​ຟ້າ​ແຖນ. ນາຍ​ບ້ານ ແລະ ໝໍ​ຜີ​ເປັນ​ຜູ້​ຈັດ​ຕັ້ງ​ບັນ​ດາ​ພິ​ທີ​ບູ​ຊາ​ຕ່າງໆ​ຂອງ​ໝູ່​ບ້ານ. ຊາວ​ເຜົ່າ H're ມີຫຼາຍ​ພິ​ທີ​ການ​ດ້ານ​ຈິດ​ວີນ​ຍານ​ທີ່​ຕິດ​ພັນ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຄົມ, ແຕ່ບັນ​ດາ​ພິ​ທີ​​ການ​ທີ່​ເປັນ​ມູນ​ເຊື້ອດັ່ງ​ກ່າວ​ພັດໄດ້​ຮັບ​ການ​ແຜ່​ຜາຍ​ແບບ​ປາກ​ຕໍ່​ປາກ. ສະ​ນັ້ນ​ບົດ​ບາດ​ຂອງ​ນາຍ​ບ້ານ ແລະ ໝໍ​ຜີ​ໃນ​ໝູ່​ບ້ານ​ແມ່ນສຳຄັນ​ທີ່​ສຸດ. ທ່ານ ຟ້າມ​ມິງ​ດາດ, ພະ​ນັກ​ງານ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ ໄຕ​ງວຽນ, ໃຫ້​ຮູ້​ວ່າ:

        “ຕາມ​ທັດ​ສະ​ນະ​ຂອງ​ຊາວ​ເຜົ່າ​ H're ແລ້ວ, ເຂົາ​ເຈົ້າ​ຖື​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ວີນ​ຍານ, ໃນ​ປີ​ໜຶ່ງ, ຊາວ​ເຜົ່າ H're ​ມີຫຼາຍ​ພິ​ທີ​ບູ​ຊາ​ເຊັ່ນ: ບູ​ຊາ​ຄົນ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ບູ​ຊາ​ເຂົ້າເຮືອນ​ໃໝ່, ບູ​ຊາວີນ​ຍານເຂົ້າ​ເພື່ອ​ຂໍ​ເທວະ​ດາ​ດົນ​ບັນ​ດານ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈົບ​ງາມ, ປະ​ຊາ​ຊົນ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ສະ​ຫງົບ​ສຸກ, ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ການ​ປູ​ກຝັງ, ທຳ​ມາ​ຫາ​ກິນ​ມີ​ຄວາມ​ສະ​ດວກ​ສະ​ບາຍ. ສະ​ນັ້ນ, ນາຍ​ບ້ານ ແລະ ໝໍ​ຜີ​ເປັນ​ຄົນ​ທີ່​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອຫຼາຍ​ຢ່າງ​ຂອງ​ຊົນ​ເຜົ່າ H're”.

        ນາຍ​ບ້ານ​ກໍ່​ແມ່ນ​ຜູ້​ຮັບ​ຜິດ​ຊອບ​ໜ້າ​ທີ່​ຈັດ​ຕັ້ງ​ວຽກ​ງານ​ລວມ​ຂອງ​ປະ​ຊາ​ຄົມ​ເຊັ່ນ: ເຮັດ​ທາງ, ຮົ້ວ​ໝູ່​ບ້ານ, ແນະ​ນຳ​ກ່ຽວກັບ​ການ​ຜະ​ລິດ, ແກ້​ໄຂບັນ​ດາ​ເຫດ​ການ​ທີ່​ເກີດ​ຂື້ນ, ຈັດ​ຕັ້ງ​ການ​ຍົກ​ຍ້າຍ​ໝູ່​ບ້ານ… ເພື່ອ​ເຮັດ​ວຽກ​ງານ​ດັ່ງ​ກ່າວ, ນາຍ​ບ້ານ​ຕ້ອງ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ພາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າໃນ​ໝູ່​ບ້ານ. ສ່ວນ​ຊາວ​ບ້ານ​ກໍ່​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຊ່ວຍ​ເຫຼືອ​ນາຍ​ບ້ານ​ໃນ​ຍາມ​ຕິດ​ຄາ​ກັບ​ວຽກ​ງານ… ນາຍ​ບ້ານ​ໂດຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ​ບໍ່​ແມ່ນ​ເປັນ​ຜູ້​ສືບ​ສາຍ. ນອກ​ນັ້ນ, ໃນ​ແຕ່​ລະ​ຄອບ​ຄົວ, ວົງ​ຕະ​ກຸນ​ກໍ່​ລ້ວນ​ແຕ່​ມີ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ນັ້ນ​ແມ່ນ​ຜູ້​ເຖົ້າ​ຜູ້​ແກ່​ທີ່​ເປັນ​ຫົວ​ໜ້າ​ຄອບ​ຄົວ, ວົງ​ຕະ​ກຸນ. ບັນ​ດາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ເຕົ້າ​ໂຮມ​ກັນ​ໃນ​ສະ​ພາ​ໜຶ່ງ. ນາຍ​ບ້ານ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ຜະ​ລິດ, ການ​ຮ້ອງ​ຟ້ອງ… ກັບ​ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ພາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ. ສຸດ​ທ້າຍ​ແມ່ນບັນ​ດາ​ສະ​ມາ​ຊິກ​ໃນ​ໝູ່​ບ້ານ, ບັນ​ດາ​ສະ​ມາ​ຊິກນີ້​ຮ່ວມ​ກັນ​ສາ​ມັກ​ຄີ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ປະ​ຊາ​ຄົມທີ່​ເປັນ​ເອ​ກະ​ພາບ.

        ເຈົ້າ​ກົກ​ເຈົ້າ​ເຫຼົ່າ ດິງງອກ​ຊູ ຢູ່​ເມືອງ ເຊີນ​ຮ່າ, ແຂວງ ກວາງ​ຫງາຍ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ທີ່​ດີ​ເດັ່ນ​ຂອງ​ປະ​ຊາ​ຄົມ​ຊາວ​ເຜົ່າ H're. ທ່ານ​ໄດ້​ຮັບ​ນາມ​ມະ​ຍົດ​ຈາກ​ລັດ​ວ່າ​ເປັນ “ສິ​ລະ​ປະ​ກອນ​ພື້ນ​ເມືອງ”. ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຟ້າມ​ວັນ​ຈີ໋, ໃຫ້​ຮູ້​ວ່າ: ບັນ​ດາ​​ຜູ້ ຄືເຈົ້າ​ກົກ​ເຈົ້າ​ເຫຼົ່າ ດິງງອກ​ຊູ ແມ່ນ​ບໍ່​ມີຫຼາຍ. ທ່ານ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄົນ​ຮັກ​ສາ​ວີນ​ຍານ​ຂອງ​ຊົນ​ເຜົ່າ H're, ເປັນ​ຜູ້​ເຊື່ອມ​ຈອດ​ລະ​ຫວ່າງ​ອະ​ນາ​ຄົດ​ກັບ​ປະ​ຈຸ​ບັນ.

        “ນັກ​ສິ​ລະ​ປະ​ການ, ເຈົ້າ​ກົກ​ເຈົ້າ​ເຫຼົ່າ ດິງງອກ​ຊູ ມີ​ຄວາມ​ສາ​ມາດຂັບ​ຕອບ​ໃນ​ບົດ​ເພງ​ພື້ນເມືອງ​ຂອງ​ຊາວ​ເຜົ່າ H're. ພິ​ເສດ​, ທ່ານ​ກໍ່​ແມ່ນ​ຜູ້​ປະ​ດິດ​ສ້າງ ແລະ​ນຳ​ໃຊ້​ເຄື່ອງ​ດົນ​ຕີຫຼາຍ​ປະ​ເພດ​ຂອງ​ຊົນ​ເຜົ່າ H're. ທ່ານ​ຍັງ​ແມ່ນ​ຜູ້​ສອນ​ໃຫ້​ລຸ້ນ​ໜຸ່ມ​ວິ​ທີ​ນຳ​ໃຊ້ ແລະ ຜະ​ລິດ​ເຄື່ອງ​ດົນ​ຕີ​ປະ​ເພດ​ຕ່າງໆ ແລະ ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ H're”.

        ຜ່ານ​ຂະ​ບວນ​ວິ​ວັດ​ແຫ່ງ​ປະ​ຫວັດ​ສາດ, ຊົນ​ເຜົ່າ H're ທີ່​ເຄີຍ​ມີ​ມູນ​ເຊື້ອ​ຕໍ່​ສູ້​ຮັກ​ສາ​ບ້ານ​ເມືອງນັ້ນ, ປະ​ຈຸ​ບັນ, ປະ​ຊາ​ຄົມ​ຊາວ​ເຜົ່າ H're ຍັງ​ຄົງ​ຮັກ​ສາ​ມູນ​ເຊື້ອ​ສາ​ມັກ​ຄີ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ ​ເພື່ອ​ຮັກ​ສາ​ຊີ​ວິດ​ເປັນ​ປົກ​ກະ​ຕິ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ໄລ​ຍະ​ປ່ຽນ​ໃໝ່. ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕິດ​ພັນ​ກັບ​ການ​ຂົນ​ຂວາຍ​ທົ່ວ​ປວງ​ຊົນ​ກໍ່​ສ້າງ​ຊີ​ວິດ​ທາງ​ດ້ານວັດ​ທະ​ນະ​ທຳ.

ຂ່າວ/ບົດ​ອື່ນ